ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນວ່າ ເຄື່ອງຈັກລຸ້ນໃໝ່ໃຊ້ຜະລິດຢາບ້າ ໄດ້ຫຼາຍຂຶ້ນເຖິງ 100 ເທົ່າ


ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.
ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.

ເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນວ່າ ເຄື່ອງຈັກລຸ້ນໃໝ່ໃຊ້ຜະລິດຢາບ້າໄດ້ເພີ້ມຂຶ້ນເຖິງ 100 ເທົ່າ ແຕ່ເປັນເຄື່ອງຈັກຊະນິດດຽວກັນ ກັບທີ່ໃຊ້ໃນການຜະລິດຢາຮັກສາໂຣກ ຈຶ່ງບໍ່ຜິດກົດໝາຍໃນປະເທດໄທ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານວິໄຊ ໄຊມົງຄົນ ເລຂາທິການ ສຳນັກງານຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ເປີດເຜີຍວ່າ ເຄື່ອງຈັກລຸ້ນໃໝ່ທີ່ຂະບວນການຄ້າຢາເສບຕິດໃນເຂດລຸມແມ່ນ້ຳຂອງ ໄດ້ນຳໃຊ້ໃນການຜະລິດຢາບ້າໃນປັດຈຸບັນນີ້ ສາມາດຜະລິດຢາບ້າໄດ້ເພີ້ມຂຶ້ນຈາກເດີມເຖິງ 100 ເທົ່າໂຕ ໂດຍເປັນເຄື່ອງຈັກຊະນິດດຽວກັນກັບທີ່ນຳໃຊ້ໃນການຜະລິດຢາຮັກສາໂຣກຊະນິດເມັດທີ່ສາມາດສັ່ງຊື້ໄດ້ທົ່ວໄປ ໂດຍບໍ່ຜິດກົດໝາຍໃນປະເທດໄທ ສະນັ້ນ ບັນຫາທີ່ເກີດຂຶ້ນໃນເວລານີ້ ຄືໄດ້ມີການສັ່ງເຄື່ອງຈັກດັ່ງກ່າວ ໄປໃຫ້ຂະບວນການຄ້າຢາເສບຕິດໃນປະເທດເພື່ອນບ້ານເພີ້ມຂຶ້ນນັບມື້ ໂດຍທີ່ທາງການໄທ ບໍ່ສາມາດອອກຄຳສັ່ງເພື່ອຫ້າມການສົ່ງອອກດັ່ງກ່າວໄດ້ເລີຍ ດັ່ງທີ່ ທ່ານວິໄຊ ໄດ້ໃຫ້ການຢືນຢັນວ່າ:

“ເຄື່ອງອັດເມັດ ເມື່ອກ່ອນຫັ້ນ ຜະລິດໄດ້ຊົ່ວໂມງນຶ່ງ 2,700 ເມັດ ດຽວນີ້ ໄດ້ 288,000 ເມັດ ເພີ້ມຂຶ້ນ 100 ເທົ່າ ອັນນີ້ ເຮົາມີຫລັກຖານເພາະເມື່ອປີກາຍແລ້ວນີ້ ເຮົາຂະຫຍາຍຜົນຈາກ Case ຫຼືກໍລະນີ ກຸ່ມໜູເສິນຫັ້ນ ກໍພົບວ່າ ມີຫຼັກຖານທີ່ສັ່ງຊື້ເຄື່ອງອັດເມັດຊະນິດ 39 ຫົວຕອກ ຈາກບໍລິສັດໃນປະເທດໄທ ສົ່ງໄປປະເທດເພື່ອນບ້ານທີ່ຊົນກຸ່ມນ້ອຍທີ່ຜະລິດຢາເສບຕິດຢູ່ ເຮົາຈະໄປຈັບກໍບໍ່ໄດ້ ເພາະເຄື່ອງອັດເມັດມັນບໍ່ໄດ້ຜິດກົດໝາຍ ເພາະສະນັ້ນ ມັນຕ້ອງມີການຄວບຄຸມ ຄົນທີ່ຈະຊື້ເຄື່ອງອັດເມັດໄດ້ ຈະຕ້ອງເປັນບໍລິສັດທີ່ຜະລິດຢາເທົ່ານັ້ນ ປະຊາຊົນທົ່ວໄປບໍ່ຄວນທີ່ຈະໃຫ້ຊື້.”

ສ່ວນທ່ານສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸຕິທຳໄທ ຖະແຫລງວ່າ ການລັກລອບຄ້າຢາເສບຕິດ ໃນເຂດລຸ່ມແມ່ນ້ຳຂອງ ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະ ເພາະແມ່ນຢູ່ໃນເຂດສາມຫຼ່ຽມຄຳ ຊຶ່ງເປັນຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ ລາວ ໄທ ນັ້ນ ກໍຖືເປັນເຂດທີ່ມີການຜະລິດຢາເສບຕິດຫຼາຍທີ່ສຸດ ຊຶ່ງເຫັນໄດ້ຈາກການປາບປາມການຄ້າຢາເສບຕິດໄດ້ເກີນກວ່າ 1 ແສນກໍລິນີ ແລະຈັບຜູ້ຕ້ອງຫາສະເພາະໃນໄທ ໄດ້ຫຼາຍກວ່າ 1 ແສນຄົນໃນຮອບ 1 ປີທີ່ຜ່ານມາ ແລະປະເມີນວ່າ ການຜະລິດຢາເສບຕິດຢູ່ເຂດສາມຫຼ່ຽມຄຳ ມີມູນຄ່າເຖິງ 1 ແສນລ້ານໂດລາຕໍ່ປີ ເພາະວ່າ ມີການລັກລອບຂົນສົ່ງສານເຄມີໄປໃຫ້ໂຮງງານຜະລິດຢາເສບຕິດ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນສານເຄມີ-ໂຊດຽມຊາຍນາຍ ທີ່ໃຊ້ເປັນສ່ວນປະສົມໃນການຜະລິດຢາບ້າ ແລະຢາໄອຊ໌ນັ້ນ.

ທາງການໄທ ສາມາດຢຶດຢາເສບຕິດ ໄອຊ໌ ໄດ້ຈຳນວນຫຼວງຫຼາຍ ທີ່ໄດ້ຖືກຂົນສົ່ງມາຈາກປະເທດເພື່ອນບ້ານ.
ທາງການໄທ ສາມາດຢຶດຢາເສບຕິດ ໄອຊ໌ ໄດ້ຈຳນວນຫຼວງຫຼາຍ ທີ່ໄດ້ຖືກຂົນສົ່ງມາຈາກປະເທດເພື່ອນບ້ານ.

ສ່ວນທ່ານ ເຈີເຣີມີ ດັກກລາສ ຜູ້ຕາງໜ້າ UNODC ໃນເອເຊຍຕາເວັນອອກສຽງໃຕ້ ແລະປາຊີຟິກ ໃຫ້ການຢືນຢັນວ່າ ສານໂຊດຽມຊາຍນາຍ 1 ກິໂລກຣາມ ສາມາດເປັນສ່ວນປະສົມ ໃນການຜະລິດຢາບ້າ ໄດ້ເຖິງ 22,000 ເມັດ ແລະຢາໄອຊ໌ 440 ກຣາມ ແຕ່ເນື່ອງຈາກວ່າສານເຄມີດັ່ງກ່າວ ຍັງບໍ່ເປັນສານຕ້ອງຫ້າມໃນທັງ 6 ປະເທດໃນລຸ່ມແມ່ນ້ຳຂອງ ຈຶ່ງເປັນການຍາກທີ່ຈະຄວບຄຸມ ແລະ ສະ ກັດກັ້ນການລັກລອບຂົນສົ່ງສານ ເຄມີດັ່ງກ່າວໄປຕອບສະໜອງໃຫ້ກັບໂຮງງານຜະລິດຢາເສບຕິດໃນເຂດສາມຫຼ່ຽມຄຳນັ້ນເອງ.

ຍິ່ງໄປກວ່ານັ້ນ ການປາບປາມການຄ້າຢາເສບຕິດຢ່າງເຂັ້ມງວດ ໃນປະເທດໄທ ຍັງໄດ້ສົ່ງຜົນເຮັດໃຫ້ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນໄປນຳໃຊ້ ປະເທດລາວ ເປັນເສັ້ນທາງຜ່ານຂອງການຂົນສົ່ງສານເຄມີ ແລະຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດເພີ້ມຂຶ້ນນັບມື້ ໂດຍສາເຫດທີ່ເຮັດໃຫ້ສາມາດຈັດຕັ້ງໄດ້ດັ່ງກ່າວ ກໍເພາະວ່າ ແກ່ງຄ້າຢາເສບຕິດໃນລາວນັ້ນ ໄດ້ກາຍເປັນເຄືອຂ່າຍດຽວກັນກັບໃນມຽນມາ ແລ້ວ ໂດຍສະເພາະ ແມ່ນແຂວງບໍ່ແກ້ວນັ້ນ ກໍຄື ເຂດເຊື່ອມຕໍ່ສຳຄັນທີ່ສຸດລະຫວ່າງລາວ ກັບມຽນມາ ແລະໄທ ດັ່ງທີ່ທ່ານນາງກະວິນວະດີ ສຸກະພົງເທວະສະກຸນ ຜູ້ຊ່ຽວຊານຂອງ UNODC ໄດ້ຢືນຢັນວ່າ:

“ໃນການເຊື່ອມໂຍງກັນນີ້ ສິ່ງນຶ່ງທີ່ພວກເຮົາໄດ້ເນັ້ນໃຫ້ເຫັນແທ້ ໃນປີກາຍນີ້ ກໍແມ່ນການລັ່ງໄຫລຂອງຢາເສບຕິດເພີ້ມຂຶ້ນໂດຍຜ່ານເຂົ້າແລະອອກ ສປປ ລາວ ແລ້ວພວກເຮົາໄດ້ເຫັນອີກເທື່ອນຶ່ງ ກໍແມ່ນວ່າ ພວກກຸ່ມອາຊະຍາກຳໄດ້ສືບຕໍ່ແນເປົ້າໝາຍໃສ່ ສປປ ລາວ ສຳລັບທາງຜ່ານຂອງຢາເສບຕິດແມັຕແອມແຟັດຕາມີນ ແລະຢາອື່ນໆ ດັ່ງທີ່ທ່ານໄດ້ເຫັນ ກໍຄືການຢຶດຢາເສບຕິດຈຳນວນຫຼວງຫຼາຍໃນແຂວງບໍ່ແກ້ວທີ່ມີຊາຍແດນຕິດກັບມຽນມາ ແລະໄທ ແລະພວກເຮົາຍັງເຫັນການຢຶດຢາໄດ້ທີ່ໄຊຍະບູລີ ແລະວຽງຈັນ ສະນັ້ນທ່ານເຫັນໄດ້ວ່າ ສປປ ລາວ ໄດ້ຖືກນຳໃຊ້ເປັນທາງຜ່ານຕໍ່ໄປໄທ.”

ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດລາວ ວ່າ ດ້ວຍການປາບປາມການຄ້າຢາເສບຕິດນັບ ແຕ່ເດືອນກໍລະກົດ 2021 ເປັນຕົ້ນມາ ຍັງດຳເນີນໄປພາຍໃຕ້ສະພາວະຂາດແຄນງົບປະມານຢ່າງໜັກໜ່ວງ ເຮັດໃຫ້ພາກສ່ວນຮັບຜິດຊອບ ບໍ່ສາມາດປະຕິບັດການໄດ້ຢ່າງເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດ ແລະເຮັດໃຫ້ການປະຕິບັດງານຂອງພາກສ່ວນທີ່ກ່ຽວຂ້ອງມີປະ ສິດທິພາບຕ່ຳດ້ວຍ.

ໂດຍກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍໃນການຕິດຕາມຈັບກຸມ 2,399 ຄົນ ພ້ອມກັນນີ້ ກໍຍັງໄດ້ອອກໝາຍຈັບຜູ້ຕ້ອງຫາໃນຄະດີຄ້າຢາເສບຕິດເພີ້ມຂຶ້ນອີກ 100 ກວ່າຄົນສ່ວນການຮ່ວມລາດຕະເວນໃນແນວນ້ຳຂອງ ລະຫວ່າງທາງການຕຳຫຼວດຈີນ ມຽນມາ ລາວ ແລະໄທ ໃນ 1 ປີທີ່ຜ່ານມານັ້ນ ສາມາດປາບປາມການລັກລອບຄ້າຢາເສບຕິດໄດ້ 8,235 ກໍລະນີ ຈັບຜູ້ຕ້ອງຫາໄດ້ 8,043 ຄົນ ຢຶດຢາບ້າກັບຢາໄອຊ໌ ໄດ້ຫຼາຍກວ່າ 171 ໂຕນ ພ້ອມທັງອາວຸດແລະອຸປະກອນສື່ສານທັນສະໄໝເກີນກວ່າ 2 ໝື່ນລາຍການ ໂດຍໃນນີ້ ເກີນກວ່າ 90 ເປີເຊັນ ເປັນການຈັບກຸມຢູ່ໃນເຂດສາມຫຼ່ຽມຄຳລະຫວ່າງ ລາວ ມຽນມາ ແລະ ໄທ.

XS
SM
MD
LG