ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຂໍ້​ຕົກ​ລົງ ສ້າງ​ກຳ​ປັ່ນ​ດຳ​ນ້ຳ​ ໄທ-ຈີນ ປະ​ສົບ​ບັນ​ຫາ ຍ້ອນ​ການ​ຫ້າມ​ສົ່ງ​ອອກ​ອາ​ວຸດ ​ຂອງ​ອີ​ຢູ


ບາງກອກ ປ​ະ​ເທດ​ໄທ
ບາງກອກ ປ​ະ​ເທດ​ໄທ

ຈີນ ​ໄດ້​ຢຸດ​ການ​ສ້າງ​ກຳ​ປັ່ນ​ດຳ​ນ້ຳ​ໂຈມ​ຕີ ​ໃຫ້​ແກ່ກ​ອງ​ທັບ​ເຮືອ​ຂອງ​ໄທ ​ຫຼັງ​ຈາກ​ເຢຍ​ຣະ​ມັນໄດ້​ປະ​ຕິ​ເສດ​ບໍ່​ຍອມ​ສົ່ງ​ອອກ​ເຄື່ອງ​ຈັກ ຕາມ​ທີ່​ໄດ້​ມີ​ການ​ຮຽກ​ຮ້ອງ​ໃຫ້​ຕິດ​ຕັ້ງ​ໃສ່​ກຳ​ປັ່ນ​ດັ່ງ​ກ່າວ ອີງ​ຕາມ​ການຢືນ​ຢັນ​ຂອງ​ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮືອ​ໄທ​.

ການ​ຢຸດ​ເຊົາ​ໃນ​ການ​ສ້າງ​ກຳ​ປັ່ນ​ດຳ​ນ້ຳ​ທີ່​ວ່ານີ້ ອາດ​ຈະ​ເຮັດ​ໃຫ້ເກີດ​ຄວາມ​ເຄັ່ງ​ຕຶງ​ໃນຄວາມ​ສຳ​ພັນລະ​ຫວ່າງກອງ​ທັບ​ເຮືອ​ໄທ​ແລະ​ຈີນ ຊຶ່ງ​ໄດ້​ເຂົ້າ​ມາ​ແທນທີ່ສະ​ຫະ​ລັດ ໃນ​ຖາ​ນະ​ເປັນ​ຜູ້​ສະ​ໜອງ​ອາ​ວຸດ​ລາຍ​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ໄທ.

ກອງ​ທັບ​ເຮືອ​ຂອງ​ຣາ​ຊະ​ອາ​ນາ​ຈັກ​ໄທ ແລະ​ບໍ​ລິ​ສັດລັດ​ວິ​ສາ​ຫະ​ກິດ ສ້າງ​ກຳ​ປັ່ນ ​ຂອງ​ຈີນ CSOC ໄດ້​ເຊັນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ​ມູນ​ຄ່າ 402 ລ້ານ​ໂດ​ລາເພື່ອ​ສ້າງ​ກຳ​ປັ່ນ​ດຳ​ນ້ຳ Yuan-class S26T ໃນ​ປີ 2017 ຊຶ່ງ​ກຳ​ນົດ​ໃນ​ການ​ສົ່ງ​ມອບ​ຕົ້ນ​ຕໍ​ນັ້ນ ແມ່ນ​ໃນ​ທ້າຍ​ປີ​ໜ້າ.

ໂດຍ​ອ້າງ​ແຫຼ່ງ​ຂ່າວ​ທີ່​ບໍ່​ປະ​ສົງ​ອອກ​ຊື່ ​ໃນ​ກອງ​ທັບ​ເຮືອ​ຂອງ​ໄທ ແນວ​ໃດ​ກໍ​ຕາມ ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ເມື່ອ​ເດືອນ​ກຸມ​ພາ​ຜ່ານ​ມາວ່າ ການ​ສ້າງ​ໃນ​ອັນ​ທີ່​ຈະ​ເປັນ​ກຳ​ປັ່ນ​ດຳ​ນ້ຳ​ລຳ​ທຳ​ອິດ​ຂອງ​ປະ​ເທດນັ້ນ ໄດ້​ຢຸດ​ຊະ​ງັກ​ລົງ.

ໃນ​ການ​ໃຫ້​ການ​ຢືນ​ຢັນ ​ກ່ຽວ​ກັບ​ການ​ຊັກ​ຊ້າ​ ແລະ​ສາ​ເຫດນັ້ນ ພົນ​ເຮືອ​ຕີ​ອະ​ພິ​ໄຊ ຕ​ຣະ​ກຸນ​ຜ​ເດັດ​ໄກ​ຣ ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ຫ້ອງ​ການ​ຈັດ​ຊື້​ຂອງກອງ​ທັບ​ເຮືອ​ໄທ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ບໍ່​ມີ​ທ່າ​ທາງວ່າ​ກຳ​ປັ່ນ​ດຳ​ນ້ຳ​ຈະ​ມາ​ຮອດ​ໄທ​ພາຍ​ໃນ​ປີ​ໜ້າ.

ທ່ານ​ເວົ້າ​ວ່າ “ປັດ​ຈຸ​ບັນ​ນີ້​ ຂັ້ນ​ຕອນ​ໃນ​ການ​ສ້າງ​ກຳ​ປັ່ນ​ດຳ​ນ້ຳ​ໄດ້​ມີ​ບັນ​ຫາ ​ຍ້ອນ ວ່າເຄື່ອງ​ຈັກ​ຍັງ​ບໍ່​ທັນ​ຕົກ​ລົງ​ກັນ​ໄດ້​ເທື່ອ.”

ທ່ານ​ກ່າ​ວ​ຕື່ມ​ວ່າ “ຂັ້ນ​ຕອນ​ເລື້ອງ​ເຄື່ອງ​ຈັກ​ຕົກ​ລົງ​ກັນ​ແລ້ວ ແລະ​ການ​ສ້າງ​ຈຶ່ງຈະ​ເລີ້ມ​ຄືນ​ອີກ.”

ທ່ານ​ອະ​ພິ​ໄຊກ່າ​ວ​ວ່າ ຂໍ້​ຕົກ​ລົງ​ແມ່ນ​ໄດ້​ລະ​ບຸ​ໃຫ້​ຕິດ​ຕັ້ງ​ເຄື່ອງ​ຈັກ​ນ້ຳ​ມັນ​ກາ​ຊວນ MTU396 ຈາກ​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ຈັກ​ຂອງ​ເຢຍ​ຣະ​ມັນ ເພື່ອ​ຂັບ​ເຄື່ອນ​ລະ​ບົບ​ໄຟ​ຟ້າ​ຂອງ​ກຳ​ປັ່ນ​ດຳ​ນ້ຳ​ດັ່ງ​ກ່າວ.

ທູດ​ທະ​ຫານ​ຂອງ​ເຢຍ​ຣະ​ມັນ ​ປະ​ຈຳ​ປະ​ເທດ​ໄທ ທ່ານ​ຟີ​ລິບ ໂດ​ເອີດ (Philpp Doert) ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ທ່ານ ທີ່​ໄດ້​ປະ​ຕິ​ເສດ​ການ​ຂາຍ​ເຄື່ອງ​ຈັກ​ໃຫ້​ຈີນ ໃນ​ຈົດ​ໝາຍ​ເປີດ​ຊອງ​ທີ່​ພິມ​ເຜີຍ​ແຜ່​ຢູ່​ໃນ​ໜັງ​ສື​ພິມ​ບາງກອກ​ໂພ​ສ​ທ໌ ທີ່​ອອກ​ໃນ​ເດືອນ​ກຸມ​ພາ.

ທ່ານ​ຂຽນ​ວ່າ “ການ​ສົ່ງ​ອອກ​ໄດ້​ຖືກ​ປະ​ຕິ​ເສດ​ຍ້ອນ​ການ​ນຳ​ໃຊ້​ເຂົ້າ​ໃນ​ດ້​ານ​ການ​ທະ​ຫານ​/​ອຸດ​ສາ​ຫະ​ກຳກອງ​ທັບ​ຂອງ​ຈີນ. ຈີນ​ບໍ່​ໄດ້​ຮ້ອງ​ຂໍ​ຫຼື​ຮວມ​ມື​ກັບ​ທ​າງ​ການ​ເຢຍ​ຣະ​ມັນກ່ອນ​ການ​ລົງ​ໃນສັນ​ຍາ​ການ​ຊື້ຂາຍ​ລະ​ຫວ່າງ​ໄທ​ກັບ​ຈີນ ໂດຍ​ສະ​ເໜີ​ການ​ນຳ​ໃຊ້​ເຄື່ອງ​ຈັກ MTU ຂອງ​ເຢຍ​ຣະ​ມັນເພື່ອ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ຜະ​ລິດ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG