ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນໄທ ຝ່າຝືນຕໍ່ລະບຽບ ຫ້າມບໍ່ໃຫ້ມີ ການໂຮມຊຸມນຸມກັນ


ພວກປະທ້ວງສະໜັບສະໜຸນປະຊາທິປະໄຕ ພານກັນໃຕ້ໄຟໃນໂທລະສັບມືຖືຂອງເຂົາເຈົ້າ ໃນຂະນະທີ່ທໍາການປະທ້ວງຕໍ່ຕ້ານລັດຖະບານ ຢູ່ອານຸສາວະລີໄຊສະໝໍລະພູມໃນບາງກອກ ເມື່ອວັນທີ 18 ຕຸລາ, 2020
ພວກປະທ້ວງສະໜັບສະໜຸນປະຊາທິປະໄຕ ພານກັນໃຕ້ໄຟໃນໂທລະສັບມືຖືຂອງເຂົາເຈົ້າ ໃນຂະນະທີ່ທໍາການປະທ້ວງຕໍ່ຕ້ານລັດຖະບານ ຢູ່ອານຸສາວະລີໄຊສະໝໍລະພູມໃນບາງກອກ ເມື່ອວັນທີ 18 ຕຸລາ, 2020

ພວກປະທ້ວງຫລາຍພັນຄົນຍັງສືບຕໍ່ປະທ້ວງນາຍົກລັດຖະມົນຕີຂອງໄທທີ່ບາງກອກໃນວັນອາທິດວານນີ້, ໂດຍຝ່າຝືນຕໍ່ລະບຽບຫ້າມບໍ່ໃຫ້ມີການໂຮມຊຸມນຸມເກີນ 4 ຄົນ ຂຶ້ນໄປ.

ການປະທ້ວງທີ່ສ່ວນໃຫຍ່ແລ້ວແມ່ນນຳພາໂດຍພວກນັກສຶກສານັ້ນ ໄດ້ຕໍ່ສູ້ມາໂດຍຕະຫລອດ ຢູ່ໃນນະຄອນຫຼວງ ເປັນເວລາຫລາຍເດືອນແລ້ວ, ໂດຍຮຽກ ຮ້ອງໃຫ້ທ່ານປຣະຢຸດ ຈັນໂອຊາ ທີ່ໄດ້ຍຶດອຳນາດໃນການກໍ່ລັດຖະປະຫານໃນປີ 2014 ນັ້ນ ລາອອກຈາກຕໍາແໜ່ງ.

ໜັງສືພິມ Bangkok Post ລາຍງານວ່າ, ການປະທ້ວງຍັງໄດ້ຈັດຂຶ້ນຢູ່ 18 ຕົວເມືອງ ໃນທົ່ວປະເທດໄທ.

ການເຄື່ອນໄຫວດັ່ງກ່າວ ໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນອາທິດທີ່ຜ່ານມາ, ໂດຍມີຫລາຍສິບຄົນຖືກຈັບ ຫລັງຈາກພວກເຂົາເຈົ້າໄດ້ສະແດງການຄຳນັບຕໍ່ປະຊາທິປະໄຕໃນເວລາມີຂະບວນລົດຂອງພະລາຊີນີໄທກາຍໄປ. ເຈົ້າໜ້າທີ່ໄດ້ໃຊ້ທໍ່ນໍ້າໃຫຍ່ສີດ ເພື່ອຂັບໄລ່ຝູງຊົນຢູ່ນອກສູນກາງການຄ້າໃນເຂດໃຈກາງບາງກອກໃນວັນສຸກຜ່ານມາ, ເຊິ່ງເຮັດໃຫ້ເກີດຄວາມໂກດແຄ້ນໃນທົ່ວປະ ເທດ.

ມາດຕະການສຸກເສີນໄດ້ຖືກຕັ້ງຂຶ້ນມາໃນທ້າຍອາທິດແລ້ວນີ້ ເພື່ອຫ້າມບໍ່ໃຫ້ມີການຊຸມນຸມເກີນ 4 ຄົນ, ແຕ່ວ່າການປະທ້ວງກໍຍັງດຳເນີນຢູ່ຕໍ່ມາ.

ບັນດາຜູ້ເດີນຂະບວນປະທ້ວງ ໄດ້ເຕົ້າໂຮມກັນຢູ່ໃກ້ກັບອະນຸສາວະລີໄຊສະໝໍຫຼະພູມໃນບາງກອກໃນວັນອາທິດວານນີ້, ໂດຍຖືປ້າຍແລະຮູບຂອງຜູ້ທີ່ຖືກຈັບ. ການປະທ້ວງສ່ວນໃຫຍ່ແມ່ນດຳເນີນໄປດ້ວຍຄວາມສະຫງົບ, ແຕ່ບາງຄົນກໍລາຍງານວ່າ ໃນຕອນກໍາລັງພະຍາຍາມກັບບ້ານນັ້ນ ພວກເຂົາເຈົ້າຖືກຫ້າມບໍ່ໃຫ້ເຂົ້າໄປໃນສະຖານີລົດໄຟເຂດອາໂສກກາງ. ບໍລິສັດລົດໄຟຟ້າ BTS ຕໍ່ມາ
ກໍໄດ້ຢືນຢັນວ່າ ສະຖານີທັງໝົດຂອງຕົນ ໄດ້ຖືກເປີດໃຫ້ໃຊ້ຄືນແລ້ວ.

ທ່ານປຣະຢຸດ ໄດ້ຊະນະການເລືອກຕັ້ງໃນປີກາຍນີ້, ແຕ່ວ່າ ຜູ້ປະທ້ວງກ່າວວ່າ ການລົງຄະແນນສຽງແມ່ນໄດ້ຖືກສໍ້ໂກງເຮັດໃຫ້ທ່ານຊະນະຍ້ອນກົດໝາຍລັດຖະທຳມະນູນທີ່ຮ່າງຂຶ້ນມາໂດຍທະຫານ.

ນອກເໜືອໄປຈາກການຮຽກຮ້ອງ ໃຫ້ມີການປະຕິຮູບລັດຖະທຳມະນູນຂອງປະ ເທດແລ້ວ, ພວກປະທ້ວງກຳລັງຊອກຫາທາງເພື່ອຫຼຸດຜ່ອນອິດທິພົນຂອງກະສັດ ໄທ. ສະຖາບັນດັ່ງກ່າວຮັກສາສະຖານະພາບອັນສູງສົ່ງໃນບັນດາຄົນຊັ້ນສູງຂອງໄທໄວ້, ແລະມັນໄດ້ຮັບການປົກປ້ອງ ໂດຍກົດໝາຍ "ໝິ່ນປະໝາດກະສັດ" ທີ່ເຂັ້ມງວດໃນການຕັດສິນໂທດຈຳຄຸກ ຕໍ່ຜູ້ໃດກໍຕາມທີ່ຖືກຕັດສິນວ່າ ລົບລູ່ສະຖາບັນດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG