ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາແຫ່ງຊາດໄທ ເປີດກອງປະຊຸມ ນັດພິເສດ ກ່ຽວກັບຄວາມເຄັ່ງຕຶງ ໃນການປະທ້ວງ


ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ໂອ້ລົມກັບຮອງນາຍົກລັດຖະມົນຕີ ທ່ານປຣະວິດ ວົງສຸວັນ ລະຫວ່າງກອງປະຊຸມພິເສດສະພາແຫ່ງຊາດໄທ ວັນຈັນ ວັນທີ 26 ຕຸລາ 2020.
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ໂອ້ລົມກັບຮອງນາຍົກລັດຖະມົນຕີ ທ່ານປຣະວິດ ວົງສຸວັນ ລະຫວ່າງກອງປະຊຸມພິເສດສະພາແຫ່ງຊາດໄທ ວັນຈັນ ວັນທີ 26 ຕຸລາ 2020.

ສະພາແຫ່ງຊາດຂອງໄທ ເລີ້ມເປີດກອງປະຊຸມນັດພິເສດ ເພື່ອຫາທາງແກ້ໄຂບັນຫາຄວາມເຄັ່ງຕຶງ ໃນຂະນະທີ່ພວກປະທ້ວງສະໜັບສະໜູນປະຊາທິປະໄຕ ດຶງດູດເອົາພວກນັກຮຽນ-ນັກສຶກສາແລະພວກປະທ້ວງອື່ນໆລົງສູ່ທ້ອງຖະໜົນ ເກືອບທຸໆກມື້ ເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີລາອອກຈາກຕຳແໜ່ງ ອີງຕາມລາຍງານຂອງອົງການຂ່າວເອພີິ.

ໃນຂະນະທີ່ປະທານສະພາຕໍ່າ ໄດ້ເລີ້ມກອງປະຊຸມ ມີສະມາຊິກແຕ່ພຽງ 450 ຄົນ ຂອງຈຳນວນທັງໝົດ 731 ຈາກທັງສອງສະພາ ໄດ້ເຊັນຊື່ເຂົ້າຮ່ວມກອງປະຊຸມ.

ພວກປະທ້ວງຍັງຮຽກຮ້ອງໃຫ້ດັດແປງແກ້ໄຂລັດຖະທຳມະນູນ ແລະປະຕິຮູບສະຖາບັນກະສັດ.
ການຕຳໜິຕິຕຽນຕໍ່ສະຖາບັນກະສັດຂອງສາທາລະນະຊົນແມ່ນບໍ່ເຄີຍມີມາກ່ອນຢູ່ໃນປະເທດໄທ ບ່ອນທີ່ສະຖາບັນກະສັດຖືກພິຈາລະນະວ່າເປັນທີ່ເຄົາລົບສັກກາລະເກີນກວ່າທີ່ຈະແຕະຕ້ອງໄດ້.

ພວກປະທ້ວງບໍ່ມີຄວາມເຊື່ອໝັ້ນຫຼາຍປານໃດຢູ່ໃນເສັ້ນທາງຂອງສະພາໂດຍໃຫ້ ຂໍ້ສັງເກດວ່າ ການອະພິປາຍແມ່ນມີທ່າທີວ່າຄົງຈະບໍ່ພົວພັນກັບຄວາມເປັນຫ່ວງ ຂອງພວກປະທ້ວງແຕ່ອາດຈະແອບແຝງໃນຄຳຕິຊົມຕໍ່ພວກປະທ້ວງເຂົາເຈົ້າເທົ່າ ນັ້ນ.

Thailand’s Parliament has begun a special session that was called to address tensions as pro-democracy protests draw students and other demonstrators into the streets almost daily demanding the prime minister’s resignation. As the House speaker began the session, only 450 of the total of 731 members of both houses had signed in for the meeting. The demonstrators also want amendments to the constitution and reforms to the monarchy. Public criticism of the monarchy is unprecedented in a country where the royal institution has been considered sacrosanct. The protesters have little confidence in the parliamentary path, noting the debate is likely to deal not with the protesters’ concerns but thinly disguised criticism of the protests themselves.

XS
SM
MD
LG