ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານໄທ ອະນຸມັດເງິນ 4 ຕື້ 765 ລ້ານບາດ ເພື່ອສ້າງຂົວຂ້າມນໍ້າຂອງແຫ່ງ ທີ 6 ໃຫ້ແກ່ລາວ


ໂຄງການສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ຢູ່ແຂວງ ສາລາວັນ ແລະອຸບົນລາດຊະທານີ.
ໂຄງການສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ຢູ່ແຂວງ ສາລາວັນ ແລະອຸບົນລາດຊະທານີ.

ລັດຖະບານໄທ ຈັດສັນງົບປະມານ 4,765 ລ້ານບາດ ສຳລັບການກໍ່ສ້າງຂົວ ຂ້າມນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ແຂວງສາລະວັນກັບຈັງຫວັດອຸບົນຣາຊະທານີ ໃຫ້ສຳເລັດພາຍໃນປີ 2025 ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສັກສະຍາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ຖະແຫຼງ ຢືນຢັນວ່າ ລັດຖະບານໄທ ໄດ້ອະນຸມັດການຈັດສັນງົບປະມານໃນມູນຄ່າ 4,765 ລ້ານບາດ ເພື່ອນຳໃຊ້ໃນການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ແຂວງສາລະວັນກັບຈັງຫວັດອຸບົນຣາຊະທານີ ໃຫ້ສຳເລັດ ແລະເປີດການນຳໃຊ້ໃນທ້າຍປີ 2025 ດ້ວຍການເລີ້ມລົງມືດຳເນີນການກໍ່ສ້າງ ໃນຕົ້ນປີ 2022 ໂດຍງົບປະມານທີ່ຈັດສັນດັ່ງກ່າວຈະແບ່ງເປັນ 2 ສ່ວນກໍຄື 50 ເປີເຊັນ ຖືເປັນງົບປະມານລາຍຈ່າຍຂອງລັດຖະບານໄທ ສ່ວນອີກ 50 ເປີເຊັນນັ້ນ ແບ່ງເປັນການຊ່ວຍເຫຼືອລ້າ 20 ເປີເຊັນ ກັບເງິນກູ້ໄລຍະຍາວ 30 ເປີເຊັນ ທີ່ລັດທະບານໄທຈັດສັນໃຫ້ກັບລັດຖະບານ ລາວ ເພື່ອນຳໃຊ້ໃນການກໍ່ສ້າງຂົວ ແລະໂຄງປະກອບຕ່າງໆຢູ່ເບື້ອງລາວ ເຊັ່ນຖະໜົນເຊື່ອມຕໍ່ຂົວ ສຳນັກງານພາສີ ແລະກວດຄົນເຂົ້າເມືອງເປັນຕົ້ນ.

ທັງນີ້ ຈຸດກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ລະຫວ່າງ ລາວ-ໄທ ຕັ້ງຢູ່ລະ ຫວ່າງເຂດບ້ານປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີກັບບ້ານ ປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ ໂດຍຂົວມີຄວາມຍາວ 1,020 ແມັດ ແລະມີ 2 ສ່ອງທາງຈະລາຈອນທີ່ສາມາດເຊື່ອມຕໍ່ການຄົມມະ ນາຄົມ ຂົນສົ່ງລະຫວ່າງ ໄທ ລາວ ຫວຽດນາມ ດ້ວຍໄລຍະທາງພຽງບໍ່ເຖິງ 150 ກິໂລແມັດເທົ່ານັ້ນ ຈຶ່ງເປັນການເຊື່ອມຕໍ່ການຄົມມະນາຄົມຂົນສົ່ງລະ ຫວ່າງ 3 ປະເທດທີີ່ມີໄລຍະທາງສັ້ນທີ່ສຸດ ເມື່ອທຽບກັບ ເສັ້ນທາງອື່ນໆ ທີ່ເຊື່ອມຕໍ່ກັບຂົວຂ້າມແມ່ນໍ້າຂອງລະຫວ່າງ ລາວ-ໄທ ອີກ 5 ແຫ່ງນັ້ນ.

ໂດຍໃນປັດຈຸບັນ ທາງການລາວ-ໄທ ກຳລັງຮ່ວມມືກັນໃນການກໍ່ສ້າງຂົວຂ້າມ ແມ່ນໍ້າຂອງແຫ່ງທີ 5 ທີ່ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ທີີ່ມີກຳ ນົດການກໍ່ສ້າງແລ້ວເສັດ ແລະເປີດການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ລະຫວ່າງກັນໃຫ້ໄດ້ພາຍໃນປີ 2023 ດ້ວຍທຶນສະໜັບສະໜຸນທັງ 100 ເປີເຊັນ ຈາກລັດຖະບານໄທ ອັນລວມເຖິງເງິນກູ້ ແລະການຊ່ວຍເຫຼືອທີ່ລັດ ຖະບານໄທ ໃຫ້ແກ່ລັດຖະບານລາວດ້ວຍ ດັ່ງທີ່ທ່ານສະນິດ ຂາວສະອາດ ຜູ້ວ່າ ລາດຊະການຈັງຫວັດບຶງການ ໄດ້ໃຫ້ການຢືນຢັນວ່າ

“ການກໍ່ສ້າງນັ້ນ ກໍ່ສ້າງເປັນ 2 ສ່ວນ ສ່ວນນຶ່ງຄື ຖະໜົນ ແລ້ວກໍດ່ານພົມແດນ ພາສີອາກອນ ສຳເລັດແລ້ວກໍຈະໄປສ້າງຂົວເຊື່ອມໄປຝັ່ງ ສປປ ລາວ ແລ້ວ ສປປ ລາວ ກໍຈະສ້າງຖະໜົນ ແລ້ວກໍດ່ານພົມແດນ ແລ້ວກໍດ່ານພາສີອາກອນ ສຳເລັດແລ້ວ ກໍຈະໄປກໍ່ສ້າງຂົວເຊື່ອມ ຊຶ່ງມັນກໍເປັນເງິນກູ້ ຊຶ່ງເງິນກູ້ຂອງ ສປປ ລາວ ກໍຮຽບຮ້ອຍແລ້ວ ຂົວນີ້ເລີ້ມສ້າງແລ້ວ ຫຼັງຈາກນີ້ໄປອີກ 2-3 ປີ ຂ້າງໜ້າ ກໍຈະຮຽບຮ້ອຍສຳເລັດເປັນຂົວແຫ່ງທີ 5 ສປປ ລາວ ກັບໄທ ກໍຈະເຊື່ອມໂຍງກັນ.”

ທັງນີ້ ລັດຖະບານໄທໄດ້ອະນຸມັດທຶນສະໜັບສະໜຸນການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ຄິດເປັນມູນຄ່າລວມ 3,930 ລ້ານບາດ ໃນນີ້ແບ່ງເປັນທຶນຊ່ວຍ ເຫຼືອລ້າ ແລະເງິນກູ້ຢືມໃຫ້ແກ່ລັດຖະບານລາວ ໃນມູນຄ່າລວມ 1,248 ລ້ານ ບາດ ທີ່ແບ່ງເປັນເງິນຊ່ວຍເຫຼືອລ້າ ແລະເງິນກູ້ຢືມໃນສັດສ່ວນ 30 ເປີເຊນ 70 ເປີເຊັນຕາມລຳດັບ ໂດຍສະເພາະຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ທີ່ເຊື່ອມຕໍ່ ຈັງຫວັດບຶງການ ກັບແຂວງບໍລິຄຳໄຊ ດັ່ງກ່າວນີ້ ຍັງສາມາດເຊື່ອມຕໍ່ໄປພາກ ກາງຂອງຫວຽດນາມ ຕາມຖະໜົນເລກ 8 ໃນລາວ ໄດ້ອີກດ້ວຍ.

ສ່ວນເຈົ້າໜ້າທີ່ພະແນກແຜນການ ແລະການລົງທຶນ ແຂວງບໍລິຄຳໄຊ ຢືນຢັນ ວ່າ ທາງການແຂວງບໍລິຄຳໄຊ ກຳລັງທຳການສຶກສາສຳຫຼວດ ເພື່ອຈັດສັນພື້ນທີ່ ຮອງຮັບການສ້າງຕັ້ງເຂດເສດຖະກິດພິເສດຢູ່ເຂດຕິດຕໍ່ກັບເຂດກໍ່ສ້າງຂົວຂ້າມ ແມ່ນໍ້າ ແຫ່ງທີ 5 ລະຫວ່າງ ລາວ-ໄທ ດ້ວຍເປົ້າໝາຍຈະຮອງຮັບເອົາການ ລົງທຶນຂອງຕ່າງປະເທດໃຫ້ເຂົ້າມາໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ໃນປັດຈຸບັນນີ້ ສປປ ລາວ ມີຂົວຂ້າມແມ່ນໍ້າຂອງທີ່ນຳໃຊ້ເພື່ອເຊື່ອມຕໍ່ການຄົມ ມະນາຄົມ-ຂົນສົ່ງແລ້ວ 10 ແຫ່ງ ໃນນີ້ 5 ແຫ່ງ ທີ່ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງໃນລາວ ຄືຂົວເຊື່ອມຕໍ່ປາກເຊກັບເມືອງໂພນທອງ ຂົວດອນໂຂງທີ່ເມືອງໂຂງ ຂົວເມືອງເງິນກັບເມືອງປາກແບງ ຂົວທີ່ປາກຄອນກັບທ່າເດື່ອ ແລະຂົວທີ່ເມືອງຊະນະຄາມກັບປາກລາຍ ສ່ວນອີກ ທີ່ເຊື່ອມຕໍ່ການຄົມມະນາຄົມ ຂົນສົ່ງໃນລາວກໍຄື ຂົວເຊື່ອມຕໍ່ປາກເຊກັບເມືອງໂພນທອງ ຂົວດອນໂຂງທີ່ເມືອງ ໂຂງ ຂົວເມືອງເງິນກັບເມືອງປາກແບງ ຂົວທີ່ປາກຄອນກັບທ່າເດື່ອ ແລະຂົວທີ່ ເມືອງສະນະຄາມກັບປາກລາຍ ສ່ວນອີກ 5 ແຫ່ງທີ່ເຊື່ອມຕໍ່ກັບປະເທດເພື່ອນ ບ້ານ ຄື ຂົວທີ່ນະຄອນວຽງຈັນກັບໜອງຄາຍ ສະຫວັນນະເຂດກັບມຸກດາຫານ ຄຳມ່ວນກັບນະຄອນພະນົມ ຫ້ວຍຊາຍກັບຊຽງຂອງ ແລະທ່າຂີ້ເຫລັກໃນ ມຽນມາກັບຊຽງກົກໃນແຂວງຫຼວງນໍ້າທາ.

XS
SM
MD
LG