ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມເຄັ່ງທະວີຂຶ້ນ ກ່ຽວກັບ ການສອດແນມ ດ້ານອຸດສາຫະກຳຂອງ ຈີນ ໃນ ສະຫະລັດ


ນັກທ່ອງທ່ຽວພະຍາຍາມທີ່ຈະເຂົ້າໄປໃນສະຖານກົງສຸນ ຈີນ,​ນະຄອນ ຮູສຕັນ,​ ລັດ ເທັກຊັສ. 22 ກໍລະກົດ, 2020.
ນັກທ່ອງທ່ຽວພະຍາຍາມທີ່ຈະເຂົ້າໄປໃນສະຖານກົງສຸນ ຈີນ,​ນະຄອນ ຮູສຕັນ,​ ລັດ ເທັກຊັສ. 22 ກໍລະກົດ, 2020.

ຄວາມເຄັ່ງຕຶງລະຫວ່າງ ສະຫະລັດ ກັບ ຈີນ ແມ່ນກຳລັງຮຸນແຮງຂຶ້ນໃນລະດັ ທີ່ໄວຫຼາຍ, ດ້ວຍວັນທີ 24 ກໍລະກົດເປັນຂີດໝາຍຈຸດທີ່ຕໍ່າທີ່ສຸດຂອງສາຍພົວພັນສອງຝ່າຍໃນຮອບຫຼາຍທົດສະ ວັດ. ໃນວັນດັ່ງກ່າວ, ສະຖານກົງສຸນ ຈີນ ໃນນະຄອນ ຮູສຕັນ, ລັດເທັກຊັສ ໄດ້ຖືກປິດ ແລະ ຖືກຄວບຄຸມໂດຍບັນດາເຈົ້າໜ້າທີ່ ສະຫະລັດ.

ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ “ພວກເຮົາ ໄດ້ປະກາດປິດສະ ຖານກົງສຸນ ຈີນ ໃນນະຄອນ ຮູສຕັນ ເພາະວ່າມັນເປັນສູນກາງຂອງການສອດແນມ ແລະ ການລັກຂະໂມຍຊັບສິນທາງປັນຍາ.”

ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ກ່າວຢືນຢັນໃນກອງປະຊຸມລາຍງານວ່າ ສະຖານກົງສຸນດັ່ງກ່າວແມ່ນສູນກາງຂອງເຄືອຂ່າຍຂອງບຸກຄົນຕ່າງໆໃນຫຼາຍກວ່າ 25 ເມືອງຂອງ ສະຫະ ລັດ, ຜູ້ທີ່ໄດ້ດຳເນີນການສອດແນມທາງເສດຖະກິດໃນ ສະຫະລັດ.

ການຕັດສິນໃຈຂອງລັດຖະບານທີ່ຈະປິດສະຖານກົງສຸນ ຈີນ ໄດ້ມີຂຶ້ນລຸນຫຼັງຄວາມບໍ່ພໍໃຈທີ່ມີມາຫຼາຍປີຂອງລັດຖະບານ ກ່ຽວກັບ ກິດຈະກຳຂອງ ຈີນ ທີ່ລັກຂະໂມຍຄວາມລັບທາງການຄ້າ ແລະ ຂະຫຍາຍອິດທິພົນການສະໜັບສະໜຸນ ປັກກິ່ງ ໃນທົ່ວ ສະຫະລັດ.

ທ່ານນາງ ມາຣາ ວິສເຕັນດາລ, ນັກຂ່າວການສືບສວນສອບສວນຢູ່ໜັງສືພິມ The Intercept ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າການສອດແນວດ້ານ ອຸດສາຫະກຳໄດ້ເປັນເຫດການຫຼັກໃນສາຍພົວ ພັນລະຫວ່າງ ສະຫະລັດ ກັບ ຈີນ ຢູ່ແລ້ວ. ຄວາມຂັດແຍ້ງນີ້ແມ່ນໄດ້ດຳເນີນມາເປັນຊ່ວງເວລາໃດນຶ່ງ, ແຕ່ວ່າ ນັບຕັ້ງແຕ່ມີໂຣກລະບາດທີ່ເກີດຂຶ້ນໃນທົ່ວໂລກ ໄດ້ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ສະຫະລັດ ກັບ ຈີນ ເພີ້ມທະວີຂຶ້ນອີກນັ້ນ, ບັນຫານີ້ແມ່ນໄດ້ຜັກດັນໃຫ້ມັນເປັນຈຸດສົນໃຈຂຶ້ນຕື່ມ.”

ທ່ານນາງ ວິສເຕັນດາລ ແມ່ນຜູ້ຂຽນປຶ້ມ The Scientist and the Spy, ເຊິ່ງ ລາວໄດ້ບອກລາຍລະອຽດ ກ່ຽວກັບ ວິທີທີ່ນັກວິທະຍາສາດທີ່ເກີດໃນຈີນ, ທ່ານ ໂຣເບີດ ໂມ ຖືກຕິດຕາມໂດຍລັດ ຖະບານ ສະຫະລັດ ສຳລັບການພະຍາຍາມທີ່ຈະລັກເມັດສາລີ ອາເມຣິກັນ ເພື່ອເອົາໄປໃຫ້ບໍລິສັດຊີວະກະສິກຳ ຂອງ ຈີນ.

ຄວາມເປັນຫ່ວງຂອງລັດຖະບານທ່ານ ທຣຳ ກ່ຽວກັບ ການສອດແນມດ້ານອຸດສາຫະກຳໂດຍພວກບໍລິສັດ ຈີນ ໄດ້ຊ່ວຍຂະຫຍາຍຄວາມຮຸນແຮງຂອງສົງຄາມການດ້ານການຄ້າໃນປັດຈຸບັນນີ້ຂອງ ສະຫະລັດ ກັບ ຈີນ, ແລະ ວ່າການລັກຂະໂມຍດັ່ງກ່າວນັ້ນ ໄດ້ກາຍເປັນເປົ້າໝາຍການສືບລັບຕອບໂຕ້ລະດັບສູງຂອງອົງການ FBI.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG