ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຄືອຂ່າຍປະຊາຊົນໄທ ຄັດຄ້ານ ການສົ່ງໄຟຟ້າ ຈາກຫົງສາໃນລາວ ເຂົ້າໄປໄທ


ແບບຈໍາລອງຂອງໂຮງງານຜະລິດໄຟຟ້າຈາກຖ່ານລິກໄນ
ແບບຈໍາລອງຂອງໂຮງງານຜະລິດໄຟຟ້າຈາກຖ່ານລິກໄນ
ເຄືອຂ່າຍປະຊາຊົນໄທເພື່ອການອະນຸລັກສິ່ງແວດລ້ອມທໍາ
ມະຊາດ ແລະອົງການປະຊາຊົນໃນເຂດຈັງຫວັດນ່ານໃນ
ພາກເໜືອຂອງໄທ ໄດ້ຖະແຫຼງການວ່າ ຈະດໍາເນີນການ
ເຄຶ່ອນໄຫວຢ່າງເຖິງທີ່ສຸດ ເພື່ອຄັດຄ້ານການກໍ່ສ້າງແນວ
ສາຍສົ່ງກະແສໄຟຟ້າແຮງສູງ ຈາກໂຮງໄຟຟ້າຫົງສາລິກ
ໄນຕ໌ ທີ່ຢູ່ໃນແຂວງໄຊຍະບຸລີຂອງລາວ ເຂົ້າມາໂດຍຜ່ານ
ເຂດຈັງຫວັດນ່ານນັ້ນ.

ທັງນີ້ໂດຍເຄືອຂ່າຍປະຊາຊົນໄທໄດ້ໃຫ້ເຫດຜົນວ່າ ແຜນ
ການກໍ່ສ້າງແນວສາຍສົ່ງກະແສໄຟຟ້າແຮງສູງດັ່ງກ່າວ ຍັງ
ບໍ່ໄດ້ຜ່ານການລົງປະຊາມະຕິຂອງປະຊາຊົນ ໃນພື້ນທີ່ຈັງ
ຫວັດນ່ານແຕ່ຢ່າງໃດ ກັບທັງຍັງເປັນໂຄງການທີ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະ
ຊາດ ແລະສະພາບຊີວິດການເປັນຢູ່ຂອງປະຊາຊົນໄທໃນຈັງຫວັດນ່ານຢ່າງກວ້າງຂວາງ
ອີກດ້ວຍ ເນື່ອງຈາກວ່າແນວສາຍສົ່ງກະແສໄຟຟ້າຈະຕ້ອງຜ່ານເຂດປ່າສະຫງວນແຫ່ງ
ຊາດ ແລະເຂດຊຸມຊົນນັບເປັນຮ້ອຍໆໝູ່ບ້ານນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານແລະບໍ່ແຮ່ກໍໄດ້ໃຫ້ການຢືນຢັນວ່າ ຄວາມ
ເຄື່ອນໄຫວດັ່ງກ່າວຈະບໍ່ສົ່ງຜົນກະທົບກໍ່ການກໍ່ສ້າງໂຮງໄຟຟ້າຫົງສາລິກໄນ ເນື່ອງຈາກຖື
ເປັນພາລະແລະຄວາມຮັບຜິດຊອບຂອງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ທີ່ຈະຕ້ອງເຈລະຈາຕໍ່ຮອງເພື່ອຕົກລົງກັບເຄືອຂ່າຍປະຊາຊົນໄທໃຫ້ໄດ້.
ບ່ອນຂຸດຄົ້ນຖ່ານລິກໄນ ທີ່ເມືອງຫົງສາ
ບ່ອນຂຸດຄົ້ນຖ່ານລິກໄນ ທີ່ເມືອງຫົງສາ

ສ່ວນການສ່ົ່ງກະແສໄຟຟ້າຈາກໂຮງໄຟຟ້າຫົງສາລິກໄນໄປໃຫ້
EGAT ໃນ ຖານະທີ່ເປັນຜູ້ຊື້ກະແສໄຟຟ້ານັ້ນ ກໍຍັງຄົງເປັນໄປ
ຕາມສັນຍາເດີມຊຶ່ງກໍຄືການ ເລີ່ມສົ່ງພະລັງງານໄຟຟ້າ 1,473
ເມກາວັດ ໃຫ້ກັບ EGAT ຂອງໄທນັບແຕ່ທ້າຍປີ 2015 ເປັນ
ເວລາ 25 ປີຕິດຕໍ່ກັນ ໂດຍການດໍາເນີນງານກໍ່ສ້າງທີ່ໄດ້ເລີ່ມລົງ
ມືນັບແຕ່ປີ 2010 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍເປັນໄປຕາມ
ແຜນການ ທີ່ວາງໄວ້ໃນທຸກດ້ານ ຊຶ່ງລວມເຖິງການຊ່ວຍເຫຼືອ
ປະຊາຊົນທີ່ຖືກຍົກຍ້າຍອອກ ຈາກເຂດກໍ່ສ້າງດ້ວຍ ດັ່ງທີ່ເຈົ້າ
ໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

ທີ່ເພິ່ນໄດ້ສືບຕໍ່ຊ່ວຍພັດທະນານີ້ກະມີໂຮງຮຽນ ໂຮງຮຽນມັດທະຍົມສອງຫຼັງ
ແລະປະຖົມສອງຫຼັງຢູ່ບ້ານຈັດສັນ ແລະກໍນອກນັ້ນກໍຍັງມີໂຮງຮຽນອະນຸບານ
ອີກໜຶ່ງຫຼັງ ສ່ວນການພັດທະນາຕົວເມືອງ ທາງໂຄງການກະໄດ້ຟື້ນຟູເສັ້ນທາງ
ໃນຕົວເມືອງໃຫ້ໝົດທຸກບ້ານ ໃນຈໍານວນຫ້າບ້ານ ແລ້ວກໍໄດ້ປັບປຸງໂຮງໝໍ
ຂອງເມືອງ ແລ້ວກໍໄດ້ປະກອບອຸບປະກອນທີ່ທັນສະໄໝໃຫ້ແກ່ວຽກງານການ
ແພດ ເປັນຕົ້ນແມ່ນເຄຶ່ອງ X-Ray ເຄື່ອງຜ່າຕັດ ແລະຫ້ອງສຸກເສີນຕ່າງໆ.”


ໂຮງໄຟຟ້າຫົງສາລິກໄນ ເປັນການຮ່ວມທຶນລະຫວ່າງກຸ່ມບໍລິສັດບ້ານປູພາວເວີ ແລະ
ກຸ່ມບໍລິສັດຜະລິດໄຟຟ້າລາດຊະບຸລີຂອງໄທ ກັບລັດວິສາຫະກິດຖືຮຸ້ນຂອງລັດຖະບານ
ລາວ ໃນສັດສ່ວນ 40% ຕໍ່ 40% ຕໍ່ 20% ຕາມລໍາດັບ ໂດຍຈະໃຊ້ເງິນລົງທຶນລວມເຖິງ
3,700 ລ້ານໂດລ່າ ແລະພາຍຫຼັງຈາກກໍ່ສ້າງສໍາເລັດແລ້ວ ກໍຈະຜະລິດພະລັງງານໄຟ
ຟ້າໄດ້ເຖິງ 1,878 ເມກະມັດ ຊຶ່ງຈະສ້າງລາຍຮັບໃຫ້ກັບກຸ່ມຜູ້ລົງທຶນແລະລັດຖະບານ
ລາວໄດ້ ໃນມູນຄ່າສະເລ່ຍເຖິງ 800 ລ້ານຕໍ່ປີ ຫຼື 20,000 ລ້ານໂດລາໃນຕະຫຼອດໄລຍະ
ສໍາປະທານ 25 ປີ.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍ
ໄດ້ຖະແຫຼງຢືນຢັນວ່າ ຈົນເຖິງປັດຈຸບັນລັດຖະບານລາວໄດ້ເຊັນສັນຍາກ່ຽວກັບການລົງ
ທຶນກໍ່ສ້າງແຫຼ່ງຜະລິດກະແສໄຟຟ້າຮ່ວມກັບທັງເອກກະຊົນລາວແລະຕ່າງຊາດໄປແລ້ວ
ຈໍານວນທັງໝົດ 88 ໂຄງການ ຊຶ່ງ 37 ໂຄງການ ຢູ່ໃນຂັ້ນຕອນການສຶກສາຄວາມເປັນ
ໄປໄດ້. 27 ໂຄງການຢູ່ໃນຂັ້ນຂອງການພັດທະນາ. 13 ໂຄງການກໍກໍາລັງກໍ່ສ້າງຢ່າງ
ຕັ້ງໜ້າ.

ທ່ານສຸລິວົງໄດ້ຢືນຢັນດ້ວຍວ່າ ໃນປັດຈຸບັນນີ້ຢູ່ໃນລາວມີເຂື່ອນທີ່ສ້າງສໍາເລັດແລະສົ່ງ
ກະແສໄຟຟ້າແລ້ວ 18 ໂຄງການທີ່ຜະລິດພະລັງງານໄຟຟ້າໄດ້ ລວມກັນ 12,039.67
ລ້ານກິໂລວັດ/ໂມງຕໍ່ປີ ໂດຍໃນນີ້ ໄດ້ສົ່ງໄປຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະ
ເທດໄທ (EGAT) ຫຼາຍກວ່າ 11,178 ລ້ານກິໂລວັດ/ໂມງ ຫຼືຄິດເປັນມູນຄ່າເຖິງ 470
ລ້ານໂດລາ.
XS
SM
MD
LG