ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໑ ຕຸລາ ໒໐໒໔

ແມ່​ລູກ​ສີ່ ເລີ່ມ​ອາ​ຊີບ ເປັນ​ຜູ້​ສອນ ​ຂີ່​ລົດ​ຖີບ


ນາງ ເຣ​ໂຈລ (Rachel) ແວນ ເຮັດ​ວຽກ​ເປັນ​ພະ​ນັກ​ງານ​ຂາຍເຄື່ອງຢູ່​ໃນ​ອຸດ​ສາ​ຫະ​ກຳ
ລົດຖີບ, ແຕ່ປີກາຍນີ້, ລາວໄດ້ລາອອກຈາກວຽກງານດັ່ງກ່າວເພື່ອຄົນສອນຂີ່ລົດຖີບ
ທີ່ມີໃບຢັ້ງຢືນ. ລາວໄດ້ກໍ່ຕັ້ງບໍລິສັດ Pedal Power Kids ເພື່ອສອນເດັກນ້ອຍ ກ່ຽວ
ກັບ ການສຶກສາດ້ານລົດຖີບ. ດັ່ງທີ່ນັກຂ່າວ ໄຟຊາ ແອລມາສຣີ ໄດ້ບອກພວກເຮົານັ້ນ,
ເປົ້າໝາຍຂອງນາງ ແວນ ກໍແມ່ນເຮັດໃຫ້ເດັກນ້ອຍມາຂີ່ລົດຖີບຫຼາຍຂຶ້ນ ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນາງ ເຮ​ໂຈລ ແວນ ກ່າວ​ວ່າ “ຂ້ອຍ​ຈະ​ຂີ່​ໄປ​ທາງນີ້​ເດີ.”

ນາງ ເຣ​ໂຈລ ແວນ ຍັງ​ຈື່ໄດ້ ​ຕອນ​ທີ່​ລາວ​ຂີ່​ລົດ​ຖີບ​ເປັນ ຄັ້ງ​ທຳ​ອິດ​. ມັນ​ແມ່ນ​ເວ​ລາ​ທີ່​ວ່າ
“ຂ້ອຍສາມາດເຮັດໄດ້” ທີ່ມະຫັດສະຈັນຫຼາຍ.

ນາງ ເຣ​ໂຈລ ກ່າວ​ວ່າ “ເຈົ້າ​ເຮັດ​ໄດ້​ແລ້ວ, ເຈົ້າ​ເຮັດ​ໄດ້​ແລ້ວ.”

ຕອນນີ້, ວຽກງານ​ຂອງ​ລາວ ແມ່ນ​ຊ່ວຍເຫລືອ​ເດັກ​ນ້ອຍ​ຄົນ​ອື່ນ ໃຫ້​ມີ​ປະ​ສົບ​ການ​ແນວ​
ນັ້ນ.

ນາງ ເຣ​ໂຈລ ກ່າວ​ວ່າ “ມັນ​ຄົງ​ຈະ​ແມ່ນ​ສິ່ງ​ເພີ່ມ​ຄວາມ​ໝັ້ນ​ໃຈ​ທີ່​ໃຫຍ່​ທີ່​ສຸດ. ມັນ​ຈະ​ເຮັດ​
ໃຫ້ພວກເດັກນ້ອຍມີຄວາມຮູ້ສຶກ ກ່ຽວກັບ ຄວາມເປັນອິດສະຫຼະ ແລະ ການຄວບຄຸມ.”

ນາງ ເຣ​ໂຈວ ເວົ້າ​ວ່າ “ໝູ່​ເອີຍ, ເຮົາ​ຂີ່​ລົດໄປທາງ​ນີ້​ຄ່ອຍ​ໆເບິ່ງ​ເນາະ.”

ກ່ອນ​ຈະ​ເລີ່ມ​ຖີບ​ລົດ​ອອກ​ໄປ, ຜູ້​ເຂົ້າ​ຮ່ວມ​ໂຄງ​ການ Pedal Power Kid ແຕ່​ລະ​ຄົນ​
ຈະໄດ້ໝວກກັນກະທົບ, ຊົບມືຄູ່ນຶ່ງ ແລະ ຮຽນຮູ້ວິທີບົວລະບັດຮັກສາລົດຖີບ.

ນາງ ເຣ​ໂຈລ ກ່າວ​ວ່າ “ມີ​ໃຜ​ຈື່​ໄດ້​ບໍ່​ວ່າ ການກວດ​ກາ A, B, C ແມ່ນ​ຫຍັງ?”

ນັກ​ຮຽນ​ຕອບ​ວ່າ “A ແມ່ນ​ລົມ”

ນາງ ເຣ​ໂຈວ​ ເວົ້າ​ວ່າ “A ແມ່ນ ລົມ ຕີນລົດ, ພວກ​ເຮົາ​ຕ້ອງກວດ​ລົມ​ຕີນ​ລົດ​ ກ່ອນ​ທີ່​
ພວກເຮົາຈະຂີ່.”

“ແຕ່​ລຸ່ມ ຫາ​ເທິງ​ເລີຍ.”

B ໝາຍ​ເຖິງການກວດເບິ່ງ ເບກ.

ນາງ ເຣ​ໂຈລ ກ່າວ​ວ່າ “ພວກ​ເຮົາ​ຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ ເບກ ມັນ​ເຮັດ​ວຽກ ກ່ອນ​ທີ່​
ພວກເຮົາຈະຂີ່ລົດລົງຄ້ອຍ.”

ແລະ C ແມ່ນໂສ້ລົດ.

ນາງ ເຣ​ໂຈລ ເວົ້າ​ວ່າ “ພວກ​ເຮົາ​ຢາກ​ຮັບ​ປະ​ກັນ​ວ່າ ໂສ້ຂອງ​ພວກ​ເຮົາ​ບໍ່​ມີ​ຂີ້​ເຫຍື້ອ​ຢູ່​
ໃນ, ຄື, ຂ້າພະເຈົ້າບໍ່ຮູ້ເດະ, ຄືໃບໄມ້ ຫຼື ສິ່ງອື່ນໆຈາກລະດູໜາວທີ່ຜ່ານມາ.”

ນາງ ແວນ ເຮັດ​ວຽກ​ກັບ​ພວກ​ເດັກ​ນ້ອຍ ເພື່ອ​ພັດ​ທະ​ນາ​ທັກ​ສະຫຼາຍ​ຢ່າງ.

ນາງ ເຣ​ໂຈລ ກ່າວ​ວ່າ “ຈາ​ກ​ການ​ຈຶ້ງ​ຫາຖີບ​ລົດ ເຖິງທັກ​ສະ​ອື່ນໆ​ຄື​ການ​ລ້ຽວ, ເລີ່ມ​ຢຸດ
ແລະ ອື່ນໆ. ພວກເຮົາຈະເຮັດໃຫ້ເຂົາເຈົ້າພຸ່ງອອກໄປດ້ວຍການຖີບລົດ ແລະ ເຮັດ
ໃຫ້ມັນເປັນສ່ວນນຶ່ງໃນຊີວິດປະຈຳວັນຂອງເຂົາເຈົ້າ.”

ນາງ ເຣ​ໂຈລ ເວົ້າ​ວ່າ “ເອົ້າ ເລີ້ມໄດ້.ໃຊ້ກຳລັງແຮງໆ ດີຫຼາຍ.”

ທັງຈະໃຫ້ມ່ວນແລະປອດໄພ ພວກເຂົາ​ເຈົ້າ​ຕ້ອງ​ໄດ້ຈື່​ກົດ​ລະ​ບຽບ​ພື້ນ​ຖານ​ບາງ​ຢ່າງ.

ນາງ ເຣ​ໂຈລ ກ່າວ​ວ່າ “ສິ່ງ​ທີ່​ສຳ​ຄັນອັນ​ນຶ່ງ​ແມ່ນແມ່ນຕ້ອງ​ມືນ​ຕາດີໆ ແນມ​ໄປ​ທາງ​ໜ້າ.
ພວກເດັກນ້ອບຫຼາຍຄົນດີ້ນຮົນກັບການແນມເບິ່ງພື້ນດິນ, ຊອກຫາອັນຢຽບຖີບລົດ,
ແຕ່ເຫັນໄດ້ຊັດວ່າ ມັນບໍ່ໄດ້ເຮັດໃຫ້ເຂົາເຈົ້າເຫັນສິ່ງທີ່ກຳລັງເກີດຂຶ້ນຢູ່ອ້ອມແອ້ມເຂົາ
ເຈົ້າ. ວິທີທີ່ພວກເຮົາລ້ຽວລົດ ແທ້ຈິງແລ້ວແມ່ນດ້ວຍການອຽງໂຕ. ບາງເທື່ອຄົນຈະຄິດ
ວ່າ ເຈົ້າລ້ຽວລົດດ້ວຍການໃຊ້ເຂົາລົດຖີບ, ເຈົ້າຈະເຫັນພວກເດັກນ້ອຍບັງຄັບລົດແນວ
ນີ້ ແລ້ວ ເຂົາເຈົ້າກໍຈະລົ້ມ.”

ນັບ​ຕັ້ງ​ແຕ່​ໄດ້​ເລີ່ມ​ໂຄງ​ການ Pedal Power Kids ປີ​ກາຍນີ້ເປັນຕົ້ນມາ, ນາງ ເຣ​ໂຈລ
ໄດ້ເຮັດໃຫ້ເດັກນ້ອຍປະມານ 250 ຄົນໄດ້ກາຍເປັນນັກຂີ່ລົດຖີບ.

ນາງ ຈູ​ເລຍ ໂຣ​ລິງ, ຜູ້​ເປັນ​ແມ່​ຂອງ​ນັກ​ຮຽນ​ຄົນ​ນຶ່ງ​ເວົ້າ​ວ່າ “ພວກ​ເຮົາ​ມັກ​ອັນ​ທີ່​ວ່າ​ເຂົາ​
ເຈົ້າສາມາດອອກໄປນອກ ແລະ ຖີບລົບຖີບຂອງເຂົາເຈົ້າ ແລະ ບໍ່ແມ່ນຢູ່ໃນບ້ານໝົດ
ມື້. ເຂົາເຈົ້າສາມາດຖີບມັນໄດ້ຢ່າງປອດໄພ ແລະ ເຂົາເຈົ້າຮູ້ວິທີທີ່ຈະໄປທົ່ວຊຸມຊົນ.”

ນາງ ຟີ​ໂອ​ນາ ນັກ​ຖີບ​ລົດຄົນນຶ່ງ​ເວົ້າ​ວ່າ “ຂ້ອຍ​ຮູ້​ສຶກວ່າ ຂ້ອຍ​ຢາກ​ຖີບ​ໄວ​ເທົ່າ​ທີ່​ຂ້ອຍ
ຈະຖີບໄດ້.”

ນາງ ເຣ​ໂຈລ ເວົ້າ​ວ່າຄວາມ​ມ່ວນ​ຊື່ນ​ແມ່ນ​ສຳ​ຄັນ​ ໃນການທີ່​ຈະນຳ​ເອົາ​ເດັກ​ນ້ອຍ​ພວກ
ນີ້ມາຫຼິ້ນກິລາ ທີ່ມັນຈະເຮັດໃຫ້ເຂົາເຈົ້າຫ້າວຫັນຕະຫຼອດຊີວິດ.

ນາງ ເຣ​ໂຈລ ເວົ້າ​ວ່າ “ພວກ​ເຮົາ​ຄົງ​ຈະ​ບໍ່ຫຼິ້ນ​ກິ​ລາ ລາຄ​ຣັອ​ສ ຕອນ​ເຮົາ​ມີ​ອາ​ຍຸ 75 ຫຼື
80 ປີ, ແຕ່ແນ່ນອນພວກເຮົາສາມາດຖີບລົດໄດ້.”

ນາງ ເຣ​ໂຈລ ເວົ້າ​ວ່າ ພວກ​ເຮົາ​ເບິ່ງ​ທາງ​ສອງ​ຟາກ, ບໍ່​ມີ​ລົດ​ຢູ່​ຫົນ​ທາງ​ແມ່ນບໍ່? ບໍ່ ບໍ່​ມີ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG