ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ອັຟການິສຖານ 30 ຄົນ ເສຍຊີວິດ ໃນການໂຈມຕີ ຂອງ ກະບົດຕາລີບານ


ປະຊາຊົນຫຸ້ມເບິ່ງລົດທະຫານ ທີ່ໄດ້ຮັບຄວາມເສຍຫາຍ ໃນການສູ້ລົບ ລະຫວ່າງກຳລັງລັດຖະບານ ແລະພວກກະບົດ ຕາລີບານ ທີ່ແຂວງຟາຣາ. (ວັນທີ 16 ພຶດສະພາ 2018)
ປະຊາຊົນຫຸ້ມເບິ່ງລົດທະຫານ ທີ່ໄດ້ຮັບຄວາມເສຍຫາຍ ໃນການສູ້ລົບ ລະຫວ່າງກຳລັງລັດຖະບານ ແລະພວກກະບົດ ຕາລີບານ ທີ່ແຂວງຟາຣາ. (ວັນທີ 16 ພຶດສະພາ 2018)

ມີທະຫານອັຟການິສຖານ 30 ຄົນຖືກຂ້າຕາຍເວລາພວກຫົວຮຸນແຮງທີ່ສົງໄສວ່າ ເປັນ
ກຸ່ມຕາລີບານ ໄດ້ໂຈມຕີດ່ານກວດຂອງພວກທະຫານ 2 ແຫ່ງ ໃນວັນພຸດມື້ນີ້.

ຫົວໜ້າສະພາປະຈຳແຂວງ ທີ່ແຂວງແບັດກີ (Badghis) ໃນພາກຕາເວັນຕົກຂອງປະ
ເທດ ກ່າວວ່າ ການໂຈມຕີເລີ້ມຂຶ້ນໃນຕອນແລງຂອງຄືນວັນອັງຄານໃນເຂດເມືອງບາ
ລາ ເມີກາບ (Bala Murghab) ແລະແກ່ຍາວມາຈົນຮອດຕອນເຊົ້າວັນພຸດມື້ນີ້.

ກຸ່ມຕາລີບານຍັງບໍ່ທັນໄດ້ອອກມາອ້າງເອົາຄວາມຮັບຜິດຊອບເທື່ອກ່ຽວກັບການໂຈມ
ຕີດັ່ງກ່າວ ຊຶ່ງມີຂຶ້ນຫຼັງຈາກການຢຸດຍິງເປັນເວລາ 3 ມື້ ເນື່ອງໃນໂອກາດການສະເຫຼີມ
ສະຫຼອງບຸນອີດ ອາລ-ຟີດເຕີ.

ອະດີດຜູ້ປົກຄອງປະເທດຂອງອັຟການິສຖານ ໄດ້ຖືກຂັບໄລ່ອອກຈາກອຳນາດໂດຍ
ກຳລັງທີ່ຢູ່ພາຍໃຕ້ການນຳພາຂອງອົງການເນໂຕ້ ລຸນຫຼັງການໂຈມຕີຂອງພວກກໍ່ການ
ຮ້າຍ ທີ່ນະຄອນຫຼວງວໍຊິງຕັນແລະນິວຢອກ ໃນປີ 2001 ໃນຖານໃຫ້ບ່ອນພັກພາອາ
ໄສແກ່ກຸ່ມກໍ່ການຮ້າຍອາລກາອີດາແລະຜູ້ນຳຂອງກຸ່ມດັ່ງກ່າວທ້າວໂອຊາມາ ບິນ ລາ
ເດັນ.

At 30 Afghan soldiers were killed when suspected Taliban militants attacked two military checkpoints Wednesday.

The head of the provincial council in the western council of Badghis says the attack began late Tuesday night in the Bala Murghab district and continued through Wednesday morning.

The Taliban did not immediately claim responsibility for the attacks, which came after a three-day cease-fire in observance of the Eid al-Fitr holiday.

Afghanistan's former rulers were ousted by U.S.-led NATO forces in the aftermath of the 2001 terrorist attacks on Washington and New York City, for harboring the al-Qaida terror group and its leader Osama bin Laden.

XS
SM
MD
LG