ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ຍັງຈະສືບຕໍ່ການເຄື່ອນໄຫວ ເພື່ອຄັດຄ້ານການຊື້ພະລັງງານໄຟຟ້າຈາກລາວ


ປະ​ຊາ​ຊົນ​ໄທ ລຸ່ມ​ແມ່​ນ້ຳ​ຂອງ​ປະ​ທ້ວງ​ການ​ສ້າງ​ເຂື່ອນ​ສາ​ນະ​ຄາມ.
ປະ​ຊາ​ຊົນ​ໄທ ລຸ່ມ​ແມ່​ນ້ຳ​ຂອງ​ປະ​ທ້ວງ​ການ​ສ້າງ​ເຂື່ອນ​ສາ​ນະ​ຄາມ.

ເຄືອຂ່າຍປະຊາຊົນໄທ ຍັງຈະສືບຕໍ່ການເຄື່ອນໄຫວ ເພື່ອຄັດຄ້ານການຊື້ພະລັງງານໄຟຟ້າຈາກລາວ ເນື່ອງຈາກເຫັນວ່າປະເທດໄທຍັງມີພະລັງງານໄຟຟ້າສໍາຮອງທີ່ເກີນການຊົມໃຊ້ໂຕຈິງ 50 ເປີເຊັນ.

ຜູ້ປະສານງານຂອງເຄືອຂ່າຍປະຊາຊົນໄທຂອງ 8 ຈັງຫວັດໃນລຸ່ມນໍ້າຂອງໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ຍັງສືບຕໍ່ປະສານງານຢ່າງໃກ້ຊິດກັບຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ເພື່ອສະແດງການຄັດຄ້ານຕໍ່ແຜນການຂອງລັດຖະບານໄທ ທີ່ຈະຊື້ພະລັງງານໄຟຟ້າຈາກລາວເພີ້ມຂຶ້ນເປັນ 10,500 ເມກາວັດ ເຊິ່ງເຄືອຂ່າຍປະຊາຊົນໄທ ແລະຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ສົ່ງຈົດໝາຍເຖິງລັດຖະບານໄທ ເພື່ອໃຫ້ທົບທວນແຜນການດັ່ງກ່າວ ເມື່ອບໍ່ນານມານີ້ ໂດຍເຖິງແມ່ນວ່າ ຈະຍັງບໍ່ໄດ້ຮັບຄໍາຕອບຈາກລັດຖະບານໄທກໍຕາມ ແຕ່ການເຄື່ອນໄຫວຄັດຄ້ານແຜນການດັ່ງກ່າວ ກໍຍັງຈະດໍາເນີນຕໍ່ໄປຢ່າງບໍ່ຢຸດຢັ້ງ ເນື່ອງຈາກເຫັນວ່າ ປະເທດໄທມີພະລັງງານສໍາຮອງທີ່ເກີນການຊົມໃຊ້ໂຕຈິງກວ່າ 50 ເປີເຊັນ ທັງການຕົກລົງຊື້ໄຟຟ້າຈາກລາວກໍຍັງບໍ່ຖືກຕ້ອງຕາມລັດຖະທໍາມະນູນຂອງໄທອີກດ້ວຍ ເພາະວ່າເປັນການຕົກລົງທີ່ປະຊາຊົນໄທໃນຖານະຜູ້ຈ່າຍຄ່າໄຟຟ້າບໍ່ໄດ້ມີສ່ວນໃນການຕົກລົງແຕ່ຢ່າງໃດ, ດັ່ງທີ່ຜູ້ປະສານງານເຄືອຂ່າຍປະຊາຊົນໄທ ໄດ້ໃຫ້ການຢືນຢັນວ່າ:

“ການທີ່ເຮົາບອກວ່າ ເຮົາຕ້ອງມີຈໍານວນພະລັງງານເທົ່ານີ້ຈາກປະເທດເພື່ອນບ້ານ ເພາະວ່າເຮົາໄດ້ໄປເຊັນ MOU ກັບເຂົາເຈົ້າແລ້ວເດ້ ບາດມາເບິ່ງປຽບທຽບກັບຄວາມສາມາດຂອງເຮົາໃນການໃຊ້ພະລັງງານໃນໂຮງໄຟຟ້າທີ່ເຮົາມີຢູ່ແລ້ວຢ່າງມີປະສິດທິພາບ ແລ້ວກໍໄຟຟ້າທີ່ລົ້ນເກີນຢູ່ແລ້ວ ຫັກລົບ-ປົກໜີ້ໄປແລ້ວ ເຮົາກໍພົບວ່າ ອາດຈະບໍ່ຈໍາເປັນທີ່ຈະຕ້ອງຊື້ໄຟຟ້າຈາກປະເທດເພື່ອນບ້ານ ແຕ່ວ່າປະເດັນບໍ່ແມ່ນຢູ່ທີ່ເລື້ອງຂອງຄວາມຕ້ອງການ ອັນນີ້ຄືປະເດັນຂອງພວກເຮົາແມ່ນບໍ່ ປະເດັນຢູ່ທີ່ທຸລະກິດຂອງພວກເຈົ້າແມ່ນບໍ່ ກໍຄືຕົກລົງກັນແລ້ວ.”

ກ່ອນໜ້ານີ້ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ໄດ້ວາງເປົ້າໝາຍທີ່ຈະພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ທາງດ້ານພະລັງງານສະອາດຂອງອາຊຽນໃຫ້ໄດ້ ພາຍໃນປີ 2029 ດ້ວຍການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າແຮງສູງຂອງໄທ ກັບທຸກປະເທດໃນກຸ່ມອາຊຽນນໍາກັນຢ່າງຄົບຖ້ວນ ແລະໄທຍັງຈະຮັບຊື້ພະລັງງານສະອາດຈາກລາວ ລວມເຖິງການດຶງດູດເອົາການລົງທຶນຈາກຕ່າງປະເທດເພື່ອພັດທະນາການຜະລິດພະລັງງານສະອາດໃນໄທ ໃຫ້ເພີ້ມຂຶ້ນເປັນ 50 ເປີເຊັນຂອງພະລັງງານໄຟຟ້າທັງໝົດໃນ 5 ປີຕໍ່ໜ້າດ້ວຍ ແຕ່ນັກອະນຸລັກສິ່ງແວດລ້ອມທໍາມະຊາດໃນເຂດລຸ່ມແມ່ນໍ້າຂອງກໍເຫັນວ່າ ພະລັງງານສະອາດທີ່ຜະລິດຈາກເຂື່ອນໄຟຟ້ານັ້ນ ບໍ່ແມ່ນທາງເລືອກທີ່ເປັນມິດກັບສິ່ງແວດລ້ອມທໍາມະຊາດ ໂດຍສະເພາະແມ່ນເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງທັງໃນຈີນ ແລະລາວ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ໃນຂະນະທີ່ກຸ່ມຜູ້ລົງທຶນກໍ່ສ້າງເຂື່ອນນັ້ນ ໄດ້ຮັບຜົນປະໂຫຍດຢ່າງຍາວນານ, ດັ່ງທີ່ນັກອະນຸລັກສິ່ງແວດລ້ອມທໍາມະຊາດ ໄດ້ໃຫ້ການຢືນຢັນວ່າ:

“ການຊື້ໄຟຟ້າລະຫວ່າງລັດຖະບານ ກັບໂຮງໄຟຟ້າເອກະຊົນໃນປະເທດເພື່ອນບ້ານຫັ້ນ ສັນຍາມັນ 25 ປີເນາະ, 25 ປີຫັ້ນ ມັນແນ່ນອນວ່າ ເຈົ້າຈະໄດ້ກໍາໄລທີ່ເຈົ້າລົງທຶນໄປ ທີ່ເຈົ້າຕັ້ງໄວ້ວ່າ ເອີລາຄາເທົ່ານີ້ ກໍາໄລຈະຕ້ອງໄດ້ເທົ່ານີ້ ອັນນີ້ແນ່ນອນ ເພາະວ່າມັນຖືກເຊັນໄວ້ດ້ວຍສັນຍາໄລຍະຍາວ ກໍຄືທີ່ເຂົາຮ້ອງວ່າ I take or pay ກໍຄືໃຊ້ບໍ່ໃຊ້ກໍຕ້ອງຈ່າຍ ອັນນີ້ເປັນປະເດັນສໍາຄັນທີ່ເຮັດໃຫ້ຜູ້ລົງທຶນຕ່າງໆຫັ້ນ ເຂົາກໍເລີຍສົນໃຈທີ່ຈະໄປລົງທືນໃນປະເທດເພື່ອນບ້ານ ຫຼາຍກວ່າປະເທດໄທດ້ວຍ.”

ສ່ວນນັກທຸລະກິດໃນພາກພະລັງງານຂອງໄທໃຫ້ທັດສະນະວ່າ ອະນາຄົດຂອງການພັດທະນາພາກພະລັງງານຂອງລາວ ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງບໍລິສັດຈາກຈີນແລ້ວໃນປັດຈຸບັນນີ້ ໂດຍສະເພາະແມ່ນການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມລົງທຶນລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອປີ 2020 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທັນສະໄໝໃນລາວ ດ້ວຍເງິນທຶນ ແລະເທັກນິກຂອງຈີນ ເພື່ອວາງລະບົບສາຍສົ່ງໄຟຟ້າຂະໜາດ 500 KV ເຊື່ອມຕໍ່ລາວກັບຈີນ ເຊິ່ງແນໃສ່ການເຊື່ອມຕໍ່ ແລະສົ່ງກະແສໄຟຟ້າໄປຂາຍໃຫ້ກັບປະເທດສະມາຊິກໃນກຸ່ມອາຊຽນນໍາກັນເປັນສໍາຄັນ.

ໂດຍຫຼ້າສຸດ ບໍລິສັດ China Datang Oversea Investment ກັບບໍລິສັດ Gulf Energy Development (ມະຫາຊົນ) ຂອງໄທ ກໍໄດ້ຮ່ວມລົງທຶນກໍ່ສ້າງເຂື່ອນປາກແບງເທິງແນວນໍ້າຂອງໃນລາວ ເພື່ອສົ່ງໄຟຟ້າຂາຍໃຫ້ໄທ ກໍຄືສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍ ການຊື້ກະແສໄຟຟ້າ (PPA) ຈາກລາວໃນປະລິມານລວມ 10,500 ເມກາວັດດັ່ງກ່າວ ທີ່ເຮັດໃຫ້ກຸ່ມຜູ້ລົງທຶນໃນໂຄງການ ສາມາດທີ່ຈະຫາແຫຼ່ງເງິນທຶນກູ້ຢືມໃນໄທໄດ້ດ້ວຍນັ້ນ ກໍເປັນສິ່ງທີ່ຢັ້ງຢືນວ່າ ຈີນໄດ້ຄວບຄຸມທຸລະກິດພາກພະລັງງານຂອງລາວໄດ້ຢ່າງສົມບູນແລ້ວໃນປັດຈຸບັນນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG