ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ໄຕ້ຫວັນ ປະທ້ວງຕໍ່ ການພົບປະກັນ ລະຫວ່າງ ທ່ານ ມ່າ ກັບ ທ່ານ ສີ


ບັນດາປະຊາຊົນ ປະທ້ວງຕໍ່ການພົບປະກັນຂອງປະທະນາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິວໂຈ ກັບ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນປະເທດ ສິງກະໂປ, ຢູ່ນອກສະໜາມບິນ ຊົ່ງຊານ ໃນສະຄອນຫຼວງ ໄຕເປ, ໄຕ້ຫວັນ. 7 ພະຈິກ, 2015.
ບັນດາປະຊາຊົນ ປະທ້ວງຕໍ່ການພົບປະກັນຂອງປະທະນາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິວໂຈ ກັບ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນປະເທດ ສິງກະໂປ, ຢູ່ນອກສະໜາມບິນ ຊົ່ງຊານ ໃນສະຄອນຫຼວງ ໄຕເປ, ໄຕ້ຫວັນ. 7 ພະຈິກ, 2015.

ປະຊາຊົນຫຼາຍຮ້ອຍຄົນພາກັນປະທ້ວງໃນນະຄອນຫຼວງ ໄຕເປ ຂອງເກາະ ໄຕ້ຫວັນ, ໃນຂະນະທີ່ປະທານາມິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງໂຈ ຈັບມືທັກທາຍກັບຂູ່ຕຳແໜ່ງຂອງທ່ານຈາກ ຈີນ ໃນວັນເສົາທີ່ຜ່ານມາທີ່ປະເທດ ສິງກະໂປ, ໃນກອງປະຊຸມສຸດ ຍອດທີ່ບໍ່ເຄີຍມີມາກ່ອນ ລະຫວ່າງຄູ່ປໍລະປັກຍາວນານດ້ານ ການເມືອງ. ພວກປະທ້ວງກ່າວວ່າ ປະທານາທິບໍດີບໍ່ໄດ້ຮັບການ ສະໜັບສະໜູນອັນເປັນ ທີ່ນິຍົມຢູ່ໃນປະເທດສຳລັບກອງປະຊຸມ ສຸດຍອດນີ້ ແລະ ເປັນຫ່ວງວ່າທ່ານຈະໄດ້ເຮັດຂໍ້ຕົກລົງລັບໃນລະ ຫວ່າງກອງປະຊຸມໃນ ສິງກະໂປ ກັບປະທານປະເທດ ສີ ຈິ່ນຜິງ. ຜູ້ສື່ຂ່າວ Ralph Jennings ມີລາຍງານສຳລັບ ວີໂອເອ ຈາກນະ ຄອນຫຼວງ ໄຕເປ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະ ເໜີທ່ານ.

ປະຊາຊົນປະມານ 400 ຄົນໄດ້ເດີນຂະບວນຢູ່ໃນຕົວເມືອງຂອງ ນະຄອນຫຼວງ ໄຕເປ ໃນວັນ ເສົາທີ່ຜ່ານມາ ເພື່ອປະທ້ວງຕໍ່ການປະຊຸມຄັ້ງທຳອິດ ລະຫວ່າງ ປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງໂຈ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ. ຫຼາຍຄົນຮູ້ສຶກຢ້ານກົວວ່າຜູ້ນຳ ທັງສອງ ຈະບັນລຸຂໍ້ຕົກລົງສ່ວນຕົວທີ່ຈະເສຍສະຫຼະຄວາມເປັນປະຊາທິປະໄຕທີ່ມີຄ່າສູງຂອງ ໄຕ້ຫວັນ ແລະ ການປົກຄອງຕົນເອງໃຫ້ກັບ ຈີນ, ເຊິ່ງໄດ້ຮຽກຮ້ອງລວມເຂົ້າເປັນ ອັນໜຶ່ງອັນດຽວກັນ ມາເປັນເວລາດົນນານນັ້ນ.

ປະທານາທິບໍດີ ໄຕ້ຫວັນ ແລະ ຈີນ ບໍ່ເຄີຍພົບກັນມາກ່ອນໃນຂະນະທີ່ການພົວພັນທີ່ ແຂງ ກະດ້າງໄດ້ເຮັດໃຫ້ທັງສອງປະເທດຕົກຢູ່ໃນຄວາມເຄັ່ງຕຶງສູງເປັນຫຼາຍທົດສະວັດ. ໃນມື້ທີ່ ນຳໄປສູ່ການພົບປະທີ່ເປັນປະຫວັດສາດນີ້, ທ່ານ ມ່າ ກ່າວວ່າ ຈະບໍ່ມີການເຊັນຂໍ້ຕົກລົງ ໃດໆທັງນັ້ນ.

ທ້າວ ຫຼິນ ມູ່ສຸນ ອາຍຸ 21 ປີ ນັກສຶກສາຈາກມະຫາວິທະຍາໄລ ໄຕເປ ກ່າວວ່າ ລາວມີ ຄວາມເປັນຫ່ວງວ່າກອງປະຊຸມສຸດຍອດນີ້ ຈະນຳໄປສູ່ການລວມກັນດ້ານເສດຖະກິດກ່ອນ ອື່ນໝົດ.

ທ້າວ ຫຼິນ ມູ່ສຸນ ກ່າວວ່າ ລາວເປັນຫ່ວງວ່າ ໄຕ້ຫວັນ ແລະ ຈີນ ຈະກາຍເປັນປະເທດ ດຽວກັນ, ເພາະວ່າລາວຮູ້ສຶກວ່າ ຈີນຖືວ່າເຊື້ອຊາດ ແລະ ວັດທະນະທຳໂດຍພື້ນຖານແລ້ວ ແມ່ນອັນດຽວກັນ. ທ້າວ ຫຼິນ ສົງໄສວ່າການລວມເຂົ້າກັນທາງດ້ານເສດຖະກິດຈະເກີດຂຶ້ນ ອື່ນກ່ອນໝົດ ແລະ ວ່າຫົວຂໍ້ດັ່ງກ່າວອາດຈະຖືກຍົກຂຶ້ນໃນກອງປະຊຸມມື້ນີ້. ລາວກ່າວເພີ່ມ ເຕີມວ່າລາວຢ້ານຫຼາຍ.

ນັກເຄື່ອນໄຫວຄົນໜຶ່ງປະທ້ວງຕໍ່ກອງປະຊຸມໃນປະເທດ ສິງກະໂປ ລະຫວ່າງ ປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງໂຈ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນຂະນະທີ່ ເຈົ້າໜ້າທີ່ຕຳຫຼວດຢືນເຝົ້າຍາມຢູ່ນອກກະຊວງ ເສດຖະສາດ ໃນນະຄອນຫຼວງ ໄຕເປ, ໄຕ້ຫວັນ, 7 ພະຈິກ 2015.
ນັກເຄື່ອນໄຫວຄົນໜຶ່ງປະທ້ວງຕໍ່ກອງປະຊຸມໃນປະເທດ ສິງກະໂປ ລະຫວ່າງ ປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງໂຈ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນຂະນະທີ່ ເຈົ້າໜ້າທີ່ຕຳຫຼວດຢືນເຝົ້າຍາມຢູ່ນອກກະຊວງ ເສດຖະສາດ ໃນນະຄອນຫຼວງ ໄຕເປ, ໄຕ້ຫວັນ, 7 ພະຈິກ 2015.

ຈີນ ຖືວ່າ ໄຕ້ຫວັນ ເປັນສ່ວນໜຶ່ງຂອງເຂດແດນຂອງຕົນ ຕັ້ງແຕ່ສົງຄາມກາງເມືອງ ຈີນ ໃນຊຸມ ປີ 1940 ເປັນຕົ້ນມາ. ການສຳຫຼວດຄວາມຄິດເຫັນປະຊາຊົນ ໄຕ້ຫວັນ ສະແດງ ໃຫ້ ເຫັນວ່າ ສ່ວນໃຫຍ່ແລ້ວແມ່ນເລືອກເອົາການປົກຄອງຕົນເອງ ແທນທີ່ຈະເອົາການລວມເຂົ້າ ກັນໃນໄລ ຍະຍາວ ກັບຈີນ. ບັນດາເຈົ້າໜ້າທີ່ໃນ ນະຄອນຫຼວງ ໄຕເປ ແລະ ປັກກິ່ງ ໄດ້ເກັບ ເອົາຄວາມ ແຕກຕ່າງດັ່ງກ່າວນັ້ນໄວ້​ຕັ້ງແຕ່ປີ 2008 ເປັນຕົ້ນມາ​ເພື່ອເລີ່ມຕົ້ນການແລກປ່ຽນ ໃນລະດັບ ລັດຖະບານຂັ້ນຕ່ຳ. ນັບຕັ້ງແຕ່ປີນັ້ນມາ, ພວກເຂົາເຈົ້າກໍໄດ້ເຊັນສັນຍັນນຳກັນ 23 ສະບັບ ສ່ວນໃຫຍ່ປົກຄຸມເລື່ອງການຄ້າ, ເຊື່ອມຕໍ່ການເດີນທາງຜ່ານ ແລະ ການລົງທຶນ.

ປະທານາທິບໍດີ ມ່າ ໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບ ອາວຸດທີ່ແນໃສ່ ໄຕ້ຫວັນ ແລະ ຄວາມ ກົດດັນທີ່ ຈີນ ໄດ້ປິດກັ້ນດ້ານການຕ່າງປະເທດຂອງເກາະ ໄຕ້ຫວັນ. ຈີນ ໄດ້ໃຊ້ແສນຍານຸ ພາບທາງດ້ານເສດຖະກິດຂອງຕົນເພື່ອເອົາຊະນະພັນທະມິດຫຼາຍກວ່າ 170 ປະເທດ, ທຽບ ໃສ່ກັບໄຕ້ຫວັນ 22 ປະເທດ, ທັງ ຫ້າມບໍ່ໃຫ້ເກາະດັ່ງກ່າວບໍ່ໃຫ້ເຂົ້າຮ່ວມ ອົງການຈັດຕັ້ງ ສາກົນ.

