ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ຄູສອນຄົນນຶ່ງ ຖືກສອບຖາມ ກ່ຽວກັບເຫດການແທງນັກຮຽນຊັນປໍ 1 ເສຍຊີວິດ ໃນເກົາຫຼີໃຕ້


ຄູສອນຄົນນຶ່ງ ຖືກສອບຖາມ ກ່ຽວກັບເຫດການແທງນັກຮຽນຊັນປໍ 1 ເສຍຊີວິດ ໃນເກົາຫຼີໃຕ້

ຕຳຫຼວດ ເກົາຫຼີ​ໃຕ້ ໃນ​ວັນ​ອັງ​ຄານ​ວານນີ້​ ໄດ້​ສອບ​ຖາມ​ປາກ​ຄຳ​ນາຍ​ຄູ​ໂຮງ​ຮຽນ​ປະ​ຖົມ​ແຫ່ງນຶ່ງ ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ ໃຊ້​ມີດ​ແທງ​ນັກ​ຮຽນ​ປໍ​ນຶ່ງ​ເສຍ​ຊີ​ວິດ​ໃນ​ເມືອງ ແດ​ຈອນ ອີງຕາມລາຍງານຂອງອົງການຂ່າວເອພີ.

ການ​ສັງ​ຫານ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ໃນ​ລະ​ຫວ່າງ​ການ​ເບິ່ງ​ແຍງຫຼັງ​ເລີກ​ໂຮງ​ຮຽນ ໄດ້​ເຮັດ​ໃຫ້​ຄົນ​ທົ່ວ​ປະ​ເທດ​ຕົກ​ໃຈ ແລະ ສົ່ງຜົນ​ໃຫ້​ ວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ຕ້ອງ​ສັ່ງ​ໃຫ້​ທົບ​ທວນ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ຂອງ​ໂຮງ​ຮຽນຄືນ​ໃໝ່.

ຜູ້​ຕ້ອງ​ສົງ​ໄສ​ທີ່​ເປັນ​ແມ່​ຍິງ ​ແມ່ນໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ແພດ​ສຳ​ລັບ​ບາດ​ແຜ​ທີ່​ກະ​ທຳ​ຕໍ່​ຕົນ​ເອງ ລຸນຫຼັງ​ການ​ຕາຍ​ຂອງ​ເດັກ​ຍິງ​ໃນ​ຫ້ອງວິ​ໄສ​ທັດ​ສຽງ​ຢູ່​ຊັ້ນ​ທີ​ສອງ​ຂອງ​ໂຮງ​ຮຽນ, ອີງ​ຕາ​ມ​ການ​ກ່າວ​ຂອງ​ທ່ານ ຢຸກ ຈອງ ມຽງ, ຫົວ​ໜ້າ​ຂອງ​ສະ​ຖາ​ນີ​ຕຳຫຼວດ​ເຂດ​ຕາ​ເວັນ​ຕົກ​ຂອງ​ເມືອງ ແດ​ຈອນ.

ຜູ້​ຕ້ອງ​ສົງ​ໄສ​ດັ່ງ​ກ່າວ, ​ທີ່ຖືກລາຍ​ງານ​ວ່າ​ ອາ​ຍຸ 40 ປີ​ປາຍ, ໄດ້​ບອກ​ຕຳຫຼວດ​ວ່າ​ ລາວ​ຫາ​ກໍ​ກັບ​ຄືນ​ໄປ​ເຮັດ​ວຽກ​ເມື່ອບໍ່​ດົນ​ມານີ້ ຫຼັງ​ຈາກ​ໄດ້​ລາ​ພັກ​ໄລ​ຍະ​ໃດ​ນຶ່ງ​ ຍ້ອນ​ເຫດ​ຜົນ​ດ້ານ​ສຸ​ຂະ​ພາບ, ທ່ານ ຢຸກ ກ່າວ. ນາງ​ໄດ້​ບອກ​ຕຳຫຼວດ​ວ່າ​ລາວ​ໄດ້​ຮັບ​ການ​ປິ່ນ​ປົວ​ສຳ​ລັບ​ໂຣກ​ຕຶງ​ຄຽດ​ນັບ​ຕັ້ງ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ຫຼັງ​ຈາກ​ນັກ​ຮຽນ​ປໍ​ນຶ່ງ​ຖືກ​ລາຍ​ງານ​ວ່າ​ ສູນ​ຫາຍ​ເວ​ລາ 5 ໂມ 15 ​ນາ​ທີຕອນ​ແລງ​ຕາ​ມ​ເວ​ລາ​ໃນ​ທ້ອງ​ຖິ່​ນ​ຂອງວັນ​ຈັນ​ທີ່​ຜ່ານ​ມາ​ນັ້ນ, ຕຳຫຼວດ ແລະ ສະ​ມາ​ຊິກ​ຄອບ​ຄົວ​ໄດ້​ຊອກ​ຫາ​ທົ່ວ​ໂຮງ​ຮຽນ ແລະ ເຂດ​ອ້ອມ​ແອ້ມ. ແມ່​ເຖົ້າ​ຂອງ​ລາວ​ໄດ້​ພົບ​ເຫັນ​ລາວ ​ຢູ່​ໃນ​ຫ້ອງວິ​ໄສ​ທັດ​ສຽງ​ ປະ​ມານ 5 ໂມງ 50 ນາ​ທີ. ເດັກ​ຍິງ​ດັ່ງ​ກ່າ​ວ​ກໍ​ຖືກ​ຟ້າວ​ພາ​ໄປ​ໂຮງ​ໝໍ, ບ່ອນ​ທີ່​ລາວ​ຖືກ​ປະ​ກາດ​ວ່າ​ ເສຍ​ຊີ​ວິດ.

ທ່ານ ຊອຍ ຊາງ ມົກ, ຜູ້​ທີ່​ເປັນ​ວ່າ​ການ​ຜູ້​ນຳ​ຂອງ​ປະ​ເທດ ຍ້ອນ​ການ​ຟ້ອງ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູນ ຊຸກ ຢອ​ລ ນັ້ນ, ໄດ້​ຮຽກ​ຮ້ອງ​ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນ​ຢ່າງ​ຮອບ​ຄອບ ກ່ຽວ​ກັບ ການ​ສັງ​ຫານ​ດັ່ງ​ກ່າວ ແລະ ໄດ້​ຊີ້​ນຳ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ດ້ານ​ການ​ສຶກ​ສາ “ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຈຳ​ເປັນ ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ເຫດ​ການ​ດັ່ງ​ກ່າວ ​ເກີດ​ຂຶ້ນ​ອີກ.”

ຜູ້​ຢ້ຽມ​ຢາມ​ທັງຫຼາຍ​ໄດ້​ວາງດອກ​ໄມ້ ແລະ ຈົດ​ໝາຍ​ສະ​ແດງ​ຄວາມ​ເສຍ​ໃຈ​ຢູ່​ປະ​ຕູ​ທາງ​ເຂົ້າ​ຂອງ​ໂຮງ​ຮຽນ, ເຊິ່ງ​ໄດ້​ປິດ​ໃນ​ວັນ​ອັງ​ຄານ​ວານນີ້.

ອ່ານຂ່າວນີ້ໃນພາສາອັງກິດ

South Korean police on Tuesday were questioning an elementary school teacher who allegedly stabbed a first-grader to death in the city of Daejeon.

The killing on Monday during after-school care has shocked the nation and prompted the country's acting president to order school safety standards reviewed.

The female suspect was receiving medical treatment for self-inflicted wounds following the death of the girl in an audio-visual room on the second floor of the school, said Yuk Jong-myeong, chief of Daejeon's western district police station.

The suspect, reported to be in her 40s, told police that she had recently returned to work after a period of leave for health reasons, Yuk said. She told police she has received treatment for depression since 2018.

After the first-grade student was reported missing at 5:15 p.m. local time Monday, police and family members searched throughout the school and surrounding areas. Her grandmother found her in the audio-visual room around 5:50 p.m. The girl was rushed to the hospital, where she was pronounced dead.

Choi Sang-mok, who is the country's acting leader due to President Yoon Suk Yeol's impeachment, called for a thorough investigation into the killing and instructed education authorities to "implement necessary measures to ensure such incidents never happen again."

Visitors laid flowers and condolence letters at the gate of the school, which was closed on Tuesday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG