ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍທະຫານໄທເຊື່ອໝັ້ນວ່າ ໄທຈະປະສານງານຢ່າງໃກ້ຊິດກັບລັດຖະບານຈີນ ແລະລາວ ໃນການຮ່ວມມືກັນ ເພື່ອແກ້ໄຂຂໍ້ຂັດແຍ້ງຕ່າງໆ ໃນເຂດລັດສານຂອງມຽນມາ


ການຮ່ວມມືກັນຂອງກອງທັບ ໄທ-ມຽນມາ.
ການຮ່ວມມືກັນຂອງກອງທັບ ໄທ-ມຽນມາ.

ນາຍທະຫານໄທເຊື່ອໝັ້ນວ່າ ລັດຖະບານໄທຈະປະສານງານຢ່າງໃກ້ຊິດກັບລັດຖະບານຈີນ ແລະລາວ ໃນການຮ່ວມມືກັນ ເພື່ອແກ້ໄຂຂໍ້ຂັດແຍ້ງທາງການເມືອງ ແລະບັນຫາຕ່າງໆໃນເຂດລັດສານຂອງມຽນມາ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ພົນໂທພະຣາດອນ ພັດທະນະຖາບຸດ, ອະດີດເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດໄທໃຫ້ທັດສະນະວ່າ ການທີ່ປະເທດໄທ, ລາວ ແລະ ຈີນ ໄດ້ຮັບຜົນກະທົບໂດຍກົງ ຈາກບັນຫາຄວາມບໍ່ສະຫງົບ ທີ່ເກີດຂຶ້ນຈາກການຂັດແຍ້ງທາງການເມືອງໃນມຽນມາ ໂດຍສະເພາະແມ່ນຜົນກະທົບຕໍ່ເສດຖະກິດການຄ້າ ແລະບັນຫາການອົບພະຍົບຂອງພົນລະເມືອງທີ່ຫຼົບໜີຈາກໄພສົງຄາມໃນເຂດລັດສານຂອງມຽນມານັ້ນ ກໍຄືປັດໄຈສໍາຄັນທີ່ຈະເຮັດໃຫ້ມີການປະສານງານກັນຢ່າງຈິງຈັງລະຫວ່າງລັດຖະບານໄທ, ລາວ ແລະ ຈີນ ເຂົ້າໃນການຊຸກຍູ້ໃຫ້ມີການເຈລະຈາເພື່ອແກ້ໄຂບັນຫາຂັດແຍ້ງ ລະຫວ່າງຝ່າຍຕ່າງໆໃນມຽນມາ ຢ່າງເປັນຮູບປະທໍາເມື່ອບໍ່ດົນມານີ້ ເພາະຫາກວ່າປ່ອຍໃຫ້ບັນຫາຂັດແຍ້ງແກ່ຍາວຕໍ່ໄປກໍມີແຕ່ຈະສ້າງຄວາມເສຍຫາຍຫຼາຍຂຶ້ນ ທັງຍັງຈະເຮັດໃຫ້ເກີດການບໍ່ມີສະຖຽນລະພາບພາຍໃນອາຊຽນ ອັນຈະກະທົບຕໍ່ອໍານາດການຕໍ່ລອງຂອງກຸ່ມອາຊຽນ ໃນເວທີສາກົນຢ່າງຫຼີກລ່ຽງບໍ່ໄດ້, ສະນັ້ນ ຈຶ່ງເຊື່ອໝັ້ນວ່າລັດຖະບານລາວ ໃນຖານະປະທານອາຊຽນໃນປີ 2024 ຈະຮ່ວມມືກັບ ໄທ ແລະ ຈີນ ເພື່ອແກ້ໄຂບັນຫາໃນມຽນມາຢ່າງຈິງຈັງ, ດັ່ງທີ່ ພົນໂທ ພະຣາດອນ ຢືນຢັນວ່າ:

“ເພາະປັດຈຸບັນນີ້ ການຢູ່ລອດເປັນກຸ່ມສໍາຄັນທີ່ສຸດ ພໍດີຕອນນີ້ເຈົ້າພາບປະຈໍາປີປ່ຽນເປັນລາວ ແຕ່ລາວກໍຖືວ່າ Connection ກັບທາງຈີນພໍສົມຄວນ ກໍຈະມີຈຸດລົງໂຕອີກແບບນຶ່ງຂອງການເຈລະຈາໃນບ່ອນນີ້ ທີ່ຈີນມາເປັນອ້າຍໃຫຍ່ ປະທານໄປເປັນລາວ, ກໍຈະຫາຄວາມລົງໂຕກັນພໍໄດ້, ໄທຈະປະຕິເສດບໍ່ໄດ້ເລີຍ ເພາະທັງໄທ ທັງລາວ ກໍຕິດກັບລັດສານຄືກັນຫັ້ນລະ, ເພາະວ່າຄວາມຮ່ວມມືບໍ່ແມ່ນສະເພາະໂຕປະເທດໄທ ຫຼື ລາວ ເນາະ, ແຕ່ເປັນວ່າ ກໍຕ້ອງໄດ້ລວມເຂົ້າກັນ, ຖ້າມຽນມາແຂງແຮງ ອາຊຽນກໍແຂງແຮງ, ຈີນກໍຕ້ອງຫາຂໍ້ຍຸຕີບ່ອນນີ້, ເພາະສະນັ້ນແລ້ວນິ ເຂົາຕ້ອງມາເສຍໃນເລື້ອງຂອງການປ້ອງກັນປະເທດ.”

