ປະເທດໄທ ປະຕິເສດການລ່ວງລະເມີດຕໍ່ນັກທຸລະກິດການພະນັນລາຍໃຫຍ່ທີ່ຖືກຂັງຄຸກ ເຊິ່ງກຳລັງຕໍ່ສູ້ກັບການສົ່ງຕົວກັບໄປ ຈີນ ໃນຂໍ້ກ່າວຫາດຳເນີນການປະຕິບັດການພະນັນຜິດກົດໝາຍທາງອອນໄລນ໌ຢູ່ໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້, ລັດຖະມົນຕີກະຊວງຍຸດຕິທຳຂອງປະເທດໄດ້ກ່າວໃນວັນອັງຄານມື້ນີ້, ອີງຕາມອົງການຂ່າວ ຣອຍເຕີ.
ທ້າວ ຊີ ຊິຈາງ ທີ່ເກີດໃນປະເທດ ຈີນ ອ້າງວ່າ ລາວໄດ້ຮັບການປະຕິບັດທີ່ຂາດມະນຸດສະທຳ” ໃນຄຸກຂອງ ໄທ ລວມທັງຄວາມຮຸນແຮງທີ່ໄດ້ເຮັດໃຫ້ລາວບໍ່ສາມາດຢືນໄດ້, ອີງຕາມຈົດໝາຍທີ່ທະນາຍຄວາມຂອງລາວສົ່ງຫາຕຳຫຼວດສາກົນ ແລະ ອົງການຂ່າວ ຣອຍເຕີ ໄດ້ເຫັນ.
ລັດຖະມົນຕີກະຊວງຍຸດຕິທຳຂອງ ໄທ ທ່ານ ທະວີ ສອດຊ່ອງ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບລັດຖະບານໃນ ບາງກອກ ວ່າ “ການປະຕິບັດຂອງພວກເຮົາຕໍ່ລາວ ແມ່ນຄືກັບນັກໂທດຄົນອື່ນໆ ພ້ອມກັບການເຂົ້າຫາທະນາຍຄວາມຢ່າງເປັນປະຈຳ.”
ທ່ານ ທະວີ ໄດ້ກ່າວວ່າ ມັນມີກ້ອງວົງຈອນປິດທີ່ຈະປ້ອງກັນບໍ່ໃຫ້ເກີດການລ່ວງລະເມີດ ຫຼື ການທໍລະມານຕໍ່ນັກໂທດ.
ທ່ານລັດຖະມົນຕີ ບໍ່ໄດ້ໃຫ້ຄຳເຫັນກ່ຽວກັບການກ່າວຫາໂດຍທະນາຍຄວາມຂອງ ທ້າວ ຊີ ໃນຈົດໝາຍເຖິງຕຳຫຼວດສາກົນວ່າ ບັນດາເຈົ້າໜ້າທີ່ສະຖານທູດ ຈີນ ໄດ້ໄປຢ້ຽມຢາມນັກທຸລະກິດດັ່ງກ່າວຢູ່ໃນຄຸກ ໂດຍຂັດກັບຄວາມປະສົງຂອງລາວ ເພື່ອຊັກຊວນໃຫ້ລາວກັບຄືນໄປ ຈີນ.
ນັກທຸລະກິດການພະນັກລາຍໃຫຍ່ດັ່ງກ່າວ, ຜູ້ທີ່ເວົ້າວ່າ ການດຳເນີນຄະດີຕໍ່ລາວແມ່ນຖືກກະຕຸ້ນໂດຍການເມືອງນັ້ນ, ຖືກຈັບໃນ ບາງກອກ ເມື່ອປີ 2022 ຕາມໝາຍຈັບຂອງສາກົນ ແລະ ໝາຍແດງຂອງຕຳຫຼວດສາກົນ ທີ່ຖືກຮ້ອງຂໍໂດຍ ປັກກິ່ງ. ໃນປີ 2023 ສານໄທ ໄດ້ສັ່ງການສົ່ງຕົວລາວກັບໄປ ຈີນ ແຕ່ທ້າວ ຊີ ໄດ້ຂໍອຸທອນການຕັດສິນດັ່ງກ່າວ.
ທ່ານ ທະວີ ໄດ້ກ່າວວ່າ ກຳປູເຈຍ ກໍໄດ້ຂໍໃຫ້ສົ່ງຕົວ ທ້າວ ຊີ ເຊັ່ນກັນ, ໃນຂະນະທີ່ລາວເປັນຄົນສັນຊາດ ກຳປູເຈຍ. ທ່ານ ທະວີ ກ່າວວ່າ ຈຸດໝາຍປາຍທາງການສົ່ງຕົວຂອງ ທ້າວ ຊີ ຈະຖືກຕັດສິນໂດຍສານອຸທອນ.
ອີງຕາມລາຍງານຂອງສື່ມວນຊົນນັ້ນ, ທ້າວ ຊີ ແມ່ນປະທານຂອງກຸ່ມບໍລິສັດຖືຮຸ້ນສາກົນ ຢາໄຕ, ເຊິ່ງໄດ້ລົງທຶນດ້ານການພະນັນໃນປະເທດ ກຳປູເຈຍ, ຟີລິບປິນ ແລະ ຫຼ້າສຸດນີ້, ໄດ້ພັດທະນາກາຊີໂນມູນຄ່າ 15 ຕື້ໂດລາ, ສະຖານທີ່ບັນເທີງ ແລະ ການທ່ອງທ່ຽວໃນລັດ ກະຫຼ່ຽງ ຂອງ ມຽນມາ ທີ່ມີຊື່ວ່າ ສເວ ກົກໂກ (Shwe Kokko).
ອ່ານຂ່າວນີ້ເປັນພາສາອັງກິດ
Thailand denies abusing a jailed gambling tycoon fighting extradition to China over charges he ran illegal online gambling operations in Southeast Asia, the country's justice minister said on Tuesday.
China-born She Zhijiang claims he received inhumane treatment" in a Thai prison, including violence that has left him unable to stand, according to a letter his lawyers sent to Interpol and seen by Reuters.
"Our conduct towards him is like others (inmate) with regular access to lawyers," Thai Justice Minister Tawee Sodsong told reporters at Government House in Bangkok.
Tawee said that there are security cameras in place that would prevent any abuse or torture of inmates.
The minister did not comment on allegations by She's lawyers in the letter to Interpol that Chinese embassy officials visited the tycoon in prison against his will to persuade him to return to China.
The gambling tycoon, who says the case against him is politically motivated, was arrested in Bangkok in 2022 on an international warrant and an Interpol red notice sought by Beijing. A Thai court in 2023 ordered his extradition to China but She is appealing the ruling.
Tawee said Cambodia had also asked for She to be extradited as he is a Cambodian citizen. Tawee said She's extradition destination will be decided by the Appeal Court.
According to media reports, She is the chairman of Yatai International Holdings Group, which has made gaming investments in Cambodia, the Philippines and, most recently, developed a $15 billion casino, entertainment and tourism complex in Myanmar's Karen State called Shwe Kokko.
ຟໍຣັມສະແດງຄວາມຄິດເຫັນ