ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມຕາລີບານເວົ້າວ່າ ສະຫະລັດ ຕົກລົງ ໃນການເຈລະຈາທີ່ເປີດເຜີຍ ວ່າຈະສົ່ງການຊ່ວຍເຫຼືອບັນເທົາທຸກໃຫ້ ອັຟການິສຖານ


ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ, ອາເມຍ ຄານ ມຸດຕາກີ, ໃຫ້ຄຳເຫັນຕໍ່ນັກຂ່າວໃນນະຄອນຫຼວງ ກາບູລ, ອັຟການິສຖານ. 14 ກັນຍາ, 2021.
ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ, ອາເມຍ ຄານ ມຸດຕາກີ, ໃຫ້ຄຳເຫັນຕໍ່ນັກຂ່າວໃນນະຄອນຫຼວງ ກາບູລ, ອັຟການິສຖານ. 14 ກັນຍາ, 2021.

ກຸ່ມຕາລີບານທີ່ກຳລັງປົກຄອງປະເທດ ອັຟການິສຖານ ໄດ້ກ່າວໃນວັນອາທິດວານນີ້ວ່າການສົນ ທະນາ “ຢ່າງເປີດເຜີຍ” ກັບ ສະຫະລັດ ສອງວັນໄດ້ “ດຳເນີນໄປດ້ວຍດີ”, ເຊິ່ງແມ່ນການປະຊຸມໂດຍກົງຄັ້ງທຳອິດໃນລະດັບອະວຸໂສ ນັບຕັ້ງແຕ່ກຸ່ມອິສລາມດັ່ງກ່າວໄດ້ເຂົ້າຄວບຄຸມປະເທດ ລຸນຫຼັງການຖອນຕົວຂອງ ອາເມຣິກາ ໃນທ້າຍເດືອນສິງຫາທີ່ຜ່ານມາ.

ໂຄສົກກຸ່ມ ຕາລີບານ ທ່ານ ຊູເຮລ ຊາຮີນ ໄດ້ກ່າວໃນຖະແຫຼງການຫຼັງກອງປະຊຸມວ່າ “ການປຶກສາຫາລືຢ່າງມີລາຍລະອຽດໄດ້ຖືກຈັດຂຶ້ນໃນກອງປະຊຸມ ກ່ຽວກັບ ທຸກບັນຫາທີ່ສຳຄັນ, ແລະ ຈະມີ ການພະຍາຍາມເພື່ອປັບສາຍພົວພັນທາງການທູດ.”

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ ເນັດ ໄພຣສ໌ ໄດ້ເຫັນດີໃນຖະແຫຼງການສະບັບນຶ່ງທີ່ຖືກເປີດເຜີຍໃນຕອນແລງວັນອາທິດວານນີ້ວ່າ ການເຈລະຈາດັ່ງກ່າວກັບກຸ່ມຕາລີບານ ແມ່ນ “ເປີດເຜີຍ ແລະ ເປັນມືອາຊີບ,” ໂດຍກ່າວຕື່ມວ່າ “ກຸ່ມຕາລີບານຈະຖືກພິຈາລະນາ ກ່ຽວກັບ ການກະທຳຂອງພວກເຂົາ, ບໍ່ແມ່ນຄຳເວົ້າຂອງພວກເຂົາ.”

ບັນຫາອື່ນໆທີ່ໄດ້ມີການປຶກສາຫາລືລວມມີ “ບັນຫາດ້ານການຮັກສາຄວາມປອດໄພ ແລະ ລັດທິກໍ່ການຮ້າຍ ແລະ ເສັ້ນທາງທີ່ປອດໄພສຳລັບຄົນ ສະຫະລັດ, ຄົນຕ່າງປະເທດອື່ນໆ ແລະ ຄູ່ຮ່ວມ ອັຟການິສຖານ ຂອງພວກເຮົາ, ເຊັ່ນດຽວກັບ ສິດທິມະນຸດລວມທັງການມີສ່ວນຮ່ວມທີ່ສຳຄັນຂອງແມ່ຍິງ ແລະ ເດັກຍິງໃນທຸກດ້ານຂອງສັງຄົມ ອັຟການິສຖານ,” ອີງຕາມການກ່າວຂອງຖະແຫຼງການ.

ກອງປະຊຸມດັ່ງກ່າວໄດ້ເລີ່ມຂຶ້ນຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕ້າ ໃນວັນເສົາທີ່ຜ່ານມາ.

ຖະແຫຼງການຂອງທ່ານ ໄພຣສ໌ ໄດ້ກ່າວວ່າ ສະຫະລັດ ແລະ ກຸ່ມຕາລີບານ “ໄດ້ປຶກສາຫາລືຂໍ້ກຳ ນົດຂອງ ສະຫະລັດ ກ່ຽວກັບ ການຊ່ວຍເຫຼືອດ້ານມະນຸດສະທຳທີ່ມີຢ່າງຫຼວງຫຼາຍ, ໂດຍກົງໃຫ້ປະຊາຊົນ ອັຟການິສຖານ.”

ທ່ານ ຊາຮີນ, ໂຄສົກກຸ່ມຕາລີບານ ຜູ້ທີ່ປະຈຳການຢູ່ນະຄອນຫຼວງ ໂດຮາ ແລະ ຖືກແຕ່ງຕັ້ງເປັນຕົວແທນຂອງກຸ່ມປະຈຳອົງການສະຫະປະຊາຊາດ ໄດ້ກ່າວວ່າ “ຜູ້ແທນ ສະຫະລັດ ໄດ້ກ່າວວ່າ ເຂົາເຈົ້າຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ ອັຟການິສຖານ, ຈະສະໜອງສິ່ງອຳນວຍຄວາມສະດວກສຳລັບບັນດາອົງການມະນຸດສະທຳອື່ນໆເພື່ອນຳສົ່ງການຊ່ວຍເຫຼືອ.”

ທ່ານໄດ້ກ່າວຕື່ມວ່າ ບັນດາຜູ້ນຳ ຕາລີບານ ໄດ້ຍົກຍ້ອງການຕັດສິນໃຈຂອງ ສະຫະລັດ ແລະ ໄດ້ສັນຍາວ່າ ເຂົາເຈົ້າຈະຮ່ວມມືກັບກຸ່ມການກຸສົນໃນການ ນຳສົ່ງການຊ່ວຍເຫຼືອດ້ານມະນຸດສະທຳ “ຢ່າງໂປ່ງໃສ” ໃຫ້ຊາວ ອັຟການິສຖານ ທີ່ມີຄວາມຕ້ອງການ. ທ່ານໄດ້ກ່າວວ່າທີມຂອງກຸ່ມ ຕາລີບານ, ເຊິ່ງນຳໜ້າໂດຍລັດຖະມົນຕີການຕ່າງປະເທດ ອາເມຍ ຄານ ມຸດຕາກີ, ໄດ້ກ່າວຢໍ້າວ່າ ການຊ່ວຍເຫຼືອດ້ານມະນຸດສະທຳ “ບໍ່ຄວນເຊື່ອມໂຍງກັບບັນຫາການເມືອງ.”

ອົງການສະຫະປະຊາຊາດໄດ້ເຕືອນວ່າ ເດັກນ້ອຍປະມານ 1 ລ້ານຄົນໃນ ອັຟການິສຖານ ແມ່ນມີຄວາມສ່ຽງທີ່ຈະອຶດອາຫານ, ຫຼາຍກວ່າ 18 ລ້ານຄົນຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ, ແລະ ໄພແຫ້ງແລ້ງທີ່ຮ້າຍແຮງກວ່າເກົ່າ ແລະ ລະດູໜາວທີ່ຮຸນແຮງທີ່ກຳລັງຫຍັບໃກ້ເຂົ້າມາ ແມ່ນມີແຕ່ຈະເຮັດໃຫ້ບັນຫາຮ້າຍແຮງຂຶ້ນກວ່າເກົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG