ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ວຍນາຍົກລັດຖະມົນຕີໄທ ເປັນຫົວຫອກ ​ໃຫ້ຂັບ​ໄລ່ ອົງການນິລະໂທດກຳສາກົນ 


ຜູ້ສະໜັບສະໜຸນຄົນນຶ່ງທີ່ຈົງຮັກພັກດີຕໍ່ກະສັດ ຖືປ້າຍໃນລະຫວ່າງການເດີນຂະບວນປະທ້ວງຢູ່ໃນບາງກອກ ເມື່ອວັນທີ 25 ພະຈິກ 2021, ໂດຍຮຽກຮ້ອງ ໃຫ້ກຸ່ມປົກປ້ອງສິດທິມະນຸດ ອົງການນິລະໂທດກຳສາກົນ ຫຼື Amnesty International ຍຸຕິການປະຕິບັດງານ ຢູ່ໃນປະເທດໄທ.
ຜູ້ສະໜັບສະໜຸນຄົນນຶ່ງທີ່ຈົງຮັກພັກດີຕໍ່ກະສັດ ຖືປ້າຍໃນລະຫວ່າງການເດີນຂະບວນປະທ້ວງຢູ່ໃນບາງກອກ ເມື່ອວັນທີ 25 ພະຈິກ 2021, ໂດຍຮຽກຮ້ອງ ໃຫ້ກຸ່ມປົກປ້ອງສິດທິມະນຸດ ອົງການນິລະໂທດກຳສາກົນ ຫຼື Amnesty International ຍຸຕິການປະຕິບັດງານ ຢູ່ໃນປະເທດໄທ.

ຜູ້ຊ່ວຍອະວຸໂສຂອງນາຍົກລັດຖະມົນຕີໄທ ປຣະຍຸດ ຈັນໂອຊາ ກ່າວວ່າ ທ່ານກຳລັງເລັ່ງເດີນໜ້າ ກັບການຮຽກຮ້ອງເພື່ອຂັບໄລ່ກຸ່ມປົກປ້ອງສິດທິມະນຸດ ອົງການນິລະໂທດກຳສາກົນ ຫຼື Amnesty International ອອກຈາກປະເທດ ເນື່ອງຈາກວ່າກຸ່ມດັ່ງກ່າວ ໃຫ້ສະໜັບສະໜຸນພວກປະທ້ວງ ທີ່ຮຽກຮ້ອງໃຫ້ຫຼຸດອຳນາດກະສັດຂອງຣາຊະອານາຈັກແຫ່ງນີ້.

ທ່ານເສກສະກົນ ອັດຖາວົງ ຮອງທີ່ປຶກສາປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວຕໍ່ວີໂອເອ ໃນທ້າຍອາທິດແລ້ວນີ້ ວ່າ ທ່ານມີ 1 ລ້ານລາຍເຊັນທີ່ທ່ານເກັບກຳມາໄດ້ເມື່ອປີກາຍນີ້ ແລະຈະຍື່ນຄຳຮ້ອງຕໍ່ກະຊວງພາຍໃນ ແລະສະພາຄວາມໝັ້ນຄົງແຫ່ງຊາດ ໃນວັນພະຫັດມື້ອື່ນນີ້.

ທ່ານໄດ້ກ່າວໂດຍຜ່ານນາຍແປພາສາວ່າ “ອົງການນິລະໂທດກຳ ມີສ່ວນກ່ຽວຂ້ອງໃນການຮ່ວມມືກັບກຸ່ມພວກປະທ້ວງ ຫຼື ມັອບ ແລະກຸ່ມນີ້ ເປັນກຸ່ມຕໍ່ຕ້ານລັດຖະມະນູນຂອງໄທ ພາຍໃຕ້ກະສັດທີ່ເປັນອົງປະມຸກ.” “ກຸ່ມມັອບ” ເປັນຄຳສັບຫຍໍ້ທີ່ໃຊ້ສຳລັບການເຄື່ອນໄຫວປະທ້ວງທີ່ນຳພາໂດຍເຍົາວະຊົນ ທີ່ໄດ້ເລີ້ມຕົ້ນຂຶ້ນເມື່ອທ້າຍປີ 2019 ໂດຍຮຽກຮ້ອງໃຫ້ທ່ານປຣະຍຸດ ລາອອກຈາກຕຳແໜ່ງ ແຕ່ໃນເວລາຕໍ່ມາ ໄດ້ເພີ້ມຂໍ້ຮຽກຮ້ອງຂອງຕົນຕື່ມອີກ 10 ຂໍ້ຂອງການປະຕິຮູບທີ່ແນໃສ່ ເພື່ອຫລຸດຜ່ອນອິດທິພົນທາງການເມືອງຂອງກະສັດ.

ທ່ານເສກສະກົນ ໄດ້ເລີ້ມຕົ້ນການຂໍລາຍເຊັນ ຕໍ່ຄຳຮ້ອງຂອງທ່ານ ໃນເດືອນພະຈິກ ຫຼັງຈາກທີ່ອົງການນິລະໂທດກຳສາກົນ ໄດ້ຕ້ອງຕິຄຳຕັດສິນຂອງສານລັດຖະທຳມະນູນ ເມື່ອບໍ່ດົນມານີ້ ທີ່ວ່າ 10 ຂໍ້ຮຽກຮ້ອງນັ້ນ ບໍ່ໄດ້ແນໃສ່ການປະຕິຮູບກະສັດ ຫາກແຕ່ແນໃສ່ເພື່ອ “ໂຄ່ນລົ້ມ” ອັນເປັນການລະເມີດຕໍ່ລັດຖະທຳມະນູນຍຶດໝັ້ນສະຖາບັນກະສັດໄວ້ ເໜືອການຕຳໜິຕິຕຽນ.

ພວກນັກເຄື່ອນໄຫວຈາກ ອົງການນິລະໂທດກຳສາກົນ (Amnesty International) ຖືປ້າຍໃນລະຫວ່າງການປະທ້ວງ ຢູ່ທີ່ທາງເຂົ້າ ຄຸກບາງຂວາງ ຊຶ່ງເປັນຄຸກທີ່ມີຄວາມປອດໄພສູງ ໃນເຂດນົນທະບູຣີ ຢູ່ຊານເມືອງຂອງນະຄອນຫຼວງບາງກອກ, ວັນທີ 19 ມິຖຸນາ 2019.
ພວກນັກເຄື່ອນໄຫວຈາກ ອົງການນິລະໂທດກຳສາກົນ (Amnesty International) ຖືປ້າຍໃນລະຫວ່າງການປະທ້ວງ ຢູ່ທີ່ທາງເຂົ້າ ຄຸກບາງຂວາງ ຊຶ່ງເປັນຄຸກທີ່ມີຄວາມປອດໄພສູງ ໃນເຂດນົນທະບູຣີ ຢູ່ຊານເມືອງຂອງນະຄອນຫຼວງບາງກອກ, ວັນທີ 19 ມິຖຸນາ 2019.

ອົງການນິລະໂທດກຳສາກົນ ໄດ້ເອີ້ນການຕັດສິນນັ້ນວ່າ “ການເຕືອນທີ່ອັນຕະ ລາຍ” ຕໍ່ຊາວໄທ ທີ່ກຳລັງໃຊ້ສິດຂອງພວກເຂົາ ເພື່ອສະແດງອອກເຖິງຄວາມຄິດເຫັນຂອງພວກເຂົາ ແລະໄດ້ກ່າວວ່າ ມັນອາດແຜ້ວທາງໃຫ້ມີການຟ້ອງຮ້ອງທີ່ຮ້າຍແຮງ ຕໍ່ພວກຜູ້ເຮັດເຊັ່ນນັ້ນ.

ມາດຕາທີ 112 ຂອງກົດໝາຍອາຍາ ກຳນົດໃຫ້ຕິດຄຸກບໍ່ເກີນ 15 ປີ ສຳລັບຜູ້ທີ່ຖືກຕັດສິນວ່າ ມີຄວາມຜິດໃນການໝິ່ນປະໝາດ ດູຖູກດູໝິ່ນຫຼືຂົ່ມຂູ່ ຕໍ່ກະສັດ ຣາຊີນີ ຣາຊະທາຍາດ ຫຼື ຣາຊະບັນລັງ. ບັນດາທະນາຍຄວາມຊາວໄທ ເພື່ອສິດທິມະນຸດ ຊຶ່ງເປັນກຸ່ມໃຫ້ການຊ່ວຍເຫຼືອທາງກົດໝາຍຂອງທ້ອງຖິ່ນ ກ່າວວ່າ ປະຊາຊົນຫຼາຍກວ່າ 150 ຄົນ ໄດ້ຖືກຟ້ອງຮ້ອງດ້ວຍມາດຕາດັ່ງກ່າວ ນັບຕັ້ງແຕ່ທ້າຍປີ 2020 ເປັນ​ຕົ້ນ​ມາ.

ທ່ານເສກສະກົນ ໄດ້ກ່າວຕໍ່ວີໂອເອ ວ່າ ອົງການນິລະໂທດກຳສາກົນ ໄດ້ລ່ວງລ້ຳກົດໝາຍ ຊຶ່ງທ່ານເວົ້າວ່າ “ອົງການນີ້ ມີສ່ວນກ່ຽວຂ້ອງກັບກຸ່ມມັອບ ຊຶ່ງຜິດຕໍ່ກົດໝາຍ ມາດຕາ 112 ...ແລະອັນນັ້ນເປັນການລະເມີດກົດໝາຍຂອງໄທ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG