ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ຂອງໄທ ປະຕິເສດ ຮ່າງກົດໝາຍ ນີລະໂທດກໍາ (ສະໄລດ໌)


ກຸ່ມປະທ້ວງໄທ ທີ່ຕໍ່ຕ້ານລັດຖະບານ ຫຼືກຸ່ມເສື້ອເຫຼືອງ
ກຸ່ມປະທ້ວງໄທ ທີ່ຕໍ່ຕ້ານລັດຖະບານ ຫຼືກຸ່ມເສື້ອເຫຼືອງ
ສະພາ​ສູງ​ຂອງ​ໄທ ​ໄດ້​ລົງ​ຄະ​ແນນ​ສຽງປະຕິ​ເສດ​ຕໍ່​ຮ່າງ​ກົດໝາຍ
ໃຫ້ນີລະ​ໂທດ​ກໍາ ທີ່ກວມ​ກວ້າງ​ສະບັບ​ນຶ່ງ ຊຶ່ງມີ​ການ​ເບິ່ງ​ກັນ​ວ່າ
ເປັນການ​ເຄຶ່ອນ​ໄຫວ​ເພື່ອ​ຫລຸ​ດຜ່ອນຄວາມ​ເຄັ່ງ​ຕຶງ​ດ້ານ​ການ​
ເມືອງຂອງ​ໄທ ທີ່​ໄດ້​ພາ​ໃຫ້​ ມີ​ການປະທ້ວງ ໃນ​ຂອບ​ເຂດ​ ທີ່​
ກວ້າງຂວາງ ຢູ່ຕາມ​ຖະໜົນ​ຫົນທາງ ​ຕໍ່ຕ້ານລັດຖະບານ​ຂອງ​
ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ. ຕາມ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ
Ron Corben ລາຍ​ງານ​ມາ​ຈາກ​ກາງ​ກອກ​ນັ້ນ ກໍ​ແມ່ນ​ວ່າພວກ
​ປະ​ທ້ວງ ​ໄດ້​ຮຽກຮ້ອງ​ໃຫ້ ລັດຖະບານ​ ກໍານົດ​ວັນເລືອກ​ຕັ້ງ​ທົ່ວ
​ປະ​ເທດ​ຄັ້ງ​ໃໝ່​ຂຶ້ນມາ. ຊຶ່ງ​ວັນນະ​ສອນ ມີ​ລາຍ​ລະອຽດ​ຂອງ
​ເລຶ່ອງ ນີ້ມາສະ​ເໝີ​ທ່ານ ​.


ລິງໂດຍກົງ


ຫຼັງ​ຈາກ​ການ​ອະພິປາຍ​ກັນ​ເປັນ​ເວລາຫຼາຍ​ກວ່າ 12 ຊົ່ວ​ໂມງ ຈົນ ​ເຖິງ​ຕອນ​ບ່າຍ​ວັນ​ຈັນ​ຕົ້ນ​ອາທິດ​ນີ້ ສະພາ​ສູງ​ໄທ ​ໄດ້​ປະຕິ​ເສດ​ທີ່​ຈະ​ຮັບຮອງ ​ເອົາ​ຮ່າງ​ກົດໝາຍ ​ໃຫ້ນິລະ​ໂທດ​ກໍາ​ແບບ​ກວມ​ກວ້າງ ​ທີ່​ກາຍ​ເປັນ​ຂໍ້​ຂັດ​ແຍ້ງ ກັນ ຊຶ່ງໄດ້ກໍ່​ໃຫ້​ເກີດ​ປະ​ທ້ວງ​ກັນ​ຢ່າງ​ກວ້າງ ຂວາງ​ບັ້ນ​ລ່າ​ສຸດຢູ່​ຕາມ​ຖະໜົນ​ຫົນທາງ​ນັ້ນ.

ພາຍ​ໃຕ້​ຂັ້ນ​ຕອນ​ການ​ເມືອງ​ຂອງໄທ​ ຮ່າງ​ກົດໝາຍ​ສະບັບ​ນີ້​ອາດ​ສາມາດ​ສົ່ງ​ກັບ​ຄືນ​ໄປ​
ຍັງ​ສະພາ​ຕໍ່າຫຼື​ສະພາ​ຜູ້​ແທນລັດຖະດອນເພື່ອ​ໃຫ້​ລົງ​ຄະ​ແນນ​ສຽງ​ກັນ​ອີກ​ບັ້ນ​ນຶ່ງ ​ແຕ່​ລັດ
ຖະບານ​ເວົ້າ​ວ່າ ຕົນ​ຈະ​ບໍ່​ສົ່ງ​ຍັດຕິ​ດັ່ງກ່າວ​ຄືນ​ໄປສະພາຕໍ່າ​ແຕ່​ຢ່າງ​ໃດ.

​ລັດຖະບານ​ຂອງ​ນາຍົກລັດຖະມົນ​ຕີ ຢິ່ງລັກ ຊິນນະວັດ​ທີ່ໄດ້​ເຂົ້າມາ​ບໍລິຫານ ​ປະ​ເທດເປັນ​ເວລາ​ສອງ​ປີ​ແລ້ວນັ້ນ​ ແມ່ນ​ໄດ້​ດິ້ນຮົນສຸດ​ຂີດ ​ເພື່ອຫາ​ທາງ​ແກ້​ໄຂ​ບັນຫາແລະຍຸຕິ​ການ​ປະ​ທ້ວງ​ຕ່າງ​ໆ ທີ່​ນໍາ​ໂດຍ​ພັກ​ຝ່າຍ​ຄ້ານ ກໍ​ຄື​ພັກປະຊາທິປັດນັ້ນ. ຮ່າງ​ກົດໝາຍ​ ທີ່​ ໄດ້​ ຮັບ​ການ​ແກ້​ໄຂ​ດັດແປງ​ສະ​ບັບນີ້ ແມ່ນຖືກ​ຮັບ​ຜ່ານ​ຢ່າງ​ຟ້າວຟັ່ງ​ໂດຍ​ສະພາຕໍ່າ​ເມື່ອ​ທ້າຍ​ເດືອນຕຸລາ​ຜ່ານ​ມາ ທີ່​ເປັນ​ການ​ສະ​ເໜີ​ໃຫ້ ນີລະ​ໂທດ​ກໍາ​ແບບ​ກວມ​ກວ້າງ ​ແກ່ ຫຼາຍໆ​ຄົນ ​ທີ່​ຢູ່ໃກ້ຊິດ​ກັບ​ລັດຖະບານ ​ໂຮມ​ທັງອ້າຍ​ຂອງ​ນາຍົກລັດຖະມົນຕີ ຢິ່ງລັກ ຄື​ທ່ານ​ທັກສິນ ຊິນນະ​ວັດ ນັ້ນ​ນໍາ ຜູ້​ທີ່​ອາ​ໄສ​ຢູ່ໃນຕ່າງປະ​ເທດ​ເວລາ​ນີ້ ​ເພື່ອ​ຫລົບຫຼີກ​ການ​ຖືກ​ຈໍາ​ຄຸກ​ສອງ​ປີ ຍ້ອນ​ຄະດີ​ສໍ້​ລາດ​ບັງ​ຫຼວງ.

ນອກ​ນີ້ ຮ່າງ​ກົດໝາຍ​ໃຫ້​ນີລະ​ໂທດ​ກໍາ​ສະບັບ​ນີ້ ຍັງ​ຈະ​ໃຫ້ອະ​ໄພ​ໂທດ​ແກ່​ທ່ານອະພິສິດ ​
ເວ​ດຊາ​ຊີວະ ອະດີດ​ນາຍົກລັດຖະມົນຕີພັກ​ປະຊາທິປັດນັ້ນ​ນໍາ ຜູ້​ທີ່​ຖືກ​ຟ້ອງ​ດຳ​ເນີນ​ຄະດີໃນ​ຂໍ້​ຫາ​ຄາດ​ຕະກອນ ຍ້ອນເປັນ​ຜູ້​ບົງ​ການ​ໃຫ້​ກວດ​ລ້າງພວກ​ປະ​ທ້ວງ ​ໃນ​ປີ 2010 ນັ້ນ.

​ໃນ​ຂັ້ນເບື້ອງ​ຕົ້ນ ຮ່າງ​ກົດໝາຍ​ສະບັບ​ນີ້ ​ແມ່ນໄດ້​ຮັບ​ການ​ສະ​ໜັນ​ສະ​ໜຸນ ຈາກ​ທັງສອງ​ພັກ​ທີ່​ໄດ້​ແນ​ເປົ້າໝາຍ​ ເພື່ອ​ໃຫ້​ອະ​ໄພ​ໂທດແກ່​ພວກ​ປະ​ທ້ວງລະດັບ​ຕໍ່າ ​ແລະ​ພວກ​ອື່ນໆ ທີ່​ພົວພັນ​ກັບ​ການ​ກໍ່ຄວາມ​ຮຸ​ນ​ແຮງຕ່າງໆ ທີ່​ຢ້ອນ​ຫຼັງຄືນ​ໄປ​ເມື່ອຄັ້ງ​ປີ 2004 ຈົນ​ເຖິງ​ເດືອນ​ສິງຫາ​ຂອງ​ປີ​ນີ້.

​ແຕ່​ບັນດາ​ນັກ​ວິຈານ​ເວົ້າ​ວ່າ ຮ່າງ​ກົດໝາຍ​ທີ່​ໄດ້​ຮັບ​ການແກ້​ໄຂ​ດັດ​ແປງ​ໃໝ່​ສະບັບ​ນີ້ ​
ແມ່ນ​ຈະ​ລ້າງ​ມົນທິນ ​ໃຫ້​ແກ່​ອະດີດ​ ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ຈາກ​ຂໍ້ໍຫາ
​ສໍ້​ລາດ​ບັງ​ຫຼວງ ທີ່​ເຮັດ​ໃຫ້​ທ່ານ​ທັກສິນ​ ສາມາດ​ເດີນທາງ​ກັບ​ຄືນ​ປະ​ເທດ​ໄທ​ໄດ້​ນັ້ນ.
ນອກ​ ນີ້​ແລ້ວ ຄະນະສະມາຊິກ​ຂອງລັດຖະບານ​ທ່ານ​ນາງ ຢິ່ງລັກ ກໍ​ຍັງ​ຈະ​ຖືກ​ພົ້ນຜິດ
ຈາກຂໍ້ຫາ​ຕ່າງໆ ​ເລຶ່ອງການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ​ນໍາ.


ໃນ​ຂະນະ​ທີ່​ສະມາຊິກ​ສະພາ​ສູງ ອະພິປາຍ​ເລຶ່ອງນີ້​ກັນ​ຢູ່​ນັ້ນ ພວກ​ປະ​ທ້ວງຕໍ່​ຕ້ານ​ລັດ ຖະບານ ​ໄດ້​ເພີ່ມ​ລະດັບ​ການ​ປະ​ທ້ວງ​ໃນ​ຂອບ​ເຂດ​ກວ້າງຂວາງ​ຢູ່ຕາ​ມຖະໜົນ​ຫົນທາງ ໃນບາງກອກ ​ໃນ​ຄວາມ​ພະຍາຍາມເພື່ອບັງຄັບ​ໃຫ້ລັດ ຖະບານກໍານົດການ​ເລືອກຕັ້ງ ທົ່ວ​ປະ​ເທດ​ຄັ້ງ​ໃໝ່​ຂຶ້ນມາ.

ທ່ານ ອາພອນ ພະນັກ​ງານ​ຫ້ອງການ​ຄົນ​ນຶ່ງ ​ເວົ້າ​ວ່າ ​ເຖິງ​ແມ່ນ​ມີ​ຄໍາໝັ້ນ​ສັນຍາ​ໂດ​ຍ ລັດຖະບານ ​ເພື່ອ​ຍົກ​ເລີກ​ຮ່າງ​ກົດໝາຍ​ໃຫ້ນີລະ​ໂທດ​ກໍາ​ແລ້ວກໍ​ຕາມ ​ແຕ່ການ​ປະທ້ວງ​ໃນ​ເວລາ​ນີ້ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາ​ອອກ.

ທ່ານ​ອາພອນ ​ເວົ້າ​ວ່າ: “​ແທ້ໆ​ແລ້ວ ພວກ​ປະ​ທ້ວງ​ຢາກໄດ້​ປະ​ຊາ​ທິປະ​ໄຕ, ໂອ​ເຄ? ​
ແຕ່​ພວກ​ເຮົາ​ຢາກ​ມີ​ປະຊາທິປະ​ໄຕ​ທີ່​ດີໆ ບໍ່​ແມ່ນ​ ພວກເຂົ້າ​ມາ​ສໍ້​ລາດ​ບັງ​ຫຼວງ.
ສະ​ນັ້ນ ພວກ​ເຮົາພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ ຄື​ຢ່າງ​ໜ້ອຍ​ພວກ​ເຮົາ​ຢາກ​ໃຫ້​ໂລກ
​ຮັບ​ຟັງ​ພວກ​ເຮົາ​ວ່າ​ ລັດຖະບານ​ຊຸດ​ນີ້ ບໍ່ແມ່ນ​ລັດຖະ ບານ​ທີ່ຖືກຕ້ອງ​ເໝາະ​ສົມ​ສໍາລັບ​ໄທ ຍ້ອນ​ວ່າ​ບາງ​ເທື່ອ​ລັດຖະບານ​ນີ້ຈະ​ເຮັດ​ສິ່ງໃດ​ສິ່ງ​ນຶ່ງ​ໄປ​ໃນ​ທາງ​ບໍ່​ດີ
ຊຶ່ງ​ປະຊາຊົນ​ທັງ​ໝົດ​ໃນ​ໄທ​ພາກັນ​ຄິດແນວນັ້ນ.”


ພວກ​ປະ​ທ້ວງ ​ເຊັ່ນ ທ່ານອາດ ຊຶ່ງ​ເປັນ​ວິດ​ສະ​ວະ​ກອນ ​ເວົ້າ​ວ່າ ດຽວ​ນີ້ ມີ​ຄົນ​ຢ້ານ​ກັນ​ຫຼາຍ​ຂຶ້ນວ່າ​ ຈະ​ເກີດ​ຄວາ​ມຮຸ​ນ​ແຮງ ຫຼັງ​ຈາກ​ ພວກ​ທີ່​ນິຍົມ​ລັດຖະບານ ກໍ​ຄື​ພວກ​ເສື້ອ​ແດງ ​ໄດ້ໂຮມ​ຊຸມນຸມ​ກັນ​ເມື່ອ​ວັນ​ອາທິດ​ແລ້ວ​ນີ້ ທີ່​ປະຕິ​ຍານ​ວ່າ​ຈະ​ຕໍ່ສູ້​ໃຫ້​ເຖິງ​ທີ່​ສຸດ ເພື່ອ​ປົກ​ປ້ອງ​ລັດຖະບານ.

ທ່ານອາດເວົ້າ​ວ່າ: “ພວກ​ເສື້ອ​ແດງ​ກໍາລັງ​ກັບ​ມາ​ ສະ​ນັ້ນ​ສິ່ງ​ທີ່​ກໍາລັງ​ກັບມາ ກໍຄື​
ການ​ກໍ່​ຄວາມ​ຮຸ​ນ​ແຮງ. ສໍ​າລັບ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ບໍ່​ມີ​ອາວຸດ ພວກ​ເຮົາ​ພຽງ​
ແຕ່​ຢາກສະ​ແດງໃນ​ພາກສ່ວນຂອງ​ພວກ​ເຮົາ ຍ້ອນພວກ​ເຮົາ​ມິດ​ງຽບມາ​ດົນ​ນານ​
ເກີນ​ໄປ​ແລ້ວ ​ແຕ່​ບັດ​ນີ້​ພວກ​ເຮົາ​ພາກັນ​ອອກ​ມາສະ​ແດງ​ໃຫ້​ຮູ້​ວ່າ ພວກ​ເຮົາ​ທົນ​ຕໍ່​
ລັດຖະບານ​ຊຸດ​ນີ້ ​ບໍ່​ໄດ້​ຕໍ່​ໄປ​ແລ້ວ."


ນອກ​ນີ້​ແລ້ວ ລັດຖະບານ​ຂອງ​ທ່ານ​ນາງ​ຢິ່ງລັກ ຍັງ​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ກ່ຽວກັບ​ຫຼາຍໆ​
ໂຄງການພັດທະນາ ​ແລະ​ນະ​ໂຍບາຍເສດຖະກິດ​ແບບ​ປະຊາ​ນິຍົມ ທີ່​ພວກ​ນັກ​ວິ​ຈານ​ເວົ້າ​ວ່າ ​ໄດ້​ຮັບ​ຄວາມ​ເສື່​ອມ​ເສຍ ຍ້ອນ​ການ​ທຸດຈະ​ຣິດສໍ້​ລາດບັງ​ຫຼວງ. ​ວິ​ກິດ​ການ​ບັ້ນ​ລ່າ​ສຸດ ໄດ້ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ຕະຫຼາດ​ຮຸ້ນ​ຂອງ​ໄທ​ແລະ​ສົ່ງ​ຜົນ​ກະທົບ​ຕໍ່​ອຸດສາ
ຫະກໍາການທ່ອງທ່ຽວ ຊຶ່ງ​ເປັນ​ອຸດສາຫະກໍາ​ຫຼັກຂອງ​ໄທ​ ໂດຍ​ມີ​ຫຼາຍ​ສິບ​ປະ​ເທດ​ອອກ​ຄໍາ​ຕັກ​ເຕືອນ ປະຊາຊົນ​ຂອງ​ພວກ​ຕົນ​ທີ່ຢູ່ໃນ​ໄທ ​ໃຫ້​ພາກັນຢູ່​ຫ່າງໆ​ຈາກ​ເຂດ​ປະ​ທ້ວງ​ຕ່າງໆ​ໃນບາງກອກ​.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG