ພວກປະທ້ວງເພື່ອປະຊາທິປະໄຕຂອງໄທຫລາຍຮ້ອຍຄົນໄດ້ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງ ໃນວັນພະຫັດມື້ນີ້, ໂດຍຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ລາອອກຈາກຕໍາແໜ່ງແລະການປ່ຽນແປງລັດຖະທຳມະນູນ ທີ່ຈະຫລຸດຜ່ອນອິດທິພົນຂອງການປົກຄອງຂອງກະສັດທີ່ມີອຳນາດຂອງປະເທດ ອີງຕາມອົງການຂ່າວຣອຍເຕີສ໌.
ການຊຸມນຸມປະທ້ວງທີ່ຂັດຕໍ່ການເກືອດຫ້າມການໂຮມຊຸມນຸມໃນສາທາລະນະຊົນຍ້ອນການລະບາດຂອງພະຍາດໄດ້ມີຂຶ້ນໃນຂະນະທີ່ລັດຖະບານຂອງທ່ານປຣະຢຸດປະເຊີນກັບການວິພາກວິຈານຂອງປະຊາຊົນ ກ່ຽວກັບການຮັບມືກັບການລະບາດຂອງໄວຣັສໂຄໂຣນາ, ການຟື້ນຕົວຄືນຂອງເສດຖະກິດທີ່ຊັກຊ້າ ແລະນະໂຍບາຍສັກຢາວັກຊີນທີ່ພົວພັນກັບບໍລິສັດທີ່ເປັນຂອງກະສັດມະຫາວາຈີຣະລົງກອນ.
ຜູ້ນຳການປະທ້ວງ, ທ່ານ ຈະຕຸພັດ ໄຜ່ ດາວດິນ ບຸນພັດທະຣັກສາ ໄດ້ກ່າວຕໍ່ຝູງຊົນ ຢູ່ທີ່ບາງກອກວ່າ "ລັດຖະທຳມະນູນຕ້ອງມາຈາກປະຊາຊົນ."
ການປະທ້ວງທີ່ນຳພາໂດຍຊາວໜຸ່ມໃນປີກາຍນີ້ ໄດ້ດຶງດູດເອົາປະຊາຊົນຫລາຍພັນຄົນໃນທົ່ວປະເທດເຂົ້າຮ່ວມ, ແຕ່ມັນໄດ້ຢຸດຊະງັກລົງຫລັງຈາກກອງກຳລັງຮັກສາຄວາມສະຫງົບໄດ້ເລີ້ມປາບປາມການໂຮມຊຸມນຸມ, ຈັບກຸມຜູ້ນຳການປະທ້ວງແລະຫລັງຈາກຄື້ນຟອງໃໝ່ຂອງການຕິດເຊື້ອໂຄວິດ-19 ໄດ້ລະບາດຂຶ້ນ.
ບັນດາຜູ້ປະທ້ວງໄດ້ທັບມ້າງສິ່ງທີ່ເປັນການຕ້ອງຫ້າມຕາມປະເພນີ ໂດຍໄດ້ວິພາກວິຈານກະສັດ, ມີຄວາມສ່ຽງຕໍ່ການຖືກດຳເນີນຄະດີພາຍໃຕ້ກົດໝາຍວ່າດ້ວຍການໝິ່ນປະໝາດກະສັດທີ່ເຄັ່ງຄັດ ເຊິ່ງເຮັດໃຫ້ການໝິ່ນປະໝາດ ຫລືທໍາລາຍຊື່ສຽງຂອງກະສັດ, ພະລາຊີນີ, ເຊື້ອພະວົງ ແລະ ເສນາອາມາດ ແມ່ນສາມາດມີໂທດຈຳຄຸກນານເຖິງ 15 ປີ. ຜູ້ນຳການປະທ້ວງສ່ວນໃຫຍ່ແມ່ນໄດ້ຮັບການປະກັນຕົວ.
ໃນເດືອນມີນາຜ່ານມາ, ມີຫລາຍສິບຄົນໄດ້ຮັບບາດເຈັບເວລາຕຳຫຼວດໄດ້ສີດນ້ຳ, ໃຊ້ແກັດນໍ້າຕາ ແລະລູກປືນຢາງ ເພື່ອຂັບໄລ່ການປະທ້ວງໃຫ້ສະຫລາຍຕົວໄປ.
ການຊຸມນຸມປະທ້ວງໃນວັນພະຫັດມື້ນີ້, ເຊິ່ງລວມມີອະດີດຜູ້ສະໜັບສະໜູນ ທ່ານປຣະຢຸດຈໍານວນນຶ່ງ, ແມ່ນມີຂຶ້ນໃນວັນທີ່ປະເທດໄທປະກາດຍຸຕິການປົກຄອງດ້ວຍລະບອບລາຊາທິປະໄຕ ໃນວັນທີ 24 ມິຖຸນາ 1932.
ທ່ານຈະຕຸພັດກ່າວວ່າ “ໃນ 89 ປີມານີ້ ນັບຕັ້ງແຕ່ການສິ້ນສຸດຂອງລະບົບຜະເດັດການແລ້ວ ພວກເຮົາແມ່ນບໍ່ມີຄວາມກ້າວໜ້າຫຍັງເລີຍ.
ທ່ານປີຢະ ທະວີໄຊ, ຮອງຜູ້ບັນຊາການຕຳຫຼວດໃນເຂດບາງກອກກ່າວວ່າເຈົ້າໜ້າທີ່ຕຳຫຼວດປະມານ 2.500 ຄົນ ໄດ້ຖືກສັ່ງໄປປະຕິບັດໜ້າທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ.
ທ່ານກ່າວວ່າ "ການເຕົ້າໂຮມກັນໃນເວລານີ້ ແມ່ນບໍ່ເໝາະສົມເພາະວ່າມັນສາ ມາດນຳໄປສູ່ການແຜ່ລະບາດ ຂອງໄວຣັສຕື່ມອີກ.