ເມື່ອວັນຈັນມື້ນີ້ ຄະນະລັດຖະມົນຕີອະນຸມັດຮ່າງກົດໝາຍທີ່ກໍ່ໃຫ້ເກີດການຖົກຖຽງກັນເພື່ອໃຫ້ການພະນັນໃນ “ ສະຖານບັນເທິງ” ທີ່ກຳນົດຂື້ນຖືກກົດໝາຍເພື່ອຊຸກຍູ້ການທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳ ອີງຕາມອົງການຂ່າວ ເອເອຟພີ ລາຍງານ
ກົດໝາຍທີ່ສະເໜີນີ້ຈະອະນຸຍາດໃຫ້ຕັ້ງກາສິໂນກາຍໃນສະຖານບັນເທິງຊຶ່ງຈະລວມເຖິງສວນສະນຸກ ສວນນໍ້າ ໂຮງແຮມ ແລະ ຫ້າງຊັບພະສີນຄ້ານຳດ້ວຍ
ປັດຈຸບັນການພະນັນໃນປະເທດໄທຖືກກົດໝາຍສະເພາະໃນການແຂ່ງມ້າທີ່ດຳເນີນການໂດຍລັດແລະຫວຍຢ່າງເປັນທາງການເທົ່ານັ້ນ, ແຕ່ການພະນັນທີ່ຜິດກົດໝາຍແມ່ນແຜ່ຂະຫຍາຍຫຼາຍ
“ ຈຸດປະສົງກໍ່ຄືເພື່ອເພີ່ມລາຍໄດ້ສະໜັບສະໜູນການລົງທືນໃນປະເທດໄທແລະແກ້ໄຂບັນຫາການພະນັນຜິດກົດໝາຍ” ນາຍົກລັດຖະມົນຕີ ທາງ ນາງແພທອງທານ ຊິນນະວັດ ກ່າວກັບນັກຂ່າວ
ຮ່າງກົດໝາຍດັ່ງກ່າວຈະຖືກສົ່ງໄປຍັງຫ້ອງການສະພາແຫ່ງລັດເພື່ອຮ່າງກົດ
ໝາຍກ່ອນຈະເຂົ້າສູ່ການພິຈາລະນາແລະລົງມະຕິໂດຍສະມາຊິກລັດຖະສະພາຊຶ່ງຂະບວນການດັ່ງກ່າວອາດຈະໃຊ້ເວລາຫຼາຍເດືອນ
ນັບຕັ້ງແຕ່ການສີ້ນສຸດການລະບາດຂອງພະຍາດໂຄວິດ-19 ຊຶ່ງສົ່ງຜົນກະທົບຕໍ່ອຸດສາຫະກຳການທ່ອງທ່ຽວທີ່ສຳຄັນຂອງໄທ ປະເທດໄທໄດ້ເລີ້ມກົນລະຍຸດຕ່າງ ໆ ຢ່າງຫຼວງຫຼາຍເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂື້ນເຊັ່ນການຫຼຸດຂໍ້ກຳນົດດ້ານວິຊ້າສຳລັບນັກທ່ອງທ່ຽວຊາວຈີນແລະອິນເດຍ
ຮອງລັດຖະມົນຕີກະຊວງການເງິນ ທ່ານ ຈຸລພັນ ອາມອນວິວັດ ກ່າວວ່າ ລັດຖະບານຫວັງວ່າສູນລວມຄວາມບັນເທິງຈະຊ່ວຍເພີ່ມຈຳນວນນັກທ່ອງທ່ຽວໄດ້ 5-10% ແລະ ສ້າງວຽກໃໝ່ໄດ້ຫຼາຍເຖິງ 15,000 ຕໍາແໜ່ງ
ຍັງບໍ່ມີການປະກາດສະຖານທີ່ກໍ່ສ້າງສູນລວມຄວາມບັນເທິງທີ່ສະເໜີແລະຕາຕະລາງເວລາການກໍ່ສ້າງ
ກຸ່ມອະນຸລັກນິຍົມໃນປະເທດໄທຊຶ່ງມີຊາວພຸດເປັນສ່ວນຫຼາຍຕໍ່ຕ້ານການເຄື່ອນ ໄຫວເພື່ອໃຫ້ການພະນັນຖືກກົດໝາຍມາເປັນເວລາດົນນານເຖິງວ່າສູນລວມກາສິໂນທີ່ບໍ່ໜ້າເຊື່ອຖືຈະເກີດຂື້ນໃນປະເທດເພື່ອນບ້ານຢ່າງກຳປູເຈຍ, ລາວ ແລະ ມຽນມ້າ
ສຳນັກງານວ່າດ້ວຍຢາເສບຕິດແລະອາດຊະຍາກຳແຫ່ງສະຫະປະຊາຊາດກ່າວວ່າ ໃນລາຍງານເມື່ອປີຜ່ານມາວ່າ ກາສິໂນໃນເອເຊຍຕາເວນອອກສຽງໃຕ້ “ ເປັນພື້ນຖານໂຄງສ້າງການທະນາຄານທີ່ໃຊ້ໂດຍກຸ່ມອາຊະຍາກອນ” ເພື່ອຟອກເງິນຈຳນວນມະຫາສານ
ອ່ານຂ່າວນີ້ໃນພາສາອັງກິດ
Thailand's cabinet approved a controversial bill on Monday to legalize gambling in designated "entertainment complexes" to boost tourism and create jobs.
The proposed law would allow casinos to be set up within tourism complexes that would also include theme parks, water parks, hotels and shopping malls.
Gambling in Thailand is currently only legal on certain state-run horse races and an official lottery, but illicit betting is widespread.
"The objectives are to increase revenue, support investment in Thailand and solve illegal gambling," Prime Minister Paetongtarn Shinawatra told reporters.
The bill will go to the Office of the Council of State for drafting before being debated and voted on by lawmakers in parliament -- a process that will likely take months.
Since the end of the COVID-19 pandemic, which hammered Thailand's crucial tourism industry, the kingdom has launched numerous strategies to lure more visitors, such as cutting visa requirements for Chinese and Indian travelers.
Deputy Finance Minister Julapun Amornvivat said the government hopes the entertainment complexes will ultimately boost tourist numbers by 5%-10% and create up to 15,000 new jobs.
The location for the proposed complexes, and the timetable for their construction, have not been announced.
Conservative forces in Buddhist-majority Thailand have long resisted moves to legalize gambling, even as shady casino complexes have sprung up in neighboring Cambodia, Laos and Myanmar.
The U.N. Office on Drugs and Crime warned in a report last year that Southeast Asia's casinos were "foundational pieces of the banking architecture used by organized crime" to launder massive volumes of money.
ຟໍຣັມສະແດງຄວາມຄິດເຫັນ