ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເສດຖະກິດ ຂອງ 5 ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຍັງຈະຂະຫຍາຍຕົວ ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ


ພາບສະແດງໃຫ້ເຫັນ ຄວາມກ້າວໜ້າໃນການພັດທະນາ ທາງດ້ານການຂົນສົ່ງ ໂດຍສະເພາະແມ່ນ ໂຄງການ​ ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນຕອນນຶ່ງ ຢູ່ໃນ ສປປ ລາວ. (ຖ່າຍໃນເດືອນ 06/2018)
ພາບສະແດງໃຫ້ເຫັນ ຄວາມກ້າວໜ້າໃນການພັດທະນາ ທາງດ້ານການຂົນສົ່ງ ໂດຍສະເພາະແມ່ນ ໂຄງການ​ ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນຕອນນຶ່ງ ຢູ່ໃນ ສປປ ລາວ. (ຖ່າຍໃນເດືອນ 06/2018)

ລັດຖະມົນຕີໄທ ເຊື່ອໝັ້ນວ່າ ເສດຖະກິດໃນ 5 ປະເທດ ລຸ່ມແມ່ນ້ຳຂອງ ທີ່ປະກອບດ້ວຍ
ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT ຈະຂະຫຍາຍຕົວເພີ້ມຂຶ້ນ
ຢ່າງຕໍ່ເນື່ອງ ໃນປີ 2018 ທັງຍັງຖືເປັນເຂດທີ່ເສດຖະກິດ ຈະຂະຫຍາຍຕົວເພີ້ມສູງທີ່ສຸດ
ໃນໂລກອີກດ້ວຍ.

ທ່ານສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການ ກະຊວງການຄ້າຂອງໄທ ສະແດງ
ຄວາມເຊື່ອໝັ້ນວ່າ ເສດຖະກິດ ໃນ 5 ປະເທດລຸ່ມແມ່ນນ້ຳຂອງ ທີ່ເປັນປະເທດສະມາຊິກ ຂອງກຸ່ມອາຊຽນ ຊຶ່ງປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະໄທ ຫຼື
CLMVT ນັ້ນ ຈະຍັງຄົງມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2018 ນີ້ ໂດຍ
ເຖິງແມ່ນວ່າ ທັງ 5 ປະເທດ CLMVT ຕ້ອງປະເຊີນກັບໄພນ້ຳຖ້ວມໃນໄລຍະນີ້ ກໍໍຕາມ
ແຕ່ດ້ວຍການເປັນຖານການຜະລິດສິນຄ້າ ທີ່ແຂງແຮງ ສົມທົບດ້ວຍອຳນາດການຊື້ຂອງ
ປະຊາຊົນ ທີ່ສູງຂຶ້ນນັບມື້ ຈຶ່ງເຮັດໃຫ້ ທັງ 5 ປະເທດ CLMVT ກາຍເປັນເປົ້າໝາຍ ການ
ລົງທຶນທີ່ສຳຄັນຂອງໂລກ ທີ່ມີມູນຄ່າທາງເສດຖະກິດ GDP ເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດ
ດັ່ງທີ່ ທ່ານ ສົນທິຣັດ ໄດ້ຢືນຢັນວ່າ:

ທ່ານສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການ ກະຊວງການຄ້າຂອງໄທ ສະແດງຄວາມເຊື່ອໝັ້ນວ່າ ເສດຖະກິດ ໃນ 5 ປະເທດລຸ່ມແມ່ນນ້ຳຂອງ ຈະຍັງຄົງມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2018.
ທ່ານສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການ ກະຊວງການຄ້າຂອງໄທ ສະແດງຄວາມເຊື່ອໝັ້ນວ່າ ເສດຖະກິດ ໃນ 5 ປະເທດລຸ່ມແມ່ນນ້ຳຂອງ ຈະຍັງຄົງມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2018.

“ໃນປີ 2017 ທັງ 5 ປະເທດ ມີອັດຕາການເຕີບໃຫຍ່ສະເລ່ຍຂອງ GDP ສູງເຖິງ
6.28 ເປີເຊັນ ແລະຈາກການປະເມີນຂອງ IMF ລະຫວ່າງ ປີ 2013 ເຖິງ ປີ 2017
ພົບວ່າ ໃນພູມີພາກຂອງ CLMVT ມີຄວາມເຕີບໃຫຍ່ໄວກວ່າໂລກ ເກືອບ 2 ເທົ່າ
ແລະຄວາມສາມາດໃນການຊື້ຂອງຜູ້ບໍລິໂພກ ໃນກຸ່ມປະເທດເຮົາ ກໍຈະເປັນທີ່ສົນໃຈ
ຂອງ Platform ຂະໜາດໃຫຍ່ ທັງເອເຊຍ ແລະທະວີບອື່ນ ທີ່ຂະຫຍາຍທຸລະກຳ
ເຂົ້າມາຕັ້ງຖານໃນ CLMVT ຊຶ່ງເປັນຫົວໃຈຂອງເອເຊຍຢ່າງແທ້ຈິງ.”

ກ່ອນໜ້ານີ້ ກອງທຶນການເງິນສາກົນ ຫຼື IMF ໄດ້ໃຫ້ການຄາດໝາຍວ່າ ມູນຄ່າທາງ
ເສດຖະກິດ (GDP) ຂອງອາຊຽນ ໃນປີ 2018 ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາ
ສະເລ່ຍ 5.3 ເປີເຊັນ ທຽບໃສ່ປີ 2017 ໂດຍປະເທດທີ່ຈະມີການຂະຫຍາຍຕົວຂອງ
GDP ສູງສຸດ ໃນອັດຕາສະເລ່ຍ 6.9 ເປີເຊັນ ກໍຄື ກຳປູເຈຍ ແລະ ມຽນມາ ຕິດຕາມ
ດ້ວຍ ສປປ ລາວ ທີ່ລະດັບ 6.8 ເປີເຊັນ ຟີລິບປິນ 6.7 ເປີເຊັນ ຫວຽດນາມ 6.6 ເປີເຊັນ
ອິນໂດເນເຊຍ ແລະ ມາເລເຊຍ 5.3 ເປີເຊັນ ໄທ 3.9 ເປີເຊັນ ສິງກະໂປ 3.5 ເປີເຊັນ
ແລະບຣູນາຍ 1 ເປີເຊັນ ຕາມລຳດັບ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ພະລັງນ້ຳ ຢູ່ໃນແຂວງໄຊຍະບູລີ ຂອງ ສປປ ລາວ.
ໂຄງການກໍ່ສ້າງເຂື່ອນໄຟຟ້າ ພະລັງນ້ຳ ຢູ່ໃນແຂວງໄຊຍະບູລີ ຂອງ ສປປ ລາວ.

ທາງດ້ານທະນາຄານໂລກ ລາຍງານວ່າ ເສດຖະກິດໂດຍລວມຂອງອາຊຽນ ໃນປີ 2017
ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 5.1 ເປີເຊັນ ສ່ວນໃນປີ 2018 ກໍຄາດວ່າ
ເສດຖະກິດໂດຍລວມຂອງອາຊຽນ ຈະຂະຫຍາຍຕົວພີ້ມຂຶ້ນໃນອັດຕາສະເລ່ຍ 5.2
ເປີເຊັນ ແລະປະເທດທີ່ເສດຖະກິດ ຈະຂະຫຍາຍຕົວເພີ້ມຂຶ້ນສູງສຸດ ທີ່ອັດຕາສະເລ່ຍ
6.8 ເປີເຊັນ ກໍຄື ກຳປູເຈຍ ຕາມດ້ວຍ ສປປ ລາວ ທີ່ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາ
ສະເລ່ຍ 6.7 ເປີເຊັນ ຫາກແຕ່ວ່າ ຄະນະຊ່ຽວຊານຂອງທະນາຄານພັດທະນາເອເຊຍ ຫຼື
ADB ກໍຄາດວ່າ ເສດຖະກິດລາວ ໃນປີ 2018 ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາ
ສະເລ່ຍ 7 ເປີເຊັນ ຊຶ່ງສູງກວ່າຄາດໝາຍຂອງທະນາຄານໂລກ ແຕ່ວ່າ ທັງທະນາຄານ
ໂລກ ແລະ ADB ກໍເຫັນກົງກັນວ່າ ລາວ ຈະຕ້ອງປະເຊີນກັບບັນຫາເງິນເຟີ້ ທີ່ຈະເພີ້ມຂຶ້ນ
ໃນອັດຕາສະເລ່ຍ 3 ຫາ 5 ເປີເຊັນ ເນື່ອງຈາກການປັບຂຶ້ນ ຂອງລາຄາສິນຄ້າ ທີ່ລັດ
ຖະບານລາວ ບໍ່ສາມາດຄວບຄຸມໄດ້ຢ່າງມີປະສິດທິພາບນັ້ນເອງ.

ນອກຈາກນີ້ ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກອິດທິພົນຂອງພາຍຸເຊິ່ນຕິງ ທີ່ພັດເຂົ້າມາ
ລາວ ໃນຊ່ວງ ວັນທີ 15 ຫາ 23 ກໍລະກົດ 2018 ກໍໄດ້ກະທົບຕໍ່ການເຕີບໂຕ ທາງເສດ
ຖະກິດຂອງລາວໂດຍກົງ ເພາະການເສຍຫາຍທີ່ເກີດຂຶ້ນກັບການຜະລິດດ້ານກະສິກຳ ຊັບສິນຂອງລັດຖະບານ ແລະປະຊາຊົນ ແລະພື້ນຖານໂຄງຮ່າງຕ່າງໆໃນທົ່ວປະເທດ
ຍ່ອມຈະເຮັດໃຫ້ GDP ຂອງລາວ ໃນປີ 2018 ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ກ່ອນ
ໜ້ານີ້ ທີ່ລະດັບ 7 ເປີເຊັນ ແຕ່ຄາດວ່າ ຈະຂະຫຍາຍຕົວເພີ້ມຂຶ້ນ ບໍ່ເກີນ 6 ເປີເຊັນ
ເທົ່ານັ້ນ ໃນປີ 2018 ນີ້.

ພ້ອມກັນນີ້ ADB ຍັງຄາດໝາຍວ່າ ພາກບໍລິການ ຈະຂະຫຍາຍຕົວເພີ້ມຂຶ້ນບໍ່ເຖິງ 9
ເປີເຊັນ ພາກອຸດສາຫະກຳ ຫັດຖະກຳ ແລະພາກກະສິກຳ ແລະປ່າໄມ້ ຈະຂະຫຍາຍຕົວ
ເພີ້ມຂຶ້ນ ບໍ່ເຖິງ 8 ເປີເຊັນ ແລະ 2.8 ເປີເຊັນ ຕາມລຳດັບ ໃນຂະນະທີ່ ກ່ອນໜ້ານີ້ ລັດ
ຖະບານລາວ ກໍໄດ້ວາງຄາດໝາຍການຂະຫຍາຍຕົວ ໃນພາກອຸດສາຫະກຳໄວ້ ທີ່ລະດັບ
9.1 ເປີເຊັນ ພາກບໍລິການ 6.4 ເປີເຊັນ ພາກກະສິກຳ 2.8 ເປີເຊັນ ແລະພາສີອາກອນ
ການຄ້າຂາອອກ-ຂາເຂົ້າ ຈະຂະຫຍາຍຕົວ ທີ່ລະດັບ 9 ເປີເຊັນ ຕາມລຳດັບນັ້ນ ກໍຍ່ອມ ຈະເປັນໄປໄດ້ຍາກເຊັ່ນກັນ ໂດຍສະເພາະ ກໍແມ່ນພາກບໍລິການ ແລະທ່ອງທ່ຽວໃນລາວ
ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ແລ້ວ ໃນຂະນະນີ້.

XS
SM
MD
LG