ພວກປະທ້ວງໄດ້ສົ່ງສຽງຮ້ອງໂຮ​ ເພື່ອໃຫ້ຍຸຕິກອງປະຊຸມດັ່ງກ່າວ ແລະ ໃຫ້ຢຸດເຊົາການເຈລະ ຈາທີ່ບໍ່ມີຄວາມກ່ຽວຂ້ອງກັບຂໍ້ຕົກລົງ ຈີນ ແລະ ໄຕ້ຫວັນ ທີ່ຈະຕັດພາສີການນຳເຂົ້າ. ຜູ້ນຳ ການປະທ້ວງໄດ້ຕັກເຕືອນລົງມາຈາກເວທີວ່າ​ ກອງປະຊຸມ ສຸດຍອດນີ້ກຳລັງດຳເນີນໄປຢູ່ດ້ວຍ ເງື່ອນໄຂທີ່ວ່າທັງສອງຝ່າຍແມ່ນເປັນຂອງປະເທດ ຈີນ ດຽວ.

ໄດ້ມີຫຼາຍສິບຄົນພາກັນປະທ້ວງຢູ່ນອກສະພາໃນນະຄອນຫຼວງ ໄຕເປ ໃນຕອນຄໍ່າຂອງວັນ ສຸກ ແລະ ວັນເສົາ ແລະ ສອງສາມຄົນໄດ້ຖືກຈັບກຸມຍ້ອນພະຍາຍາມຈະລັກເຂົ້າໄປທາງໃນ. ນອກນັ້ນ​ ນັກສຶກສາມະຫາວິທະຍາໄລ ໄຕ້ຫວັນ 3 ຄົນ ຍັງໄດ້ບິນໄປ ສິງກະໂປ ບ່ອນທີ່ພວກ ເຂົາເຈົ້າວາງແຜນວ່າ ຈະປະທ້ວງຕໍ່ກອງປະຊຸມສຸດຍອດຢູ່ບ່ອນທີ່ຖືວ່າເປັນສະຖານທູດຂອງ ໄຕ້ຫວັນ ໃນປະເທດດັ່ງກ່າວ.

ຫຼາຍຄົນໃນ ໄຕ້ຫວັນ ສົງໄສວ່າກອງປະຊຸມສຸດຍອດນີ້ຈັດຂຶ້ນພຽງ 7 ເດືອນກ່ອນປະທານາທິ ບໍດີ ມ່າ ຕ້ອງລົງຈາກຕຳແໜ່ງ ຍ້ອນຄົບກຳນົດ ແມ່ນໄດ້ເຮັດຂຶ້ນເພື່ອສົ່ງເສີມອິດທິພົນຂອງ ການເລືອກຕັ້ງໃນເດືອນມັງກອນ ຫຼື ບໍ່. ພັກຊາດນິຍົມທີ່ກຳລັງປົກຄອງປະເທດ ແມ່ນກຳລັງຢູ່ ຕາມຫຼັງຜູ້ລົງແຂ່ງຂັນຈາກພັກຝ່າຍຄ້ານຕໍ່ຕ້ານຈີນ ເພື່ອເອົາຕຳແໜ່ງປະທານານິບໍດີ ໃນ ການຢັ່ງຫາງສຽງ.

ແຕ່ວ່ານະຄອນຫຼວງ ໄຕເປ ໄດ້ມີການປະທ້ວງທາງການເມືອງທີ່ໃຫຍ່ຂຶ້ນ, ແລະ ຫຼາຍຄົນ ກໍສະໜັບສະໜູນດ້ວຍຄວາມລະມັດລະວັງຕໍ່ການປະຊຸມລະຫວ່າງ ຈີນ ແລະ ໄຕ້ຫວັນ. ພວກເຂົາເຈົ້າສະເໜີແນະວ່າ ມັນອາດຫຼຸດຜ່ອນໄພຂົ່ມຂູ່ທີ່ຈະເກີດສົງຄາມ ແລະ ເຮັດໃຫ້ແຕ່ ລະຝ່າຍມີຄວາມເຂົ້າໃຈລະບຽບວາລະຂອງກັນແລະກັນດີຂຶ້ນ.

ປະທານາທິບໍດີ ມ່າ ໄດ້ບອກຂູ່ຮ່ວມຕຳແໜ່ງຂອງທ່ານໃນປະເທດ ສິງກະໂປ ໂດຍຫວັງທີ່ ຈະຕັ້ງໂທລະສັບສາຍດ່ວນ ແລະ ເສີມຂະຫຍາຍການຄົມມະນາຄົມໂດຍລວມ. ທ່ານໄດ້ກ່າວ ກ່ອນໜ້ານີ້ວ່າ ກອງປະຊຸມສຸດຍອດ ຈີນ ແລະ ໄຕ້ຫວັນ ຄວນກາຍເປັນເຫດການປົກກະຕິ ຕໍ່ໄປ.

XS
SM
MD
LG