ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວ ສະ​ພາບອາ​ກາດ ໄວ້​ລຸ້ນ ເດີນ​ທາງ​ດ້ວຍ​ເຮືອ​ໃບ ຮອດນະ​ຄອນ ນິວຢອກ ສຳ​ລັບ ກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ


ນາງ ເກ​ຣ​ຕ້າ ຕັນ​ເບີກ, ອາ​ຍຸ 16 ປີ, ນັກ​ເຄື່ອນ​ໄຫວ ກ່ຽວ​ກັບ ສະ​ພາບ ອ​າ​ກາດ ຊາວ ສວີ​ເດັນ, ກ່າວຄຳ​ປາ​ໄສ​ຕໍ່​ຝູງ​ຄົນ ຫຼັງ​ຈາກ​ເດີນ​ທາງ​ຮອດນະ​ຄອນ ນິວຢອກ ດ້ວຍ​ເຮືອ​ໃບ ມາ​ລີ​ເຊຍ 2. 28 ສິງ​ຫາ, 2019.
ນາງ ເກ​ຣ​ຕ້າ ຕັນ​ເບີກ, ອາ​ຍຸ 16 ປີ, ນັກ​ເຄື່ອນ​ໄຫວ ກ່ຽວ​ກັບ ສະ​ພາບ ອ​າ​ກາດ ຊາວ ສວີ​ເດັນ, ກ່າວຄຳ​ປາ​ໄສ​ຕໍ່​ຝູງ​ຄົນ ຫຼັງ​ຈາກ​ເດີນ​ທາງ​ຮອດນະ​ຄອນ ນິວຢອກ ດ້ວຍ​ເຮືອ​ໃບ ມາ​ລີ​ເຊຍ 2. 28 ສິງ​ຫາ, 2019.

ນັກ​ເຄື່ອນ​ໄຫວ​ສິ່ງ​ແວດ​ລ້ອມ​ໄວ້​ລຸ້ນ ນາງ ເກ​ຣ​ຕ້າ ຕັນ​ເບີກ ໄດ້​ເດີນ​ທາງ​ຮອດ​ນະ​ຄອນ
ນິວຢອກ ຫຼັງຈາກໄດ້ເດີນທາງຂ້າມມະຫາສະໝຸດ ແອັດແລນຕິກ ໃນເຮືອໃບທີ່ບໍ່ປ່ອຍ
ຄວນພິດຈັກເມັດ ເພື່ອເຂົ້າຮ່ວມກອງປະຊຸມໂລກຮ້ອນ.

ເດັກ​ຍິງ​ຊາວ ສວີ​ເດັນ ອາ​ຍຸ 16 ປີ​ໄດ້​ຂີ່​ເຮືອ​ໃບ​ຈາກ​ເມືອງ ພ​ລາຍ​ມັດ, ປະ​ເທດ ອັງ​ກິດ
ໃນວັນທີ 14 ສິງຫາ ເພື່ອເດີນທາງຫາຊາຍຝັ່ງຂອງປະເທດ ສະຫະລັດໃນວັນພຸດວານ
ນີ້. ນາງ ຕັນເບີກ ໄດ້ຂຽນໃນທວິດເຕີຕອນ 4 ໂມເຊົ້າວ່າ “ແຜ່ນດິນ, ແສງໄຟຂອງເກາະ
ລອງ ໄອແລນ ແລະ ນະຄອນ ນິວຢອກ ແມ່ນຢູ່ທາງໜ້າ.”

ນາງ ຕັນ​ເບີກ ໄດ້​ເດີນ​ທາງ​ມາ ສະ​ຫະ​ລັດ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສະ​ພາບ
ອາກາດຂອງອົງການສະຫະປະຊາຊາດ. ລາວໄດ້ເລືອກຂີ່ເຮືອໃບແທນທີ່ຈະຂີ່ເຮືອບິນ
ເພື່ອຫຼີກລ່ຽງການປ່ອຍແກັສເຮືອນແກ້ວທີ່ອອກມາຈາກການບິນຢູ່ເຮືອບິນອາຍພົ່ນພາ
ນິດ.

ນາງ ຕັນ​ເບີກ ກ່າວ​ວ່າ ລາວ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຄັ້ງ​ທຳ​ອິດ​
ຕອນທີ່ລາວອາຍຸ 8 ປີ ແລະ ໄດ້ເກີດມີຄວາມເປັນຫ່ວງຫຼາຍ ກ່ຽວກັບ ອະນາຄົດຂອງ
ມວນມະນຸດ.

ສອງ​ສາມ​ປີ​ຕໍ່​ມາ ລາວ​ໄດ້​ຖືກກວດ​ພົບ​ເປັນ​ໂຣກ​ປັນ​ຍາ​ອ່ອນ​ລະ​ດັບ​ປານ​ກາງ, ໂຣກ​ກະ​
ວົນກະວາຍ ແລະ ຄວາມກະວົນກະວາຍທີ່ຊັບຊ້ອນໃນໄວເດັກ ທີ່ມີລັກສະນະຂອງການ
ບໍ່ສາມາດເວົ້າ ຫຼື ສື່ສານຢ່າງມິປະສິດທິພາບໃນສັງຄົມ.

ລາວ​ໄດ້​ບອກ​ຜູ້​ຟັງ​ຢູ່​ງານ Ted Talk ເມື່ອ​ປີ​ກາຍນີ້ວ່າ “ໂດຍ​ພື້ນ​ຖານ​ແລ້ວ​ມັນ​ໝາຍ​
ຄວາມວ່າຂ້າພະເຈົ້າຈະເວົ້າເມື່ອຂ້າພະເຈົ້າຄິດວ່າມັນຈຳເປັນ ແລະ ຕອນນີ້ກໍແມ່ນນຶ່ງ
ໃນຊ່ວງເວລານັ້ນ.”

ໃນ​ເດືອນ​ສິງ​ຫາ 2018, ນາງ ຕັນ​ເບີກ ໄດ້​ຢຸດ​ໄປ​ໂຮງ​ຮຽນ​ໃນ​ທຸກໆ​ວັນ​ສຸກ ແລະ ໄປ​ປະ
ທ້ວງຄົນດຽວຢູ່ນອກສະພາແຫ່ງຊາດຂອງ ສວີເດັນ. ລາວໄດ້ເອີ້ນມັນວ່າການນັດຢຸດ
ງານ ທີ່ມີຈຸດປະສົງດຶງດູດຄວາມສົນໃຈຕໍ່ສະພາບອາກາດປ່ຽນແປງ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ນັກ​ຮຽກ​ຫຼາຍ​ພັນ​ຄົນ​ກໍ​ໄດ້ເລີ່ມ​ເຮັດ​ຕາມຄວາ​ມມຸ່ງ​ໝາຍ​ຂອງ​ລາວ​ໃນ
ທົ່ວໂລກ, ດ້ວຍການບໍ່ໄປໂຮງຮຽນທຸກວັນສຸກ ແລະ ຮຽກຮ້ອງໃຫ້ຜູ້ໃຫຍ່ເຮັດບາງຢ່າງ
ກ່ຽວກັບ ສະພາບອາກາດປ່ຽນແປງ.

ເຮືອ​ທີ່​ນຳ​ພາ​ນາງ ຕັນ​ເບີກ, ຊື່​ວ່າ ມາ​ລີ​ເຊຍ 2, ມີ​ຄຳ​ເວົ້າ​ທີ່​ຂຽນ​ວ່າ “ວັນ​ສຸກ​ເພື່ອ​ອະ​ນາ​
ຄົດ” ພາຍໃຕ້ “ຄວາມສາມັກຄີເພື່ອສະໜັບສະໜູນວິທະຍາສາດ” ຖືກຂຽນຢູ່ເຮືອລຳນັ້ນ.

ເຄື່ອງ​ມື​ອີ​ເລັກ​ໂທ​ຣ​ນິກ​ຢູ່​ເທິງ​ເຮືອ​ໃບ​ລຳ​ດັ່ງ​ກ່າວ​ນັ້ນ ແມ່ນ​ໃຊ້​ພະ​ລັງ​ງານ ຈາກແທ່ນ​ພະ​
ລັງງານແສງອາທິດ ແລະ ໃບພັດໃຕ້ນ້ຳ. ມັນບໍ່ມີຫ້ອງນ້ຳ ຫຼື ບ່ອນອາບນ້ຳຕິດຕັ້ງຢູ່ເທິງ
ເຮືອ, ບໍ່ມີປ່ອງຢ້ຽມຢູ່ພື້ນເຮືອ ແລະ ມີພຽງແຕ່ເຕົາແກັສນ້ອຍໆ ເພື່ອອຸ່ນອາຫານແຫ້ງ
ແຊ່ແຂງ.

ເຮືອ​ຂອງ​ນາງ ຕັນ​ເບີກ ໄດ້​ຮັບ​ການ​ທັກ​ທາຍ​ໂດຍ​ຝູງ​ເຮືອ​ໃບ 17 ລຳ ທີ່​ເປັນ​ຕົວ​ແທນ​ໃຫ້​
ແຕ່ລະເປົ້າໝາຍການພັດທະນາແບບຍືນຍົງ ໃນການເດີນເຮືອຂອງເຂົາເຈົ້ານັ້ນ.

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໄດ້​ຂຽນ​ໃນ ທວິດ​ເຕີ ເພື່ອ​ຕ້ອນ​ຮັບ​ນາງ ຕັນ​ເບີກ
ວ່າ: ຍິນທີຕ້ອນຮັບສູ່ນະຄອນ ນິວຢອກ ເກຣຕ້າ ຕັນເບີກ. ຄວາມຕັ້ງໃຈ ແລະ ຄວາມ
ອົດທົນໃນລະຫວ່າງການເດີນທາງຂອງເຈົ້າ ຈະໃຫ້ກຳລັງໃຈພວກເຮົາໃນການເຂົ້າເປັນ
ສ່ວນຮ່ວມ ໃນກອງປະຊຸມສຸດຍອດ ClimateAction ໃນເດືອນໜ້າ.”

ນາງ ຕັນ​ເບີກ ຈະ​ກ່າວຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສຸດຍອດ ການດຳ​ເນີນ​ການ ດ້ານສະ​ພາບ​
ອາກາດ ຂອງອົງການສະຫະປະຊາຊາດ ໃນເດືອນໜ້າ ແລະ ຫຼັງຈາກນັ້ນຈະເຂົ້າຮ່ວມ
ກອງປະຊຸມສຸດຍອດສະພາບອາກາດໃນປະເທດ ຊີເລ ໃນເດືອນທັນວາ. ລາວໄດ້ໂຈະ
ການເຂົ້າໂຮງຮຽນນຶ່ງປີ ເພື່ອທຳການເຄື່ອນໄຫວຂອງລາວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG