ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ຢືນຢັນຈະພັດທະນາໃຫ້ປະເທດໄທ ເປັນສູນກາງດ້ານພະລັງງານສະອາດຂອງອາຊຽນ


ທ່ານເສດຖາ ທະວີສິນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການ-ເປົ້າໝາຍທີ່ຈະພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານພະລັງງານສະອາດຂອງອາຊຽນ
ທ່ານເສດຖາ ທະວີສິນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການ-ເປົ້າໝາຍທີ່ຈະພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານພະລັງງານສະອາດຂອງອາຊຽນ

ນາຍົກລັດຖະມົນຕີໄທ ຢືນຢັນຈະພັດທະນາໃຫ້ປະເທດໄທເປັນສູນກາງດ້ານພະລັງງານສະອາດຂອງອາຊຽນໃຫ້ໄດ້ໃນ 5 ປີ ທັງຍັງໝັ້ນໃຈວ່າ ຈະສາມາດດຶງດູດເອົາເງິນທຶນຕ່າງປະເທດໄດ້ເພີ້ມຂຶ້ນນັບມື້.

ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການ-ເປົ້າໝາຍທີ່ຈະພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານພະລັງງານສະອາດຂອງອາຊຽນໃຫ້ໄດ້ຢ່າງແທ້ຈິງ ພາຍໃນ 5 ປີຕໍ່ໜ້າ ທັງຍັງຈະເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າແຮງສູງຂອງໄທກັບທຸກປະເທດໃນອາຊຽນຢ່າງຄົບຖ້ວນ ລວມເຖິງການທີ່ຈະຊື້ພະລັງງານຈາກເຂື່ອນໄຟຟ້າທັງໝົດໃນລາວດ້ວຍ ເພາະເປັນປັດໃຈສຳຄັນທີ່ຈະດຶງເອົາເງິນທຶນຈາກຕ່າງປະເທດເຂົ້າມາໃນໄທ ເພື່ອພັດທະນາການຜະລິດພະລັງງານສະອາດໄດ້ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນພະລັງງານແສງອາທິດ ກັບພະລັງງານລົມນັ້ນ ກໍຄືເປົ້າໝາຍສຳຄັນທີ່ສຸດຂອງລັດຖະບານໄທ ດັ່ງທີ່ທ່ານ ເສດຖາ ໄດ້ໃຫ້ການຢືນຢັນວ່າ:

ເວົ້າເຖິງເລື້ອງພະລັງານສະອາດຈາກແສງອາທິດ ພະລັງງານລົມ ຫຼາຍໆຢ່າງທີ່ບໍ່ຕ້ອງໃຊ້ Fossil fuel ທັງຫຼາຍຫັ້ນ ກໍຄືເປັນຈຸດທີ່ເຮົາສາມາດດຶງດູດນັກລົງທຶນຕ່າງປະເທດໄດ້ ນັກລົງທຶນຕ່າງປະເທດ ບໍ່ໄດ້ເບິ່ງແຕ່ມາດຕະການສະໜັບສະໜູນທາງດ້ານພາສີ ບໍ່ໄດ້ເບິ່ງແຕ່ລະບົບສາທາລະນະສຸກ ທີ່ດີເລີດໃນເມືອງໄທ ບໍ່ໄດ້ເບິ່ງແຕ່ຄ່າຄອງຊີບທີ່ເໝາະສົມ ແຕ່ເຂົາເບິ່ງເລື້ອງພະລັງງານສະອາດເປັນເລື້ອງຫຼັກເລີຍ ການເຮັດດາຕ້າເຊັນເຕີຕ່າງໆ ບໍ່ວ່າ ຈະເປັນ AWS, Microsoft, Google, Huawei ຄຳຖາມທຳອິດທີ່ທຸກຄົນຖາມໝົດ ພະລັງງານສະອາດມີໃຫ້ເຂົາບໍ່? ລັດຖະບານນີ້ກໍ Carry on (ດຳເນີນການຕໍ່) ນະໂຍບານທີ່ດີໆ ເລົ່ານີ້ຕໍ່ໄປ.

ສ່ວນ ນັກທຸລະກິດໃນພາກພະລັງງານຂອງລາວ ໃຫ້ທັດສະນະວ່າ ການພັດທະນາພະລັງງານເພື່ອການສົ່ງອອກຂອງລາວ ຫຼື ການເປັນໝໍ້ໄຟຂອງອາຊຽນນັ້ນ ມີຄວາມເປັນໄປໄດ້ສູງ ນັບແຕ່ໄດ້ມີການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ເຊິ່ງຮ່ວມລົງທຶນລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໃນປີ 2020 ໂດຍມີເປົ້າໝາຍຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງໃນລາວໃຫ້ທັນສະໄໝ ດ້ວຍການວາງລະບົບສາຍສົ່ງໄຟຟ້າຂະໜາດ 500 KV ເຊື່ອມຕໍ່ລາວກັບຈີນທີ່ແນໃສ່ການເຊື່ອມຕໍ່ ແລະສົ່ງພະລັງງານໄຟຟ້າຈາກລາວໄປຂາຍໃຫ້ກັບປະເທດໃນອາຊຽນດ້ວຍກັນເປັນສຳຄັນ ຊຶ່ງຖືເປັນການຮ່ວມລົງທຶນທາງທຸລະກິດທີ່ມີຄວາມໝັ້ນຄົງຍາວນານ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ຫຼັກການໃຫຍ່ໆ ທີ່ເຮົາໄດ້ມີການຕົກລົງຮ່ວມກັນແລ້ວ ກໍມີການເຊັນກັນໄປແລ້ວຫັ້ນ ກໍຄື 1-Ownership ຍັງເປັນຂອງລັດຖະບານ ເພາະວ່າລະບົບສາຍສົ່ງແຫ່ງຊາດຫັ້ນ ຕາມກົດໝາຍກໍຄືຍັງເປັນກຳມະສິດຂອງລັດຖະບານ ອັນນີ້ ເປັນພຽງແຕ່ການສຳປະທານສາຍສົ່ງ ເປັນພວກ Transmission ຕ່າງໆ 40 ປີ 2-ກໍຄືເຂົາຈະຕ້ອງໄດ້ນຳທຶນເຂົ້າມາລົງທຶນ ແລ້ວກໍປັບລະບົບສາຍສົ່ງຕ່າງໆ ລວມໄປເຖິງການເຊື່ອມຈອດໄປເຖິງຈີນໃນອະນາຄົດ.

ໂດຍຫຼ້າສຸດ ບໍລິສັດ China Datang Oversea Investment ກັບບໍລິສັດ Gulf Energy Development (ມະຫາຊົນ) ຂອງໄທ ກໍໄດ້ຮ່ວມລົງທຶນກໍ່ສ້າງເຂື່ອນປາກແບງເທິງແນວນໍ້າຂອງໃນລາວ ເພື່ອສົ່ງໄຟຟ້າຂາຍໃຫ້ໄທ ກໍຄື ສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍການຊື້ກະແສໄຟຟ້າ (PPA) ຈາກລາວໃນປະລິມານລວມ 10,500 ເມກະວັດ ຊຶ່ງກໍເຮັດໃຫ້ກຸ່ມຜູ້ລົງທຶນໃນໂຄງການສາມາດທີ່ຈະຫາແຫຼ່ງເງິນທຶນກູ້ຍືມໃນໄທ ໄດ້ດ້ວຍນັ້ນ ກໍຖືເປັນສິ່ງທີ່ຢັ້ງຢືນວ່າ ລັດຖະບານໄທ ຍັງຕ້ອງການທີ່ຈະຮັບຊື້ພະລັງງານໄຟຟ້າຈາກໂຄງການເຂື່ອນຕ່າງໆ ໃນລາວເພີ້ມຂຶ້ນອີກນັ້ນເອງ.

ທັງນີ້ ການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບງ ຢູ່ເທິງແນວແມ່ນນໍ້າຂອງໃນລາວ ມີຂື້ນເມື່ອເດືອນກັນຍາ 2023 ໂດຍເປັນການລົງນາມລະຫວ່າງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ກັບບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍ ແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບງ ທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາມີໄລຍະເວລາ 29 ປີ ນັບຈາກປີ 2033 ແລະມີການກຳນົດລາຄາກະແສໄຟຟ້າທີ່ອັດຕາ 2.7129 ບາດຕໍ່ກິໂລວັດ/ໂມງ ແລະ ຖືເປັນສ່ວນນຶ່ງພາຍໃຕ້ຂໍ້ຕົກລົງລະຫວ່າງລັດຖະບານໄທ ກັບລາວ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າໃນປະລິມານລວມ 10,500 ເມກະວັດ ແລະພາຍໃຕ້ແຜນການໃໝ່ຂອງລັດຖະບານໄທ ກ່ຽວກັບການພັດທະນາພະລັງງານສະອາດດັ່ງກ່າວ ກໍຍ່ອມຈະສົ່ງຜົນໃຫ້ລາວ ຈະຕ້ອງພັດທະນາການຜະລິດພະລັງງານສະອາດດ້ວຍເຊັ່ນກັນ ໂດຍສະເພາະແມ່ນພະລັງງານແສງອາທິດ ພະລັງງານລົມ ແລະ ເຂື່ອນໄຟຟ້ານໍ້າຕົກນັ້ນ.

ແຕ່ຢ່າງໃດກໍຕາມ ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ກໍໄດ້ຍື່ນຈົດໝາຍເຖິງລັດຖະບານໄທ ເພື່ອໃຫ້ທົບທວນແຜນການຊື້ໄຟຟ້າຈາກເຂື່ອນຕ່າງໆໃນລາວ ເມື່ອບໍ່ດົນມານີ້ ເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໄທ ຢ່າງກວ້າງຂວາງນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG