ຈີນໂຈະການສົ່ງສິນຄ້າທາງເຮືອຕາມລໍາແມ່ນໍ້າຂອງ ໃນເວລາບໍ່ເທົ່າໃດ ມື້ຫລັງຈາກພວກພະນັກງານໃນເຮືອຂອງຕົນ 13 ຄົນເສຍຊີວິດໃນເຮືອບັນທຸກສິນຄ້າ 2 ລໍາຈາກການປຸ້ນຈີ້ຢ່າງຈະແຈ້ງໂດຍພວກລັກລອບຄ້າຢາເສບຕິດນັ້ນ.
ອົງການຂ່າວຊິນຫົວທາງການຈີນ ກ່າວວ່າ ການເກືອດຫ້າມສົ່ງສິນຄ້ານີ້ແມ່ນໄດ້ກວມເຖິງພວກເຮືອຂົນສົ່ງຄົນໂດຍສານຕະຫລອດທັງເຮືອບັນທຸກສິນຄ້ານຳ.
ທ່ານ Liu Weimin ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ເຮືອບັນທຸກ 2 ລໍານີ້ແມ່ນຖືກໂຈມຕີໃນວັນພຸດຜ່ານມາໃນເຂດສາມຫລຽມຄໍາແມ່ນໍ້າຂອງ ຊຶ່ງເປັນເຂດທີ່ມີຊື່ສຽງໃນການລັກລອບຄ້າຂາຍ ຢາເສບຕິດເຖື່ອນທີ່ມີຊາຍແດນຕິດຕໍ່ກັນລະຫວ່າງມຽນມາ ໄທແລະສປປ ລາວ ນັ້ນ.
ພວກປຸ້ນຈີ້ເຮືອເຫລົ່ານີ້ໄດ້ສັງຫານພວກລູກເຮືອທີ່ຖືກຈັບກຸມ ແລ້ວພາກັນຫລົບໜີໄປດ້ວຍ
ເຮືອທີ່ຖືກຈີ້ນັ້ນ. ໜັງສືພິມ China Dailyກ່າວວ່າ ສົບຂອງພວກທີ່ໄດ້ຮັບເຄາະຮ້າຍນັ້ນ
ໄດ້ຖືກພົບເຫັນແລະເກັບກູ້ຢູ່ໃກ້ໆກັບທ່າເຮືອເມືອງຊຽງແສນຂອງໄທ ທີ່ຖືກມັດແຂນມັດ
ມືແລະຕາກໍຖືກເອົາເທບຕິດໄວ້.
ໜັງສືພິມ Bangkok Post ເວົ້າວ່າ ໃນເວລາຕໍ່ມາພວກກໍາລັງຂອງໄທໄດ້ລັດຈັບເຮືອທີ່
ຖືກຈີ້ແລະຍຶດເອົາເຮືອນັ້ນຄືນ ແລະຍຶດຢາບ້າໄດ້ 9 ແສນເມັດຢູ່ໃນເຮືອນັ້ນ ແລະເວົ້າຕໍ່
ໄປວ່າພວກຈີ້ເຮືອນັ້ນຄົນນຶ່ງໄດ້ເສຍຊີວິດໃນການຍິງຕໍ່ສູ້ກັນກັບພວກທະຫານໄທ ຂະ
ນະທີ່ພວກຈີ້ເຮືອຄົນອື່ນໆເອົາໂຕຫລົບໜີໄປ.