ກຸ່ມຕາລີບານໃນວັນອາທິດວານນີ້ ໄດ້ສັ່ງໃຫ້ຊ່ອງໂທລະພາບຕ່າງໆໃນ ອັຟການິສຖານ ຢຸດສາຍລະຄອນທີ່ປະກອບມີນັກສິລະປະແມ່ຍິງ ແລະ ໄດ້ກ່າວວ່ານັກຂ່າວຍິງຕ້ອງໃສ່ຜ້າຄຸມຫົວ ອີງຕາມການຕີຄວາມໝາຍຂອງກົດໝາຍ ອິສລາມ ຫຼື ຊາເຣຍ ຂອງກຸ່ມດັ່ງກ່າວ.
ການຫ້າມດັ່ງກ່າວແມ່ນສ່ວນນຶ່ງຂອງແນວທາງໃໝ່ທີ່ມີ 8 ຈຸດອອກໂດຍກະຊວງ ການສົ່ງເສີມຄຸນຄວາມດີ ແລະ ການປ້ອງກັນຄວາມຊົ່ວຮ້າຍ ຫຼື ສິນທຳຂອງຕຳຫຼວດ ຕາລີບານ, ໃນສັນຍານຄັ້ງຫຼ້າສຸດ ຂອງກຸ່ມທີ່ຍຶດໝັ້ນໃນຫຼັກການຫ້າມສິດທິຂອງບັນດາແມ່ຍິງ. ຍິ່ງໄປກວ່ານັ້ນ, ແນວທາງທີ່ວ່ານັ້ນໄດ້ກ່າວວ່າຮູບເງົາ ແລະ ລະຄອນບໍ່ຄວນມີນັກສະແດງຍິງ. ພ້ອມກັນນັ້ນ, ນະໂຍບາຍໃໝ່ຈະປ້ອງກັນສະຖານີໂທລະພາບຕ່າງໆບໍ່ໃຫ້ສະແດງໃຫ້ເຫັນຜູ້ຊາຍຜູ້ທີ່ຖືກພິຈາລະນາວ່າ ເຜີຍອານາຈານ ຫຼື ບໍ່ໄດ້ປົກປິດຈາກໜ້າເອິກຫາຫົວເຂົ່າ.
ກະຊວງດັ່ງກ່າວ ໄດ້ປ້ອງກັນຄຳສັ່ງທີ່ວ່ານັ້ນ ໂດຍກ່າວວ່າມັນໄດ້ເພັ່ງເລັງໃສ່ການຕອບໂຕ້ການໂຄສະນາຊວນເຊື່ອ ກ່ຽວກັບ “ການຜິດສິນທຳ” ແລະ ການເຜີຍແຜ່ວິດີໂອທີ່ “ຂັດກັບກົດລະບຽບ ຊາເຣຍ ແລະ ມູນເຊື້ອຂອງຊາວ ອັຟການິສຖານ.” ພວກເຂົາໄດ້ຂໍໃຫ້ບັນດາຜູ້ແທນຂອງເຄືອຂ່າຍໂທລະພາບໃນນະຄອນຫຼວງ ກາບູລ ປະຕິບັດຕາມແນວທາງຕ່າງໆໃນລະຫວ່າງຊົ່ວໂມງອອກອາກາດນັ້ນ.
ພວກເຂົາໄດ້ກ່າວວ່າ “ຮູບເງົາທີ່ຖືກຜະລິດຢູ່ຕ່າງປະເທດ ແລະ ພາຍໃນທີ່ສົ່ງເສີມວັດທະນະທຳ ແລະ ປະເພນີແມ່ຍິງໃນ ອັຟການິສຖານ ແລະ ສົ່ງເສີມການຜິດສິນທຳບໍ່ຄວນຖືກນຳມາອອກອາກາດ.”
ຄຳສັ່ງດັ່ງກ່າວຍັງໄດ້ຫ້າມການອອກອາກາດລາຍການສຽດສີຕ່າງໆທີ່ “ດູຖູກ” ຫຼື ທຳລາຍ “ກຽດສັກສີ” ຂອງແຕ່ລະບຸກຄົນ.
ກະຊວງສິນທຳຕຫຼວດ ແມ່ນໄດ້ມີຢູ່ໃນລະຫວ່າງການປົກຄອງຄັ້ງທີ່ຜ່ານມາຂອງ ຕາລີບານ ໃນ ອັຟການິສຖານ ຈາກປີ 1996 ຫາ 2001, ເວລາທີ່ພວກເຂົາໄດ້ບັງຄັບໃຊ້ ການຫ້າມດັ່ງກ່າວຢ່າງໂຫດ ຮ້າຍ ໃນການລ່ວງລະເມີດພື້ນຖານຂອງສິດທິມະນຸດ. ການລ່ວງລະເມີດໃນເວລານັ້ນລວມມີການຫ້າມແມ່ຍິງອອກຈາກບ້ານ ໂດຍມີພີ່ນ້ອງຜູ້ຊາຍທີ່ໃກ້ຊິດໄປນຳ ແລະ ຫ້າມເດັກຍິງບໍ່ໃຫ້ໄດ້ຮັບການສຶກສາ.
ຕຳຫຼວດສິນທຳ ຕາລີບານ ຈະຕີແມ່ຍິງຢ່າງເປີດເຜີຍໃນສາທາລະນະ ສຳລັບການສະແດງໃຫ້ເຫັນຂໍ່ແຂນ, ມື ຫຼື ຂໍ່ຂາຂອງເຂົາເຈົ້າ, ແລະ ສຳລັບການອອກຈາກບ້ານໂດຍບໍ່ມີໃຜໄປນຳ, ເຊິ່ງແມ່ນການລະເມີດທີ່ໄດ້ນຳໄປສູ່ການຖືກແຍກໂດດດ່ຽວທາງການທູດຂອງ ອັຟການິສຖານ ໃນເວລານັ້ນ.