ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂຣຮິງຢາ ຫຼາຍສິບພັນຄົນ ໂຮມຊຸມນຸມ ເພື່ອລຳລຶກເຖິງ 'ວັນຂ້າລ້າງເຊື້ອຊາດເຜົ່າພັນ'


ພວກຊາວອົບພະຍົບໂຣຮິງຢາ ເຕົ້າໂຮມກັນ ເພື່ອລຳລຶກເຖິງ ວັນຄົບຮອບຄັ້ງທີສອງ ຂອງການລັ່ງໄຫລ ອອກຈາກມຽນມາ ຢູ່ທີ່ສູນ ກູຕູປາລອງ ໃນເຂດຄອັກສ໌ ບາຣຊາ ຂອງບັງກລາແດັສ, ວັນທີ 25 ສິງຫາ 2019. REUTERS/Rafiqur Rahman
ພວກຊາວອົບພະຍົບໂຣຮິງຢາ ເຕົ້າໂຮມກັນ ເພື່ອລຳລຶກເຖິງ ວັນຄົບຮອບຄັ້ງທີສອງ ຂອງການລັ່ງໄຫລ ອອກຈາກມຽນມາ ຢູ່ທີ່ສູນ ກູຕູປາລອງ ໃນເຂດຄອັກສ໌ ບາຣຊາ ຂອງບັງກລາແດັສ, ວັນທີ 25 ສິງຫາ 2019. REUTERS/Rafiqur Rahman

ພວກອົບພະຍົບໂຣຮິງຢາ ຫຼາຍສິບພັນຄົນ ໄດ້ໂຮມຊຸມນຸມກັນ ເພື່ອລຳລຶກເຖິງ ການ
ລັ່ງໄຫລອອກຈາກມຽນມາ ຂອງພວກເຂົາເຈົ້າ ຄົບຮອບອີກເທືື່ອນຶ່ງ ເປັນ ຄັ້ງທີສອງ.

ຊາວໂຣຮິງຢາ ເກືອບຮອດ 200,000 ຄົນ ໄດ້ເຂົ້າຮ່ວມໃນການໂຮມຊຸມນຸມຢ່າງ
ສັນຕິ ຊຶ່ງໄດ້ເຂົ້າຮ່ວມໂດຍບັນດາເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ຢູ່ທີ່ສູນ
ກູຕູປາລອງ ໃນເຂດຄອັກສ໌ ບາຊາຣ ຂອງບັງກລາແດັສ ໃນວັນອາທິດ ວານນີ້.

ຊາວມຸສລິມ ໂຣຮິງຢາ ຫຼາຍກວ່າ ນຶ່ງລ້ານຄົນ ຈາກລັດຣາໄຄນ໌ຂອງມຽນມາ ຊຶ່ງໃນ
ປັດຈຸບັນນີ້ ອາໄສຢູ່ພາກໃຕ້ຂອງບັງກລາແດັສ ໃນເຂດຕັ້ງຖິ່ນຖານໃໝ່ ທີ່ໃຫຍ່ທີ່ສຸດ
ໃນໂລກ. ພວກຄົນສ່ວນໃຫຍ່ ໄດ້ພາກັນຫລົບໜີ ຈາກຄວາມຮຸນ ແຮງທີ່ນຳພາໂດຍ
ກອງທັບມຽນມາໃນປີ 2017 ທີ່ອົງການສະຫະປະຊາຊາດ ກ່າວວ່າ ເປັນການສັງຫານ
ໂດຍ “ມີເຈດຕະນາຂ້າລ້າງເຊື້ອ​ຊ​າດເຜົ່າ​ພັນ”.

ພວກອົບພະຍົບ ກ່າວວ່າ ກຳລັງຮັກສາຄວາມປອດໄພຂອງມຽນມາ ແລະພວກພົນລະ
ເຮືອນທີ່ນັບຖືສາສະໜາພຸດໄດ້ດຳເນີນການສັງຫານໝູ່ ແລະການຂົ່ມຂືນ ໝູ່ ໃນລະ
ຫວ່າງ ຫຼາຍອາທິດ ຂອງ “ປະຕິບັດການກວດລ້າງ” ນັ້ນ. ມຽນມາ ກໍໄດ້ປະຕິເສດຕໍ່ຂໍ້
ກ່າວຫາຕ່າງໆ ໂດຍກ່າວ ພຽງແຕ່ວ່າ ກອງທັບໄດ້ປະຕິບັດ ການທີ່ຖືກຕ້ອງຕາມກົດ
ໝາຍ ເພື່ອຕໍ່ຕ້ານພວກກະບົດໂຣຮິງຢາ ຜູ້ທີ່ໄດ້ໂຈມຕີ ດ່ານກວດຂອງຕຳຫຼວດຫຼາຍ
ແຫ່ງ ເທົ່ານັ້ນ.

ການໂຮມຊຸມນຸມ ໄດ້ຖືກຈັດຂຶ້ນ ສອງສາມມື້ ຫຼັງຈາກບັງກລາແດັສ ໂດຍໄດ້ຮັບການ
ຊ່ອຍເຫຼືອຈາກອົງການອົບພະຍົບຂອງສະຫະປະຊາຊາດຫຼື UNHCR ກໍໄດ້ພະຍາ
ຍາມເລີ້ມຕົ້ນ ສົ່ງພວກອົບພະຍົບໂຣຮິງຢາ ຈຳນວນ 3,000 ຄົນ ກັບຄືນປະເທດ.
ແຕ່ບໍ່ມີພວກອົບພະຍົບຜູ້ໃດ ຕົກລົງທີ່ຈະກັບຄືນໄປມຽນມາ ໂດຍປາດສະຈາກ
ການໄດ້ຮັບສັນຊາດເສຍກ່ອນ ແລະຮັບປະກັນສິດທິຂັ້ນພື້ນ ຖານແກ່ພວກເຂົາເຈົ້າ.

ອົງການ UNHCR ໄດ້ກ່າວວ່າ ການສ້າງຄວາມເຊື່ອໝັ້ນ ເປັນເລື້ອງທີ່ສຳຄັນເພື່ອ
ການສົ່ງກັບຄືນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG