ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທສືບຕໍ່ມຸ້ງໝັ້ນ ຕໍ່ການໝູນໃຊ້ການຂົນສົ່ງທາງລົດໄຟ ເພື່ອເຊື່ອມຕໍ່ໄປຫາຈີນ ໂດຍການຂະຫຍາຍທາງລົດໄຟ​ຕື່ມອີກ 1 ສະຖານີ


ສະຖານີລົດໄຟ ລາວ-ໄທ ຄຳສະຫວາດ ທີ່ນະຄອນ ວຽງຈັນ ໃກ້ຈະເປີດຢ່າງເປັນທາງການແລ້ວ.
ສະຖານີລົດໄຟ ລາວ-ໄທ ຄຳສະຫວາດ ທີ່ນະຄອນ ວຽງຈັນ ໃກ້ຈະເປີດຢ່າງເປັນທາງການແລ້ວ.

ໄທໄດ້ສໍາເລັດການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ II ຈາກທ່ານາແລ້ງໄປຫາບ້ານຄໍາສະຫວາດ ເພື່ອສືບຕໍ່ເສີມຂະຫຍາຍການຂົນສົ່ງສິນຄ້າແລະຜູ້ໂດຍສານ ຜ່ານທາງລົດໄຟຂ້າມຊາຍແດນໄປຫາລາວ ບ່ອນທີ່ມີທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ອໍານວຍຄວາມສະດວກ ໃນການສົ່ງສິນຄ້າໄທໄປຫາຈີນອີກດ້ວຍ, ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງ​ນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະທີ່ທາງລົດໄຟຄວາມໄວສູງ ລາວ-ຈີນ ກໍາລັງກ້າວເຂົ້າໄປປີທີ 3 ຫລັງຈາກ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ ປີ 2021 ນັ້ນ ສະຖານີລົດໄຟວຽງຈັນ ທີ່ຕັ້ງຢູ່ບ້ານຄໍາສະຫວາດ ກໍໄດ້ເປີດນໍາໃຊ້ຢ່າງເປັນທາງການພາຍຫລັງ ໄດ້ກໍ່ສ້າງມາໄດ້ເກືອບ 3 ປີ ຊຶ່ງຂະຫຍາຍການເຊື່ອມຕໍ່ລາງລົດໄຟຈາກຈັງຫວັດໜອງຄາຍຂອງໄທ ເຂົ້າມາໃນເຂດນະຄອນຫຼວງວຽງຈັນເພີ້ມອີກ 7 ກິໂລແມັດປາຍ ແລະມີແຜນທີ່ຈະເປີດບໍລິການໃຫ້ທັງການຂົນສົ່ງສິນຄ້າແລະ ຜູ້ໂດຍສານ ຊຶ່ງປັດຈຸບັນແມ່ນເປີດການບໍລິການແກ່ຜູ້ໂດຍສານກ່ອນ. ການບໍລິການໂດຍທາງລົດ​ໄຟ ໄດ້ເປັນການໃຫ້ທາງເລືອກອັນນຶ່ງ ໃຫ້ແກ່ຜູ້ທີ່ຕ້ອງການເດີນທາງ ເຂົ້າ-ອອກລາວ ໂດຍຜ່ານດ່ານກວດຊາຍແດນລະຫວ່າງສອງປະເທດຢູ່ຈັງຫວັດໜອງຄາຍ ແລະ ນະຄອນຫລວງວຽງຈັນ ໂດຍບໍ່ໃຊ້ລົດສ່ວນຕົວ ຫລືລົດເມ ແລະມີລາຄາຍ່ອມເຍົາ ຊຶ່ງກໍຄືຜູ້ລະ 20 ຫາ 30 ບາດ ຫລືປະມານ 80 ເຊັນເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ທາງລົດໄຟທ່ານນຶ່ງເລົ່າລາຍລະອຽດ ກ່ຽວກັບເລື້ອງນີ້ສູ່ຟັງວ່າ:

“ເຂົາກະກວດຕອນເຮົາຂຶ້ນເດ ກະໄປຄືເກົ່າຫັ້ນແຫລະເຮົາໄປຮອດດ່ານກະຕ້ອງໄດ້ລົງແຈ້ງຫັ້ນແຫລະ ເອີຮອດດ່ານໄທບ່ອນເຮົາແຈ້ງຫັ້ນລະ ຮອດໜອງຄາຍເຮົາກະຂຶ້ນລົດໜອງຄາຍ ມັນຕ້ອງມີປີ້ລົດປາຍທາງນະເຮົາຊິລົງໃສຕົວຢ່າງຊັ້ນນະ. ສ່ວນຢູ່ທ່ານາແລ້ງກະມີແຕ່ດົນແລ້ວ ໂຕນີ້ຖືວ່າເປີດໃໝ່ ຢູ່ຄໍາສະຫວາດທຽວໄປທຽວມາຫາກະເປີດຄ່າໂດຍສານແມ່ນໆກະມີແຕ່ຊາວບາດນີ້.”

ສະຖານທີ່ກວດຄົນເຂົ້າ-ອອກເມືອງ ພາຍໃນສະຖານີ ລົດໄຟລາວ-ໄທ ຄຳສະຫວາດ ທີ່ນະຄອນ ວຽງຈັນ.
ສະຖານທີ່ກວດຄົນເຂົ້າ-ອອກເມືອງ ພາຍໃນສະຖານີ ລົດໄຟລາວ-ໄທ ຄຳສະຫວາດ ທີ່ນະຄອນ ວຽງຈັນ.

ການຂະຫຍາຍທາງລົດໄຟເຂົ້າມາໃນນະຄອນຫຼວງວຽງຈັນ ເພີ້ມນີ້ ເປັນສ່ວນນຶ່ງຂອງໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ II ທີ່ເນັ່ງມາຈາກບາງກອກຂອງໄທ ຜ່ານໜອງຄາຍ ແລະຂົວມິດຕະະພາບລາວ-ໄທແຫ່ງທີ 1.

ມັນໄດ້ຮັບທຶນໃນການກໍ່ສ້າງຈາກລັດຖະບານແຫ່ງຣາຊະອານາຈັກໄທ ໂດຍຜ່ານອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ຫຼື Thailand’s Neighboring Countries Economic Development Cooperation Agency (NEDA) ໃນຮູບແບບເງິນກູ້ຢືມດອກເບ້ຍຕໍ່າ ແລະຊ່ວຍເຫຼືອລ້າເປັນຈຳນວນເງີນທັງໝົດ 1.650 ລ້ານບາດ ຫລື ປະມານ 47 ລ້ານກວ່າໂດລາ ຊຶ່ງໃນນັ້ນ ເປັນເງິນກູ້ຢືມຂອງໄທແກ່ລາວ 70 ເປີເຊັນ ແລະຊ່ວຍເຫຼືອລ້າ 30 ເປີເຊັນ ແລະມີກໍານົດຈະເປີດບໍລິການຢ່າງເຕັມຮູບແບບ ໃນສອງ-ສາມເດືອນຂ້າງໜ້ານີ້ ຊຶ່ງຄາດວ່າ ຈະນໍາປະໂຫຍດມາໃຫ້ປະຊາຊົນທັງສອງຊຶ່ງຝ່າຍໄທນັ້ນ ກໍຈະໄດ້ຜົນປະໂຫຍດຫລາຍກວ່າ ຕາມທີ່ນັກທຸລະກິດຂະໜາດນ້ອຍທີ່ອາໄສຢູ່ໃກ້ສະຖານີລົດໄຟແຫ່ງນັ້ນ ໃຫ້ຄໍາເຫັນວ່າ:

“ ນີ້ມັນກະເພີ້ມຄວາມສະດວກສະບາຍລະເນາະ ໄທໄດ້ປຽບ ລາວກະໄດ້ມາກະປະຢັດຄ່າໃຊ້ຈ່າຍ ຊ່ວຍເຫລືອປະຊາຊົນ ແລະງົບປະມານປະເທດຊາດ ກະດີກ່ອນບໍ່ມີ ລະເນາະເຮືອນຢູ່ຕິດແຄມທາງລົດໄຟມັນມາກະຖືວ່າດີລະເນາະ”

ການຂະຫຍາຍທາງລົດໄຟໄທ-ລາວເຂົ້າມາໃນເຂດນະຄອນຫຼວງວຽງຈັນເພີ້ມທີ່ວ່ານີ້ ຍັງກໍເປັນການສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງໄທ ຕໍ່ນະໂຍບາຍ ສົ່ງເສີມການເຊື່ອມໂຍງທາງເສດຖະກິດ ລະຫວ່າງ ສປປ ລາວ ກັບພາກຕາເວັນອອກສ່ຽງເໜືອຂອງປະເທດໃຫ້ເປັນ Growth Area ຫລື ພື້ນທີ່ແຫ່ງ ການຂະຫຍາຍໂຕ ແລະເລັ່ງອໍານວຍຄວາມສະດວກທາງການຄ້າ ລະຫວ່າງສອງປະເທດ ໃຫ້ບັນລຸເປົ້າໝາຍ 11 ຕື້ໂດລາໃນອີກສອງປີຂ້າງໜ້າ ກໍຄື ໃນປີ 2028, ອີງຕາມເວັບໄຊຂອງທໍານຽບລັດຖະະບານໄທ ທີ່ຫາກໍພິມເຜີຍແຜ່ອອກມາໃນອາທິດ ແລ້ວນີ້.

ນອກຈາກນັ້ນ ມັນຍັງຈະເປັນການປະກອບສ່ວນ ອໍານວຍຄວາມສະດວກໃຫ້ແກ່ ການຂົນສົ່ງສິນຄ້າຈາກໄທ ໄປຍັງຕະຫຼາດໃຫຍ່ຢູ່ພາກຕາເວັນຕົກສຽງໃຕ້ ແລະ ພາກກາງຂອງຈີນ ໂດຍຜ່ານທາງລົດໄຟຄວາມໄວສູງ ທີ່ຕໍ່ຈາກນະຄອນຫລວງວຽງຈັນ ໄປຮອດນະຄອນຄຸນໝິງ ຂອງມົນທົນຢຸນໜານຂອງຈີນ ດັ່ງທີ່ທ່ານນາງ ອໍຣະມົນ ຊັບທະວີທໍາ, ຫົວໜ້າກົມເຈລະຈາການຄ້າໃນກະຊວງການຄ້າຂອງໄທ ກ່າວວ່າ ພາຍຫລັງທີີມີການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນປີ 2021 ເປັນຕົ້ນມາ ໝາກໄມ້ເຂດຮ້ອນຂອງໄທທີ່ສົ່ງອອກໄປຈີນ ກໍເພີ້ມຂຶ້ນຢ່າງຕໍ່ເນື່ອງເພາະວ່າ ການຂົນສົ່ງຜ່ານທາງນີ້ຊ່ວຍຫລຸດເວລາຈາກສອງວັນ ທີ່ຂົນສົ່ງໂດຍທາງລົດ ລົງມາເປັນໜ້ອຍກວ່າ 15 ຊົ່ວໂມງ, ອີງຕາມໜັງສືພິມບາງກອກພົສ ທີ່ພິມເຜີຍ ແຜ່ອອກມາເມື່ອມໍ່ໆມານີ້.

XS
SM
MD
LG