ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລະເບີດວັດສະດຸ ໄປສະນີ ແຕກອີກລູກນຶ່ງ ໃນລັດ ເທັກຊັສ


ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ລວມທັງອົງການ FBI ຢູ່ສະຖານທີ່ເກີດເຫດລະເບີດວັດສະດຸໄປສະນີແຕກ. ນະຄອນ ອອສຕິນ, ລັດ ເທັກຊັສ. 13 ມີນາ, 2018
ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ລວມທັງອົງການ FBI ຢູ່ສະຖານທີ່ເກີດເຫດລະເບີດວັດສະດຸໄປສະນີແຕກ. ນະຄອນ ອອສຕິນ, ລັດ ເທັກຊັສ. 13 ມີນາ, 2018

ເມືອງຫຼວງຂອງລັດ ເທັກຊັສ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດ ໄດ້
ເສຍຂວັນຍ້ອນເຫດລະເບີດແຕກຫຼາຍຄັ້ງໃນເດືອນນີ້ ເຊິ່ງການລະເບີດສອງຄັ້ງນັ້ນ
ໄດ້ເຮັດໃຫ້ມີຜູ້ເສຍຊີວິດຈຳນວນນຶ່ງ.

ການລະເບີດຄັ້ງທີສີ່ ແລະ ເປັນຄັ້ງຫຼ້າສຸດໃນນະຄອນ ອອສຕິນ ເມື່ອວັນເສົາວານນີ້
ບໍ່ໄດ້ເຮັດໃຫ້ເຖິງແກ່ຊີວິດ, ແຕ່ຜູ້ຊາຍສອງຄົນໄດ້ຮັບບາດເຈັບ.

ລະເບີດແຕກທຸກໆຄັ້ງ ແມ່ນຜົນຂອງລະເບີດວັດສະດຸໄປສະນີ. ລະເບີດລູກທຳອິດ
ຈາກສາມລູກ ໄດ້ແຕກຂຶ້ນ ເມື່ອຜູ້ເຄາະຮ້າຍໄດ້ພະຍາຍາມທີ່ຈະຍົກແກັດໄປສະນີຂຶ້ນ.

ແນວໃດກໍຕາມ, ຫົວໜ້າຕຳຫຼວດນະຄອນ ອອສຕິນ ທ່ານ ໄບຣອັນ ແມນລີ ໄດ້ກ່າວວ່າ
ລະເບີດໃນວັນເສົາທີ່ຜ່ານມາ ມີຄວາມເປັນໄປໄດ້ວ່າ ຖືກປົດຂະນວນໂດຍເສັ້ນລວດ
ທີ່ຕິດຢູ່ກັບມັນ.

ທ່ານ ແມນລີ ໄດ້ເຕືອນປະຊາຊົນທີ່ອາໄສຢູ່ໃນພື້ນທີ່ວ່າ “ບໍ່ໃຫ້ແຕະ ຕ້ອງແກັດໄປສະ
ນີໃດໆ ຫຼື ແມ່ນຫຍັງກໍຕາມ ທີ່ເບິ່ງຄືວ່າ ເປັນສິ່ງຫຸ້ມຫໍ່, ບໍ່ໃຫ້ເຂົ້າໄປໃກ້ມັນໃນເວລານີ້.”

ຜູ້ຊາຍສອງຄົນຜູ້ທີ່ໄດ້ຮັບບາດເຈັບ ໃນວັນເສົາທີ່ຜ່ານມາ ແມ່ນຊາວໜຸ່ມທີ່ມີອາຍຸ 20
ປີກວ່າ. ເຂົາເຈົ້າໄດ້ຖືກຮີບເລັ່ງພາໄປໂຮງໝໍ ແລະ ມີລາຍງານວ່າເຂົາເຈົ້າມີອາການ
ດີຢູ່.

ທ່ານ ແມນລີ ກ່າວວ່າ ຕຳຫຼວດກຳລັງເຮັດວຽກເພື່ອເປີດເຜີດຄວາມຄິດທີ່ຢູ່ເບື້ອງຫຼັງ
ຂອງການລະເບີດນີ້.

ຕຳຫຼວດ ກຳລັງສືບສວນສອບສວນກ່ຽວກັບການລະເບີດ ທີ່ຖືກສັນນິຖານວ່າອາດເປັນ
ອາຊະຍາກຳຄຽດຊັງ. ການລະເບີດສາມຄັ້ງທຳອິດນັ້ນ ໄດ້ສັງຫານຜູ້ຊາຍອາເມຣິກັນ
ຜິວດຳສອງຄົນ ແລະ ແມ່ຍິງລາຕິນອາເມຣິກາ ອາຍຸ 75 ປີ ທີ່ໄດ້ຮັບບາດເຈັບສາຫັດ.

ຫົວໜ້າຕຳຫຼວດ ທ່ານ ແມນລີ ໄດ້ກ່າວວ່າ ການລະເບີດຄັ້ງທຳອິດເບິ່ງຄືວ່າຈະກ່ຽວ
ຂ້ອງກັນ, ເຊິ່ງປະກອບດ້ວຍການມີກ່ອງໄປສະນີ ທີ່ບໍ່ໄດ້ຖືກສົ່ງໂດຍທາງໄປສະນີ ຫຼື
ບໍລິສັດເອກະຊົນ, ແຕ່ໄດ້ຖືກວາງໄວ້ໃນຕອນຂ້າມຄືນຢູ່ໜ້າປະຕູເຮືອນ.

ນະຄອນ ອອສຕິນ ແມ່ນສະຖານທີ່ຈັດບຸນເພງ South By Southwest. ການລະ
ເບີດ ໄດ້ເກີດຂຶ້ນ ຫ່າງຈາກສະຖານທີ່ຫຼັກຂອງບຸນ South By Southwest, ແຕ່ແນວ
ໃດກໍຕາມ ການຂູ່ຂວັນຂອງລະເບີດຕ່າງຫາກໃນວັນເສົາວານນີ້ ໄດ້ເຮັດໃຫ້ບໍລິສັດ
ເບຍ Bud Light ຕ້ອງຍົກເລີກການສະແດງຄອນເສີດໃນຕົວເມືອງ ໂດຍກຸ່ມນັກຮ້ອງ
ເພງຮິບຮັອບ The Roots.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG