ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ​ຍົກ​ເວັ້ນ ​​ພາສີນໍາ​ເຂົ້າ ​ເຫລັກ​ກ້າ ​ແລະ​ ອາ​ລູມີນຽມ ແບບ​ຊົ່ວຄາວ ແກ່ບາງປະເທດ


ປະທານາທິບໍດີດໍ​ໂນ​ລ ທຣໍາ ເຊັນບົດບັນທຶກ ທີ່ວາງມາດຕະການ ເກັບພາສີຂາເຂົ້າ ແລະຂໍ້ຈໍາກັດ ດ້ານການລົງທຶນຕໍ່ຈີນ ຢູ່ໃນຫ້ອງການທູດ ໃນທໍານຽບຂາວ ໃນວັນພະຫັດ ທີ 22 ມີນາ, 2018 (ພາບຖ່າຍໂດຍ ອີແວນ ວີຈີ [Evan Vucci]/ສໍານັກຂ່າວ AP)
ປະທານາທິບໍດີດໍ​ໂນ​ລ ທຣໍາ ເຊັນບົດບັນທຶກ ທີ່ວາງມາດຕະການ ເກັບພາສີຂາເຂົ້າ ແລະຂໍ້ຈໍາກັດ ດ້ານການລົງທຶນຕໍ່ຈີນ ຢູ່ໃນຫ້ອງການທູດ ໃນທໍານຽບຂາວ ໃນວັນພະຫັດ ທີ 22 ມີນາ, 2018 (ພາບຖ່າຍໂດຍ ອີແວນ ວີຈີ [Evan Vucci]/ສໍານັກຂ່າວ AP)

ທໍານຽບຂາວ ​ປະກາດ​ໃນແລງວັນ​ພະຫັດ​ວານ​ນີ້ວ່າ ມີ​ປະ​ເທດ​ໃດ​ແດ່​ທີ່​ຈະໄດ້​ຮັບ​ການ​
ຍົກ​ເວັ້ນຈາກ​ການ​ເກັບ​ພາສີນໍາ​ເຂົ້າ​ເຫລັກ​ກ້າ ​ແລະ​ອາ​ລູມີນຽມ ແບບຊົ່ວຄາວ ທີ່​ຈະ​ມີ
​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ສຸກ​ມື້ນີ້.

​ໃນ​ຕົ້ນ​ເດືອນ​ນີ້ ປະທານາທິບໍດີດໍ​ໂນ​ລ ທຣໍາ ​ໄດ້​ປະກາດ​ວ່າ ຈະ​ເກັບ​ພາສີ​ 25 ​ເປີ​ເຊັນ
ສຳລັບການ​ນຳເຂົ້າເຫລັກ​ກ້າ ​ແລະຈະເກັບພາສີ 10 ​ເປີ​ເຊັນ​ສຳລັບການ​ນຳຜະ​ລິດຕະ
ພັນອາ​ລູມີ​ນຽມ ​ເຂົ້າມາ​ໃນ​ສະຫະລັດ.

ປະ​ເທ​ດທີ່​ໄດ້​ຮັບ​ການຍົກ​ເວັ້ນຊົ່ວຄາວຈາກ​ການ​ເກັບ​ພາສີ​ດັ່ງກ່າວ​ຄື ອາ​ເຈນ​ຕິ​ນາ,
​ບຣາຊິລ, ກາ​ນາ​ດາ, ​ເມັກ​ຊິ​ໂກ, ​ເກົາ​ຫລີ​ໃຕ້ ​ແລະ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​
ຢູ​ໂຣບ ຫລື ອີ​ຢູ (EU).

ທໍານຽບຂາວ​ເວົ້າວ່າ ຕົນກໍາລັງ​ຢູ່​ໃນ​ການ​ພົບ​ປະ​ກັບ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຍົກ​
ເວັ້ນດັ່ງກ່າວ ​ແລະ​ຈະ "ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ" ຕໍ່​ການ​ນໍາ​ເຂົ້າເຫລັກກ້າ ​ແລະອາ​ລູ
ມີນຽມຂອງ​ປະ​ເທດ​ເຫ​ລົ່າ​ນີ້.

ທ່ານ​ປະທານາທິບໍດີ ຈະ​ທໍາ​ການ​ຕັດສິນ​ໃຈ​ໃນ​ວັນ​ທີ 1 ພຶດສະພາ​ວ່າ ທ່ານ​ຈະ​ສືບຕໍ່​
ໃຫ້ການ​ຍົກ​ເວັ້ນນີ້ ຫລືບໍ່ "ໂດຍ​ອີງ​ຕາມ​ສະພາບ​ການ ​ຂອງ​ການ​ພົບ​ປະ​ເຈລະຈາ
​ກັນ" ກັບ​ບັນດາ​ປະ​ເທດ​ດັ່ງກ່າວ. ສະຫະພາບ​ຢູ​ໂຣບກໍຈະ​ເຈລະຈາ​ໃຫ້​ແກ່​ປະ​ເທດ​
ສະມາຊິກ​ຂອງຕົນ.

ທ່ານ ປີ​ແອຣ໌ ມົສ​ໂກ​ວີ​ຊີ ກໍາມາ​ທິການ​ຢູ​ໂຣບ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ທ່ານ​ມີ​ຄວາມ​
​ຍິນ​ດີ ຕໍ່ການ​ຕັດສິນ​ໃຈ​ຂອງທ່ານທຣໍາ ທີ່​ຈະ​ງົດ​ການ​ເກັບ​ພາສີ​ຂາ​ເຂົ້າສໍາລັບອີ​ຢູ
(EU) ​ໄວ້. ​ແຕ່ທ່ານກໍ​ໄດ້​ກ່າວ​ເພີ້ມວ່າ ເຖິງ​ແມ່ນ​ວ່າການ​ຕັດສິນ​ໃຈ​ດັ່ງກ່າວຈະ​ສະ
​ແດງ​ໃຫ້​ເຫັນ​ເຖິງ "ຄວາມ​ກ້າວໜ້າ" ກໍ​ຕາມ ​ແຕ່​ວ່າກໍຍັງ​ຈະ​ຕ້ອງ​ໄດ້​ດໍາ​ເນີນການ​ເຈ
ລະຈາ​ກັບ​ສະຫະລັດຢູ່.

ທ່ານ​ທຣໍາ​ໄດ້​ກ່າວ​ຢູ່​ໃນ​ຄໍາ​ປະກາດທີ່​ເຜີຍ​ແຜ່​ອອກມາ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ວ່າ
ສິນຄ້າທີ່​ເປັນ​ເຫລັກ​ກ້າ ​ແລະ​ອາ​ລູມີນຽມ "ທີ່​ນໍາ​ເຂົ້າມາ​ໃນ​ສະຫະລັດ ຢູ່​ໃນ​ປະລິ
ມານ​ເຊັ່ນ​ນັ້ນ ​ແລະ​ຢູ່​ໃນ​ສະພາບເຊັ່ນ​ນັ້ນ​ແມ່ນ​ເປັນໄພ​ຂົ່ມຂູ່​ທີ່​ຈະ​ທໍາລາຍ​ຄວາມ
ໝັ້ນຄົງ​ຂອງ​ສະຫະລັດ. . ."

ຄະນະ​ລັດຖະບານ​ເວົ້າວ່າ ການ​ຮັກສາ​ຄວາມສາມາດ ​ໃນ​ການ​ຜະລິດເຫລັກ​ກ້າ
​ແລະ​ອາ​ລູມີນຽມຢູ່​ພາຍ​ໃນ​ປະ​ເທດ ​ແມ່ນເລື່ອງ​ຄວາມໝັ້ນຄົງ​ຂອງ​ຊາດ​ໃນ​ການ​
ສ້າງ​ທຸກ​ສິ່ງ​ທຸກ​ຢ່າ​ງ ນັບ​ແຕ່​ການ​ສ້າງ​ຈະ​ຫລວດ ​ແລະພື້ນຖານ​ໂຄງ​ຫລ່າ​ງ ທີ່​ສໍາ
ຄັນເຊັ່ນໂຮງງານ​ບໍາບັດ​ນໍ້າ.

ຍີ່ປຸ່ນ​ເວົ້າວ່າ ປະ​ເທດຕົນ​ຄວນ​ໄດ້​ຮັບການ​ຍົກ​ເວັ້ນຈາກ​ການ​ເຫັບ​ພາສີ​ນໍາ​ເຂົ້ານີ້
ເຊັ່ນ​ກັນ ​ເພາະວ່າການ​ສົ່ງ​ອອກເຫລັກ​ກ້າ ​ແລະ​ອາ​ລູມີນຽມຂອງຕົນ ບໍ່​ໄດ້​ເປັນ​ໄພ
​ຂົ່ມຂູ່ ຕໍ່ຄວາມໝັ້ນຄົງຂອງ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽກັບຂ່າວນີ້ເພີ້ມ

US Tariffs
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG