ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ພຶດສະພາ ໒໐໒໔

ນັກເສດຖະສາດໄທ ປະເມີນວ່າ ລັດຖະບານລາວ ຍັງມີທຶນນສຳຮອງ ເງິນຕາຕ່າງປະເທດ ຕ່ຳກວ່າ 1,300 ລ້ານໂດລາ


ເງິນກີບລາວ ແລະເງິນຕາຕ່າງປະເທດທັງຫຼາຍ
ເງິນກີບລາວ ແລະເງິນຕາຕ່າງປະເທດທັງຫຼາຍ

ນັກເສດຖະສາດໃນທະນາຄານແຫ່ງຊາດໄທ ປະເມີນວ່າ ລັດຖະບານລາວ ຍັງມີທຶນສຳຮອງເງິນຕາຕ່າງປະເທດ ໃນລະບົບທະນາຄານຕ່ຳກວ່າ 1,300 ລ້ານໂດລາ ຊຶ່ງນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2 ເດືອນ.

ນັກເສດຖະສາດໃນທະນາຄານແຫ່ງປະເທດໄທ ໄດ້ໃຫ້ການປະເມີນວ່າ ລັດຖະບານລາວ ຍັງປະເຊີນກັບບັນຫາຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກໜ່ວງໃນປັດຈຸບັນ ເພາະການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ລາວ ຕ້ອງຂາດດຸນການຊຳລະບັນຊີເງິນຕາຕ່າງປະເທດຄິດເປັນມູນຄ່າລວມ ເກີນກວ່າ 1,200 ລ້ານໂດລາ ໃນປີ 2023 ເຖິງແມ່ນວ່າ ລາວໄດ້ປຽບດຸນການຄ້າຕ່າງປະເທດກໍຕາມ ແຕ່ເນື່ອງຈາກວ່າ ລາຍໄດ້ສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າລວມ 2,382 ລ້ານໂດລານັ້ນ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງມີລາຍຮັບພຽງສ່ວນນ້ອຍເທົ່ານັ້ນ ທີ່ໄດ້ໂອນເຂົ້າສູ່ລະບົບທະນາຄານໃນລາວ ອັນເຮັດໃຫ້ທະນາຄານໃນລາວ ມີເງິນຕາຕ່າງປະເທດຢ່າງຈຳກັດ ຫຼືຄິດເປັນມູນຄ່າລວມທີ່ຕ່ຳກວ່າ 1,300 ລ້ານໂດລາ ທີ່ສາມາດນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງແຕ່ 2 ເດືອນເທົ່ານັ້ນ ຊຶ່ງຖືວ່າ ຕ່ຳກວ່າລະດັບມາດຕະຖານຂອງບັນດາປະເທດກຳລັງພັດທະນາ ດັ່ງທີ່ນັກເສດຖະສານໄທ ໃຫ້ການຢືນວ່າ:

“ໃນຊ່ວງວິກິດໂຄວິດທີ່ຜ່ານມາ ໃນຊ່ວງສົງຄາມການຄ້າທີ່ຜ່ານມາ ແລ້ວກໍຍັງຄົງຢູ່ ຈົນເຖິງປັດຈຸບັນນີ້ໜິ ລາຍໄດ້ຈາກການສົ່ງອອກສິນຄ້າ ແລະບໍລິການ ດ້ານການທ່ອງທ່ຽວໜິ ມັນຢຸດຊະງັກໄປເລີຍ ໃນຂະນະທີ່ລາຄາສິນຄ້າທີ່ຈຳເປັນຕ້ອງນຳເຂົ້າ ໂດຍສະເພາະເລື້ອງຂອງເຊື້ອໄຟ ເລື້ອງຂອງອາຫານ ມັນລາຄາສູງຂຶ້ນກໍເລີຍເຮັດໃຫ້ມີເງິນໄຫລເຂົ້າຫຼາຍເທົ່າກັບເງິນທີ່ໄຫລອອກ ປັດຈຸບັນນີ້ໜິ ສປປ ລາວ ມີເງິນທຶນສຳຮອງບໍ່ເກີນ 1,300 ລ້ານໂດລາ ສາມາດຈະໃຊ້ນຳເຂົ້າສິນຄ້າ ແລະບໍລິການໄດ້ 2 ເດືອນເສດໆ ຖືວ່າ ຕ່ຳກວ່າມາດຕະຖານ.”

ແຕ່ຢາງໃດກໍຕາມ ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕະການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະແມ່ນການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ ລວມທັງປ້ອງກັນການຮົ່ວໄຫລຂອງລາຍຮັບຈາກພາສີນ້ຳມັນ ດ້ວຍການກວດກາຢ່າງໃກ້ຊິດ ດັ່ງທີ່ ທ່ານສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຢືນຢັນວ່າ:

“ໄດ້ສຸມໃສ່ຜັນຂະຫຍາຍບັນດາມາດຕະການເຄັ່ງຮ້ອນໃນການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ ເປັນຕົ້ນແມ່ນສຳເລັດການຜັນຂະຫຍາຍ ແລະເລີ້ມຈັດຕັ້ງປະຕິບັດບັນຍັດ 001 ຂອງປະທານປະເທດວ່າດ້ວຍລາຍການສິນຄ້າ ແລະອັດຕາພາສີຂາອອກ ຈັດຕັ້ງປະຕິບັດລັດຖະບັນຍັດ 003 ຂອງປະທານປະເທດວ່າດ້ວຍການເພີ້ມອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ໄດ້ຕັດສົມດ່ານສາກົນ ນຳເຂົ້ານ້ຳມັນເຊື້ອໄຟຈາກ 22 ດ່ານມາເປັນ 19 ດ່ານ ພ້ອມທັງກຳນົດຂອບເຂດການເຄື່ອນຍ້າຍນ້ຳມັນເຊື້ອໄຟຂອງບັນດາບໍລິສັດນ້ຳມັນເຊື້ອຢ່າງຊັດເຈນ.”

ສ່ວນນັກທຸລະກິດລາວ ກໍໄດ້ໃຫ້ທັດສະນະວ່າ ການຂະຫຍາຍອັດຕາການແລກປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອຈະດຶງເອົາເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ບັນຫາການຕົກຕ່ຳຂອງຄ່າເງິນກີບໄດ້ເລຍ ເພາະວ່າ ປັດໄຈຫລັກທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳຄືຕະຫຼາດການເງິນ ບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຊຳລະລັນຊີເງິນຕາຕ່າງປະເທດຢ່າງໜັກ ແລະປະເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ເພາະນັກທຸລະກິດບໍ່ຍອມຮັລອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດກຳນົດ ຈຶ່ງໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫລັກ ເຖິງແມ່ນວ່າຮ້ານແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການຫລັກລອບແລກປ່ຽນຢູ່ຫຼັງຮ້ານເລື້ອຍມາ.

ທັງນີ້ ໃນປີ 2023 ທະນາຄາແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງ ກໍຄືໃນເດືອນກຸມພາແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດກັບທະນາຄານທຸລະກິດໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນ ຕາມລຳດັບ ແຕ່ອັດຕາແລກປ່ຽນທີ່ເປັນຈິງນັ້ນສູງກວ່າອັດຕາທາງການກວ່າ 20 ເປີເຊັນຊຶ່ງເຮັດໃຫ້ປະຊາຊົນລາວຍັງປະເຊີນກັບອັດຕາເງິນເຟີ້ທີ່ສູງກວ່າ 25 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ເຖິງແມ່ນວ່າ ຈະໄດ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈາກ 1.3 ລ້ານກີບເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ວ່າ ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶ້ນແຕ່ຢ່າງໃດ ເພາະເງິນກີບຍັງສືບຕໍ່ຕົກຕ່ຳລົງ ໃນຂະນະທີ່ລາຄາສິນຄ້າກໍຍັງເພີ້ມສູງຂຶ້ນນັບມື້ ຈຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບຄ່າຄອງຊີບທີ່ສູງຂຶ້ນກວ່າ 2 ເທົ່າ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG