ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄທ ປະເຊີນກັບ ການຕັດສິນໃຈ ທີ່ຫຍຸ້ງຍາກ ກ່ຽວກັບ ຊະຕາກຳ ຊົນເຜົ່າ ວີເກີ້


ເດັກນ້ອຍຜູ້ຊາຍ ຊົນເຜົາວີເກີ້ ທີ່ຖືກກັກຂັງ ຢູ່ໃນລົດຕູ້ຕຳຫລວດ ທີ່ເມືອງຄລອງຫອຍໂຄ່ງ, ປະເທດໄທ.
ເດັກນ້ອຍຜູ້ຊາຍ ຊົນເຜົາວີເກີ້ ທີ່ຖືກກັກຂັງ ຢູ່ໃນລົດຕູ້ຕຳຫລວດ ທີ່ເມືອງຄລອງຫອຍໂຄ່ງ, ປະເທດໄທ.

ປະ​ເທດ​ໄທ ​ກຳລັງ​ປະ​ເຊີນ​ໜ້າ ​ກັບ​ສະພາບ​ທີ່​ກືນ​ບໍ່​ເຂົ້າຄາຍ​ບໍ່​ອອກ ອີກ​ຄັ້ງນຶ່ງກ່ຽວ​
ກັບ​ຊະ​ຕາ​ກຳ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ເຜົ່າ Uighur 60 ກວ່າຄົນ ທີ່ຢາກຂໍລີ້​ໄພທ່າ​ມ
ກາງທີ່​ມີ​ລາຍ​ງານ​ວ່າຈີນ​ໄດ້ກົດ​ດັນ​ໃຫ້​ສົ່ງ​ກຸ່ມ​ດັ່ງກ່າວ​ກັບ​ຄືນປະ​ເທດ.

ຜູ້​ຊາຍແລະ​ແມ່ຍິງ​ 62 ຄົນ​ໄດ້​ຖືກ​ກັກ​ຂັງ​ໄວ້​ຢູ່​ຕາມ​ສູນຄຸມຂັງຕ່າງໆແມ່ນຈຸ​ສຸດ​ທ້າ​ຍ
ຂອງຊາວ Uighur ຈຳນວນ 350 ຄົນທີ່​ໄດ້ຖືກ​ພົບ​ເຫັນໂດຍ​ພວກ​ເຈົ້າ​ໜ້າ​ທີ່ໃນທາງ​
ພາກ​ໃຕ້ຂອງ​ປະ​ເທດ​ໄທ ເມື່ອ​ປີ 2014 ທີ່​ຢາກເດີີນທາງ​ໄປ​ປະ​ເທດ​ເທີ​ກີ.

ປະ​ເທດ​ໄທ​ເປັນ​ຈຸດໝາຍ​ທີ່​ສຳຄັນ​ຂອງ​ຊາວ Uighur ​ຊຶ່ງເປັນ​ຊົນ​ກຸ່ມ​ນ້ອຍຊາວມຸສລິ​ມ
ເທີ​ກີ ທີ່​ມີ​ຕົ້ນກຳ​ເນີ​ດ ​ຢູ່​ໃນແຂວງ Xinjiang ​ທາງພາກ​ຕາ​ເວັນ​ຕົກ​ຂອງ​ ປະ​ເທດ​ຈີນ.

ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດກ່າວ​ວ່າ ຄວາມ​ບໍ່​ສະຫງົບ​ຢູ່​ໃນ​ແຂວງ Xinjiang ​ໃນ​
ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ​ໄດ້​ຕິດຕາມ​ມາ​ຈາກ​ລັດຖະບານ​ກາງ​ຈີນ ທີ່ທັບ​ມ້າງ
​ຕ້ານ​ປະຊາ​ຄົມ​ມຸສລິ​ມ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກ່າວ​ຫາ​ປັກ​ກິ່ງ​ວ່າ ຈຳ​ແນ​ກກີດ​ກັນ ​ຕໍ່ພວກຊົນກຸ່ມ​
ນ້ອຍ ແລະ​ຕໍ່ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ “ການ​ກົດ​ຂີ່​ທາງສາສະໜາ​ ທີ່​ຮ້າຍ​ແຮງ ​ແລະ​ການ
​ປາບປາມ​ທີ່​ເພີ່ມ​ທະວີ​ຂຶ້ນທາງ​ດ້ານ​ວັດທະນາ​ທຳ.”

ປັກ​ກິ່ງ​ກ່າວ​ຫາ​ປະຊາ​ຄົ​ມ Uighur ວ່າ ​ມີ​ຄວາມ​ສຳພັນ​ກັບ​ພວກແບ່ງ​ແຍກ​ດິນ​ແດນ
ແລະ​ອົງການ​ກໍ່​ການ​ຮ້າຍ​ຕ່າງໆ ​ເຊັນ​ວ່າກຸ່ມ​ລັດ​ອິສລາມ.

ພາບບັນທຶກ ຕຳຫລວດຈາລະຈົນ ໃຊ້ສະເປໝາກເຜັດ ສີດໃສ່ພວກປະທ້ວງ Uighur ທີ່ພະຍາຍາມບຸກເຂົ້າໄປຫາ ສະຖານທູດຈີນ ໃນນະຄອນ Ankara ປະເທດເທີກີ.
ພາບບັນທຶກ ຕຳຫລວດຈາລະຈົນ ໃຊ້ສະເປໝາກເຜັດ ສີດໃສ່ພວກປະທ້ວງ Uighur ທີ່ພະຍາຍາມບຸກເຂົ້າໄປຫາ ສະຖານທູດຈີນ ໃນນະຄອນ Ankara ປະເທດເທີກີ.

​ຊາວ Uighurs ຫລາຍ​ຮ້ອຍ​ຄົນ ​ໄດ້​ເດີນທາງຢ່າງ​ລັບໆ​ຜ່ານ​ເອ​ເຊຍອາຄະ​ເນ ​ໃນ
​ຄວາມ​ພະຍາຍາມເພື່ອເດີນທາງ​ໄປເທີ​ກີທີ່​ໄດ້​ຮັບ​ເອົາ​ຊາວ Uighur ​ເປັນ​ຈຳນວນ
​ຫຼວງຫຼາຍ​ແລ້ວນັ້ນ.

ລັດຖະບານ​ທະຫານ​ປະ​ເທດ​ໄທ ​ເຂົ້າກຳ​ອຳນາດ​ໃນ​ເດືອນ​ພຶດສະພາ ປີ 2014 ​ແລະ​
ໄດ້​ປະ​ເຊີນ​ໜ້າກັບການ​ຖືກ​ໂດດດ່ຽວ ​ຈາກປະ​ເທດ​ຕາ​ເວັນ​ຕົກແລະສາກົນ ກ່ຽວ​ກັບ
​ການໂຄ່ນ​ລົ້ມ​ລັດຖະບານ ​ທີ່​ຖືກ​ເລືອກ​ຕັ້ງມາ. ທ່ານທິດ​ທິນັນ ພົງ​ສຸດ​ທີຣັກ ນັກລັດ
ຖະສາດ ທີ່​ມະຫາວິທະຍາ​ໄລ ຈຸລາ​ລົງ​ກອນ ກ່າວ​ວ່າ​ ​ເຫດການ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​
ປະ​ເທດໄທ ມີ​ຄວາມໃກ້ຊິດ​ຫຼາຍຂຶ້ນ ກັບ​ຈີນ.

ພາບບັນທຶກ ພວກນາຍແພດກຳລັງປິ່ນປົວ ຜູ້ໄດ້ຮັບບາດເຈັບ ຈາກລະເບີດແຕກໃນ ບາງກອກ ປະເທດໄທ ທີ 17 ສິງຫາ 2015.
ພາບບັນທຶກ ພວກນາຍແພດກຳລັງປິ່ນປົວ ຜູ້ໄດ້ຮັບບາດເຈັບ ຈາກລະເບີດແຕກໃນ ບາງກອກ ປະເທດໄທ ທີ 17 ສິງຫາ 2015.

ໃນ​ປີ 2015 ປັກ​ກິ່ງ​ໄດ້ກົດ​ດັນເພີ່ມ​ຂຶ້ນຕໍ່​ປະ​ເທດ​ໄທ ​ເພື່ອ​ໃຫ້​ສົ່ງ​ຊາວ Uighur ກັບ​ຄືນ​
ໄປ​ຈີນ. ​ໃນ​ຂະນະ​ດຽວ​ກັນ ​ບັນດາ​ນັກ​ການທູດ​ເທີ​ກີຍັງ​ໄດ້​ຢືນ​ຢັດ​ໃຫ້​ສົ່ງ​ພວກ​ເຂົາ​ເຈົ້າ
ໄປ​ເທີ​ກີ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG