ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

ຄູຜູ້ນຶ່ງ ນໍາໃຊ້ເທັກໂນໂລຈີເຂົ້າມາເຕີມຊ່ອງຫວ່າງດ້ານການສຶກສາ ໃນໝູ່ເກາະມະຫາສະໝຸດປາຊີຟິກ


ຄູ ຜູ້ທີ່ເປັນຄົນເລີ້ມຕົ້ນ ສໍາລັບການຮຽນທາງໄກ ສໍາລັບໝູ່ເກາະປາຊີຟິກ.

ອີງຕາມສູນກາງສະຖິຕິ ກ່ຽວກັບ ການສຶກສາແຫ່ງຊາດ, ນັກຮຽນຊັ້ນ ມັດທະຍົມປາຍທີ່ລະບຸວ່າເປັນຊາວໝູ່ເກາະປາຊີຟິກ ມີອັດຕາການອອກ ໂຮງຮຽນສູງທີ່ສຸດຢູ່ໃນ ສະຫະລັດ. ​ແຕ່​ຄູ​ສອນທີ່ເປັນ​ຊາວອົບ​ພະຍົບ​ຄົນ​ນຶ່ງ​ໃນໝູ່ເກາະ ມາຣີນາ ເໜືອ (Northern Mariana Islands) ມີ​ເປົ້າໝາຍທີ່​ຈະ​ປ່ຽນ​ສິ່ງ​ນັ້ນທັງໝົດ. ເຈັສຊິກາ ສໂຕນ (Jessica Stone) ນັກ​ຂ່າວ​ VOA ມີລາຍງານກ່ຽວກັບເລື້ອງລາວຂອງນາງ.

ທ່ານນາງ ຣີອາ ນາຕຣານີ (Riya Nathrani) ກ່າວວ່າ:

“ບອກໃຫ້ຂ້ອຍຮູ້ ຖ້າພວກເຈົ້າຫາກຕ້ອງການຄວາມຊ່ວຍເຫຼືອໃນການນຳໃຊ້ Pod ຂອງພວກເຈົ້າ…”

ທ່ານນາງ ຣີອາ ນາຕຣານີ ອາຍຸ 30 ປີ ເຄີຍໄຝ່ຝັນຢາກເປັນຄູສອນຕັ້ງແຕ່ທີ່ ນາງຍັງເປັນເດັກນ້ອຍ, ໃນໄລຍະທີ່ຫາກໍເດີນທາງມາຈາກ ອິນເດຍໃໝ່ໆ ເພື່ອໄປສະຫະພັນລັດຂອງໝູ່ເກາະມາຣີນາເໜືອ ຫຼື CNMI, ເຊິ່ງເປັນດິນ ແດນຂອງ ສະຫະລັດ ໃນຂົງເຂດມະຫາສະໝຸດປາຊີຟິກ.

ທ່ານນາງ ຣີອາ ນາຕຣານີ, ຜູ້ນໍາການສຶກສາທາງດ້ານເທັກໂນໂລຈີແຫ່ງ CNMI ກ່າວວ່າ:

“ຂ້ອຍ​ຈະຈັດ​ວາງຕຸກ​ກະ​ຕາຈໍານວນນຶ່ງ​ຂອງ​ຂ້ອຍໃນທຸກໆ​ມື້​ ຫຼັງ​ຈາກເລີກ​ໂຮງ​ຮຽນ ແລະ​ທຳ​ທ່າ​ວ່າ ​ຂ້ອຍກໍາລັງ​ສອນ​ນັກ​ຮຽນຢູ່ໃນຫ້ອງຮຽນ.”

ທຸກມື້ນີ້, ຫ້ອງຮຽນຂອງນາງແມ່ນເຕັມໄປດ້ວຍຄູສອນຄົນອື່ນໆ ທີ່ກໍາລັງ ພະຍາຍາມຮຽນຮູ້ວິທີທີ່ຈະເອົາຊະນະອຸປະສັກກ່ຽວກັບການສຶກສາຂອງບັນດາ ນັກຮຽນໃນໝູ່ເກາະມາເຣຍນາສ, ເຊິ່ງເປັນບ່ອນທີ່ມີຈໍານວນປະຊາກອນ 38 ເປີເຊັນ ຍັງໃຊ້ຊີວິດຢູ່ໃນຄວາມທຸກຍາກ, ແລະເປັນບ່ອນທີ່ພາຍຸເຂດຮ້ອນ ສາມາດຍົກເລີກການ​ເຂົ້າໂຮງຮຽນເປັນເວລາຫຼາຍເດືອນຕິດຕໍ່ກັນ, ແມ່ນແຕ່ ເລື່ອນເວລາສໍາລັບພິທີຈົບການສຶກສາປີ 2023 ຢູ່ທີ່ໂຮງຮຽນມັດທະຍົມປາຍ ມາເຣຍນາສ.

ທ່ານນາງ ຣີອາ ນາຕຣານີ ກ່າວວ່າ:

“ໃນເວລານັ້ນ ພວກເຂົາເຈົ້າບໍ່ໄດ້ຄິດກ່ຽວກັບການສຶກສາແທ້ໆ. ແລະຫຼັງຈາກ ນັ້ນ ໃນເວລາທີ່ພວກເຮົາກັບຄືນໄປໂຮງຮຽນ, ພວກເຮົາມີຊ່ອງຫວ່າງດ້ານການ ສຶກສາຂະໜາດໃຫຍ່ນີ້ ກັບບ່ອນທີ່ພວກເຮົາປະອອກໄປເມື່ອສອງສາມເດືອນ ທີ່ຜ່ານມາ ແລະເປັນບ່ອນທີ່ພວກເຂົາຄາດວ່າ ຈະເປັນດັ່ງນັ້ນພາຍໃນທ້າຍປີນີ້.”

ທ່ານນາງ ນາຕຣານີ ເຊື່ອວ່າ ເທັກໂນໂລຈີສາມາດຊ່ວຍປິດຊ່ອງຫວ່າງ ດັ່ງກ່າວນັ້ນໄດ້. ເຖິງແມ່ນວ່າ ການຮຽນຮູ້ທາງອອນໄລນ໌ ສໍາລັບໂຮງຮຽນຊັ້ນ ປະຖົມໃນທົ່ວປະເທດ ໄດ້ຢູ່ໃນມາດຕະຖານກ່ອນການລະບາດຂອງພະຍາດ ກໍຕາມ, ທ່ານນາງ ໄດ້ເດີນທາງໄປໝູ່ເກາະມາເຣຍນາສ ເພື່ອທໍາການຝຶກ ອົບຮົມຄູສອນສໍາລັບການພັດທະນາຫຼັກສູດອອນໄລນ໌ທີ່ໜ້າສົນໃຈ, ປະຕິບັດ ງານກ່ຽວກັບການສຶກສາທາງໄກເພື່ອເສີມການຂາດເຂີນພະນັກງານໃນຫມູ່ເກາະທີ່ຫ່າງໄກສອກຫຼີກ, ແລະສອນບັນດານັກຮຽນ ໃນການສ້າງຕາຕະລາງ, ສ້າງຮູບພາບ ແລະຂຽນຊີວະປະຫວັດ.

ທ່ານ ບັອບບີ້ ຄຣູສ (Bobby Cruz), ອະດີດຜູ້ອໍານວຍການດ້ານການ ສຶກສາຂອງ CNMI ກ່າວຜ່ານຊູມວ່າ:

“ນາງຈະມີຄວາມພະຍາຍາມຢູ່ຕະຫຼອດເວລາ ເພື່ອຜັກດັນໃຫ້ພວກເຮົາເຮັດ ໃຫ້ໂຄງການອອກມາດີຂຶ້ນກວ່າເກົ່າ.”

ອະດີດຜູ້ອໍານວຍການອົງການການສຶກສາຂອງລັດຖະບານ ທ່ານ ບັອບບີ້ ຄຣູສ ກ່າວວ່າ ວຽກງານຂອງ ຣີອາ ສາມາດປ່ຽນແປງໄດ້ຫຼາຍຊີວິດ, ໂດຍທ່ານນາງ ໄດ້ຮັບລາງວັນລະດັບຊາດມາແລ້ວຫຼາຍລາງວັນ.

“ເມື່ອທ່ານເຂົ້າໄປໃນຫ້ອງຮຽນຂອງທ່ານນາງ, ມັນເປັນສິ່ງທີ່ວິເສດຫຼາຍ ເນື່ອງຈາກວ່າ ເດັກນ້ອຍທັງຫຼາຍໄດ້ຮັບໂອກາດໃນການເຂົ້າເຖິງການຮຽນຮູ້, ເຊິ່ງໂດຍທົ່ວໄປແລ້ວ ພວກເຂົາເຈົ້າຈະບໍ່ສາມາດເຂົ້າເຖິງໄດ້ເລີຍ.”

ນຶ່ງໃນຈໍານວນເຫຼົ່ານັ້ນ ມັນໄດ້ປ່ຽນແປງຊີວິດຂອງນັກຮຽນຊັ້ນໂຮງຮຽນມັດທະ ຍົມປາຍແຫ່ງນຶ່ງ ນາງ ເຈນ ໂມຊູນເດີ (Jane Mozunder.)

ນາງ ເຈນ ໂມຊູນເດີ, ນັກຮຽນຊັ້ນມັດທະຍົມປາຍໃນ CNMI ກ່າວວ່າ:

“ຖ້າ ດຣ. ນາຕຣານີ ບໍ່ໄດ້ມາເປັນຄູສອນ, ແລະນາງເອງກໍບໍ່ເຄີຍສອນ, ຂ້ອຍບໍ່ຮູ້ເລີຍວ່າ ຂ້ອຍຈະເຮັດແນວໃດ, ຫຼື ຂ້ອຍ ແລະ ເພື່ອນຮ່ວມຫ້ອງຮຽນ ຂອງຂ້ອຍຈະປັບຕົວເຂົ້າກັບສະພາບການຂອງສັງຄົມພວກເຮົາ ແລະການພັດ ທະນາຂອງລະບົບເທັກໂນໂລຈີເຫຼົ່ານີ້ ທີ່ດໍາລົງໄປຢ່າງຕໍ່ເນື່ອງໄດ້ແນວໃດ.”

ນາງ ໂມຊູນເດີ ຈະເຂົ້າຮຽນຢູ່ທີ່ມະຫາວິທະຍາໄລໃນລະດູໃບໄມ້ປົ່ງ ແລະ ກໍາລັງພິຈາລະນາກ່ຽວກັບອາຊີບໃນການສຶກສາຢູ່. ສໍາລັບ ທ່ານນາງ ນາຕຣານີ, ທາງເລືອກນັ້ນ ແມ່ນຄໍານິຍາມແຫ່ງຄວາມສໍາເລັດຂອງນາງເອງ.

ທ່ານນາງ ຣີອາ ນາຕຣານີ, ຄູ່ຝຶກກ່ຽວກັບການສອນທາງດ້ານເທັກໂນໂລຈີ ໃນCNMI ກ່າວວ່າ:

“ພຽງເພາະວ່າພວກເຮົາມາຈາກເກາະທີ່ມີຂະໜາດນ້ອຍ, ມັນບໍ່ໄດ້ໝາຍຄວາມ ວ່າ ໂອກາດຂອງພວກເຂົາເຈົ້າຖືກຈໍາກັດ. ທັງໝົດນີ້ແມ່ນກ່ຽວກັບການເຮັດວຽກ ໜັກແລະຄວາມສາມາດທີ່ຈະເຫັນຕົວຂອງພວກທ່ານເອງ ບັນລຸກັບຄວາມຝັນ ເຫຼົ່ານັ້ນ.”

ຄວາມ​ຝັນ​ສໍາ​ລັບ​ນັກ​ສຶກ​ສາ​ຂອງ​ນາງ​, ເຊິ່ງໃນ​ປັດ​ຈຸ​ບັນນີ້ ໄດ້ກ້ຽວພັນເຂົ້າ​ກັບ​ໂຕຂອງ​ລາວເອງແລ້ວ​.

ອ່ານບົດລາຍງານນີ້ເປັນພາສາອັງກິດ

According to the National Center for Education Statistics, high school students who identify as Pacific Islanders have one of the highest dropout rates in the United States. But an immigrant teacher in the Commonwealth of the Northern Mariana Islands is aiming to change all that. VOA’s Jessica Stone has her story.

Riya Nathrani

“Let me know if you need any help with using your pod…”

30-year-old Riya (REE-a) Nathrani has yearned to teach since she was a young girl, newly arrived from India to CNMI, the Commonwealth of the Northern Mariana Islands, a US territory in the Pacific.

Riya Nathrani, CNMI Lead Technology Educator)

I would line up my dolls, every day after school and pretend that I was teaching a class of students

Riya Nathrani

These days, her classroom is full other teachers…trying to learn how to overcome the barriers of educating students in the Marianas – where 38% of the population lives in poverty…….and tropical storms can cancel school for months at a time, even postponing the 2023 graduation ceremony at Marianas High School.

Riya Nathrani, CNMI Lead Technology Educator

they're not really thinking about education at that time. And then when we finally do get back to school, we have this huge educational gap with where we left off a few months ago and where they're expected to be by the end of the year.11:37

Riya Nathrani

Nathrani believes technology can help close that gap. Even before the pandemic standardized online learning for grade schools nationwide, she traveled the Marianas, training teachers to develop compelling online courses, implementing distance education to supplement staff shortages on the remote islands, and teaching students to build spreadsheets, create graphics and write resumes.

Bobby Cruz; Former CNMI Education Director

She was just always trying to push us to make the program better.

Former State Education Agency Director Bobby Cruz says Riya’s work has changed lives. She’s received multiple national awards.

Bobby Cruz; Former CNMI Education Director
When you enter her classroom space, it’s wonderful because the kids get a chance to access learning that they otherwise would not have access to.

One of those changed lives is high school senior Jane Mozunder.

Jane Mozunder; CNMI High School Student: ZOOM

If Dr. Nathrani never became a teacher, she never taught, I don’t know how I would, or how me and my peers would adapt to the ongoing society that we have and the development of technology.

Mozunder will enter college in the fall and is considering a career in education. For Nathrani, that choice is the definition of her own success.

Riya Nathrani, CNMI Instructional Technology Coach

Just because we're from a small island, it doesn't mean that their opportunities are limited. It's all about working hard and it's about being able to see yourself achieving that dream.:56

Dreams for her students, which are now tied to her own.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG