ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານໄທ ອະນຸມັດ ໂຄງການກໍ່ສ້າງ ທາງລົດໄຟ ເຊື່ອມຕໍ່ ກັບລາວ ຜ່ານໄປເຖິງຈີນ


ແຜນທີ່ ໂຄງການ​ ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ເຊື່​ອມຕໍ່​ ຈາກໄທ ກັບ​ລາວ​ ໄປ​ເຖິງຈີນ​
ແຜນທີ່ ໂຄງການ​ ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ເຊື່​ອມຕໍ່​ ຈາກໄທ ກັບ​ລາວ​ ໄປ​ເຖິງຈີນ​

ຄະນະ​ລັດຖະບານ​ໄທ ​ໄດ້​ອະ​ນຸມັດ​ໂຄງການ​ກໍ່​ສ້າງ​ທາງ​ລົດ​ໄຟ
​ເພື່ອ​ເຊື່​ອມຕໍ່​ກັບ​ລາວ​ໄປ​ຈີນ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ແລະ​ຄາດ
​ວ່າ​ຈະ​ສາມາດ​ຕົກລົງ​ຮ່ວມ​ມື ​ກັບ​ລັດຖະບານ​ຈີນ​ໄດ້​ ຢ່າງ​ເປັນ
​ທາງ​ການ​ໃນ​ໄວໆ​ນີ້.

ພົນ​ອາກາດ​ເອກ ປຣະຈິນ ຈັ່ນຕອງ ລັດຖະມົນຕີ​ວ່າການ​ ກະຊວງ
​ຄົມມະນາຄົມ​ຂອງໄທຖະ​ແຫລ​ງຢືນຢັນ​ວ່າ ກອງ​ປະຊຸມ​ຄະນະ
​ລັດຖະບານ​ໄທ​ ​ໂດຍ​ການ​ເປັນ​ປະທານ​ຂອງ​ພົນ​ເອກ ປຣະຍຸດ ຈັນ​ໂອຊານາຍົກລັດຖະ
ມົນຕີ ​ໄດ້​ມີ​ມະຕິ​ອະນຸມັດ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລະບົບ​ທາງ​ຄູ່​ ຂະໜາດກວ້າງ 1.435
​ແມັດ​ທີ່​ມີ​ຄວາມ​ໄວ​ລະດັບ​ປານ​ກາງ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ມີ​ເປົ້າໝາຍ
ຈະ​ເຊື່ອມ​ຕໍ່​ໄປ​ລາວ​ ແລະ​ຈີນ​ໃຫ້​ໄດ້ ຕະຫລອດ​ເສັ້ນທາງ​ ໃນ​ອະນາຄົດ​ອັນໃກ້ໆ​ນີ້.

​ໂດຍ​ເສັ້ນທາງ​ລົດ​ໄຟ​ລະບົບ​ລາງ​ຄູ່​ໃນ​ໄທ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ຈີ​ນດັ່ງກ່າວ​ນີ້ ມີ​ຢູ່
​3 ​ເສັ້ນທາງດ້ວຍ​ກັນ​ ກໍຄື​ເສັ້ນທາງ​ບາງກອກ-​ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​
ມາບ​ຕາ​ພຸດ-​ໂຄຣາດ-ໜອງ​ຄາຍ ​ແລະ​ເສັ້ນທາງ​ຣະຍອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ
ທີ່​ຈະ​ເຊື່ອມ​ຕໍ່​ກັບ​ນະຄອນຫລວງ​ວຽງ​ຈັນ ຕໍ່​ໄປ​ຈີນ ຊຶ່ງ​ຄາດ​ວ່າ​ຈະ​ເຊື່ອມ​ຕໍ່​ກັນ​ໄດ້​ຕະຫລອດ ​ເສັ້ນທາງ​ພາຍ​ໃນ​ປີ 2022 ​ເປັນ​ຢ່າງ​ຊ້າ ດັ່ງ​ທີ່​ພົນ​ອາກາດ​ເອກ ປຣະຈິນ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຈີນ​ມີ​ຍຸດ​ທະ​ສາດ​ໃນ​ການ​ທີ່​ຈະ​ສ້າງ​ເສັ້ນທາງ​ສາຍ​ໄໝ​ເຊື່ອມ​ມາ​ຍັງ​ທາງ​ດ້ານ​ອາ​ຊ່ຽນ​ໃນ​ອະນາຄົດ ອັນ​ໃກ້​ເຊັ່ນ​ກັນ ​ເຂົາ​ກໍ​ຈະ​ສ້າງ​ທາ​ງລົດ​ໄຟ​ມາດຕະຖານ​ມາ​ທີ່​ລາວ​ຜ່ານໄທ​ໄປມາ​ເລ​ເຊຍ ​ແລະ​ສິງກະ​ໂປ ບ່ອນ​ນີ້​ກໍ​ເປັນ​ໂອກາດ​ອັນ​ດີ ທີ່​ຍຸດ​ທະ​ສາດ​ຂອງ​ໄທ ຍຸດ​ທະ​ສາດ​ຂອງ​ຈີນ​ນັ້ນສອດ​ຄ້ອງ​ກັນ.”

ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະ​ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີຜູ້ຊີ້ນຳ​ ຂົງ​ເຂດເສດ ຖະກິດ​ການ​ຜະລິດ ​ແລະ​ຈະລາຈອນ ​ໄດ້​ໃຫ້ການ​ຢືນຢັນ​ກັບ ວີ​ໂອ​ເອ ວ່າ​ທາງ​ການ​ລາວ​
ພ້ອມ​ທີ່​ຈະ​ເຊື່ອມຕໍ່​ທາງ​ລົດ​ໄຟ​ກັບ​ຈີນ ​ແລະ​ໄທ ​ໂດຍ​ໃນ​ປັດຈຸບັນ​ຄະນະ​ຮັບຜິດຊອບ​ຂອງ​ລັດຖະບານ​ລາວ ກັບ​ຈີນ​ຍັງ​ຄົງ​ສືບ​ຕໍ່​ການ​ເຈລະຈາ​ເພື່ອ​ຕົກລົງ​ກັນ ກ່ຽວ​ກັບ​ແບບ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ ລວມ​ເຖິງ​ການ​ກຳນົດ​ສັດສ່ວນ​ຂອງ​ການ​ລົງທຶນ ​ແລະ​ການ​ຫາ​ແຫ​ລ່ງ​ເງິນ​ທຶນ
​ກູ້​ຢືມ​ໃນ​ຈີນ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເລັ່ງປຶກສາ​ຫາລື​ກັນ​ເຖິງ​ການ​ເຂົ້າຫາ​ແຫ​ລ່ງທຶນ​ກັບ​ການ​ລົງທຶນ​ເບື້ອງ​ຕົ້ນຂອງ​ບໍລິສັດ​ຮ່ວມ​ລາວ-ຈີນຫັ້ນນ່າ ​ເຮົາ​ສິຄວນ​ເອົາ​ເທົ່າ​ໃດ ສິ​ເອົາ 30 ​ເປີ​ເຊັນ​ບໍ່ 40
​ເປີ​ເຊັນ​ບໍ່ ກະ​ຍັງ​ຢູ່​ໃນ​ຂັ້ນປຶກສາກັນ​ເລື້ອງ​ນີ້​ນິ​ແຫລະ.”

ພົນ​ອາກາດ​ເອກ ປຣະຈິນ ຈັ່ນຕອງ ລັດຖະມົນຕີ​ວ່າການ​ ກະຊວງ​ຄົມມະ ນາຄົມ​ຂອງໄທ ຖະ​ແຫລ​ງຢືນຢັນ​ວ່າ ກອງ​ປະຊຸມ​ຄະນະ​ລັດຖະບານ​ໄທ​ ​ໂດຍ​ການ​ເປັນ​ປະທານ​ຂອງ​ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ໄດ້​ມີ​ມະຕິ​ອະນຸມັດ ໂຄງການ​ກໍ່ສ້າງ​ທາງ​ ລົດ​ໄຟ​ແລ້ວ.
ພົນ​ອາກາດ​ເອກ ປຣະຈິນ ຈັ່ນຕອງ ລັດຖະມົນຕີ​ວ່າການ​ ກະຊວງ​ຄົມມະ ນາຄົມ​ຂອງໄທ ຖະ​ແຫລ​ງຢືນຢັນ​ວ່າ ກອງ​ປະຊຸມ​ຄະນະ​ລັດຖະບານ​ໄທ​ ​ໂດຍ​ການ​ເປັນ​ປະທານ​ຂອງ​ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ ​ໄດ້​ມີ​ມະຕິ​ອະນຸມັດ ໂຄງການ​ກໍ່ສ້າງ​ທາງ​ ລົດ​ໄຟ​ແລ້ວ.

ທາງ​ດ້ານ ທ່ານ​ນາງ​ວິ​ໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​
ວ່າການ​ກະຊວງ​ໂຍທາ​ທິການ​ແລະ​ຂົນ​ສົ່ງ ​ໄດ້​ຖະ​ແຫ​ລງຢືນ
ຢັນ​ວ່າ ການ​ເຈລະຈາ ລະຫວ່າງ​ຄະນະ​ຜູ້​ຕ່າງ​ໜ້າ​ລັດຖະບານ
​ລາວ​ກັບ​ຈີນ ກ່ຽວ​ກັບ​ການ​ກໍ່ສ້າງ​ທາງ​ລົດໄຟ ​ເພື່ອ​ເຊື່​ອມ​ຕໍ່​ຈາກ
​ຈີນ​ມາລາ​ວຍັງ​ສືບ​ຕໍ່​ການ​ເຈລະຈາ​ຢູ່​ເລື້ອຍ​ມາ​ຈົນ​ເຖິງ​ປັດຈຸບັນ
​ໂດຍ​ນາຍົກລັດຖະມົນຕີຂອງທັງ 2 ປະ​ເທດ​ໄດ້​ແຕ່ງຕັ້ງ ຄະນະ
​ກຳມະການ​ຂອງ​ແຕ່ລະ​ຝ່າຍ​ຕົນ ຂຶ້ນມາຮັບຜິດຊອບ ​ການ​ເຈລະ
ຈາ​ເປັນ​ການສະ​ເພາະ ​ໃນ​ການ​ຮ່ວມ​ມື​ດັ່ງກ່າວ​ນີ້.

​ແຕ່ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ວິ​ໄລ​ຄຳ ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ
ຄາດໝາຍ​ໄດ້​ວ່າ ການ​ເຈລະຈາ​ລະຫວ່າງ​ ຄະນະ​ຮັບຜິ​ດຊອບ​
ຂອງ​ທາງ​ການ​ລາວ​ ແລະ​ຈີນ​ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານ​ເທົ່າ​ໃດ​ແທ້ ຫາກ​ແຕ່​ກໍ​ມີ​ຄວາມ​ຫວັງ​ວ່າ​ທາງ​ການ​ຂອງ​ທັງ 2 ຝ່າຍ​ຈະ​ສາມາດ​ຕົກລົງ​ກັນ​ໄດ້​ໃນ​ທີ່​ສຸດ ​ເນື່ອງຈາກ​ວ່າ​ຜູ້ນຳ​ລັດຖະບານ​ລາວ ​ແລະ​ຈີນ​ຕ່າງ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ກັນ.

ທາງ​ດ້ານ ທ່ານ​ຫລີ ​ເກີ້​ຈຽງນາຍ​ຍົກ​ລັດຖະມົນຕີ​ຈີນ ກໍ​ໄດ້​ຢືນຢັນ​ວ່າ ຈະ​ເລັ່ງລັດ​ໃຫ້​ມີ​ການ​ເຈລະຈາ​ລະຫວ່າງ​ລາວ​ກັບ​ຈີນ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ໃຫ້​ໄວ​ທີ່​ສຸດ ​ໂດຍ​ເປັນ​ການ​ຢືນຢັນ​ໃນໂອກາດ​ທີ່ ທ່ານ​ທັງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ຊ່ວງ​ຕົ້ນ​ເດືອນ​ເມສາ 2014 ທີ່​ຜ່ານ​ມາ.

ນາຍົກລັດຖະມົນຕີຈີນ ຢືນຢັນ​ດ້ວຍ​ວ່າການ​ເຈລະຈາ​ຮອບ​ໃໝ່​ ຈະ​ມີ​ການ​ກຳນົດ​ຮູບແບບ​ການ​ຮ່ວມ​ມື ທີ່​ມີ​ປະສິດທິພາບ ​ແລະທຸກ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຢ່າງ​ຍຸດ​ຕິທຳ ​ແລະ​ສອດ​ຄ້ອງ​ກັບ​ສະພາບ​ທີ່​ເປັນ​ຈິງ​ ໂດຍ​ຈີນ ​ໄດ້​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ອີກ​ເທື່ອ​ໃໝ່​ແລ້ວ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ທາງ​ການ​ຈີນ​ເຫັນ​ວ່າ ລົດໄຟ​ຄວາມ​ໄວ​ສູງ​ອາດ​ຈະ​ບໍ່​ເມາະ​ສົມ​ກັບ​ສະພາບ​ພູມິ​ປະ​ເທດ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ທັງ​ຍັງ​ອາດ​ຈະ​ບໍ່​ສອດ​ຄ້ອງ​ກັບ​ການ​ພັດທະນາ​ເສດ​ທະ​ກິດ​ຂອງ​ລາວ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຈີນ​ສ​ະ​ເໜີ​ໃຫ້​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ ມາ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ​ລະ​ບົບລາງ​ຄູ່ ທີ່​ຂະ​ບວນ​ໂດຍສານ​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ ​ແລະ​ຂະບວນຂົນສົ່ງ​ສິນຄ້າ​ກໍ​ມີ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຊຶ່ງ​ກໍ​ຄື​ລະດັບ​ຄວາມ​ໄວ​ດຽວ​ກັນ​ກັບ​ຢູ່​ໃນ​ໄທ ​ແລະ​ຈີນ​ນັ້ນ​ເອງ.

XS
SM
MD
LG