ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ເຂດ​ລຸ່ມ​ແມ່​ ນ້ຳ​ຂອງ ຍື່ນໜັງສືຄັດ​ຄ້ານ ການຊື້ພະລັງງານໄຟຟ້າຈາກໂຄງການເຂື່ອນໄຟຟ້າ ທຸກ​ໂຄງ​ການທີ່ສ້າງໃນ​ແມ່ນ້ຳຂອງ ໃນລາວ


​ປະ​ຊາ​ຊົນ​ໄທ ​ຄັ​ດ​ຄ​້ານການ​ສ້າງ​ເຄື່ອນ​ປາກ​ແບງ (ຊົ​ງ​ລິດ ໂພນ​ເງິນ ສະ​ໜອງ​ພາບ​ໃຫ້​ຈາກ​ບາງກອກ)
​ປະ​ຊາ​ຊົນ​ໄທ ​ຄັ​ດ​ຄ​້ານການ​ສ້າງ​ເຄື່ອນ​ປາກ​ແບງ (ຊົ​ງ​ລິດ ໂພນ​ເງິນ ສະ​ໜອງ​ພາບ​ໃຫ້​ຈາກ​ບາງກອກ)

ເຄືອຂ່າຍປະຊາຊົນໄທໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງຍື່ນໜັງສືຕໍ່ກຳມາ​ທິ​ການລັດຖະສະພາໄທ ເພື່ອຄັດ​ຄ້ານ ການຊື້ພະລັງງານໄຟຟ້າຈາກໂຄງການເຂື່ອນໄຟຟ້າຈາກ​ທຸກ​ໂຄງ​ການທີ່ ກໍ່ສ້າງໃນ​ແມ່ນ້ຳຂອງໃນລາວ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ຈາກ​ບາງກອກ.

ທ່ານນິວັດ ຣ້ອຍ​ແກ້ວ ແກນ​ນຳ​ປະ​ຊາ​ຊົນໄທ 8 ຈັງຫວັດ ໃນເຂດລຸ່ມລຳແມ່ນ້ຳຂອງ ເປີດ​ເຜີຍ​ວ່າ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນເຂດລຸ່ມນ້ຳຂອງໄດ້ຍື່ນໜັງສືຕໍ່ຄະ​ນະກຳ ມາ​ທິ​ການ ການ​ຕ່າງ​ປະ​ເທດ ​ໃນລັດຖະສະພາໄທ ເພື່ອໃຫ້​ພິ​ຈາ​ລະ​ນາ ແລະ​ລົງ​ມະ​ຕິຄັດ​ຄ້ານການເຊັນ​ສັນ​ຍາຊື້-ຂາຍ ກະ​ແສໄຟຟ້າ ຈາກທຸກ​ໂຄງ​ການເຂື່ອນ​ໄຟ​ຟ້າ ທີ່ກໍ່ສ້າງໃນ​ແມ່ນ້ຳຂອງໃນລາວ ໂດຍ​ສະ​ເພາະແມ່ນໂຄງການເຂື່ອນປາກແບງ ແລະ ໂຄງການ ເຂື່ອນປາກລາຍ ຊຶ່ງຮ່າງສັນຍາຊື້-ຂາຍ ກະແສໄຟຟ້າໄດ້ຜ່ານການ​ພິ​ຈາ​ລະ​ນາ​ຂອງຄະ​ນະ ໄອ​ຍະ​ການ​ສູງ​ສຸດ​ແຫ່ງ​ຊາດ​ໄທ ຢ່າງ​ເປັນ​ທາງ​ການແລ້ວ ເມື່ອບໍ່​ນານມານີ້ ຍ່ອມ​ຈະ​ເປັນ​ຜົນເຮັດໃຫ້ການໄຟຟ້າ ຝ່າຍຜະລິດແຫ່ງ​ປະ​ເທດ​ໄທ (EGAT) ແລະ ກຸ່ມລົງທຶນໃນ ໂຄງການສາມາດທີ່​ຈະລົງນາມໃນສັນຍາໄດ້ໃນທັນທີ. ສະນັ້ນ ຈຶ່ງ​ມີ​ພຽງ​ການ​ໃຊ້ສິດອຳ ນາດຂອງຄະນະກຳມາທິການໃນລັດ​ຖະສະພາໄທເທົ່ານັ້ນ ທີ່​ສາ​ມາດຢັບ​ຢັ້ງການເຊັນ​ສັນ​ຍາດັ່ງກ່າວໄດ້​ຕາມ​ກົດ​ໝາຍ ດັ່ງ​ທີ່​ທ່ານ ນິ​ວັດໄດ້ໃຫ້ການຢືນ​ຢັນ​ວ່າ:
“ຄິດ​ວ່າ ກຳ​ມາ​ທິ​ການ​ກໍ​ຄົງ​ມີການ​ຕິດຕາມໃນ​ເລື້ອງນີ້ ເພາະ​ວ່າເລື້ອງ​ປາກ​ແບງ, ປາກ​ລາຍນີ້ ມັນ​ເປັນ​ເລື້ອງ​ຮີບ​ດ່ວນ ເພາະ​ວ່າ​ຂະ​ນະ​ນີ້ ຮ່າງ​ສັນ​ຍາ​ຊື້-ຂາຍ ໄຟ ໃນ​ສ່ວນໄອ​ຍະ​ການ​ສູງ​ສຸດນີ້​ໄດ້ກວດ​ຜ່ານ​ໄປ​ແລ້ວ ແລະ​ກໍ​ບໍ່​ຮູ້​ວ່າລົງນາມ​ໃນສັນຍາກັນເມື່ອ​ໃດ ເພາະວ່າ ຖ້າມັນເກີດມີການເຮັດສັນຍາຊື້-ຂາຍໄຟ​ປາກ​ແບງ ປາກລາຍກໍ່ຈະ​ເກີດ​ຂຶ້ນທັນທີ.”

ພ້ອມ​ກັນ​ນີ້​ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ​ຈັງຫ​ວັດ ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ຍັງ​ໄດ້​ປຸກລະ​ດົມ​ໃຫ້​ມີ​ການ​ສ້າງ​ຕັ້ງ​ອົງ​ການ​ມະ​ຫາ​ຊົນ​ຂອງພາກ​ປະ​ຊາ​ຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຂຶ້ນ​ມາ ​ເພື່ອ​ໃຫ້​ເປັນ​ກົນ​ໄກ​ພັດ​ທະ​ນາຄວາ​ມ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ປະ​ໂຫຍດ ຈາກ​ແມ່​ນ້ຳ​ຂອງຢ່າງ​ຍືນ​ຍົງ​ ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ໃຫ້​ໄດ້​ໄວ​ທີ່​ສຸດ ເພາະ​ການ​ໃຊ້​ປະ​ໂຫຍ​ດຈາກ​ແມ່​ນ້ຳ​ຂອງ​ໃນ​ໄລຍະທີ່​ຜ່າ​ນ​ມາ ໄດ້​ສົ່ງ​ຜົນ​ກະ​ທົບຕໍ່​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ແລະ​ຊີ​ວິດ​ຂອງປະ​ຊາ​ຊົນໃນເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຫລາຍກວ່າ 60 ລ້ານ​ຄົນ ຮຸ​ນ​ແຮງຂຶ້ນ​ນັບ​ມື້.

ທັງ​ນີ້​ທາງການ​ໄທ, ກຳ​ປູ​ເຈຍ, ຫວຽດ​ນາມ ຍັງ​ບໍ່​ເຫັນ​ດີ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ຊະ​ນະ​ຄາມ​ ໃນ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ ເພາະ​ວ່​າ​ຍັງບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ບັນ​ຫາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ​ສົງ​ຄົມ ​ທີ່​ກຸ່ມ​ຜູ້​ລົງ​ທຶນ ແລະ​ທາງ​ການ​ລາວ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນໍ້​າ​ຂອງ (MRC) ເມື່ອ​ເດື​ອນ​ກັນ​ຍາ 2021 ນັ້ນ​ ໂດຍ​ທາງກ​ານ​ໄທ-ກຳ​ປູ​ເຈຍ-ຫ​ວຽດ​ນາມ ຍັງ​ຕ້ອງ​ການ​ຂໍ້​ມູນ​ເພີ້ມ​ເຕີມ ​ກ່ຽວ​ກັບ​ແຜນ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ດັ່ງ​ກ່າວ ​ລວມທັງການຮັບ​ປະ​ກັນ​ໃຫ້​ໄດ້​ວ່າ ກາ​ນ​ກໍ່​ສ້າງ​ເຂື່ອນ​ຊ​ະນະ​ຄາມ​ຈະ​ບໍ່​ກະ​ທົບ​ຕໍ່​ເຂດ​ແດນ​ລະ​ຫວ່າງ​ລາວ-ໄທ ໃນ​ແມ່​ນ້ຳ​ຂອງອີກ​ດ້ວຍ ດັ່ງ​ທີ່ທ່ານຊົງ​ສັກ ສາຍ​ເຊື້ອ, ​ຜູ້ກວດ​ການແຜ່ນ​ດິນ​ຂອງ​ລັດ​ຖະ​ສະ​ພາ​ໄທ ໄດ້​ໃຫ້​ການ​ຢືນ​ຢັນ​ວາ​:

“ຂໍ້​ຫ່ວງ​ກັງ​ວົນ​ຂອງ​ພາກ​ສ່ວນຕ່າງໆ​ ກໍ​ມີ​ໃນ​ຫລາຍ​ດ້ານ​ ໃນ​ເລື້ອງ​ຂອງ​ຮ່ອງ​ນ້ຳ​ເຂດແດນ ​ຈະ​ປ່ຽນ​ແປງ​ ຫລື​ບໍ່ ກໍ​ຈະເກີດ​ການ​ກັດເຊາະບໍ ຖ້​າ​ເກີດ​ການ​ກັດ​ເຊາະ ມັນ​ກໍ​ຈະກະ​ທົບ​ຕໍ່ ດິນ​ແດນ ​ທີ່​ອາດຈະ​ຫຼຸດ​ລົງ ​ຫລື​ປ່ຽນ​ໄປ​ ເພ​າ​ະ​ວ່າ​ຖ້າ​ເກາະ​ແກ້ງ ​ໃນແມ່​ນ້ຳ​ຂອງ​ມັນ​ປ່ຽນ​ໄປ ມັນ​ອາດ​ຈະຍ້າຍໄປ​ຢູ່​ອີກ​ຝັ່ງ​ນຶ່ງ ​ຫລາຍ​ຂຶ້ນ ຫລື​ບໍ່ ຫລື​ຈັ່ງ​ໃດ? ລວມ​ທັງ​ຜົນ​ກະ​ທົບໃນ​ດ້ານ​ອື່ນໆ ເຊັ່ນ​ຜົນ​ກະ​ທົບ​ຕໍ່ອາ​ຊີບ​ຊາວ​ບ້ານທີ່ຢູ່​ຕະ​ຫລອດ​ລຳແມ່​ນໍ້​າ​ຂອງ ຊຶ່ງ​ສ່ວນ​ໃຫຍ່​ກໍ​ຈະ​ເຮັດ​ອາ​ຊີບ​ປະ​ມົງ​ລ້ຽງ​ປາ ​ໃນກະ​ຊັງ ແລ້ວ​ກໍ​ເປັນການ​ປະ​ໂມງ​ທຳ​ມະ​ຊາດ ແລ້ວ​ກໍຍັງ​ມີ​ພື້ນ​ທີ່​ປູກ​ຝັງ ​ແຄ​ມ​ຂອງ​ລວມ​ທັງການ​ທ່ອງ​ທ່ຽວອີກ.”

ພ້ອມ​ກັນ​ນີ້ ເຄື່ອ​ຂ່າຍ​ປະຊາ​ຊົນ​ໄທ ຍັງຄັດ​ຄ້ານ​ລັດ​ຖະ​ບານ​ໄທ ທີ່​ຈະ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ ​ເພີ້ມ​ຂຶ້ນ​ຈາກ 9,000 ເມ​ກາ​ວັດ ​ເປັນ 10,500 ເມ​ກາ​ວັດ​ດ້ວຍເພາະ​ປະ​ເທດໄທ ​ມີ​ພ​ະ​ລັງ​ງານ​ໄຟ​ຟ້າ​ເກີນ​ຄວາມ​ຕ້ອງ​ການ​ໂຕ​ຈິງ​ເຖິງ 19,000 ເມ​ກາ​ວັດຄິດ​ເປັນ 51 ເປີ​ເຊັນ ຂອງ​ພະ​ລັງ​ງານໄຟ​ຟ້າທີ່​ໄທ​ຊົມ​ໃຊ້​ໝົດ​ໃນ​ປັດ​ຈຸ​ບັນ ຈຶ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ​ແຕ່​ຢ່າງ​ໃດ.

ໄດ້​ຕົກ​ລົງ​ຈະ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ຈາກ 9,000 ເມ​ກະ​ວັດເປັນ 10,500 ເມ​ກະ​ວັດ​ພາຍ​ໃນ​ປີ 2035 ຊຶ່ງ​ມີ​ຂຶ້ນ​ໃນ​ໂອ​ກາດທີ່​ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ໄທ ໃນ​ວັນ​ທີ 1-2 ມິ​ຖຸ​ນາ 2022 ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຮ່ວມ​ມື​ລາວ​ກັບ​ໄທ ໃນ​ຖາ​ນະ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ເພື່ອ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ການ​ພັດ​ທ​ະ​ນາ​ຢ່າງ​ຍືນ​ຍົງ​ນັ້ນ ຫາກ​ແຕ່​ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ​ໃນ​ລຸ່ມແມ່ນ້ຳ​ຂອງ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ຄັດ​ຄ້ານ​ການ​ຕົກ​ລົງ​ດັ່ງ​ກ່າວ​ເພາະ​ວ່າ ໄທ ມີ​ພະ​ລັງ​ງານ​ໄຟ​ຟ້າ​ສຳ​ຮອງ​ເກີນ​ຄວາມ​ຕ້ອງ​ການ 19,000 ເມ​ກະ​ວັດ​ຊຶ່ງ​ຄິດ​ເປັນ 51 ເປີ​ເຊັນຂອງ​ໄຟ​ຟ້າ​ທັງ​ໝົດ​ທີ່ໄທ ຊົມ​ໃຊ້​ໃນ​ປັດ​ຈຸ​ບັນ​ຈຶ່ງບໍ່​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ແຕ່​ຢ່າງ​ໃດ ແລະການ​ກໍ່​ສ້າງ​ເຂື່ອນ​ເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ ກໍ​ຍັງ​ກະ​ທົບ​ໂດຍ​ຕົງ​ຕໍ່​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຕອນ​ລຸ່ມ​ອີກ​ດ້ວຍ ເພາະ​ສະ​ນັ້ນ​ການ​ຄັດ​ຄ້ານ​ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ຖານ​ະ​ທີ່​ແມ່​ນ້ຳ​ຂອງເປັນ​ແມ່​ນ້ຳ​ລະ​ຫວ່າງ​ປະ​ເທດ.

ໃນ​ປັດ​ຈຸ​ບັນ​ລາວ​ມີ​ແຫລ່ງ​ຜະ​ລິດ​ໄຟ​ຟ້າ 90 ແຫ່ງ​ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເກືອບຖິງ 11,000 ເມ​ກາ​ວັດ ໃນ​ນີ້ 72 ເປີ​ເຊັນ ​ເປັນ​ພະ​ລັງ​ງາ​ນ​ໄຟ​ຟ້າ​ທີ່​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ກັບ 28 ເປີ​ເຊັນ ເປັນ​ການ​ຕອບ​ສະ​ໜອງ​ການ​ຊົ​ມ​ໃຊ້​ໃນ​ປະ​ເທດ ແລະ​ພາຍ​ໃນ​ປີ 2025 ລາວ​ຈະ​ມີ​ແຫລ່ງ​ຜະ​ລິດໄຟ​ຟ້າ 100 ກວ່າ​ແຫ່ງ ມີ​ກຳ​ລັງ​ຕິດ​ຕັ້ງ​ກວ່າ 13,000 ເມ​ກາ​ວັດ ທີ່​ຜະ​ລິດ​ໄຟ​ຟ້າ​ໄດ້​ກວ່າ 67,000 ລ້ານກິ​ໂລ​ວັດຕໍ່​ຊົ່ວ​ໂມງ ຕໍ່​ປີ. ​ໃນ​ນີ້ 85​ ເປີ​ເຊັນ ຈະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ.

XS
SM
MD
LG