ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກໄທ ຖືກຕັດສິນວ່າ ບໍ່ມີຄວາມຜິດ ແລະພວກປະທ້ວງຕໍາໜິ ລະບົບຍຸຕິທໍາຂອງໄທ


ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕຍົກມືສາມນິ້ວຂຶ້ນໃນຂະນະທີ່ພວກປະທ້ວງຄັດຄ້ານຄໍາຕັດສິນຂອງສານ ໃນຄະດີກ່ຽວກັບຄວາມຂັດແຍ້ງດ້ານຜົນປະໂຫຍດຂອງນາຍົກປຣະຢຸດ ຈັນໂອຊາ ທີ່ບາງກອກ, ປະເທດໄທ, ວັນທີ 2 ທັນວາ, 2020
ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕຍົກມືສາມນິ້ວຂຶ້ນໃນຂະນະທີ່ພວກປະທ້ວງຄັດຄ້ານຄໍາຕັດສິນຂອງສານ ໃນຄະດີກ່ຽວກັບຄວາມຂັດແຍ້ງດ້ານຜົນປະໂຫຍດຂອງນາຍົກປຣະຢຸດ ຈັນໂອຊາ ທີ່ບາງກອກ, ປະເທດໄທ, ວັນທີ 2 ທັນວາ, 2020

ສານສູງສຸດຂອງໄທໃນວັນພຸດວານນີ້ໄດ້ຕັດສິນໃຫ້ນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ ພົ້ນໂທດ ທີ່ກ່ຽວຂ້ອງກັບການທີ່ທ່ານໄດ້ອາໄສຢູ່ໃນເຮືອນຂອງທະ ຫານເປັນເວລາດົນນານ ຫລັງຈາກທ່ານໄດ້ລາອອກກິນເບ້ຍບໍານານ ໃນກອງ ທັບແລ້ວ, ຊຶ່ງເປັນຄະດີທີ່ອາດຈະເຮັດໃຫ້ທ່ານຖືກປົດອອກຈາກຕຳແໜ່ງແລະໃຫ້ທາງເລືອກໃນການອອກຈາກວິກິດການທາງການເມືອງທີ່ກຳລັງເພີ້ມຂຶ້ນຢູ່ໃນລາດຊະອານາຈັກດັ່ງກ່າວ.

ພວກປະທ້ວງເພື່ອປະຊາທິປະໄຕທີ່ໄດ້ພາກັນເດີນຂະບວນປະທ້ວງຫລາຍສິບພັນຄົນເພື່ອກົດດັນໃຫ້ທ່ານປຣະຢຸດລາອອກຈາກຕໍາແໜ່ງ, ໄດ້ເຕົ້າໂຮມກັນໃນທັນທີ ຢູ່ທີ່ສີ່ແຍກທີ່ສຳຄັນແຫ່ງນຶ່ງໃນບາງກອກ ຫລັງຈາກສານລັດຖະທຳມະ ນູນໄດ້ຕັດສິນໃຫ້ນາຍົກລັດຖະມົນຕີພົ້ນໂທດແລ້ວ.

ຄະນະຜູ້ພິພາກສາເກົ້າຄົນ ໄດ້ຕັດສິນຢ່າງເປັນເອກະສັນວ່າການອາໄສຂອງທ່ານປຣະຢຸດຢູ່ໃນເຮືອນຂອງກອງທັບທີ່ໃຊ້ເງິນເສຍພາສີຈ່າຍເປັນເວລາຍາວນານ ພາຍຫລັງທີ່ທ່ານໄດ້ອອກຈາກຕຳແໜ່ງຜູ້ບັນຊາການກອງທັບໃນທ້າຍປີ 2014 ນັ້ນ ບໍ່ໄດ້ເປັນຄວາມຂັດແຍ້ງດ້ານຜົນປະໂຫຍດ ແລະບໍ່ໄດ້ລະເມີດກົດໝາຍໃດໆ ແລະເພາະສະນັ້ນ "ທ່ານຈະຍັງຄົງເປັນນາຍົກລັດຖະມົນຕີຕໍ່ໄປ."

ທ່ານປຣະຢຸດ, ອະດີດຜູ້ບັນຊາກອງທັບເຊິ່ງເປັນຈຸດເພັ່ງເລັງຂອງຄວາມໂກດແຄ້ນຂອງພວກປະທ້ວງ, ໄດ້ເຂົ້າກຳອຳນາດໃນການກໍ່ລັດຖະປະຫານ ໃນປີ 2014, ໂດຍປະຕິຍານວ່າ ຈະປົກປ້ອງການປົກຄອງຂອງກະສັດ ແລະນຳເອົາຄວາມສະຫງົບສຸກ ແລະຄວາມສາມັກຄີ ມາສູ່ປະເທດທີ່ແຕກແຍກກັນຢູ່ນັ້ນ.

ຫົກປີຕໍ່ມາປະເທດໄທກໍ່ແຕກແຍກກັນແບບບໍ່ເຄີຍມີມາກ່ອນ, ໂດຍທີ່ມີການປົກ ຄອງຂອງກະສັດ ທີ່ບໍ່ເຄີຍຖືກແຕະຕ້ອງໄດ້ໃນເມືອກ່ອນນັ້ນ ດຽວນີ້ພວມເປັນຈຸດໃຈກາງຂອງການຮຽກຮ້ອງໃຫ້ມີການປະຕິຮູບ.

ຄຳພິພາກສາຂອງສານໄດ້ປະເຊີນກັບຄວາມໂກດແຄ້ນອອກມາຈາກຫລາຍພັນຄົນທີ່ພາກັນໂຮມຊຸມນຸມຢູ່ເຂດຊານເມືອງບາງກອກໃນຄືນວັນພຸດວານນີ້, ໂດຍຮ້ອງອອກມາ "ການປົກຄອງແບບຜະເດັດການຈົ່ງຈິບຫາຍ, ປະຊາທິປະໄຕໝັ້ນຍືນ" ໃນຂະນະທີ່ພາກັນຟັງການກ່າວຄໍາປາໄສຢູ່ເທິງເວທີທີ່ມີຈໍຮູບເງົາຂະໜາດໃຫຍ່ສາຍໃຫ້ເຫັນຕັ່ງນັ່ງໃນສານທີ່ຜູ້ພິພາກສາທັງຫລາຍມີຜົມປອມເປັນເປັດຢູ່ເທິງຫົວທີ່ເໜັງໄປມາໄດ້.

ນາງປີຣາຢາ, ອາຍຸ 25 ປີ, ກ່າວຕໍ່ວີໂອເອວ່າ, "ສານບໍ່ສົນໃຈຕໍ່ຜູ້ໃດເລີຍນອກ ຈາກຄ້າຍຂອງພວກເຂົາເອງ,". ນາງກ່າວອີກວ່າ “ພວກເຂົາສົນໃຈແຕ່ວ່າ ຄົນຂອງພວກເຂົາ ຍັງກໍາອຳນາດຢູ່ເທົ່ານັ້ນ. ຄວາມຍຸຕິທຳມີຢູ່ໃສ?”

ສານລັດຖະທຳມະນູນໄດ້ມີບົດບາດເປັນກໍາມະການໃນວົງການດ້ານການເມືອງຂອງໄທຕະຫຼອດ 14 ປີ ແຫ່ງຄວາມວຸ້ນວາຍຜ່ານມາ, ເຊິ່ງໄດ້ເຫັນວ່າມີການລັດຖະປະຫານສອງຄັ້ງ ແລະການປະທ້ວງຕາມຖະໜົນແບບບໍ່ມີມື້ສິ້ນສຸດເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG