ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທສືບຕໍ່ຄັດຄ້ານໂຄງການເຂື່ອນສະນະຄາມເທິງແລວແມ່ນໍ້າຂອງໃນລາວ


ການປະຊຸມ ເພື່ອປຶກສາຫາລືກ່ຽວກັບ ຜົນກະທົບຂອງເຂື່ອນສະນະຄາມ ເທິງແລວແມ່ນໍ້າຂອງໃນ ສປປ ລາວ.
ການປະຊຸມ ເພື່ອປຶກສາຫາລືກ່ຽວກັບ ຜົນກະທົບຂອງເຂື່ອນສະນະຄາມ ເທິງແລວແມ່ນໍ້າຂອງໃນ ສປປ ລາວ.

ທາງການໄທ ສືບຕໍ່ຄັດຄ້ານໂຄງການເຂື່ອນສະນະຄາມເທິງແລວແມ່ນໍ້າຂອງ ໃນລາວ ເພາະເຫັນວ່າ ການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ຍັງບໍ່ໄດ້ມາດຕະຖານສາກົນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ໃນຄະນະກໍາມະການແມ່ນໍ້າຂອງແຫ່ງຊາດໄທ ໄດ້ເປີດເຜີຍວ່າ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດໄທ ເຊິ່ງເປັນໂຕແທນຂອງລັດຖະບານໄທ ໃນຄະນະກໍາມາທິການແມ່ນໍ້າຂອງ (MRC) ຍັງຄົງບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນສານະຄາມເທິງແລວແມ່ນໍ້າຂອງໃນລາວ ເພາະເຫັນວ່າ ການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ ທີ່ດໍາເນີນການໂດຍບໍລິສັດລົງທຶນໃນໂຄງການນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນການສຶກສາເພື່ອປ້ອງກັນຜົນກະທົບທີ່ມີລັກສະນະຂ້າມພົບແດນຈາກລາວມາໄທນັ້ນ ນອກຈາກຈະບໍ່ມີການສຶກສາຢ່າງຮອບດ້ານແລ້ວ ກໍຍັງເປັນການນໍາສະເໜີຂໍ້ມູນເກົ່າທີ່ບໍ່ສອດຄ່ອງກັບສະພາບຂອງພື້ນທີ່ໂຕຈິງ ທັງຍັງເປັນການສຶກສາສະເພາະຢູ່ໃນຂົງເຂດປະເທດລາວເທົ່ານັ້ນ ອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ຂອງໄທ ໄດ້ໃຫ້ການຢືນຢັນວ່າ:

“ເຮົາຮ້ອງຂໍໃນເລື້ອງຂອງເອກະສານທີ່ບໍ່ຄົບຖ້ວນ ຂໍ້ມູນທີ່ບໍ່ເປັນປັດຈຸບັນ ຄຸນນະພາບການສຶກສານີ້ ກໍຍັງບໍ່ກວມລວມໃນປະເດັນທີ່ເຮົາຕ້ອງການ ໂດຍສະເພາະໃນເລື້ອງຂອງການສຶກສາຜົນກະທົບຂ້າມພົມແດນ ໂຄງການພຽງແຕ່ສຶກສາຜົນກະທົບແຕ່ 2 ກິໂລແມັດທ້າຍເຂື່ອນ ບໍ່ໄດ້ເວົ້າເຖິງຍາວເຂົ້າມາຮອດປະເທດໄທ ຫຼືວ່າທ້າຍນໍ້າລົງມາ ເຊິ່ງ ສປປ ລາວ ກໍໄປຈ້າງບໍລິສັດ Inter ຫັ້ນນະ ສຶກສາທົບທວນ ສົ່ງເອກະສານມາໃຫ້ຝ່າຍໄທ ກໍຍັງບໍ່ຄົບຖ້ວນອີກ ໂດຍສະເພາະປະເດັນຂໍ້ມູນທີ່ໃຊ້ໃນການສຶກສາ ເປັນຂໍ້ມູນເກົ່າ.”

ສ່ວນຜູ້ປະສານງານເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ເຄືອຂ່າຍປະຊາຊົນໄທ ໄດ້ສໍາເລັດການສຶກສາວິໄຈ ແລະຮວບຮວມຂໍ້ມູນກ່ຽວກັບຜົນກະທົບຈາກການສ້າງເຂື່ອນໄຟຟ້າເທິງແລວແມ່ນໍ້າຂອງ ເມື່ອບໍ່ດົນມານີ້ ໂດຍຂໍ້ມູນທີ່ໄດ້ຈາກການສຶກສາວິໄຈດັ່ງກ່າວນີ້ ຈະນໍາສະເໜີຕໍ່ຄະນະລັດຖະບານໄທ ພາຍໃນທ້າຍປີ 2023 ນີ້ ເພື່ອຂໍໃຫ້ລັດຖະບານໄທສະໜັບສະໜູນການຕັ້ງກອງທຶນບັນເທົາຜົນກະທົບຈາກໂຄງການກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງ ໂດຍເງິນສົມທົບເຂົ້າກອງທຶນດັ່ງກ່າວ ຈະໄດ້ຈາກບັນດາບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດໃນແມ່ນໍ້າຂອງເປັນຫຼັກ ສ່ວນວິທີການທີ່ຈະໄດ້ເງິນສົມທົບ ກໍມີທັງການເຈລະຈາ ເພື່ອເຮັດຂໍ້ຕົກລົງ ແລະການຟ້ອງຮ້ອງຕໍ່ສານຍຸຕິທໍາ ໃນກໍລະນີເຈລະຈາ ແລ້ວຕົກລົງກັນບໍ່ໄດ້ ເພາະວ່າ ຜົນກະທົບທີ່ເກີດຂຶ້ນນັ້ນ ຖືເປັນຄວາມຮັບຜິດຊອບໂດຍກົງຂອງບໍລິສັດລົງທຶນກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງ ໂດຍສະເພາະແມ່ບໍລິສັດເອກະຊົນໄທ ທີ່ລົງທຶນສ້າງເຂື່ອນເທິງນໍ້າຂອງໃນລາວນັ້ນ.

ຍິ່ງໄປກວ່ານັ້ນ ຄະນະກໍາມາທິການສິດທິມະນຸດແຫ່ງຊາດໄທ (ກສມ.) ກໍຍັງຈະດໍາເນີນມາດຕະການກວດສອບໂຄງການເຂື່ອນສະນະຄາມ ກ່ຽວກັບຜົນກະທົບທີ່ຂ້າມພົມແດນຈາກລາວມາໄທ ອີກດ້ວຍ ທັງນີ້ໂດຍຖືເປັນສິດທິຕາມລັດຖະທໍາມະນູນໄທ ທີ່ໃຫ້ອໍານາດດໍາເນີນການດັ່ງກ່າວ ດັງຜູ້ປະສານງານຂອງຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ:

“ສິ່ງທີ່ລັດວາງແຜນໃຫ້ເຮົານີ້ ໄປມີຜົນກະທົບກັບຄົນໃນພື້ນທີ່ ແລ້ວກໍຄົນລາວນໍາ ຄົນລາວ ອາດຈະບໍ່ມີປາກສຽງໄດ້ ແຕ່ຄົນໄທໃນພື້ນທີ່ກໍຕ້ອງຮັບຮູ້ຂໍ້ມູນນີ້ ເພາະວ່າ ເຮົາມີລັດຖະທໍາມະນູນຮັບຮອງສິດທິການເຂົ້າເຖິງຂໍ້ມູນ-ຂ່າວສານ ສິດທິຂະບວນການມີສ່ວນຮ່ວມໃນການພິຈາລະນາໂຄງການອັນນີ້ ແລະສິດທິທີ່ຈະໄດ້ຮັບຂໍ້ມູນສໍາຄັນວ່າ ຖ້າມີຜົນກະທົບ ເຮົາຈະເຮັດຫຍັງ? ແນວໃດ? ອັນນີ້ເຮົາຕ້ອງຮູ້ກ່ອນມີການພັດທະນາໂຄງການ ອັນນີ້ຄືປະເດັນທີ່ ກສມ. ຈະກວດສອບ.”

ທັງນີ້, ຂໍ້ຕົກລົງ MRC ປີ 1995 ກໍານົດໃຫ້ຕ້ອງສະເໜີຂໍ້ມູນໂຄງການພັດທະນາຕ່າງໆເຂົ້າສູ່ການປຶກສາຫາລື ລະຫວ່າງປະເທດສະມາຊິກ ກ່ອນຈະລົງມືກໍ່ສ້າງ ໂດຍມີເປົ້າໝາຍເພື່ອສ້າງຄວາມໝັ້ນໃຈວ່າ ປະເທດທີ່ຈະເປັນເຈົ້າຂອງໂຄງການນັ້ນ ໄດ້ທໍາການສຶກສາເພື່ອປ້ອງກັນຜົນກະທົບທີ່ຈະມີຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມ ທີ່ໄດ້ມາດຕະຖານສາກົນແລ້ວ ໝາຍຄວາມວ່າ ປະເທດສະມາຊິກໃນ MRC ກໍຄື ລາວ ໄທ ກໍາປູເຈຍ ແລະຫວຽດນາມ ນັ້ນ ຕ່າງກໍມີພັນທະຕ້ອງສະເໜີຂໍ້ມູນໂຄງການ ເຂົ້າສູ່ການປຶກສາຫາລື ລະຫວ່າງ 4 ປະເທດ ຈົນເປັນທີ່ຍອມຮັບກັນຂອງທຸກປະເທດແລ້ວນັ້ນ ຈຶ່ງຈະສາມາດດໍາເນີນການພັດທະນາໂຄງການໄດ້ ນັ້ນເອງ.

XS
SM
MD
LG