ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

21 ຄົນ ເສຍຊີວິດ ຍ້ອນເຮືອ ທ່ອງທ່ຽວໄທ ຫລົ້ມ ຢູ່ນອກຝັ່ງທະເລ ຂອງເກາະພູເກັດ


ພວກນັກກູ້ໄພ ພາກັນຂົນຄົນເຈັບ ດ້ວຍຄັນຫາມ ພາຍຫລັງທີ່ ເຮືອປິ້ນຂວໍ້າ ຢູ່ໃກ້ຝັ່ງທະເລ ຂອງເກາະພູເກັດ ທາງພາກໃຕ້ ຂອງໄທ ໃນວັນທີ 5 ກໍລະກົດ 2018.
ພວກນັກກູ້ໄພ ພາກັນຂົນຄົນເຈັບ ດ້ວຍຄັນຫາມ ພາຍຫລັງທີ່ ເຮືອປິ້ນຂວໍ້າ ຢູ່ໃກ້ຝັ່ງທະເລ ຂອງເກາະພູເກັດ ທາງພາກໃຕ້ ຂອງໄທ ໃນວັນທີ 5 ກໍລະກົດ 2018.

ຈຳນວນຜູ້ເສຍຊີວິດຈາກເຮືອພວກນັກທ່ອງທ່ຽວຫລົ້ມຢູ່ນອກຝັ່ງທະເລຂອງເກາະພູເກັດ ໃນພາກໃຕ້ຂອງໄທ ເພີ້ມຂຶ້ນເປັນຢ່າງໜ້ອຍ 21 ຄົນ ໃນວັນສຸກມື້ນີ້ຂະນະທີ່ພວກກູ້ໄພກຳ
ລັງພະຍາຍາມຊອກຫາອີກ 29 ຄົນ ທີ່ຫາຍສາບສູນ. ແຕ່ແນວໃດກໍຕາມ ກອງທັບເຮືອ
ຂອງໄທກ່າວວ່າ ມະນຸດກົບໄດ້ພົບເຫັນ “ຜູ້ເສຍຊີວິດຈຳນວນນຶ່ງ” ຢູ່ໃນເຮືອທີ່ຫລົ້ມນັ້ນ.

ເຮືອທີ່ບັນທຸກຜູ້ຄົນທັງໝົດ 105 ຄົນ ຮວມທັງພວກນັກທ່ອງທ່ຽວ 93 ຄົນແລະລູກເຮືອ
11 ຄົນ ພ້ອມທັງຜູ້ນຳທ່ຽວຄົນນຶ່ງໄດ້ປະສົບອຸບັດຕິເຫດຫຼົ້ມ ເວລາປະທະກັບຄື້ນຟອງ
ທີ່ສູງ 5 ແມັດ ໃນຕອນແລງວັນພະຫັດວານນີ້ ຢູ່ນອກແຄມຝັ່ງທະເລໃນພາກໃຕ້ຂອງ
ປະເທດໄທ. ມີຢ່າງໜ້ອຍ 12 ຄົນກຳລັງໄດ້ຮັບການພະຍາບານຕົວຢູ່ທີ່ໂຮງໝໍ.

ແຜ່ນທີ່ເກາະພູເກັດ ທີ່ເປັນບ່ອນເກີດເຫດເຮື້ອຫລົ້ມ
ແຜ່ນທີ່ເກາະພູເກັດ ທີ່ເປັນບ່ອນເກີດເຫດເຮື້ອຫລົ້ມ

ກັບຕັນຂອງເຮືອຟີນິກ ທ່ານສົມຈິງ ບຸນທຳ ກ່າວວ່າ ມີຂີ້ເຫຍື້ອໄດ້ແລ່ນເຂົ້າໄປອັດຈັກດູດ
ນ້ຳອອກຈາກເຮືອ ລຸນຫລັງທີ່ຟອງຫົວທຳອິດ ແລ່ນເຂົ້າຕຳເຮືອແລະລະບົບດູດນ້ຳແມ່ນບໍ່
ໄວພໍ ທີ່ຈະດູດນ້ຳອອກຈາກເຮືອໃຫ້ຄົງຕົວຢູ່ໄດ້. ຫລັງຈາກນັ້ນກໍມີຟອງໃຫຍ່ຫຼາຍຫົວ
ແລ່ນເຂົ້າປະທະຢ່າງໄວ ເຮືອຈຶ່ງໄດ້ເລີ້ມງ່ຽງໄປຂ້າງນຶ່ງ ຫລັງຈາກນັ້ນກໍປີ້ນຂວ້ຳແລະ
ຫລົ້ມລົງ.

