ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການໃຊ້ ກະແສໄຟຟ້າ ເຂົ້າໃນການ ທໍາຄວາມສະອາດ ນໍ້າເປື້ອນ ໄດ້ແລ້ວ


Visitors gather during a presentation visit of the "Grand Palais Ephemere", with the Eiffel Tower seeing outside, in Paris, France.
Visitors gather during a presentation visit of the "Grand Palais Ephemere", with the Eiffel Tower seeing outside, in Paris, France.

ອົງການອະນາໄມໂລກ ຫລື WHO ຄໍານວນວ່າ ຫລາຍກວ່າ 8 ແສນຄົນໃນທົ່ວໂລກ ເສຍຊີວິດໄປ ໃນແຕ່ລະປີ ຍ້ອນນໍ້າດື່ມທີ່ບໍ່ປອດໄພ. ແຕ່ວ່າ ພວກນັກຄົ້ນຄວ້າຈາກ
ສະຖາບັນດ້ານເທັກໂນໂລຈີ (Massaschusetts) ອາດຫາກໍ່ຄິດຄົ້ນ ວິທີການງ່າຍໆ ແລະບໍ່ແພງ ໃນການທໍາຄວາມສະອາດນໍ້າທີ່ເປື້ອນທີ່ສຸດ ໃນໂລກ ເມື່ອບໍ່ດົນນີ້.
Kevin Enochs ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ​ບົວ​ສະຫວັນ ​ຈະ​ນໍາ
​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຊ່ອງແຄບ ກວາວັນນຸສ (Gowanus) ຢູ່ຄຸ້ມບຣຸກຄລິນ (Brooklyn) ຂອງນະຄອນນີວ
ຢອກ ແມ່ນບ່ອນບົ່ມພິດ ຂອງສິ່ງທີ່ເປັນມົນລະພິດທຸກປະເພດ ເຊັ່ນ: ໂລຫະໜັກ,
ຢາຂ້າແມງໄມ້, ແມ່ນກະທັ້ງນໍ້າເສຍ ທີ່ໄຫລຜ່ານຊ່ອງແຄບນີ້ ທີ່ໃຊ້ເຂົ້າໃນການຜະລິດ
ອຸດສະຫະກໍາມາເປັນເວລານານກວ່າ 150 ປີນັ້ນ.

ແຕ່ວ່າພວກນັກຄົ້ນຄວ້າ ຈາກສະຖາບັນດ້ານເທັກໂນໂລຈີ ຂອງມະຫາວິທະຍາໄລ ມັຊ
ຊັສຈຸເຊັສ (Massaschusetts) ກໍາລັງພາກັນຊອກຫາວິທີ ທີ່ຈະທໍາຄວາມສະອາດນໍ້າ
ຢູ່ໃນນັ້ນ ໂດຍໃຊ້ກະແສໄຟຟ້າແບບງ່າຍໆ.

ທ່ານ ສ່ຽວ ຊູ (Xiao Su) ຈາກສະຖາບັນດ້ານເທັກໂນໂລຈີ ຂອງມະຫາວິທະ ຍາໄລ ມັຊຊັສຈຸເຊັສ (Massaschusetts) ອະທິບາຍວ່າ "ໃນອັນທີ່ເປັສີແດງພວກເຮົາມີ
ຂວ້າໄຟຟ້າບວກ. ຢູ່ໃນອັນທີ່ເປັນສີຂຽວນີ້ ພວກເຮົາມີຂວ້າໄຟຟ້າລົບ ແລະຈາກນັ້ນ ຢູ່ໃນກ່ອງນ້ອຍໆນີ້ ພວກເຮົາມີສິ່ງທີ່ພາໃຫ້ເກີດມົນລະພິດ ແລະຂວ້າໄຟຟ້າຂອງເຮົາ ຖືກນໍາມາສົມທົບເຂົ້າກັນ ເພື່ອວ່າພວກມັນ ຈະສາມາດມີນໍ້າທີ່ຕິດກັບຂວ້າໄຟຟ້າ ທີ່
ເຮັດໃຫ້ມັນດູດຊຶມ ເອົາສິ່ງທີ່ມີມົນລະພິດໄດ້
. ແລະນອກນັ້ນ ພວກເຮົາກໍຍັງມີໄມ້
ນ້ອຍໆ ສຳລັບຄົນ ຢູ່ໜີ້ ທີ່ຄົນໄປ ຄົນມາຢູ່."


ມັນບໍ່ງ່າຍຫລາຍຄືຈັ່ງເວົ້າ. ຂວ້າໄຟຟ້າແມ່ນເຄືອບດ້ວຍສານໂພລີເມີຣ໌ ທີ່ແນໃສ່ຈັບ
ເອົາສິ່ງເປັນມົນລະພິດສະເພາະຈໍານວນນຶ່ງ ແລະນັ້ນກໍຄືສ່ວນທີ່ເຮັດໃຫ້ຂະບວນການ
ນີ້ ມີລັກສະນະສະເພາະຂອງມັນ.

ທ່ານ ແອແລນ ແຮັດຕັນ (Alan Hatton) ຈາກສະຖາບັນດ້ານເທັກໂນໂລຈີ ຂອງມະຫາ
ວິທະຍາໄລ ມັຊຊັສຈຸເຊັສ ເວົ້າວ່າ "ໃນຂະນະທີ່ມີຂັ້ນຕອນຂອງການແຍກທາດຫລາຍ
ປະເພດ ອີງຕາມພະລັງພັກດັນຂອງໄຟຟ້າ ແລະສິ່ງອື່ນໆ ທີ່ຄ້າຍກັນນັ້ນ, ແຕ່ວ່າ ມັນກໍບໍ່ມີການເລືອກເຟັ້ນ ທີ່ພວກເຮົາຢາກໄດ້ ຢູ່ໃນການປະຍຸກໃຊ້ ທີ່ເຮົາສົນໃຈ. ພວກມັນບໍ່ສາມາດແກ້ໄຂວິທີການໃນການຈັບເອົາສິ່ງທີ່ເປັນມົນລະພິດຂະໜາດ
ນ້ອຍໆ, ສິ່ງທີ່ບໍ່ໄດ້ລວມຕົວເຂົ້າກັນ ໃນລະດັບສູງນັ້ນ ໄດ້.”


ວີດິໂອ ທີ່ສາຍຢູ່ຕະຫລອດເວລານີ້ ສະແດງໃຫ້ເຫັນວ່າ ຂັ້ນຕອນຂອງມັນ ເປັນແນວໃດ: ຂວ້າໄຟຟ້າໄດ້ຈັບເອົາສິ່ງເປັນມົນລະພິດອອກຈາກນໍ້າເທື່ອລະເລັກ ລະນ້ອຍ.

ທ່ານ ແອແລນ ແຮັດຕັນ (Alan Hatton) ກ່າວເພີ້ມວ່າ "ສະນັ້ນຫລະ, ຄວາມຄິດຂອງ
ພວກເຮົາ ໃນທີ່ນີ້ກໍຄື ຖ້າຫາກພວກເຮົາສາມາດເອົາສານໂພລີເມີຣ໌ໃສ່ຂວ້າໄຟຟ້າ ທີ່ວ່າພວກມັນ ສາມາດສາກໄຟຟ້າໃຫ້ເຕັມໄດ້ ແລະຈາກນັ້ນ ມັນກໍສາມາດຈັບເອົາ
ລະບົບຕ່າງໆ ແບບມີການເລືອກເຟັ້ນໄດ້ ຕົວຢ່າງເຊັ່ນ ພວກເຮົາສາມາດ ເອົາໂມລະ
ກູນຂອງສິ່ງປົນເປື້ອນ ທີ່ມີຊີວິດຫລາຍຮ້ອຍອັນອອກຈາກນໍ້າດ່າງອື່ນ ທີ່ຢູ່ອ້ອມຂ້າງ
ນັ້ນ. ຖ້າຫາກພວກເຮົາສາມາດເຮັດສິ່ງນີ້ ແບບມີການເລືອກເຟັ້ນໄດ້ ພວກເຮົາກໍ
ຈະມີຜູ້ໄດ້ຮັບຜົນສໍາເລັດຢູ່ໃນມືຂອງພວກເຮົາ. ແລະນັ້ນກໍຄືສິ່ງທີ່ພວກເຮົາໄດ້ພັດ
ທະນາຂຶ້ນມາ."


ບໍ່ພຽງແຕ່ນໍ້າເທົ່ານັ້ນ ທີ່ສະອາດ ຂັ້ນຕອນ ໃນການເຮັດແບບນັ້ນ ກໍຍັງສະອາດກວ່າ ວິທີການທໍາຄວາມສະອາດ ທີ່ມີຢູ່ໃນປັດຈຸບັນ ທີ່ໃຊ້ຄວາມຮ້ອນ, ຄວາມດັນສູງ ຫລື
ແມ່ນແຕ່ໃຊ້ທາດເຄມີອັນອື່ນໆອີກ.

ທ່ານ ແອແລນ ແຮັດຕັນ (Alan Hatton) ກ່າວມ້ວນທ້າຍວ່າ "ແລະສິ່ງທີ່ພວກເຮົາ
ຢາກເຮັດກໍຄື ການຄິດຄົ້ນລະບົບທີ່ສະອາດຫລາຍກວ່ານີ້ຕັ້ງຫລາຍ ຂຶ້ນມາໃຊ້. ແລະມີຫຍັງອີກ ທີ່ຈະສະອາດໄປກວ່າການໃຊ້ໄຟຟ້າ - ຢ່າງໜ້ອຍກໍ່ສະອາດເຖິງ
ຂັ້ນນີ້ໄດ້? ແລະສິ່ງທີ່ພວກເຮົາຢາກເຮັດກໍຄື ມີເທັກໂນໂລຈີ ທີ່ພວກເຮົາສາມາດ ທີ່ຈະປິດເປີດສະຫວິກໄຟໄດ້ -ໄຟເປີດຂຶ້ນ ແລະພວກເຮົາສາມາດທໍາການແຍກ
ທາດໄດ້. ເມື່ອພວກເຮົາປິດສະຫວິກລົງ, ໄຟກໍມອດລົງ, ແລະພວກເຮົາກໍສາມາດ
ທີ່ຈະຜະລິດລະບົບຂອງພວກເຮົາໄດ້."


ພວກນັກຄົ້ນຄວ້າເວົ້າວ່າ ຂະບວນການດັ່ງກ່າວສາມາດຂະຫຍາຍໃຫ້ໃຫຍ່ຂຶ້ນໄດ້ຢ່າງ
ວ່ອງໄວ ແລະສາມາດທີ່ຈະເອົາໄປໃຊ້ງານໄດ້ຢູ່ນອກຫ້ອງທົດລອງ ເພື່ອເຮັດໃຫ້ນໍ້າ
ເປື້ອນຈັ່ງຊີ້ ກາຍເປັນນໍ້າສະອາດແບບນີ້.....

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG