ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາ​ລີບານ ຫ້າມປູກ ແລະ​ຄ້າຝິ່ນ ໃນອັຟການິສຖານ


ການປູກຝິ່ນຂອງກຸ່ມຕາລິບານ ເພື່ອການຄ້າ ຢູ່ໃນ ອັຟການິສຖານ

ຢູ່ໃນປະເທດ ອັຟການິສຖານ, ກຸ່ມຕາລິບານ ໄດ້ອອກ​ຄຳ​ສັ່ງຫ້າມບໍ່ໃຫ້ມີການປູກຝິ່ນ ​ຕະ​ຫຼອດ​ທັງການນໍາໃຊ້ ແລະການ​ຫ້າມຊື້ຂາຍຢາເສບຕິດຕ່າງໆ ແລະເຄື່ອງດື່ມມຶນເມົາທີ່ຜິດກົດໝາຍທັງຫຼາຍ. ອິບຣາຮິມ ໂມມານ (Ibrahim Momand) ມີລາຍງານຈາກນະຄອນຫຼວງກາບູລ, ອັຟການິສຖານ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເປັນເທື່ອທໍາອິດ ນັບຕັ້ງແຕ່ກຸ່ມຕາລິບານໄດ້ກັບເຂົ້າມາປົກຄອງປະເທດໃນອັຟການິສຖານອີກຄັ້ງ, ພວກເຂົາໄດ້ຫ້າມ ບໍ່ໃຫ້ມີການປູກຝິ່ນ ເຊັ່ນດຽວກັບການຫ້າມບໍ່ໃຫ້ມີການນໍາໃຊ້, ການຄ້າ, ການສົ່ງອອກ ແລະໄດ້ຫ້າມຢາເສບ​ຕິດ​ທີ່​ຜິດ​ກົດ​ໝາຍຕ່າງໆ ລວມທັງເຄື່ອງດື່ມມຶນເມົາ​ນຳ​ດ້ວຍ.

ການຫ້າມດັ່ງກ່າວ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ການປູກຝິ່ນ ເພີ້ມຂຶ້ນເປັນປະຫວັດການໃນທົ່ວປະເທດ. ຜູ້ນໍາຂອງກຸ່ມຕາລິບານ ມູລລາ ຮາຍບາຕູລລາ ອະຄຸນຊາດາ (Mullah Haibatullah Akhunzada) ເປັນຜູ້ກໍານົດຂໍ້ຫ້າມດັ່ງກ່າວນີ້, ເຊິ່ງໂຄສົກຂອງລັດຖະບານກຸ່ມຕາລິບານ ທ່ານຊາບິຮູລລາ ມູຈາຮີດ (Zabihullah Mujahid) ໄດ້ມີການປະກາດໄປ ໃນມື້ວັນເສົາແລ້ວນີ້ ຢູ່ທີ່ການໂຮມຊຸມນຸມໃນນະຄອນຫຼວງກາບູລ.

ເຊິ່ງທ່ານຊາບິຮູລລາ ມູຈາຮີດ, ໂຄສົກຂອງລັດຖະບານຕາລິບານກ່າວເປັນພາສາພາສໂຕວ່າ:

“ຖ້າຜູ້ໃດຫາກພາກັນປູກຝິ່ນ, ຜົນລະປູກເຫຼົ່ານັ້ນຈະຕ້ອງຖືກທໍາລາຍແລະກໍຕ້ອງປະເຊີນກັບ ການດໍາເນີນການທາງກົດໝາຍ ຊາເຣຍ ນໍາອີກດ້ວຍ, ຢາເສບຕິດທຸກປະເພດເຊັ່ນ ເຄື່ອງດື່ມມຶນເມົາ, ເຮໂຣອີນ, ຢາບ້າ, ຢາເຄ ແລະກັນຊາ ພ້ອມທັງໂຮງງານຜະລິດເຮໂຣອີນກໍໄດ້ຖືກຫ້າມໄປແລ້ວ. ການຂົນສົ່ງຢາເສບຕິດ, ການຄ້າ, ການຂາຍ, ການຕົກ​ລົງຊື້-ຂາຍ, ການນໍາເຂົ້າແລະການສົ່ງອອກແມ່ນຖືກຫ້າມທັງໝົດ.”

ປະເທດອັຟການິສຖານ ເປັນແຫຼ່ງຜະລິດຢາຝິ່ນທີ່ໃຫຍ່ທີ່ສຸດໃນໂລກ, ອີງຕາມລາຍງານຂອງອົງການສະຫະປະຊາຊາດ.

ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງກາບູລ ພາກັນຊື່ນຊົມຍິນດີກັບການຕັດສິນໃຈດັ່ງກ່າວ ຂອງລັດຖະບານຕາລິບານ.

ທ້າວຊາຣິຟູລລາ ອະລິຊາຍ (Sharifullah Alizai), ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງກາບູລ ກ່າວເປັນພາສາພາສໂຕວ່າ:

“ຝິ່ນ, ກັນຊາ ແລະຢາເສບຕິດທຸກປະເພດ ສົມຄວນທີ່ຈະຕ້ອງຖືກຫ້າມ.”

ທ້າວຮາສຊານ ຮາຊິມີ, ປະຊາຊົນຜູ້ທີ່ອາໄສຢູ່ໃນນະຄອນຫຼວງກາບູລກ່າວເປັນພາສາພາສໂຕວ່າ:

“ພວກເຮົາມີຄວາມດີໃຈຫຼາຍ. ມັນຄືຄວາມສໍາເລັດ, ບໍ່ແມ່ນແຕ່ສໍາລັບພວກເຮົາ, ແຕ່ສໍາລັບທຸກໆຄົນຢູ່ໃນໂລກເຊັ່ນກັນ.”

ສະ​ຫະ​ລັດກ່າວຍ້ອງຍໍຕໍ່ການຕັດສິນໃຈຂອງກຸ່ມຕາລິບານ, ແຕ່ໄດ້ມີການເຕືອນວ່າ ການຈັດ​ຕັ້ງ​ປະ​ຕິ​ບັດໃນການຫ້າມນັ້ນ ຈະເປັນສິ່ງທີ່ສໍາຄັນ.

ທ່ານອຽນ ແມັກຄາລີ (Ian MacCary), ອຸປະທູດຂອງສະຫະລັດປະຈໍາ ປະ ເທດອັຟການິສຖານ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ເປັນເວລາ 20 ວິນາທີວ່າ:

“ການຫ້າມບໍ່ໃຫ້ມີການຜະລິດຢາເສບຕິດຕ່າງໆທີ່ຜິດກົດໝາຍຢູ່ໃນອັຟການິສຖານ ແມ່ນເປັນບາດກ້າວທໍາອິດທີ່ດີ, ແຕ່ ການຈັດ​ຕັ້ງ​ປະ​ຕິ​ບັດ ຈະເປັນກະແຈທີ່ສໍາຄັນກວ່າ. ການມີ ພາກສ່ວນກະສິກໍາທີ່ມີສຸຂະພາບສົມບູນ ແລະຖືກຕ້ອງຕາມກົດໝາຍນັ້ນ ໃນທ້າຍທີ່ສຸດແລ້ວ ຈະຊ່ວຍຍົກລະດັບເສດຖະກິດແລະຊີວິດ ການເປັນຢູ່ຂອງປະຊາຊົນ ຊາວອັຟການິສຖານໃຫ້ດີຂຶ້ນ.”

ເຖິງແມ່ນວ່າກຸ່ມຕາລິບານຈະມີການສັ່ງຫ້າມ ບໍ່ໃຫ້ມີການຜະລິດຝິ່ນ ໃນຊ່ວງໄລ ຍະທໍາອິດໃນການປົກຄອງປະເທດຂອງພວກເຂົາຢູ່ໃນອັຟການິສຖານ, ການປູກ ຝິ່ນ ແມ່ນເປັນແຫຼ່ງທຶນສໍາຄັນ ຂອງກຸ່ມຕາລິບານ ໃນຊ່ວງສົງຄາມ 20 ປີຂອງພວກເຂົາ ໃນການຕໍ່ຕ້ານກັບກອງກໍາລັງຂອງອົງ​ການ NATO ແລະອະດີດລັດ ຖະບານຂອງປະເທດອັຟການິສຖານ.

ອີງຕາມລາຍງານຂອງອົງການສະຫະປະຊາຊາດ ນັບ​ແຕ່ເດືອນມິຖຸນາ 2021 ມາ, ການຜະລິດແລະການຄ້າຝິ່ນ ແມ່ນເປັນ “ນຶ່ງຂອງແຫຼ່ງລາຍໄດ້ທີ່ສໍາຄັນທີ່ສຸດ” ຂອງກຸ່ມຕາລິບານ.

In Afghanistan, the Taliban have issued a decree prohibiting the growth of opium poppy plants as well as the use and trading of narcotics and have banned other illicit drugs and alcohol. Ibrahim Momand has the story from Kabul, Afghanistan, narrated by Bezhan Hamdard.

For the first time since they reassumed power in Afghanistan, the Taliban have prohibited opium poppy cultivation as well as its use, trade and export and have banned other illicit drugs and alcohol.

The ban comes as poppy production has reached all-time high across the country. Taliban leader Mullah Haibatullah Akhunzada issued the decree, which Taliban government spokesperson Zabihullah Mujahid announced Saturday at a rally in Kabul.

Zabihullah Mujahid, Taliban Spokesperson (Male in Pashto)

“If anyone cultivates poppy, the crop will be destroyed and they will face with Sharia law — also, all types o fdrugs like alcohol, heroin, crystal meth, Tablet K and hashish. And heroin production factories are banned. Narcotics transportation, trade, selling, dealing, imports and exports are prohibited.”

Afghanistan is the world’s largest producer of opium, according to the United Nations.

Residents in Kabul applauded the Taliban's decision.

Sharifullah Alizai, Kabul Resident (Male in Pashto)

“Poppy, hashish and all narcotics should be banned.”

Hassan Hashimi, Kabul Resident (Male, Pashto)

“We are very happy. It is an achievement, not only for us but for the world too.”

The United States has praised the Taliban's decision but has cautioned that executing the prohibition will be crucial.

Ian McCary, U.S. Chargé d'Affaires to Afghanistan Tweet 0:20 https://twitter.com/USAmbKabul/status/1510938568918589443

"Outlawing the production of narcotics in Afghanistan is a positive first step, but enforcement will be key. Having a healthy and licit agricultural sector will help Afghanistan’s economy and ultimately the Afghan people."

Even though the Taliban had banned opium production during their first reign in Afghanistan, opium cultivation was a major source of funding for the group during their 20-year war against NATO forces and the former Afghan government.

According to a U.N. report from June 2021, opium poppy production and trade was one of the Taliban's "most significant sources of income."

XS
SM
MD
LG