ລັດຖະບານໄທ ວາງແຜນພັດທະນາໃຫ້ໄທເປັນສູນກາງການຄ້າພະລັງງານໄຟຟ້າໃນອາຊຽນ ດ້ວຍການວາງ ແນວສາຍສົ່ງກະແສໄຟຟ້າ ທີ່ເຊື່ອມໂຍງຈາກລາວຜ່ານໄທໄປປະເທດທີສະມາຊິກອາຊຽນດ້ວຍກັນ, ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.
ທ່ານ ກຸລິສ ສົມບັດສີຣິ, ປະລັດກະຊວງພະລັງງານຂອງໄທ ຖະແຫລງວ່າ ລັດຖະບານໄທໄດ້ວາງແຜນການ ຈະພັດທະນາປະເທດໄທໃຫ້ກາຍເປັນສູນການຄ້າ ແລະເຊື່ອມຕໍ່ດ້ານພະລັງງານໄຟຟ້າຂອງກຸ່ມອາຊຽນໃຫ້ໄດ້ຢ່າງແທ້ຈິງ ໃນປີ 2025 ໂດຍການວາງແນວສາຍສົ່ງກະແສໄຟຟ້າແຮງສູງ ທີ່ເຊື່ອມຕໍ່ຈາກລາວໄປ ຫາ ປະເທດສະມາຊິກອາຊຽນດ້ວຍກັນ ໂດຍເລີ່ມຈາກການສົ່ງກະແສໄຟຟ້າເພີ່ມຂຶ້ນຈາກ 300 ຫາ 400 ເມກາວັດຈາກລາວຜ່ານໄປໄທເຖິງມາເລເຊຍແລະສິງກະໂປ ໂດຍຈະມີການລົງນາມໃນຂໍ້ຕົກລົງຮ່ວມກັນໃນໂອກາດກອງປະຊຸມລັດຖະມົນຕີພະລັງງານອາຊຽນໃນທ້າຍປີ 2020 ນີ້ ດັ່ງທີ່ທ່ານ ກຸລິສ ຢືນຢັນວ່າ:
“ຄວາມເຊື່ອມໂຍງໂຄງຂ່າຍໄຟຟ້າອາຊຽນ (ASEAN Power Grid) ກໍຄືຊື້ໄຟຟ້າຈາກ ສປປ ລາວ, ເຊິ່ງເປັນໄຟຟ້າພະລັງນໍ້າຕົກສົ່ງຜ່ານປະເທດໄທ ໄປຍັງປະເທດມາເລເຊຍຈາກ 100 ເມກາວັດ ເປັນ 300 ເມກາວັດໃນປີນີ້ນະ ໃນກອງປະຊຸມລັດຖະມົນຕີພະລັງງານໃນເດືອນພະຈິກນີ້ ເຮົາຈະຂະຫຍາຍໄປເຖິງສິງກະໂປອີກດ້ວຍ ຈາກ 300 ເມກາວັດນີ້ ກໍຈະເພີ້ມອີກ 100 ເມກາວັດ ໄປຍັງສິງກະໂປ ກໍຈະຂະຫຍາຍກໍາລັງສົ່ງຈາກ 115 ກິໂລວັດ ເປັນຢ່າງນ້ອຍໆ ກໍ 230-500 ກິໂລວັດ.”
ທາງດ້ານ ທ່ານຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ ນອກຈາກມາເລເຊຍ ແລະສິງກະໂປແລ້ວ ລັດຖະບານຫວຽດນາມກໍຕົກລົງຈະຊື້ໄຟຟ້າຈາກລາວເຖິງ 5,000 ເມກາວັດພາຍໃນປີ 2025 ລັດຖະບານລາວໄດ້ຂໍໃຫ້ມີການເພີ້ມຂຶ້ນເປັນ 7,000-9,000 ເມກາວັດ. ສ່ວນລັດຖະບານກຳປູເຈຍຈະຊື້ໄຟຟ້າຈາກລາວ 1,700 ເມກາວັດ ແຕ່ຈະຕ້ອງການຄວາມຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນໃນການວາງສາຍສົ່ງກະແສໄຟຟ້າແຮງສູງເພື່ອເຊື່ອມຕໍ່ຈາກພາກໃຕ້ຂອງລາວໄປພາກເໜືອຂອງກຳປູເຈຍ.
ໃນປັດຈຸບັນ ກຳປູເຈຍຊື້ກະແສໄຟຟ້າຈາກລາວໃນປະລິມານ 200 ເມກາວັດເທົ່ານັ້ນ ເນື່ອງຈາກວ່າມີຂໍ້ຈຳກັດດ້ານສາຍສົ່ງໄຟຟ້າແຮງສູງດັ່ງກ່າວ. ແຕ່ຖ້າຫາກວ່າລັດຖະບາຍຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອດັ່ງກ່າວ ມັນກໍຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດຈາກການສົ່ງອອກກະແສໄຟຟ້າຫລາຍຂື້ນເພາະລັດຖະບານລາວຍັງໄດ້ເຈລະຈາເພື່ອຂໍໃຫ້ລັດຖະບານມຽນມາຊື້ໄຟຟ້າຈາກລາວເຊັ່ນກັນ.
ທັງນີ້ ຄວາມສາມາດໃນການຜະລິດພະລັງງານໄຟຟ້າໃນລາວໄດ້ເພີ້ມຂຶ້ນນັບມື້ ໂດຍໃນປັດຈຸບັນນີ້ລາວມີແຫລ່ງຜະລິດພະລັງງານໄຟຟ້າແລ້ວເຖິງ 73 ແຫ່ງ, ມີກຳລັງຕິດຕັ້ງລວມ 9,531 ເມກາວັດ ໃນນີ້ໄດ້ສົ່ງອອກໄປໄທແລ້ວເຖິງ 5,620ເມກາວັດ ແລະ ຄາດວ່າຈະເພີ້ມຂຶ້ນເປັນ 7,000 ເມກາວັດ ໃນປີ 2022 ສ່ວນທີ່ເຫລືອກໍຈະສົ່ງຂາຍໃຫ້ກຳປູເຈຍ ແລະຫວຽດນາມ ດັ່ງທີ່ທ່ານຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ:
“ປັດຈຸບັນນີ້ພວກເຮົາຂາຍໄຟອອກສູ່ງປະເທດ ໄທ ທີ່ມີສັນຍາຊື້ຂາຍໄຟຮຽບຮ້ອຍແລ້ວແມ່ນ 8 ໂຄງການ ມີກຳລັງຕິດຕັ້ງໄຟຟ້າເຖິງ 5,620 ເມກະວັດ ແລ້ວກະຍັງຈະສົ່ງອອກເພີ່ມໃນປີ 2021-2022 ນີ້ກະຄາດວ່າຈະເຕັມ 7,000 ເມກາວັດ ແລະ ກຳປູເຈຍ ພວກເຮົາໄດ້ເຊັນສັນຍາກັນມາ ຮອດປັດຈຸບັນນີ້ກໍປະມານ 3,200 ເມກາວັດ. ສຳລັບກັບຫວຽດນາມ ປັດຈຸບັນນີ້ ທາງລັດຖະບານຫວຽດນາມ ກະໄດ້ເຊັນຢັ້ງຢືນວ່າ ຈະຊື້ໄຟຟ້າຈາກ ສປປ ລາວ 1,000 ກວ່າ ເມກາວັດ.”
ທ່ານຄໍາມະນີ ຢືນຢັນອີກວ່າ ລັດຖະບານຫວຽດນາມຕ້ອງການທີ່ຈະເລັ່ງການຮັບຊື້ກະແສໄຟຟ້າຈາກລາວໃຫ້ໄວ ຂຶ້ນ ແຕ່ມີຂໍ້ຈຳກັດດ້ານລະບົບສາຍສົ່ງໄຟຟ້າແຮງສູງທີ່ຍັງບໍ່ເຊື່ອມຕໍ່ກັບລາວຢູ່ ຊຶ່ງເຊັ່ນດຽວກັນກັບ ກຳປູເຈຍທີ່ຕ້ອງການຊື້ໄຟຟ້າຈາກລາວໃນປະລິມານ 3,200 ເມກາວັດ. ຫາກແຕ່ການຊື້ໄຟຟ້າຈະເກີດຂຶ້ນນັ້ນ ກໍຈະຕ້ອງໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນດັ່ງກ່າວ.
ສ່ວນທະນາຄານພັດທະນາເອເຊຍ (ADB) ລາຍງານວ່າການຜະລິດໄຟຟ້າໃນລາວຈະຂະຫຍາຍໂຕເພີ້ມຂຶ້ນ 7.5 ເປີເຊັນ ໃນປີ 2020 ທຽບໃສ່ປີ 2019 ຊຶ່ງຈະເຮັດໃຫ້ການສົ່ງອອກໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມຂຶ້ນໂດຍສະເພາະແມ່ນ ການສົ່ງໄຟຟ້າໄປຂາຍໃຫ້ໄທນັ້ນຈະປັບໂຕສູງຂຶ້ນກວ່າ 20 ເປີເຊັນ ທັງຍັງຈະເພີ້ມຂຶ້ນອີກໃນປີຕໍ່ໄປ ເພາະລັດຖະບານໄທ ໄດ້ຕົກລົງຮັບຊື້ໄຟຟ້າຈາກລາວ 9,000 ເມກາວັດ ໃນຊ່ວງປີ 2019 ຫາ 2044 ທັງຍັງຄາດວ່າ ຈະມີແຫລ່ງຜະລິດພະລັງງານໄຟຟ້າ ເພີ້ມຂຶ້ນເປັນ 100 ໂຄງການ. ມີກຳລັງຕິດຕັ້ງລວມເຖິງ 13,000 ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງ ໃນປີ 2021.
ສ່ວນການຊົມໃຊ້ໄຟຟ້າໃນລາວນັ້ນ ກໍຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຫຼັງຈາກການເປີດການເດີນລົດໄຟລາວ - ຈີນໃນທ້າຍປີ 2021, ກໍຄາດວ່າຈະເຮັດໃຫ້ການຊົມໃຊ້ໄຟຟ້າໃນລາວແມ່ນເພີ້ມຂຶ້ນເຖິງສອງເທົ່າ ກໍຄືຈາກ 1,800 ເມກາວັດ ໃນປັດຈຸບບັນເປັນ 3,600 ເມກາວັດ ໃນປີ 2022 ນັ້ນເອງ. ໂດຍທາງລັດ ຖະບານຫວຽດນາມກໍຕ້ອງການຈະເລັ່ງການຮັບຊື້ກະແສໄຟຟ້າຈາກລາວໃຫ້ໄວຂຶ້ນ ແຕ່ກໍມີຂໍ້ຈຳກັດດ້ານລະບົບສາຍສົ່ງໄຟຟ້າແຮງສູງ ທີ່ຍັງບໍ່ເຊື່ອມຕໍ່ກັບລາວ ເຊັ່ນດຽວກັນກັບກຳປູເຈຍ ທີ່ຕ້ອງການຊື້ກະແສໄຟຟ້າຈາກລາວໃນປະລິມານລວມ 3,200 ເມກາວັດ ຫາກແຕ່ວ່າການຊື້ກະແສໄຟຟ້າຈາກລາວດັ່ງກ່າວນີ້ ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທຳ ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເທົ່ານັ້ນ ຊຶ່ງລັດຖະບານກຳປູເຈຍ ໄດ້ຂໍການຊ່ວຍເຫລືອຈາກລັດຖະບາຍຍີ່ປຸ່ນ.