ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ລູກເຮືອຈີນ 11 ຄົນ ຖືກພວກຄ້າຢາ ຂ້າຕາຍ ຢູ່ເຂດສາມຫລ່ຽມຄໍາ


ບໍລິເວນຊາຍແດນຕິດຈອດກັນ ລະຫວ່າງສາມປະເທດເພື່ອນບ້ານ ລາວ ໄທ ແລະມຽນມາ ເອີ້ນວ່າ ເຂດສາມຫລ່ຽມຄໍາ ເພາະມີຝິ່ນປູກຫລາຍ ແລະເປັນແຫລ່ງຜະລິດຢາເສບຕິດ.

ພວກເຈົ້າໜ້າທີ່ຈີນກ່າວເມື່ອວັນອາທິດວານນີ້ວ່າ ມີຊາວຈີນຢ່າງໜ້ອຍ 11 ຄົນເສຍຊີວິດ
ແລະອີກສອງຄົນຫາຍສາບສູນ ຫລັງຈາກເຮືອຂອງພວກ ເຂົາເຈົ້າຖືກໂຈມຕີໃນແມ່ນໍ້າຂອງ
ໂດຍກຸ່ມ​ຄົນທີ່ສົງໃສວ່າ ເປັນພວກລັກລອບຄ້າຢາເສບຕິດ.

ພວກເຈົ້າໜ້າທີ່ກະຊວງຕ່າງປະເທດຂອງຈີນ ບອກອົງການຂ່າວຊິນຫົວ ວ່າ ເຮືອບັນທຸກ
ສິນຄ້າສອງລໍາຖືກໂຈມຕີເມື່ອວັນພະຫັດຜ່ານມາ ໃນເຂດສາມຫລ່ຽມຄໍາຂອງແມ່ນໍ້າຂອງນັ້ນ.

ໜັງສືພິມ Bangkok Post ເວົ້າວ່າ ກໍາລັງທະຫານໄທ ໄດ້ຕາມ​ລ່າ​ແລະ​ຕໍ່ສູ້​ກັບພວກລັກ
ລອບຄ້າຢາເສບຕິດ​ໃນ​ເວລາ​ບໍ່ດົນຕໍ່​ມາ ​ແລະຍຶດໄດ້ຄືນເຮືອສອງລໍາດັ່ງກ່າວ ທີ່ປາກົດວ່າ
ບັນທຸກຢາບ້າ Methamphetamine ຈໍານວນ 9 ​ແສນເມັດ.

ກອງທັບໄທກ່າວວ່າ ສົບຂອງພວກ​ລູກ​ເຮືອຊາວຈີນ ຖືກພົບເຫັນຢູ່ແມ່ນໍ້າ ​ໃນ​ສະພາບຖືກ
ປິດຕາ ແລະມືຖືກມັດມືໄຂວ່ຫລັງ.

ກອງທັບໄທບອກໜັງສືພິມ ບາງກອກ ໂພສ ວ່າ ຄິດ​ວ່າພວກແກ໊ງ ທີ່ ດໍາເນີນການໂດຍ
ພໍ່ຄ້າຢາເສບຕິດຊາວສານທີ່​ຊື່ ໜໍ່ຄໍາ ​ເປັນຜູ້ຢູ່ເບື້ອງຫລັງການສັງຫານນີ້.

XS
SM
MD
LG