ມີເຮືອລຳທີ 2 ໄດ້ຫລົ້ມຢູ່ນອກແຄມຝັ່ງທະເລຂອງພູເກັດໃນຕອນເຊົ້າວັນພະຫັດວານນີ້.
ເຈົ້າໜ້າທີ່ກ່າວວ່າ ທັງໝົດ 42 ຄົນທີ່ຢູ່ໃນເຮືອລຳດັ່ງກ່າວ ຊຶ່ງເປັນນັກທ່ອງທ່ຽວຈີນແລະ
ຢູໂຣບ ໄດ້ຖືກຊ່ອຍຊີວິດໄວ້ໄດ້.

ສະພາບອາກາດປັ່ນປ່ວນຮ້າຍແຮງຢູ່ໃນເຂດດັ່ງກ່າວ ແມ່ນຄາດກັນວ່າ ຈະດຳເນີນຕໍ່ໄປ
ຈົນຮອດວັນອັງຄານອາທິດໜ້າ ແລະຜູ້ວ່າຣາຊະການຈັງຫວັດພູເກັດ ທ່ານນໍຣະພັດ
ພລົດທອງ ກ່າວວ່າ ເຈົ້າໜ້າທີ່ຈັງຫວັດພູເກັດໄດ້ປະກາດເຕືອນແຈ້ງໃຫ້ປະຊາຊົນຮູ້ກ່ຽວ
ກັບລົມພາຍຸນີ້ແລ້ວ.

ຄົນທີ່ຖືກຊ່ວຍຊີວິດໄວ້ໄດ້ທີ່ນຸ່ງເສື້ອຊູຊີບພາກັນນັ່ງຢູ່ເຮືອຫາປາພາຍຫລັງທີ່ເຮືອທ່ອງທ່ຽວ ທີ່ເຂົາເຈົ້າຂີໄປນັ້ນຫລົ້ມ ຢູ່ນອກຝັ່ງທະເລຂອງເກາະພູເກັດ ໃນວັນທີ 5 ກໍລະກົດ 2018
ຄົນທີ່ຖືກຊ່ວຍຊີວິດໄວ້ໄດ້ທີ່ນຸ່ງເສື້ອຊູຊີບພາກັນນັ່ງຢູ່ເຮືອຫາປາພາຍຫລັງທີ່ເຮືອທ່ອງທ່ຽວ ທີ່ເຂົາເຈົ້າຂີໄປນັ້ນຫລົ້ມ ຢູ່ນອກຝັ່ງທະເລຂອງເກາະພູເກັດ ໃນວັນທີ 5 ກໍລະກົດ 2018

ພູເກັດເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມສູງ ສຳລັບພວກນັກທ່ອງທ່ຽວ
ຈາກຕ່າງປະເທດ. ມີພວກນັກທ່ອງທ່ຽວປະມານ 35 ລ້ານຄົນ ຄາດວ່າຈະໄປຢ້ຽມ
ຢາມປະເທດໄທ ໃນປີນີ້.


The death toll from the sinking of a tourist boat off Thailand's Phuket Island rose to at least 21 Friday as rescue teams are trying to locate 29 people still missing. However, the Thai navy says divers have found "quite a few bodies" inside the submerged vessel.

The boat was carrying 105 people, including 93 tourists, 11 crew and one tour guide when it capsized on rough seas late Thursday off Thailand's southern coast. At least 12 people have been hospitalized.

Boat captain Phoenix Somjing Boontham said debris got into the drainage engine after the first wave pounded the boat and that the system "was not fast enough to keep the boat steady. Then more waves hit rapidly, the boat leaned to one side and then it capsized," the captain added.

A second boat capsized off Phuket earlier Thursday. Officials said all 42 people on board - Chinese and European tourists - were rescued.

Severe weather in the area is expected until next Tuesday and Governor Norraphat Plodthong said Phuket officials have alerted the public about the storms.

Phuket is a popular attraction for foreign tourists. Thirty-five million tourists are expected to visit Thailand this year.

XS
SM
MD
LG