ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ວຸ້ນວາຍ​ ທາງ​ການ​ເມື​ອງ ສົ່ງຜົນກະທົບ ຕໍ່​ເສດຖະກິດ​ໄທ (ສະ​ໄລ​ດ໌)


ການ​ປິດ​ກັ້ນ​ຖະໜົນ​ສາຍ​ສໍາຄັນແຫ່ງນຶ່ງ ຂອງການທ່ອງທ່ຽວ ​ໃນ​ເມືອຫຼວງ ບາງກອກ
ການ​ປິດ​ກັ້ນ​ຖະໜົນ​ສາຍ​ສໍາຄັນແຫ່ງນຶ່ງ ຂອງການທ່ອງທ່ຽວ ​ໃນ​ເມືອຫຼວງ ບາງກອກ
ບັນດາ​ນັກ​ເສດຖະສາດເຕືອນ​ ​ເຖິງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ
ທີ່​ຊັກ​ຊ້າ​ລົງ​ໄປ​ກວ່າ​ເກົ່າ ​ໃນປະ​ເທດ​ໄທ ຍ້ອນຄວາມ​ວຸ້ນວາຍ​
ທາງ​ການ​ເມືອງ​ທີ່​ກໍາລັງ​ຄຸກ​ຄາມ​ປະ​ເທດ ຢ່າງ​ໃຫຍ່ຢູ່​ນັ້ນ. ຜູ້​ສື່​
ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານ​ຈາກ​ເມືອງຫຼວງ​ຂອງໄທ
ວ່າ ອົງການ​ຈັດລະດັບ ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ Fitch
ເຕືອນ​ວ່າ​ ບັນຫາ​ ທາງ​ການ​ເມືອງ ​ທີ່​ຍືດ​ເຍື້​ອອອກ​ໄປ​ນັບ​ມື້​ນັ້ນ
ອາດ​ສົ່ງ​ຜົນ​ກະທົບ​ໃນ​ທາງ​ລົບ​ທີ່​ຍາວນານ​ ຕໍ່​ຄວາມໝັ້ນຄົງ​ທາງ​
ການ​ເງິນ​ຂອງ​ໄທ​ໄດ້. ຊຶ່ງ​ທອງ​ປານມີ​ເລຶ່ອງນີ້ມາສະ​ເໜີທ່ານ​ໃນ​
ອັນ​ດັບ​ຕໍ່​ໄປ​.

ລິງໂດຍກົງ

ອົງການ​ຈັດ​ລະດັບ Fitch ຊຶ່ງ​ມີ​ສໍານັກງານ​ຢູ່​ສະຫະລັດ ໄດ້ເຕືອນ ຢູ່​ໃນ ລາຍ​ງານຂອງ​ຕົນ​ວ່າ ​ການ​ຍື້​ດ​ເຍື້ອ​ຍາວ​ນານ​ອອກ​ໄປ ຫຼືການ​ທະວີ ຄວາມ​ຮຸນ​ແຮງຂຶ້ນ​ ຂອງ​ການ​ປະ​ເຊີນ​ໜ້າ​ກັນທາງການ​ເມືອງ​ ​ໃນ​ປັດຈຸບັນ​ຂອງ​ໄທ​ນັ້ນ ​ແມ່ນຈະ​ເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ສ້າງ ຄວາມ​ເສຍ​ຫາຍ​ຢ່າງ​ໜັກແລະ​ຍາວ​ນານ​ ຕໍ່​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງໄທ​.

ອົງການ​ຈັດ​ລະດັບ Fitch ​ໄດ້​ຊີ້ໄປ​ໃສ່ ການ​ຫົດ​ຕົວ​ທາງດ້ານ​ການ​ຜະລິດ ​ອັດຕາການ​ ເຕີບ​ໂຕ​ຂອງ​ຍອດ​ຂາຍຍ່ອຍ ທີ່​ຕົກຕໍ່າລົງ​ຢ່າງ​ຫຼວງຫຼາຍ ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ອຸບ ປະໂພ​ກບໍລິ​ໂພ​ກ ແລະ​ວົງ​ການ​ທຸລະ​ກິດ ທີ່ຕົກ​ຮວບລົງ​ມາ​ຢູ່​ຈຸດ​ຕໍ່າ​ສຸດ ນັບ​ຕັ້ງ​ແຕ່​ໄພ​ນໍ້າ​ຖ້ວມຄັ້ງ​ໃຫຍ່​ໃນ​ໄທ ​ເມື່ອ​ປີ 2011​ເປັນ​ຕົ້ນ​ມາ ນັ້ນ.

ລາຍ​ງານ​ດັ່ງກ່າວ​ແມ່ນ​ອອກ​ມາ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດເມື່ອ​ວັນ​ທີ 2 ຜ່ານ​ມາ​ນີ້ ​ທີ່​ບໍ່​ໄດ້ຮວມ​ເອົາ​ທຸກ​ພັກ​ຝ່າຍແລະບໍ່​ມີ​ຜົນແພ້ຊະນະ​ເດັ​ດຂາດ ​ແລະ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ໂດຍ ພວກ​ປະ​ເທດ​ຕໍ່ຕ້ານ​ລັດຖະບານ ທີ່​ຍັງ​ດໍາ​ເນີນ​ຢູ່​ຕໍ່​ມາຢ່າງ​ບໍ່​ລົດ​ລະ​ນັ້ນ.​ໃນ​ຂະນະ​ທີ່​ບັນຫາ​ຂໍ້​ຂັດ​ແຍ້​ງກັນ​ທາງ​ການ​ເມືອງ ​ປະກົດ​ວ່າ​ ຈະ​ຂຶ້ນ​ໂຮງ​ຂຶ້ນ ສານ​ນັ້ນ ພວກ​ນັກ​ລົງທຶນ​ຕ່າງ​ຊາດ​ພາກັນ​ອອກສຽງສະ​ແດງ​ຄວາມ​ເປັນ​ຫ່ວງ​ໄປ​ຕາມໆ​ກັນ.

ທ່ານ Kyoichi Tanada ປະທານ​ບໍລິສັດ​ຜະລິດ​ລົດຍົນ Toyota ​ໃນ​ປະເທດ​ໄທ ​ໄດ້​ກ່າວເຕືອນວ່າ ພວກ​ນັກ​ລົງທຶນ​ໄລຍະ​ຍາວ ອາດຈະ​ໄປ​ຊອກຫາ​ແຫຼ່ງລົງທຶນ​ຢູ່​ບ່ອນ​ອື່ນ ​ເຊັ່ນ​ອິນ​ໂດ​ເນ​ເຊຍ ​ແລະ​ຫວຽດນາມ ​ເປັນ​ຕົ້ນ.

Chris Baker ນັກວິ​ເຄາະ ​ແລະ​ນັກ​ຂຽນ​ກ່ຽວ​ກັບ​ທຸລະ​ກິດ​ໃນ​ໄທ ​ເວົ້າ​ວ່າພວກ​ນັກລົງທຶນ​
ຕ່າງ​ຊາດ​ລາຍ​ໃຫຍ່ໆ​ຢ້ານ​ກົວວ່າ ການ​ເລືອກ​ຕັ້ງ​ທີ່​ບໍ່​ໄດ້ ຮວມ​ເອົາ​ທຸກ​ພັກ​ຝ່າຍ ຊຶ່ງ​ຈະຕິດ
ຕາມ​ມາ​ດ້ວຍການ​ເລືອກຕັ້ງ​ພິ​ເສດ ​ແລະ​ການ​ທ້າ​ທາຍຕ່າງໆ​ດ້ານ​ກົດໝາຍນັ້ນ ຈະ​ເຮັດໃຫ້​
ພວກ​ນັກ​ລົງທຶນ ຂາດ​ຄວາມ​ໝັ້ນ​ໃຈພໍ​ສົມຄວນ.

ທ່ານ ​ເບເກີ ​ເວົ້າ​ວ່າ: “ຄວາມ​ເປັນ​ຫ່ວງ​ທີ່​ສໍາຄັນ ແມ່ນກ່ຽວ​ກັບ​ການ​ຕັດສິນໃຈ ທີ່​ພວກ​ເຂົາ​ເຈົ້າວິຕົກ​ກັງວົນ ​ໂດຍ​ສະ​ເພາະ​ພວກ​ບໍລິສັດ​ຜະລິດ​ລົດຍົນ ​ແລະອຸດສາ​ຫະກໍາ​ທີ່​ກ່ຽວຂ້ອງ​ທັງຫຼາຍ​ນັ້ນ​ນໍາ. ພວກ​ເຂົາ​ເຈົ້າວິຕົກ​ກັງວົນນໍາ​ລັດຖະບານ.
ມີ​ໂອກາດ​ໜ້ອຍ​ຫຼາຍໃນ​ອະນາຄົດ​ອັນ​ໃກ້ນີ້ ທີ່​ຈະ​ມີ
ລັດຖະບານ ທີ່​ຈະທໍາ​ການ​ຕັດສິນ​ໃຈໃດໆ​ຢ່າງ​ຈິງ​ຈັງ​ໄດ້ ​ແລະ​ນີ້​ຄືປັດ​ໃຈ​ ອັນ​ໃຫຍ່​ຫຼວງ​ ທີ່​ເຮັດ​ໃຫ້ເຂົາ​ເຈົ້າ
ບໍ່​ມີ​ກໍາ​ລັງ​ໃຈ.”



ຂະນະ​ນີ້ ລັດຖະບານ​ຮັກສາ​ການ​ຊົ່ວ​ຄາວ​ຂອງ​ໄທ ກໍາລັງ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນດ້ານ​ ການ​ເງິນ​ຢ່າງ​ໜັກ ຍ້ອນ​ຕິດ​ໜີ້​ຊາວນາ ຢູ່ຫຼາຍ​ກວ່າ ສາມ​ພັນ​ລ້ານ​ໂດ​ລ່າ ພາຍ​ໃຕ້​ໂຄງ ການ​ຮັບ​ຈໍາ​ນໍາ​ເຂົ້າ ທີ່ເປັນ​ຂໍ້​ໂຕ​້​ແຍ້​ງກັນ​ຢ່າງ​ໃຫຍ່​ນັ້ນ. ລັດຖະບານ​ໄດ້​ດິ້ນຮົນ​ເພື່ອ​ຫາ​ເງິນຈໍານວນ​ນີ້​ມາ​ຊໍາລະ​ໃຫ້​ຊາວນາ ​ແລະ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ກໍຍັງ​ບໍ່​ສາມາດ​ກູ້​ຢືມ​ເງິນ​ຈາກ​ ທະນາຄານແຫ່ງ​ໃດ​ໄດ້ເລີຍ.

ພວກ​ນັກ​ລົງທຶນ​ຕ່າງ​ຊາດ ​ໄດ້​ພາກັນ​ຖອນ​ຮຸ້ນ​ອອກ​ຈາກ​ຕະຫຼາດ​ຮຸ້ນ​ຂອງ​ໄທນັບ​ຕັ້ງ​ແຕ່​ ເກີດ​ການ​ປະ​ທ້ວງ​ທາງ​ການ​ເມືອງ​ຂຶ້ນ​ເມື່ອ​ຕົ້ນ​ເດືອນ​ພະຈິກ​ປີຜ່ານມາ. ດັດຊະນີຮຸ້ນ ​ໄດ້​ຕົກລາຄາ​ເຖິງ 10 ​ເປີ​ເຊັນ​ນັບ​ຕັ້ງ​ແຕ່​ນັ້ນ​ມາ​ເຖິງ​ແມ່ນ​ໄດ້​ມີ​ສະພາວະ​ທຸ່ນ​ທ່ຽງ​ ໃນ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້.

​ເຖິງ​ແມ່ນ​ສະພາບການ​ຍັງ​ມືດ​ມົນ ​ຢູ່​ກໍ​ຕາມ ທ່ານ Andrew McBean ຊຶ່ງ​ເປັນພາຄີກັບ
ບໍລິ​ສັດ​ໃຫ້​ຄໍາ​ປຶກສາ Grant Thornton Thailand ​ເວົ້າ​ວ່າ ການ​ທີ່ການ​ເລືອກ​ຕັ້ງ​ເມື່ອ
ຕົ້ນ​ເດືອນ​ນີ້ ​ໄດ້​ດໍາ​ເນີນ​ໄປຢ່າງສັນຕິ​ເປັນ​ສ່ວນ​ໃຫຍ່​ນັ້ນ ​ເປັນ​ຮ່ອງຮອຍ ທີ່​ໃຫ້​ຄວາມຫວັງ​ຢູ່.

ທ່ານ ​ແມັກ​ບີນ ​ເວົ້າ​ວ່າ: “ມີ​ຄວາມ​ສະບາຍ​ໃຈຂຶ້ນມາ​ແດ່​ ຈາກ​ການ​ເລືອກ ​ຕັ້ງ​ເມື່ອ​ທ້າຍອາທິດ​ຜ່ານ​ມາ ​ແລະ​ຈາ​ກການທີ່ວ່າ ມັນ​ດໍາ​ເນີນໄປ​ ດ້ວຍ​ດີ ປາດ​ສະ​ຈາກເຫດການ​ຮຸນ​ແຮງ. ສິ່ງ​ທີ່​ໂຜ່​ໂຕ​ອອກ​ມາ​ຈາກ​ເຫດການນີ້ ຂ້ອນ​ຂ້າງ​ເປັນວິທີ​ການ​ທຸລະ​ກິດ​ທີ່​ເປັນ​ຈິງ​ຢ່າງນຶ່ງ​. ຖ້າ​ຈະ​ເວົ້າ​ແລ້ວ ​ໄທ​ຍັງ​ຄົງ​ສືບ​ຕໍ່​ມີ​ຜະລິດ​ຕະພັນ​ລວມ
ພາຍ​ໃນ ຫຼື
GDP ຢູ່​ໃນ​ທາງ​ບວກ ​ໂດຍ​ທີ່​ມັນ​ກໍ​ຍັງ​ສືບ​ຕໍ່​ເຕີບ​ໂຕ​ຂຶ້ນ​ໄປ​ຢູ່ ​ເຖິງ​ແມ່ນ​ຈະບໍ່​ດີ​ເທົ່າ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຕົວ​ຈິງ​ຂອງ​ມັນ​ ກໍ​ຕາມ​.”

ທຸລະ​ກິດ​ການທ່ອງທ່ຽວ​ຖືກ​ກະທົບ​ຢ່າງ​ໜັກ ​ໂດຍ​ສະ​ເພາະ​ໃນ​ຕົວ​ເມືອງຫຼວງ​ບາງກອກ​ຂອງ​ໄທ ບ່ອນທີ່​ລັດຖະບານໄດ້​ປະກາດ​ສະພາວະ​ສຸກ​ເສີນ ເວລາ​ພວກ​ປະ​ທ້ວງ ທໍາ​ການ​ ເຄື່ອນ​ໄຫວ​ປິດ​ກັ້ນ ສີ່​ແຍກ​ທີ່​ສໍາຄັນຕ່າງ​ໆໃນຕົວ​ເມືອງ​ນັ້ນ. ພ້ອມ​ດຽວ​ກັນ ກໍ​ມີ​ຫຼາຍ​ກວ່າ 45 ປະ​ເທດ​ທີ່​ອອກ​ຄໍາ​ເຕື່ອນ​ໃຫ້​ລະວັງ​ໂຕ ​ໃນ​ການ​ເດີນທາງ​ໄປ​ໄທ​ ​ເມື່ອ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້. ​ເຈົ້າໜ້າ​ທີ່ທ່ອງ​ທ່ຽວຂອງໄທ ​ປະ​ເມີນ​ວ່າ ສະ​ເພາະ​ເດືອນ​ມັງກອນ​ເດືອນ​ດຽວ​ນັ້ນ ໄທ​ສູນ​ເສຍລາຍ​ໄດ້​ເຂົ້າລັດ ໄປ​ປະມານ 685​ ລ້ານ​ໂດ​ລ່າ.

ລາດ​ຊະ​ອານາຈັກ​ໄທ ​ເຄີຍ​ໄດ້​ຜ່ານ​ຜ່າສະ​ຖາວະ​ຖອຍຫຼັງ​ທາງ​ເສດຖະກິດ​ແລະ​ຄວາມ​ ວຸ້ນວາຍ​ທາງ​ການ​ເມືອງ​ມາແລ້ວຫຼາຍ​ເທື່ອ​ຫຼາຍ​ທີ ຈົນ​ໄດ້​ຮັບ​ຊື່ວ່າ Teflon Thailand ຫຼື​ປະ​ເທດ​ໄທ ທີ່​ຍືດຫົດ​ໄດ້. ​ແຕ່​ຫຼາຍໆ​ຄົນ​ກໍ​ພາກັນ ເປັນ​ຫ່ວງ​ວ່າ ຍິ່ງຄວາມ​ວຸ້ນວາຍ​ທາງ​ການ​ເມືອງ​ໃນ​ໄທ ​ສືບ​ຕໍ່​ແກ່ ຍາວອອກ​ໄປເທົ່າ​ໃດ ກໍ​ຈະເຮັດ​ໃຫ້​ປະ​ເທດ​ຊາດ​ໃຊ້​ເວລາ​ດົນ​ນານ ​ຍິ່ງ​ຂຶ້ນ​ໄປ​ເທົ່າ​ນັ້ນ ​ໃນ​ການ​ທີ່​ຈະກູ້​ເອົາ​ພາບ​ພົດ​ ທີ່​ເປັນ​ມິດ​ຕໍ່ນັກ​ທ່ອງ​ທ່ຽວ​ແລະ​ວົງ​ການ​ທຸລະ​ກິດ​ຂອງ​ຕົນ ກັບ​ຄືນ​ມາ.
XS
SM
MD
LG