ການທີ່ລັດຖະບານລາວໄດ້ເປັນປະທານອາຊຽນໃນປີ 2024, ກໍຖືເປັນໂອກາດສໍາຄັນທີ່ລັດຖະບານລາວ ຈະໄດ້ສະແດງບົດບາດນໍາໃນການເສີມຂະຫຍາຍການພົວ ພັນ-ຮ່ວມມື ທັງໃນລະດັບພາກພື້ນ ແລະສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນໍາອາຊຽນຮອດ 2 ຄັ້ງຢູ່ໃນລາວ, ແຕ່ໃນຂະນະດຽວກັນ ລັດຖະບານລາວຈະຖືກຕິດຕາມ ແລະຖືກກົດດັນຈາກນາໆຊາດເພີ້ມຂຶ້ນຢ່າງຫຼີກ ລ່ຽງບໍ່ໄດ້ເຊັ່ນດຽວກັນ ໂດຍສະເພາະຕໍ່ບັນຫາຂັດແຍ້ງການເມືອງໃນມຽນມານັ້ນ ຈະມີການສະເໜີແນວໃດ ຈຶ່ງເຮັດໃຫ້ເກີດມີໝາກຜົນທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ເພາະຖ້າຫາກວ່າຍັງດໍາເນີນການ ຄືກັບປະທານອາຊຽນ ໃນຊ່ວງກ່ອນໜ້ານີ້ທີ່ກໍານົດເງື່ອນໄຂ 5​ ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ເຊິ່ງຍັງບໍ່ສາມາດປະຕິບັດໄດ້ເລີຍ ນັບຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມານັ້ນ ຍ່ອມຈະບໍ່ເກີດປະໂຫຍດໃດໆເລີຍ ແຕ່ວ່າດ້ວຍການພົວພັນໃນຖານະຫຸ້ນສ່ວນຍຸດທະສາດການພັດທະນາ ຕໍ່ລັດຖະບານທະຫານມຽນມາໃນທຸກດ້ານດ້ວຍນັ້ນ ຈຶ່ງເຊື່ອວ່າລັດຖະບານລາວຈະດຶງເອົາລັດຖະບານຈີນເຂົ້າມາມີສ່ວນຮ່ວມໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາຢ່າງແນ່ນອນ ເຊິ່ງລວວມເຖິງການເຈລະຈາກັນໃນບັນຫາອື່ນໆ ທີ່ສົ່ງຜົນກະທົບຕໍ່ການພົວພັນລະຫວ່າງ ຈີນ, ລາວ, ໄທ ແລະມຽນມາ ໂດຍລວມຢາເສບຕິດ ແລະແກັ່ງອາຊະຍາກອນຈີນ (ຈີນເທົາ) ອີກດ້ວຍ. ດັ່ງທີ່ ດ​ຣ. ດຸນຍະພາກ ປຣີຊາຣັດ, ຮອງຜູ້ອໍານວຍການສະຖາບັນເອເຊຍຕາເວັນອອກສຶກສາ ມາຫາວິທະຍາໄລທໍາມະສາດ ຢືນຢັນວ່າ:

“ຈີນແຜ່ອິດທິພົນລົງມາທີ່ລັດສານ, ໃນຂະນະດຽວກັນ ຈີນກໍແຜ່ອິດທິພົນລົງມາສູ່ ສປປ ລາວ ດ້ວຍລົດໄຟ ລາວ-ຈີນ, ລະບຽບ, ອໍານາດ ແລະຄວາມໝັ້ນຄົງໃນອະນຸພູມິພາກລຸ່ມແມ່ນໍ້າຂອງ ກໍຈະມີຈີນເປັນ Steak Holder ແລ້ວລາວກໍຕ້ອງ Deals ກັບຈີນ ເພາະວ່າລັດສານຂອງມຽນມາມີອານາເຂດຕິດກັບທັງ ຈີນ ແລະ ສປປ ລາວ ແລະຕິດກັບໄທນໍາອີກດ້ວຍ, ຂ້າພະເຈົ້າຄິດວ່າ ນີ້ຈະເປັນ Areas ສໍາຄັນທີ່ການເປັນປະທານອາຊຽນຂອງລາວນີ້ ຈະ Monitor ເປັນພິເສດເລີຍ ຈະມີເລື້ອງສະຖານະການໃນລັດສານ ມີເລື້ອງຂອງຢາເສບຕິດໃນສາມຫລ່ຽມຄໍາ ຈະມີເລື້ອງຂອງ Casino ແລະມີເລື້ອງຈີນເທົາ.”

ທັງນີ້ ໂດຍເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາປະກອບດ້ວຍການຢຸດຢັ້ງການໃຊ້ຄວາມຮຸນແຮງໃນທັນທີ, ການຈັດໃຫ້ທຸກຝ່າຍທີ່ກ່ຽວຂ້ອງເຈ ລະຈາກັນຢ່າງສັນຕິ, ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາ, ການຊ່ວຍເຫຼືອດ້ານມະນຸດສະທໍາໃນມຽນມາຜ່ານສູນປະສານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຜູ້ແທນພິເສດຂອງອາຊຽນ ພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນມຽນມາໄດ້ຢ່າງອິດສະຫຼະ, ໂດຍຫຼ້າສຸດ ລັດຖະບານລາວໄດ້ແຕ່ງຕັ້ງ ທ່ານອາລຸນແກ້ວ ກິດຕິຄຸນ ເປັນທູດພິເສດ ແລະເດີນທາງໄປພົບ ພົນເອກ ມິນ ອ່ອງ ລາຍ ເມື່ອວັນທີ 10-12 ມັງກອນ ທີ່ຜ່ານມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG