ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ຈະບໍ່ອະນຸຍາດໃຫ້ລາວ ສົ່ງພະລັງງານໄຟຟ້າ ຜ່ານປະເທດໄທ ໄປສິງກະໂປ


ແຜນໂຕຢ່າງໂຄງການເຂື່ອນປາກແບງໃນ ສປປ ລາວ.
ແຜນໂຕຢ່າງໂຄງການເຂື່ອນປາກແບງໃນ ສປປ ລາວ.

ນາຍົກລັດຖະມົນຕີໄທຢືນຢັນວ່າ ລັດຖະບານໄທ ຈະບໍ່ອະນຸຍາດໃຫ້ລາວສົ່ງພະ ລັງງານໄຟຟ້າຜ່ານປະເທດໄທ ເພື່ອຂາຍໃຫ້ສິງກະໂປໂດຍກົງ ແຕ່ວ່າລາວຕ້ອງຂາຍໃຫ້ໄທ ແລ້ວໄທຈະສົ່ງຂາຍຕໍ່ ໃຫ້ສິງກະໂປ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫຼງຢືນຢັນວ່າ ທ່ານໄດ້ປະຕິ ເສດຕໍ່ການຮຽກຮ້ອງຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ເຊິ່ງຕ້ອງການຈະຂໍອະນຸຍາດ ສົ່ງກະແສໄຟຟ້າຈາກລາວ ຜ່ານໄທໄປຂາຍໃຫ້ກັບສິງກະໂປໂດຍກົງເມື່ອບໍ່ດົນມານີ້ ເພາະການສົ່ງກະແສໄຟຟ້າດັ່ງກ່າວ ເປັນເລື້ອງຂອງຜົນປະໂຫຍດທາງທຸລະກິດ ຈຶ່ງຈະຕ້ອງໃຫ້ຄວາມສໍາຄັນກັບຜົນປະໂຫຍດທາງທຸລະກິດເປັນຫຼັກ ໝາຍຄວາມວ່າ ລາວຕ້ອງການຂາຍກະແສໄຟຟ້າໃຫ້ໄທເທົ່ານັ້ນ ແລະໄທກໍຈະເປັນຜູ້ສົ່ງກະແສໄຟຟ້າຈາກລາວດັ່ງກ່າວໄປຂາຍຕໍ່ໃຫ້ກັບສິງກະໂປນັ້ນເອງ, ດັ່ງທີ່ ທ່ານເສດຖາ ໄດ້ໃຫ້ການຢືນຢັນວ່າ:

“ທ່ານຜູ້ນໍາລາວຖາມມາວ່າ ຂໍອະນຸຍາດຂາຍໄຟຟ້າສະອາດ ໄປໃຫ້ກັບສິງກະໂປ, ຂ້າພະເຈົ້າບອກວ່າ ບໍ່ໄດ້ ຂ້າພະເຈົ້າບໍ່ອະນຸຍາດ ຂ້າພະເຈົ້າບໍ່ໃຫ້ຂາຍ ຖ້າຫາກວ່າຢາກຂາຍ ກະຂາຍໃຫ້ເຮົາ ເຮົາຊື້ໝົດ ພະລັງງານສະອາດ ເປັນຈຸດທີ່ເຮົາຊິເດີນໄປຂ້າງໜ້າ ຈຸດແຂງຂອງປະເທດໄທ ຄືເຮົາມີພື້ນທີ່ ທີ່ກວ້າງໃຫຍ່ ເຮົາມີຊັບພະຍາກອນ ແລະທີ່ສໍາຄັນທີ່ສຸດກໍຄືມີສາຍສົ່ງທີ່ພ້ອມແລ້ວ, ປະເທດສິງກະໂປເອງເຂົາກໍຢາກໄດ້ໄຟຟ້າສະອາດ ແຕ່ວ່າເຂົາບໍ່ສາມາດພັດທະນາໄດ້ ເຂົາຕ້ອງຊື້ຈາກອ້ອມຂ້າງ, ເຊິ່ງ ໄທ ເອງ ກໍສາມາດເປັນຜູ້ຂາຍໄຟຟ້າສະອາດໃຫ້ເຂົາໄດ້ ເລື້ອງນີ້ກໍ Tricky ໜ້ອຍນຶ່ງເນາະ ໃນລັກສະນະຂອງຄວາມສໍາພັນລະຫວ່າງປະເທດ ແຕ່ວ່າໃນເລື້ອງຂອງການແຂ່ງຂັນ ກໍຕ້ອງຍອມຮັບວ່າ ແຂ່ງຂັນກັນສູງ.”

ສ່ວນເຈົ້າໜ້າທີ່ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ຍື່ນໜັງສືເຖິງລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າ ຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານໍ້າຕົກທີ່ກໍ່ສ້າງຢູ່ເທິງແນວທາງແມ່ນໍ້າຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສໍາຫຼວດເພື່ອປ້ອງກັນຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ ທັງຍັງປາກົດອີກວ່າ ການຕົກລົງຮັບຊື້ກະແສໄຟຟ້າຈາກໂຄງ ການເຂື່ອນຕ່າງໆໃນລາວບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນລາວນັ້ນຈະສົ່ງຜົນກະທົບທີ່ມີລັກສະນະຂ້າມພົມແດນຮອດໄທນໍາ ເຊິ່ງຖືວ່າເປັນການລະເມີດສິດທິຕາມລັດທະທໍາມະນູນຂອງປະຊາຊົນໄທອີກດ້ວຍ, ສະນັ້ນ ຈຶ່ງຈະຕ້ອງຈັດໃຫ້ມີກອງປະຊຸມເພື່ອໃຫ້ຂໍ້ມູນ ແລະເປີດກວ້າງໃຫ້ປະຊາຊົນໄທມີສ່ວນຮ່ວມໃນການພິຈາລະນາໂຄງການນໍານັ້ນເອງ, ດັ່ງທີ່ເຈົ້າໜ້າທີ່ໃນຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ:

“ລັດ ຈະວາງແຜນໃຫ້ເຮົານີ້ໄປມີຜົນກະທົບກັບຄົນໃນພື້ນທີ່ ແລະກັບຄົນລາວນໍາ, ຄົນລາວອາດຈະບໍ່ມີປາກສຽງໄດ້ ແຕ່ວ່າຄົນໄທໃນພື້ນທີ່ກໍຕ້ອງຮັບຮູ້ຂໍ້ມູນນີ້ເພາະ ວ່າເຮົາກໍມີລັດຖະທໍາມະນູນຮັບຮອງສິດທິການເຂົ້າເຖິງ ຂໍ້ມູນ-ຂ່າວສານ ສິດທິຂະບວນການມີສ່ວນຮ່ວມ ໃນການພິຈາລະນາໂຄງການອັນນີ້, ຖ້າມີຜົນກະທົບ ເຮົາຈະເຮັດຫຍັງ? ແນວໃດ? ອັນນີ້ເຮົາຕ້ອງຮູ້ກ່ອນມີການພັດທະນາໂຄງການ ອັນນີ້ຄືປະເດັນທີ່ ກສມ. ຈະກວດກາເລື້ອງນີ້ ແລະກໍມີແຜນທີ່ຈະດໍາເນີນຕາມຂະບວນການສອບສວນສາທາລະນະເລື້ອງແຜນພະລັງງານສໍາຮອງໄຟຟ້າວ່າ ປະຊາຊົນທຸກຄົນຄວນຮັບຮູ້ເນາະ.”

ກ່ອນໜ້ານີ້ ໄດ້ມິການລົງນາມໃນສັນຍາ ຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກ ແບງຢູ່ເທິງແນວແມ່ນໍ້າຂອງໃນລາວເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ ເຊິ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ແລະບໍລິສັດ China Datang Oversea Investment ຈາກຈີນ ໃນ ຖານະຜູ້ຂາຍ ແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບງ ທີ່ມີກໍາລັງຕິດຕັ້ງ 912 MW, ໂດຍສັນຍາດັ່ງກ່າວນີ້ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປນຕົ້ນໄປ ໂດຍມີການກໍານົດລາຄາການ ຊື້-ຂາຍ ກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດໂມງ ແຕ່ເມື່ອມີການຮ້ອງຂໍໃຫ້ມີການທົບທວນດັ່ງກ່າວ ຈຶ່ງເປັນຄວາມຮັບຜິດຊອບພາຍໃຕ້ລັດຖະທໍາມະນູນທີ່ລັດຖະບານໄທຈະຕ້ອງປະຕິບັດຢ່າງເຄັ່ງຄັດ ເຊິ່ງລວມເຖິງການທີ່ຈະຕ້ອງຂໍຂໍ້ມູນເພີ້ມເຕີມຈາກກຸ່ມຜູ້ລົງທຶນໃນໂຄງການອີກດ້ວຍ.

ໂຄງການເຂື່ອນປາກແບງ ຈະນໍາໃຊ້ເງິນທຶນກໍ່ສ້າງທັງໝົດປະມານ 1 ແສນລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງບໍລິສັດ China Datang Oversea Investment ຈາກຈີນ ກັບບໍລິສັດ Gulf Energy Development (ມະຫາຊົນ) ຈາກໄທ ໃນສັດສ່ວນ 51 ເປີເຊັນ ຕໍ່ 49 ເປີດຊັນ ເຊິ່ງການລົງນາມໃນສັນຍາດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະໄທ ທີ່ວ່າດ້ວຍການຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ 10,500 MW.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG