ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ໄທ ໂຈະກົດໝາຍ ແຮງງານຕ່າງດ້າວ ໄວ້ຊົ່ວຄາວ ຫຼັງຈາກການປະທ້ວງ


ກຳມະກອນຕ່າງດ້າວຊາວ ມຽນມ້າ ກຸ່ມໜຶ່ງຍ່າງຂ້າມເຂດຊາຍແດນລະຫວ່າງ ໄທ ແລະ ມຽນມ້າ ໃກ້ກັບຈັງຫວັດ ຣະນອງ ຂອງ ໄທ. 3 ກໍລະກົດ, 2017.
ກຳມະກອນຕ່າງດ້າວຊາວ ມຽນມ້າ ກຸ່ມໜຶ່ງຍ່າງຂ້າມເຂດຊາຍແດນລະຫວ່າງ ໄທ ແລະ ມຽນມ້າ ໃກ້ກັບຈັງຫວັດ ຣະນອງ ຂອງ ໄທ. 3 ກໍລະກົດ, 2017.

ລັດຖະບານທະຫານຂອງ ໄທ ໄດ້ຖືກບັງຄັບ ໃຫ້ກຳນົດໄລຍະເວລາ 6 ເດືອນ ກ່ອນ​ທີ່​ຈະ
​ມີ​ການຈັດຕັ້ງປະຕິບັດກົດໝາຍແຮງງານຕ່າງດ້າວສະບັບໃໝ່ ພ້ອມດ້ວຍການລົງໂທດ
ທີ່ຮຸນແຮງ, ຫຼັງຈາກມີການປະທ້ວງ ແລະ ຕື່ນຕົກໃຈໃນພວກກຳມະກອນ ແລະ ຜູ້ຈ້າງ
ງານ.

ແຮງງານຕ່າງດ້າວມີບົດບາດທີ່ສຳຄັນຫຼາຍ ໃນເສດຖະກິດ ໄທ, ​ໂດຍມີກຳມະກອນຫຼາຍ
ເຖິງ 2 ລ້ານ 7 ແສນຄົນ ຈາກປະເທດທີ່ຢູ່ໃກ້ຄຽງເຊັ່ນ ມຽນມາ, ລາວ ແລະ ກຳປູເຈຍ ທີ່
ເຮັດວຽກ ໃນຂະແໜງການປະມົງ, ກໍ່ສ້າງ, ກະສິກຳ ແລະ ​ໂຮງງານແປຮູບ.

ແຕ່ດຳລັດຂອງລັດຖະບານ ສະບັບວັນທີ 23 ມິຖຸນາທີ່ຜ່ານມາ ໄດ້ມີຂຶ້ນ ດ້ວຍການປຶກສາ
ຫາລືລ່ວງໜ້າກັບພວກກຳມະກອນ, ສະຫະພັນການຄ້າ ຫຼືຜູ້ວ່າຈ້າງ ໃນເວລາພຽງໜ້ອຍ
ດຽວ, ເຊິ່ງພາ​ໃຫ້​ມີການຟ້າວ ເດີນທາງກັບປະເທດ ຂອງພວກກຳມະກອນ ແລະ ເຮັດໃຫ້
ຄິວລົດເມ ແລະ ດ່ານກວດຄົນເຂົ້າເມືອງຊາຍ​ແດນ ມີຄົນໜາແໜ້ນ.

ດຳລັດດັ່ງກ່າວ, ເຊິ່ງແມ່ນພາກສ່ວນໜຶ່ງໃນຄວາມພະຍາຍາມຂອງ ໄທ ທີ່ຈະຄວບຄຸມ
ແຮງງານ ທີ່ບໍ່ຖືກກົດລະບຽບຢູ່ໃນປະເທດ, ໄດ້ກຳນົດການລົງໂທດທີ່ຮຸນແຮງ, ລວມທັງ
ຈັບເຂົ້າຄຸກ ແລະ ປັບໄໝພວກກຳ ມະກອນທີ່ບໍ່ມີໜັງສື ຖືກຕ້ອງຕາມກົດໝາຍເຖິງ
2,700 ໂດລາ. ຄ່າແຮງງານຕໍ່າສຸດສຳລັບພວກແຮງງານຕ່າງດ້າວແມ່ນປະມານ 200 ​
ໂດ​ລາຕໍ່ເດືອນ.

ພວກຜູ້ຈ້າງງານກໍໄດ້ຕົກເປັນເປົ້າໝາຍເຊັ່ນກັນໂດຍ​ຕັ້ງຄ່າປັບໄໝຫຼາຍກວ່າ 23,000
ໂດລາ ສຳລັບການພົບເຫັນແຮງງານຜິດກົດໝາຍແຕ່ ລະຄົນ ໃນສະຖານທີ່​ເຮັດ​ວຽກ
ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG