ສືບເນື່ອງມາຈາກເຫດການທີ່ທາງການຕໍາຫຼວດໄທ ໄດ້ປະຕິບັດການດ້ວຍກໍາລັງອາວຸດ ເຂົ້າສະກັດຈັບເຮືອຂົນສົ່ງສິນຄ້າຈາກຈີນ ຈໍານວນ 2 ລໍາທີ່ຖືກສົງໄສວ່າ ໄດ້ລັກລອບຂົນ
ສົ່ງຢາເສບຕິດຈາກເຂດສາມຫລ່ຽມທອງຄໍາ ທີ່ເປັນເຂດຊາຍແດນໃນແນວແມ່ນໍ້າຂອງ
ລະຫວ່າງມຽນມາ, ລາວ ແລະໄທ, ເຊິ່ງເປັນເຫດເຮັດໃຫ້ຄົນຄວບຄຸມເຮືອ ເສຍຊີວິດໄປ
1 ຄົນ ແລະຍັງໄດ້ພົບສົບຂອງລູກເຮືອຈີນທັງ 2 ລໍາດັ່ງກ່າວອີກ 12 ສົບ ທີ່ຖືກປ່ອຍໃຫ້
ລອຍມາຕາມກະແສນໍ້າ ເມື່ອວັນທີ 5 ຕຸລາ ທີ່ຜ່ານມາ ແລະຈົນເຖິງຂະນະນີ້ ທາງການ
ຕໍາຫຼວດໄທ ກໍໄດ້ສະແດງຄວາມໝັ້ນໃຈວ່າ ການເສຍຊີວິດຂອງລູກເຮືອຈີນທັງ 12 ສົບ
ດັ່ງກ່າວ ເປັນການກະທຳຂອງກຸ່ມຕິດອາວຸດຊົນຊາດໄທໃຫຍ່ ທີ່ກ່ຽວຂ້ອງກັບການຄ້າ
ຢາເສບຕິດ ຢູ່ໃນເຂດສາມຫລ່ຽມທອງຄໍາ, ເນື່ອງຈາກວ່າ ໃນຂະນະທີ່ໄດ້ເຂົ້າຄວບຄຸມ
ເຮືອຂົນສົ່ງສິນຄ້າທັງ 2 ລໍາດັ່ງກ່າວນັ້ນ ທາງການຕໍາຫຼວດໄທຍັງກວດພົບຢາບ້າຫຼາຍ
ກວ່າ 9 ແສນເມັດ ອີກດ້ວຍນັ້ນເອງ.
ທັ້ງນີ້ ກຸ່ມຕິດອາວຸດຊົນຊາດ
ໄທໃຫຍ່ດັ່ງກ່າວ ກໍຄືອະດີດ
ກຸ່ມກອງກໍາລັງຕິດອາວຸດຂອງ
ຂຸນສ່າ ເຊິ່ງເປັນອະດີດລາຊາ
ຄ້າຢາເສຍຕິດຂອງໂລກ ທີ່ໄດ້
ວາງມື ແລະເຂົ້າສະຫວາມີພັກ
ກັບລັດຖະບານທະຫານມຽນ
ມາ ນັບຕັ້ງແຕ່ປີ 1996 ເປັນ
ຕົ້ນມາ. ຫາກແຕ່ວ່າສະມາຊິກ
ບາງສ່ວນໃນກຸ່ມກອງກໍາລັງ
ຕິດອາວຸດດັ່ງກ່າວ ກໍຍັງຄົງ
ພາກັນລັກລອບຂົນສົ່ງ ແລະ
ຄ້າຂາຍຢາເສບຕິດ ຢູ່ໃນເຂດສາມຫລ່ຽມທອງຄໍາມາເຖິງປັດຈຸບັນນີ້.
ເຊິ່ງຕໍ່ກໍລະນີດຽວກັນນີ້ ທ່ານ ຄືນໄສ ໃຈເຢັນ, ບັນນາທິການໜັງສືພິມໄທໃຫຍ່ ກໍໄດ້ເປີດ
ເຜີຍໃຫ້ຮູ້ວ່າ ຫົວໜ້າຂອງກຸ່ມຕິດອາວຸດຊົນຊາດໄທໃຫຍ່ດັ່ງກ່າວນີ້ຊື່ວ່າ ໜໍ່ຄໍາ, ອະດີດມື
ຂວາຂອງຂຸນສ່າ ທີ່ໃນປັດຈຸບັນນີ້ ນອກຈາກຈະທຳການລັກລອບຂົນສົ່ງ ແລະຄ້າຢາເສບ
ຕິດແລ້ວ ກໍຍັງມີການໃຊ້ອິດທິພົນ ແລະກໍາລັງຕິດອາວຸດຂອງຕົນ ເພື່ອບັງຄັບເກັບເອົາຄ່າ
ຜ່ານທາງຈາກບັນດາເຮືອຂົນສົ່ງສິນຄ້າ ໃນແນວແມ່ນໍ້າຂອງທຸກລໍາອີກດ້ວຍ, ດັ່ງທີ່ທ່ານ
ຄືນໄສ ໄດ້ໃຫ້ການອະທິບາຍວ່າ:
“ ຫຼັງຈາກວາງອາວຸດ ທ້າວ
ໜໍ່ຄໍາ ກໍໄດ້ມາເປັນຫົວໜ້າ
ອາສາສະມັກຂອງມຽນມາ
ຢູ່ໃນທ່າຂີ້ເຫຼັກ, ແຕ່ວ່າໃນ
ປີ 2006 ນັ້ນ ເຮືອນຂອງ
ຜູ້ກ່ຽວ ກໍຖືກຄົ້ນພົບຢາ
ເສບຕິດເປັນຈໍານວນຫຼາຍ,
ຕັ້ງແຕ່ນັ້ນ ທ້າວໜໍ່ຄໍາກໍໄດ້
ໄປປະກົດໂຕທີ່ສາມຫລ່ຽມ
ທອງຄໍາຈົນເຖິງປັດຈຸບັນນີ້.
