ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຟຊັ່ນທີ່​​ໃຊ້ເທັກໂນໂລຈີ ຊ່ວຍປະ​ດິດ ​ສະ​ແດງໃຫ້​ເຫັນ​ເຖິງການ​ປ່ຽນ​ແປງ ວິ​ທີທີ່​​ເຮົາ​ນຸ່ງ​ຖື ແລະ​ດຳ​ລົງ​ຊີ​ວິດ


Technology-Infused Fashion Points to Changing the Way We Dress and Live
please wait

No media source currently available

0:00 0:02:00 0:00

ການ​ປະ​ດິດ​ເຄື່ອງແຟຊັ່ນທີ່ໃຊ້ເທັກໂນໂລຈີ ປະ​ກອບສະ​ແດງ​ໃຫ້​ເຫັນ​ເຖິງການ​ປ່ຽນ​ແປງຂອງວິ​ທີທີ່​ເຮົາ​ນຸ່ງ​ຖື ແລະ​ດຳ​ລົງ​ຊີ​ວິດໄດ້​

ດັ່ງທີ່ພວກເຮົາຮູ້ໄດ້​ຮູ້​ກັນ​ແລ້ວ ເທັກໂນໂລຈີທີ່ທັນສະໄໝສາມາດປ່ຽນໃບໜ້າຂອງຂະ​ແໜງ​ການແຟຊັ່ນໄດ້. Julie Taboh ນັກຂ່າວ​ວີ​ໂອ​ເອມີ​ລາຍງານ​ກ່ຽວ​ກັບ​ເລື້ອງນີ້​ເພີ້ມ​ອີກ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳມາ​ສະ​ເໜີທ່າ​ນ​ອັນ​ດັບ​ຕໍ່​ໄປ.

ເກີດມາໂດຍບໍ່ມີແຂນທ່ອນ​ລຸ່ມ ກ້ຳ​ຊ້າຍຂອງນາງ, ນາງແບບແຄ​ລ​ລີ ນັອກ (Kelly Knox) ເລືອກທີ່ຈະບໍ່ໃຊ້ແຂນທຽມເພື່ອຊ່ວຍເຫຼືອຕົນ​ເອງ, ແຕ່ກັບ​ໃຊ້ມັນເປັນອຸປະກອນເສີມສໍາລັບການສະແດງ​ທ່າທາງ​ຂອງຕົນອອກ​ໃຫ້​ຄົນ​ໄດ້​ເບິ່ງ ໄດ້​ຊົມ.

​ແຂນທຽມອະຄິລິກອັນນີ້ ຖືກອອກແບບມາ​ໃຫ້​ເໝາະສໍາລັບນາງ ໂດຍນັກສິລະປະ​ກຳ ໂຊ​ຟີ ເດິ ໂອ​ລິ​ເບີ​ເຣຍ ບາ​ຣາ​ຕາ (Sophie de Oliveira Barata) ໃຫ້ເປັນເຄື່ອງເອ້ເຄື່ອງປະດັບ.

ທ່ານນາງ​ອີ​ວາ ທອນ​ຕັນ (Eva Thornton) ເປັນຜູ້ຊ່ວຍ​ດ້ານກາ​ນ​ວາງ​ສະ​ແດງພິ​ພິດ​ທະ​ພັນ ຢູ່ຫໍພິພິດທະພັນສິລະປະກຳທອບແມນ (Taubman) ໃນ ເມືອງໂຣ​ນົກ (Roanoke), ລັດ​ເວີ​ຈີ​ເນຍ. ທ່ານນາງໄດ້ໂອ້ລົມກັບວີໂອເອ ຜ່ານທາງ Skype ວ່າ:
"ນາງເຮັດວຽກກັບເພື່ອນຮ່ວມງານ ແລະນັກວິທະຍາສາດ ແລະນັກເຮັດແຂນຂາທຽມກ່ຽວກັບວິທີທີ່ວ່າ ຄົນຈະສະແດງທ່າທາງຢ່າງມີສິລະປະໂດຍຜ່ານການໃຊ້ ເຄື່ອງປະດັບທີ່ໃຊ້ໃນການເຄື່ອນໄຫວຂອງເຂົາເຈົ້າໄດ້ຄືແນວໃດ."

ແຂນທຽມເປັນພຽງຕົວຢ່າງນຶ່ງຂອງເຄື່ອງແຟຊັ່ນ ຊັ້ນສູງ ແລະເຄື່ອງໃຊ້​ສອຍເສີມທີ່ສ້າງຂຶ້ນໂດຍເທັກໂນໂລຈີທັນສະໄໝທີ່ວາງສະແດງຢູ່ຫໍພິພິທະພັນສິລະປະອັນປາ​ນີດທີ່ຫໍພິພິທະພັນສິລະປະກຳທອບ​ແມນ, ໃນເມືອງໂຣ​ນົກ, ລັດເວີ​ຈີ​ເນຍ.

ພວກມັນ​ໄດ້​ນຳ​ເອົາຂໍ້​ຄິດ​ເຫັນບາງຢ່າງມາສະເຫນີໃຫ້ຄົນເຂົ້າໃຈກ່ຽວກັບວ່າ ເທັກໂນໂລຈີອາດຈະຫັນປ່ຽນໄປຄື​ແນວ​ໃດ​ໃນອະນາຄົດ.

ຕົວຢ່າງເຊັ່ນ: ຫນ້າກາກທອງເຫລືອງທີ່ສ້າງໂດຍນັກສິລະປະ​ກຳ ອີ​ວາ ໂນ​ແວັກ (Ewa Nowak), ຖືກອອກແບບມາເພື່ອລວງຕາເທັກໂນໂລຈີໃນການຈື່ ໃບຫນ້າໄດ້.

ທ່​ານນາງ​ທອນ​ຕັນທີ່ຫໍພິພິທະພັນສິລະປະທອບ​ແມນກາວຜ່ານທາງ SKYPE ອີກວ່າ:
"ມັນຊ່ວຍໃຫ້ເຮັດໃຫ້ການຈື່ໜ້າຂອງມະນຸດຕໍ່ມະນຸດໄດ້ງ່າຍຫລາຍ ແຕ່ ຂັດ ຂວາງໂປຣແກຣມປັນຍາປະດິດ ຫລື AI ບໍ່ໃຫ້ຈົດຈຳໜ້າໄດ້."

ນັກສິລະປິນບາງຄົນໄດ້ໃຊ້ສິ່ງຫລ້າສຸດໃນການພິມ 3 ມິຕິ - ປະ​ດິດວັດຖຸທີ່​ຈັບ​ຕ້ອງ​ໄດ້ຈາກຕົວແບບໃນທາງດິຈິຕອນ - ເພື່ອປະ​ດິດເຄື່ອງນຸ່ງ, ເກີບ ແລະເຄື່ອງ​ໃຊ້ສອຍເສີມ.

ແລະໃນຂະນະທີ່​ການ​ເຮັດ​ແຟ​ຊັນ​ແມ່ນໄດ້ຮັບອິດທິພົນຈາກເຈົ້າ​ແມ່ນທໍາມະຊາດມາເປັນ​ເວ​ລາດົນນານນັ້ນ, ນັກສິລະປິນເຫຼົ່ານີ້ໄດ້ເອົາມັນມາ​ປັບ​ປຸງຂຶ້ນໄປສູ່ລະດັບໃຫມ່.

ຊຸດແຕ່ງກາຍທີ່ເຮັດມາຈາກກຸ່ມ​ໃຍ​ເຊື້ອ​ຣາ (ສ່ວນທີ່ຈະເລີນເຕີບໂຕຂອງເຊື້ອ ເຫັດ), ແລະຊຸດແຕ່ງກາຍທີ່ເຮັດຈາກສະ​ຫລ່າຍທະ​ເລ (ສິ່ງມີຊີວິດທີ່ເປັນມິດກັບ ສິ່ງແວດລ້ອມ). ຫລຽນ​ເຫລື້ອມຫຍິບຍັບ​ແວວ​ວາວ​ທີ່ຜະລິດຈາກເຊລູໂລສຂອງ ຕົ້ນໄມ້ ແທນທີ່ຈະຈາກຢາງພາດສະຕິກທີ່ອີງໃສ່ນ້ໍາມັນ ...ແລະເສື້ອ​ຄຸມ​ໄຫ​ລ່ ເຮັດຈາກປີກທີ່​ເອົາ​ມາ​ຈາກດອກ​ປີກ​ໄກ່ທີ່​ໝູນໃຊ້​ຄືນ…

​ທ່ານ​ນາງ​ທອນ​ຕັນກ່າວຜ່ານທາງ SKYPE ອີກວ່າ:
“ຂ້າພະເຈົ້າຫວັງວ່າຄົນຈະຄິດຢ່າງຖີ່ຖ້ວນຂຶ້ນກວ່າເກົ່າກ່ຽວກັບວິທີຜະລິດຕະພັນແຟຊັ່ນຖືກຜະລິດອອກມາ. ໃຫ້ຮູ້ວ່າພວກເຮົາສາມາດເຮັດວຽກກັບການພິມແບບ 3 ມິຕິ ຫຼືວັດຖຸທາງຊີວະພາບແນວໃດໄດ້ເພື່ອໃຫ້ມີຄວາມຮັບຜິດຊອບ ຫຼາຍຂຶ້ນ.”

ມັນເປັນແນວຄວາມຄິດທີ່ນັກສິລະປິນຫວັງວ່າຄົນຈະເອົາໃຈໃສ່ຕໍ່​ເລື້ອງນີ້​ແທ້ໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Cutting-edge technology could change the face of fashion as we know it. VOA’s Julie Taboh has more.

Born without her lower left arm, model Kelly Knox chooses not to use prosthetics as an aid, but as an accessory for self-expression.

This acrylic prosthetic was custom designed for her by artist Sophie de Oliveira Barata, as a piece of jewelry.

Eva (Eee-va) Thornton is an assistant curator at the Taubman Museum of Art in Roanoke, Virginia. She spoke with VOA via Skype.

Eva Thornton, Taubman Museum of Art via SKYPE: “She works with colleagues and scientists and prosthetists on ways for people to express themselves artistically through their kinetic jewelry.”

The prosthetic is just one example of high fashion garments and accessories forged by modern technology on display at a fine arts museum, the Taubman Museum of Art in Roanoke, Virginia.

They offer some insight into how technology might transform fashion in the future.

A brass face mask created by artist Ewa Nowak, for example, was designed to fool facial recognition technology.

Eva Thornton, Taubman Museum of Art, via SKYPE: “It allows human-to-human recognition very easily but foils the AI programs.”

Some artists used the latest in 3D printing — making a physical object from a digital model — to create clothing, shoes and accessories.

And while fashion has long been influenced by Mother Nature, these artists have taken it to a new level.

Body suits grown from mycelium (the vegetative part of a fungus), and dresses made from algae (an eco-friendly organism).

Sequins made from tree cellulose instead of petroleum-based plastic… and a bolero from recycled badminton shuttlecocks…

Eva Thornton, Taubman Museum of Art via SKYPE: “I hope that people will think more carefully about the way fashion is produced, how we can work with 3D printing or biomaterials to be more responsible.”

It’s a concept the artists hope people will take to heart.

XS
SM
MD
LG