ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງຢູ່ຕິດຊາຍແດນຟາກລັດເທັກຊັສ ຫວັງວ່າ ຈະຟື້ນຕົວຄືນມາ ໃນຂະນະທີ່ ຂົວຂ້າມຊາຍແດນເປີດຄືນໃໝ່


ເຈົ້າໜ້າທີ່ພາສີແລະປົກປ້ອງຊາຍແດນຂອງສະຫະລັດ ລໍຖ້າພວກຄົນເຂົ້າເມືອງ ຜູ້ທີ່ຍື່ນເອກະສານຂໍຫລີ້ໄພໃນສະຫະລັດ ທີ່ຈະເດີນທາງມາເຖິງຂົວສາກົນເລກ 1 ບ່ອນທີ່ພວກເຂົາຈະຂ້າມຊາຍແດນ ຈາກເມືອງນູໂບ ລາເຣໂດ, ຂອງເມັກຊິໂກ, ໄປຍັງເມືອງລາເຣໂດ ຂອງລັດເທັກຊັສ, ວັນທີ 17 ກັນຍາ 2019.
ເຈົ້າໜ້າທີ່ພາສີແລະປົກປ້ອງຊາຍແດນຂອງສະຫະລັດ ລໍຖ້າພວກຄົນເຂົ້າເມືອງ ຜູ້ທີ່ຍື່ນເອກະສານຂໍຫລີ້ໄພໃນສະຫະລັດ ທີ່ຈະເດີນທາງມາເຖິງຂົວສາກົນເລກ 1 ບ່ອນທີ່ພວກເຂົາຈະຂ້າມຊາຍແດນ ຈາກເມືອງນູໂບ ລາເຣໂດ, ຂອງເມັກຊິໂກ, ໄປຍັງເມືອງລາເຣໂດ ຂອງລັດເທັກຊັສ, ວັນທີ 17 ກັນຍາ 2019.

ສຳລັບປະເທດຂອງໂລກໂດຍສ່ວນໃຫຍ່ ຄວາມໂດດດ່ຽວທາງເສດຖະກິດແລະສັງຄົມ ທີ່ໄດ້ນຳມາໂດຍການລະບາດຂອງໄວຣັສໂຄວິດ-19 ໃນຂັ້ນສູງສຸດເມື່ອຫຼາຍວັນຜ່ານມາ ກຳລັງຫລຸດນ້ອຍຖອຍລົງ. ແຕ່ຢູ່ໃນເມືອງທ່າເຂດຊາຍແດນ ລະຫວ່າງສະຫະລັດ ແລະແມັກຊິໂກ ນັ້ນ ຊ່ວງໄລຍະເວລາຂອງຄວາມຍາກລຳບາກໄດ້ແກ່ຍາວອອກໄປ.

ທາງການສະຫະລັດ ໄດ້ປິດຊາຍແດນບໍ່ໃຫ້ມີການເດີນທາງທີ່ບໍ່ຈຳເປັນ ໃນເດືນອມີນາ 2020 ໂດຍເອົາມາດຕະການທີ່ເຄັ່ງຂັດທີ່ຕັດຜ່ານໃຈກາງຂອງພື້ນທີ່ການຂົນສົ່ງລະຫວ່າງສອງປະເທດທີ່ຊາວທ້ອງຖິ່ນຮູ້ຈັກກັນຄື “ສອງລາເຣໂດສ” ໂດຍມີລາເຣໂດ ຢູ່ເທັກຊັສ ແລະນູໂບ ລາເຣໂດ ຢູ່ເມັກຊິໂກ.

19 ເດືອນຂອງການປິດຊາຍແດນ ໄດ້ເຮັດໃຫ້ບັນດາສະມາຊິກຄອບຄົວແຕກແຍກກັນ ແລະໄດ້ແບ່ງແຍກເສດຖະກິດຂອງທັງສອງປະເທດ. ເມື່ອຊາຍແດນໄດ້ເປີດຄືນໃໝ່ ໃນວັນຈັນ ທີ 8 ພະຈິກ ຂົງເຂດດັ່ງກ່າວຈະມີຄວາມກະຕືລືລົ້ນທີ່ຈະຫາຍໃຈເອົາອາກາດສົດໄດ້ ແລະຟື້ນຟູການເຊື່ອມຕໍ່ກັນຂ້າມພົມແດນ.

ພວກພົນລະເມືອງລາເຣໂດຫຼາຍຄົນ ຄື ຍານາງເບີເລນ ຊາໂມຣາ ອາຍຸ 57 ປີ ບໍ່ໄດ້ເຫັນພວກຄົນຮັກແພງຂອງພວກເຂົາຢູ່ຟາກຊາຍແດນອີກຂ້າງນຶ່ງ ນັບຕັ້ງແຕ່ມັນຖືກປິດ. ເຖິງຢ່າງໃດກໍຕາມ ລາວໄດ້ອາໄສຢູ່ໃນລາເຣໂດມາໄດ້ຫຼາຍປີແລ້ວ ລາວຈະບໍ່ສາມາດກັບຄືນໄປໄດ້. ລູກຊາຍສີ່ຄົນຂອງລາວ ແລະຍາດພີ່ນ້ອງ 10 ຄົນ ອາໄສຢູ່ ອານາຮວກ (Anahuac) ຂອງເມັກຊິໂກ ໃຊ້ເວລານຶ່ງຊົ່ວໂມງຂັບລົດໄປ ຊຶ່ງລາວເຄີຍໄປຢ້ຽມຢາມພວກເຂົາເປັນບ່າງຄັ້ງໃນແຕ່ລະເດືອນ ແຕ່ພວກເຂົາບໍ່ສາມາດເຂົ້າມາໃນສະຫະລັດໄດ້.

ຍານາງກ່າວວ່າ “ສໍາລັບພວກເຮົາແລ້ວ ຄອບຄົວແມ່ນສໍາຄັນຫຼາຍ” ໃນຂະນະທີ່ກັ້ນນຳຕາຢູ່. ລາວກ່າວຕໍ່ໄປອີກວ່າ “ເຖິງແມ່ນວ່າ ດຽວນີ້ ມີເທັກໂນໂລຈີ ກໍຕາມ ມັນຈະບໍ່ສາມາດປ່ຽນການໂອບກອດ ການກິນເຂົ້ານຳກັນ ຫຼືການໃຊ້ເວລາກັບຄອບຄົວໄດ້ເລີຍ.”

ຍານາງ ໄດ້ກ່າວວ່າ ນ້ອງອ້າຍຂອງລາວຈະລໍຖ້າ ການຂ້າມຊາຍແດນໃນວັນຈັນ ເມື່ອຂົວເປີດຄືນອີກ ເພື່ອການລວມຄອບຄົວທີ່ລໍຖ້າມາຍາວນານ. ແຕ່ບໍ່ແມ່ນທຸກສິ່ງທຸກຢ່າງໃນລາເຣໂດ ຄາດວາ ຈະຟື້ນຕົວໄວໄດ້ເທົ່າກັບບັນດາຄອບຄົວທັງຫຼາຍ.

For much of the world, the economic and social isolation brought by the peak days of the COVID-19 pandemic are fading. But at this inland port city on the U.S.-Mexico border, the hard times have dragged on.

U.S. authorities closed the border to non-essential travel in March 2020, drawing a hard line that cuts through the heart of this bi-national metro area known locally as “the two Laredos” - Laredo, Texas, and Nuevo Laredo, Mexico.

Nineteen months of closure split up families and drove a wedge through economies on both sides. When the border reopens on Monday, Nov. 8, the region will be eager to take a breath of fresh air and renew cross-border connections.

Many Laredo residents like 57-year-old Belen Zamora haven’t seen their loved ones across the border since it closed. Although she has lived in Laredo for years, she isn’t a U.S. resident, and if she had gone to Mexico during the closure, she wouldn’t have been able to return. Her four brothers and 10 cousins in Anahuac, Mexico, an hour’s drive away, used to visit her a few times each month, but they haven’t been able to come.

“For us, family is very important,” she said, choking back tears. “Even though there’s technology now, it will never replace a hug, a meal, or time with the family.”

She said her brothers will be waiting to cross on Monday when the bridge reopens for a long-awaited family reunion. But not everything in Laredo is expected to rebound as quickly as its families.

XS
SM
MD
LG