ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ທີ່ເພີ້ມສູງຂຶ້ນ ໃນຂະນະທີ່ຊາວອິສຣາແອລຕ່າງດ້າວ ແລະ ປາແລັສໄຕນ໌ຕ່າງດ້າວ ຕໍ່ສູ້ກັນຢູ່ບ່ອນໂຮມຊຸມນຸມ


ລາຍງານ: ການປະທະກັນລະຫວ່າງ ຊາວອິສຣາແອລຕ່າງດ້າວ ແລະ ຊາວປາແລັສໄຕນ໌ ຕ່າງດ້າວ.

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມສູງ​ຂຶ້ນ ໃນ​ຂະ​ນະ​ທີ່​ຊາວຕ່າງດ້າວ​ອິ​ສ​ຣາ​ແອລ ແລະປາ​ແລັ​ສໄ​ຕນ໌ ໄດ້ເຂົ້າ​ຮ່ວມໃນ​ການ​ປະ​ທ້ວງປະ​ເຊີນ​ໜ້າ​ກັນ​ໃນ​ລັດ​ວໍ​ຊິງ​ຕັນ. ນາຕາຊາ ໂມສໂກວາຢາ (Natasha Mozgovaya) ມີລາຍງານຈາກ ເມືອງເຄີກແລນ (Kirkland), ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ການ​ປະ​ທ້ວງ​ສອງ​ຄັ້ງ​ໄດ້​ປະ​ເຊີນ​ໜ້າ​ກັນ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ຢູ່ທີ່​ເມືອງ ເຄີກແລນ ລັດວໍຊິງຕັນ. ຊາວຕ່າງດ້າວ​ອິ​ສ​ຣາ​ແອລ ​ໄດ້​ເຂົ້າ​ມາ​ສະ​ໜັບ​ສະ​ໜູນ​ປະ​ເທດ​ຂອງພວກ​ເຂົາ​ເຈົ້າ​ໃນການ​ເຮັດ​ສົງ​ຄາມກັບ​ກຸ່ມ ຮາມາສ (Hamas) ຫຼັງ​ຈາກ​ການ​ໂຈມ​ຕີ ​ໄດ້​ເລີ້ມຕົ້ນຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ເສົາແລ້ວນີ້.

ຜູ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທີ່​ສະ​ໜັບ​ສະ​ໜູນ​ປາ​ແລັ​ສ​ໄຕ​ນ໌ ໄດ້ອອກ​ມາ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ເຂດ​ກາ​ຊາ ແລະ​ສິ່ງ​ທີ່​ເຂົາ​ເຈົ້າກ່າວ​ວ່າ ແມ່ນ “ສິດທິ​ຂອງ​ຊາວ​ປາ​ແລັສ​ໄຕ​ນ໌​ໃນ​ການ​ຕໍ່​ຕ້ານ.”

ຄວາມ​ເຄັ່ງ​ຕຶງ​ໄດ້ລຸກໄໝ້​ຂຶ້ນ, ​ໂດຍ​ພວກ​ປະ​ທ້ວງ ​ອິສຣາ​ແອ​ລ ​ໄດ້​ກ່າວ​ຫາ​ຜູ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມນຸມ​ທີ່ດໍາເນີນການຕໍ່ຕ້ານ​ວ່າ ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍ.

ຜູ້​ປະ​ທ້ວງ​ ອິສ​ຣາ​ແອລ ຮ້ອງ​ຂຶ້ນວ່າ:

“ຄື​ກັບ​ເຂົາ​ເຈົ້າ​ແທ້ໆ! ຄືກັບພວກເຂົາເຈົ້າແທ້ໆ!”

ຕຳຫຼວດທ້ອງຖິ່ນໄດ້ໃຊ້ປືນນ້ຳສີ ແລະ ສ​ະ​ເປໝາກພິກໄທ ເພື່ອສະຫຼາຍຝ່າຍ ທີ່ປະທະກັນ ເຊິ່ງໃນທີ່ສຸດກໍໄດ້ຢຸດ​ລົງຢູ່ຄົນລະຟາກຂອງຖະໜົນ.

ພວກ​ປະ​ທ້ວງ​ປາ​ແລັ​ສ​ໄຕ​ນ໌ ຮ້ອງຂຶ້ນວ່າ:

"ຈາກແມ່ນ້ໍາໄປຫາທະເລ, ປາແລັສໄຕນ໌ ຈະເປັນອິດສະຫຼະ!"

ຜູ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທີ່​ສະ​ໜັບ​ສະ​ໜູນ ປາ​ແລັ​ສ​ໄຕ​ນ໌ ໄດ້ຍົກ​ແຜ່ນປ້າຍ ຂຶ້ນ ໂດຍຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ນັກ​ໂທດ​ຊາວ ປາ​ແລັ​ສ​ໄຕ​ນ໌ ທັງ​ໝົດ ແລະ​ປະນາມຕໍ່ການຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ຂອງ ​ສະ​ຫະ​ລັດ ​ໃຫ້​ແກ່ ອິດສ​ຣາ​ແອລ.

ບັນດາຜູ້​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ທີ່​ສະ​ໜັບ​ສະ​ໜູນ​ ອິສ​ຣາ​ແອລ, ທີ່ສະ​ແດງ​ທຸງ​ຊາດ​ຂອງ ອິ​ສ​ຣາ​ແອລ ແລະທຸງຊາດຂອງ ສະ​ຫະ​ລັດ, ໄດ້ພາກັນຖືປ້າຍທີ່​ມີ​ຮູບ​ພາບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ຂອງ​ກຸ່ມຮາມາສ. ບາງຄົນກ່າວວ່າ ພວກເຂົາເຈົ້າຕົກໃຈທີ່ໄດ້ເຫັນຄົນຢູ່ໃນ ສະຫະລັດ ໃຫ້ການສະໜັບສະໜຸນ ຢ່າງເປີດເຜີຍຕໍ່ພວກທີ່ສັງຫານຄົນ ແລະລັກພາຕົວຄອບຄົວຕ່າງໆທັງໝົດ.

ນາງໂອເຟັກ ບາຊາຣີ (Ofek Bashari), ຜູ້​ເຂົ້າ​ຮ່ວມການ​ໂຮມ​ຊຸມນຸມສະໜັບ ສະໜູນ ອິສຣາແອລ ກ່າວວ່າ:

“ພວກເຂົາຢາກໃຫ້ພວກເຮົາຕາຍ. ພວກເຂົາພຽງແຕ່ຕ້ອງການໃຫ້ພວກເຮົາ ຕາຍ. ພວກເຂົາເຈົ້າບໍ່ຕ້ອງການຄວາມສະຫງົບ. ພວກເຂົາເຈົ້າບໍ່ຕ້ອງການຫຍັງ ໝົດ. ພວກເຂົາໄດ້ວາງແຜນການສໍາລັບການໂຈມຕີນີ້ເປັນເວລາຫຼາຍ, ຫຼາຍໆເດືອນຢ້ອນຫຼັງ. ພວກເຂົາ​ມີແຕ່ລໍຖ້າ. ພວກເຮົາມີຜູ້ເສຍຊີວິດຫຼາຍກວ່າ 800 ຄົນ. ມີ 200 ຄົນຖືກລັກພາຕົວໄປ. ຜູ້ສູງອາຍຸ, ພ​ວກເດັກນ້ອຍ, ແອນ້ອຍທັງຫຼາຍ, ແລະພວກແມ່ຍິງ.”

ນາງໂອເຟັກ ບາຊາຣີ ກ່າວວ່າ ການມີສ່ວນຮ່ວມໃນກິດຈະກໍາຕ່າງໆເພື່ອສະຫນັບສະຫນູນອິສຣາແອລ ແມ່ນບາງສິ່ງທີ່ຊ່ວຍເຫຼືອຊຸມຊົນ ທີ່ມີການສັ່ນສະເທືອນຈາກເຫດການອັນໂສກເສົ້ານໍາກັນ.

ໂອເຟກ ບາຊາຣີ ກ່າວວ່າ:

“ຂ້ອຍຮູ້ສຶກບໍ່ດີຫຼາຍ. ຂ້ອຍຮູ້ສຶກວ່າ ນີ້ແມ່ນພຽງສິ່ງດຽວທີ່ຂ້ອຍສາມາດເຮັດໄດ້ ຈາກການຢູ່ຫ່າງໄກຈາກຄອບຄົວ ແລະຫມູ່ເພື່ອນຂອງຂ້ອຍ. ພວກເຮົາມີຄອບ ຄົວທີ່ຖືກຈັບກຸມໂດຍກຸ່ມຮາມາສ. ພວກ​ເຮົາ​ມີ​ຫມູ່​ເພື່ອນ​ພວກ​ເຮົາ​ທັງໝົດ​ທີ່​ປັດ​ຈຸ​ບັນນີ້ສະບາຍດີແມ່ນ​ຢູ່​ໃນ​ກອງທັບ​. ພວກ​ເຂົາ​ເຈົ້າ​ກໍາ​ລັງ​ໄປ ແລະ​ ມັນບ້າຫຼາຍ​. ສິ່ງທີ່ກຳລັງເກີດຂື້ນຢູ່ທີ່ນັ້ນແມ່ນບ້າຫຼາຍ.”

ຜູ້​ຊາຍຊາວ ປາແລັສໄຕນ໌ ໄດ້ຮ້ອງຂຶ້ນວ່າ:

"ພວກເຮົາຕ້ອງການປີ 1948!"

ຜູ້ເຂົ້າຮ່ວມຊຸມນຸມທີ່ສະໜັບສະໜູນ​ ປາ​ແລັ​ສ​ໄຕ​ນ໌, ທ້າວ ອາມິນ ໂອເດ (Amin Odeh) ກ່າວ​ວ່າ ຄວາມ​ຮຸນ​ແຮງ​ບໍ່​ໄດ້​ເລີ່​ມຕົ້ນ​ດ້ວຍ​ການ​ໂຈມ​ຕີ​ໃນ​ວັນ​ເສົາແລ້ວນີ້.

ລາວກ່າວວ່າ:

“ພວກ​ເຮົາມາ​ຢູ່​ທີ່​ນີ້ ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ຢູ່​ເຂດກາຊາ. ​ເຂົາ​ເຈົ້າ​ໄດ້​ຖືກ​ປິດລ້ອມ​ເປັນ​ເວລາ 17 ປີ​ຜ່ານ​ມາ. ບໍ່​ມີ​ໃຜຢາກ​ເຫັນ​ພົນ​ລະ​ເຮືອນ​ຖືກ​ໂຈມ​ຕີຈາກ​ຝ່າຍໃດນຶ່ງ. ດັ່ງ​ນັ້ນ ​ພວກ​ເຮົາກ່າວ​ກັບ​ຜູ້​ຄົນ​ເຫຼົ່ານັ້ນວ່າ ​ພວກ​ເຂົາໄດ້​ລັກ​ພາ​ຕົວ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​. ພວກເຮົາມີປະຊາ ຊົນຊາວປາແລັສໄຕນ໌ 7,000, 7,000 ຄົນຖືກຂັງໃນຄຸກອິສຣາແອລ. ແລະພວກເຮົາບໍ່ສາມາດເວົ້າໄດ້ວ່າ ມັນຫາກໍເລີ່ມຕົ້ນຂຶ້ນມື້ວານນີ້. ມັນໄດ້ເລີ່ມ ຕົ້ນຂຶ້ນໃນປີ 1948. ມັນເລີ່ມຕົ້ນຂຶ້ນເມື່ອ 75 ປີທີ່ຜ່ານມາ, ບໍ່ແມ່ນໃນທ້າຍອາທິດແລ້ວນີ້ເທົ່າ​ນັ້ນ.”

ຫຼັງ​ຈາກໃຊ້ເວລາ​ຫຼາຍ​ກວ່າ 2 ຊົ່ວ​ໂມງ, ການ​ໂຮມ​ຊຸມ​ນຸມຂອງ​ທັງ​ສອງຝ່າຍ ກໍໄດ້ສະຫຼາຍ​ໄປ​ຢ່າງ​ສະ​ຫງົບ.

Tensions ran high as Israeli and Palestinian expats participated in rival rallies in Washington state. Natasha Mozgovaya reports from Kirkland.

Two rallies faced off Sunday in Kirkland, Washington. Israeli expats came to support their country in its war on Hamas following the attack carried out at dawn Saturday.

Pro-Palestinian rally participants came to express support for Gaza and what they said is the ‘Palestinian right for resistance.’

Tensions flared, with Israeli protesters accusing opposing rally participants of supporting terrorists.

Israeli protester shouting

“Exactly like them! Exactly like them!”

Local police used paintball guns and pepper spray irritant to disperse the clashing parties that eventually settled on opposite sides of a road.

Palestinian protesters chanting

“From the river to the sea Palestine will be free!”

Pro-Palestinian rally participants carried posters demanding release of all Palestinian prisoners and decrying U.S. military aid for Israel.

Participants in the pro-Israeli rally, displaying flags of Israel and the United States, carried posters with images of victims of Hamas’ attack. Some said they were shocked to see anyone in the United States openly supporting those who deliberately killed and kidnapped whole families.

Ofek Bashari, Pro Israeli rally participant

“They want us dead. They just want us dead. They don't want peace. They don't want nothing. // They were planning this attack for many, many months back now. They just were waiting. We have more than 800 people dead. 200 people kidnapped. Elderly people, kids, babies, women.”

Ofek Bashari said taking part in events in support of Israel is something that helps the community shaken by the tragedy hold together.

Ofek Bashari, Pro Israeli rally participant

“I feel terrible. I feel that this is the only thing I can do from being far away from my family and my friends. We have family that's captured by Hamas. We have all our friends that are all right now are in the in the army. They're going and it's just insane. What's going on over there is insane.”

Palestinian male chants

“We want 1948!”

On the pro-Palestinian side of the road, Amin Odeh said the violence didn’t start with Saturday’s attack.

Amin Odeh, Pro-Palestinian rally participant

“We're here to show support for our people in Gaza Strip. They've been under siege for the past 17 years. Nobody likes to see civilians being attacked on either side. So we're saying to people that they have been kidnapping our people. We have 7,000, 7,000 Palestinians in Israeli jails. And we can't just say it started yesterday. It started in 1948. It started 75 years ago, not just this weekend.”

After more than two hours, both rallies dispersed peacefully.

XS
SM
MD
LG