ປະຊາຊົນຊາວໄທ ໄດ້ໄປໂຮມຊຸມນຸມກັນທີ່ພະຣາຊະວັງຫຼວງຢູ່ບາງກອກ ໃນວັນເສົາມື້ນີ້ ຫລັງຈາກເຈົ້າໜ້າທີ່ໄດ້ເປີດ ທ້ອງພະໂລງໃຫ້ປະຊາຊົນເປັນເທື່ອທຳອິດ ບ່ອນທີ່ພະໂກດສຳລັບພິທີສົ່ງສະການ ຂອງມື້ລາງກະສັດພູມິພົລ ອະດຸນຍະເດດ ຖືກເກັບຮັກສາໄວ້ນັ້ນ.
ປະຊາຊົນຈຳນວນຫຼາຍຮ້ອຍພັນຄົນ ທີ່ຢູ່ໃນຊຸດດຳໄວ້ທຸກ ໄດ້ເຂົ້າໄປ ໃນທ້ອງພະໂລງບ່ອນທີ່ສົບຂອງພະອົງ ຊົງຖືກນຳມາດອຍໄວ້ ນັບແຕ່ວັນທີ 14 ຕຸລາເປັນຕົ້ນມາ.
ພະອົງໄດ້ສະເດັດສະຫວັນນະຄົດ ຢູ່ທີ່ໂຮງພະຍາບານ ຊຶ່ງຕັ້ງຢູ່ໃກ້ໆນັ້ນ ເມື່ອວັນທີ 13 ຕຸລາຜ່ານມາຮວມພະຊົນມາຍຸໄດ້ 88 ພັນສາຊຶ່ງເຮັດໃຫ້ການຄອງບັນລັງເປັນເວລາ 70 ປີສິ້ນສຸດລົງ. ສົບຂອງພະອົງໄດ້ຖືກນຳໄປທີ່ພະຣາຊະວັງຫຼວງໃນມື້ຕໍ່ມາ.
ໃນແຕ່ລະມື້ໄດ້ມີການຈັດພິທີທາງສາສະໜາຂຶ້ນ ທີ່ຫ້ອງພິມານລັດຕະນະ ຢູ່ຂ້າງໃນພະ ຣາຊະວັງຫຼວງ. ບັນດາເຊື້ອພະວົງອະວຸໂສ ໄດ້ພັດປ່ຽນກັນໄປຮ່ວມພິທີ ໃນແຕ່ລະມື້.
ລັດຖະບານໄທ ພາຍໃຕ້ການນຳພາຂອງພວກທະຫານໄດ້ປະກາດໄດ້ປະກາດໄວ້ທຸກນຶ່ງປີໃຫ້ແກ່ມື້ລາງກະສັດພູມີພົນ ທີ່ຮູ້ກັນຢ່າງເປັນທາງການໃນນາມພະເຈົ້າຣາມາທີ 9 ນັ້ນ.
ການສວດມົນພາວະນາຂອງພວກພະສົງ ຍັງຈະດຳເນີນຕໍ່ໄປເປັນເວລາ 100 ມື້ ຊຶ່ງເປັນສ່ວນນຶ່ງຂອງພິທີສົ່ງສະການໃຫ້ແກ່ພະອົງ.
Thais flocked to Bangkok's glittering Grand Palace on Saturday after officials opened the throne hall to the public for the first time where the ceremonial funeral urn of the late King Bhumibol Adulyadej is being kept.
Hundreds of thousands of black-clad mourners made their way to the hall where the king has been lying in state since October 14.
He died in a nearby hospital at age 88 on October 13, ending a 70-year reign.His body was brought back to the palace on the following day.
Daily religious ceremonies have been taking place at the Phiman Rattaya Throne Hall inside the palace. Senior members of the royal family have taken turns to attend every day.
Thailand's military-led government has declared a year-long mourning period for the late king, formally known as Rama the Ninth.
Prayers by monks will continue for 100 days as part of the funeral ritual.