ສ່ວນໃຫຍ່ກິດຈະການຂອງ
ຜູ້ກ່ຽວ ຖ້າມີໃຜຄ້າຢາເສບ
ຕິດຂ້າມໄປມາ ຜູ້ກ່ຽວກໍຈະ
ເກັບພາສີເຮືອຕ່າງໆດັ່ງກ່າວ.”
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ເຫດການທີ່ເກີດຂຶ້ນດັ່ງກ່າວເຮັດໃຫ້ລູກເຮືອຂົນສົ່ງສິນຄ້າ
ຂອງຈີນ ຕ້ອງເສຍຊີວິດໄປອີກເຖິງ 12 ຄົນ ແລະຍັງສູນຫາຍໄປອີກ 1 ຄົນ ຈົນເຖິງຂະນະນີ້
ລວມທັງຍັງເປັນເຫດການ ທີ່ເກີດຂຶ້ນໃນເຂດຕິດຕໍ່ຊາຍແດນໃນແມ່ນໍ້າຂອງ ທີ່ສາມຫລ່ຽມ
ທອງຄໍາລະຫວ່າງມຽນມາ, ລາວ ແລະໄທອີກດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການຈີນ ໂດຍທ່ານ
ຊົ່ງເທົາ, ຜູ່ຊ່ວຍລັດຖະມົນຕີວ່າການຕ່າງປະເທດຂອງຈີນ ໄດ້ພົບປະເປັນກໍລະນີພິເສດ ກັບ
ນັກການທູດ ຈາກມຽນມາ, ລາວ ແລະໄທ ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ່ 13 ຕຸລາ
ຜ່ານມາ ເພື່ອຮຽກຮ້ອງໃຫ້ທາງການມຽນມາ, ລາວ ແລະໄທ ໃຫ້ການຮ່ວມມືກັບທາງການ
ຈີນ ໃນການສືບສວນສອບສວນຫາຄວາມຈິງຂອງເຫດການທີ່ເກີດຂຶ້ນໃຫ້ໄດ້ໄວທີ່ສຸດ.
ທັ້ງນີ້ ທາງການຈີນ ໄດ້ຈັດ
ສົ່ງຄະນະເຈົ້າໜ້າທີ່ມາປະ
ສານງານຮ່ວມກັບ ຄະນະ
ເຈົ້າໜ້າທີ່ຂອງທາງການ
ມຽນມາ, ລາວ ແລະໄທ
ນັບຕັ້ງແຕ່ວັນທີ 15 ຕຸລາ
ເປັນຕົ້ນມາແລ້ວ, ພ້ອມກັນ
ນັ້ນ ກໍຍັງໄດ້ຈັດສົ່ງກໍາລັງ
ຕໍາຫຼວດທາງນໍ້າ ຈາກມົນ
ທົນຢູນານ ເພື່ອໃຫ້ການ
ຄຸ້ມຄອງເຮືອຂົນສົ່ງສິນຄ້າ
ຈໍານວນ 28 ລໍາ, ພ້ອມດ້ວຍ
ລູກເຮືອອີກ 168 ຄົນ ໃນ
ລະຫວ່າງການເດີນເຮືອກັບຄືນໄປຈີນ. ນອກຈາກນີ້ ທາງການຈີນຍັງໄດ້ປະກາດຢຸດການ
ເດີນເຮືອຂົນສົ່ງສິນຄ້າ ມາໃນເຂດສາມຫລ່ຽມທອງຄໍາຢ່າງບໍ່ມີກໍານົດ ຫຼື ຈົນກວ່າທາງ
ການມຽນມາ, ລາວ ແລະໄທ ຈະສາມາດຈັບກຸມກຸ່ມກໍາລັງຕິດອາວຸດ ທີ່ລົງມືກໍ່ເຫດການ
ດັ່ງກ່າວໄດ້ ແລະກໍຮັບປະກັນຄວາມປອດໄພໄດ້ຢ່າງຄັກແນ່ເສຍກ່ອນ.