ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ ຂ​ະ​ຫຍາຍເວ​ລາ​ການ​ເກນ​ທະ​ຫານ​ ໃຫ້ເປັນ​ນຶ່ງ​ປີ ໂດຍອ້າງວ່າ ​ຍ້ອນ​ໄພ​ຂົ່ມ​ຂູ່​ທີ່​ເພີ່ມ​ຂຶ້ນ​ຈາກ ຈີນ


ທະ​ຫານ​ເຮືອນ ໄຕ້​ຫວັນ ແລະ ເຈົ້າ​ໜ້າ​ທີ່​ຢູ່​ທ່າ​ເຮືອ ຊວາວ ໃນ​ເມືອງ ຢີ​ລານ, ພາກ​ຕາ​ເວັນ​ອອກ​ຂອງ ໄຕ້​ຫວັນ, 23 ທັນ​ວາ 2014.
ທະ​ຫານ​ເຮືອນ ໄຕ້​ຫວັນ ແລະ ເຈົ້າ​ໜ້າ​ທີ່​ຢູ່​ທ່າ​ເຮືອ ຊວາວ ໃນ​ເມືອງ ຢີ​ລານ, ພາກ​ຕາ​ເວັນ​ອອກ​ຂອງ ໄຕ້​ຫວັນ, 23 ທັນ​ວາ 2014.

ໄຕ້​ຫວັນ ໄດ້​ຂະ​ຫຍາຍ​ພາກ​ບັງ​ຄັບທະ​ຫານ​ຮັບ​ໃຊ້​ຊາດ​ຈາກ​ສີ່​ເດືອນ​ເປັນ​ນຶ່ງ​ປີ​ນັບ​ຈາກ​ປີ 2024 ເປັນ​ຕົ້ນ​ໄປ ​ເນື່ອງ​ຈາກ​ໄພ​ຂົ່ມ​ຂູ່​ທີ່​ເພີ່ມ​ຂຶ້ນ ​ຢູ່​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ຢ່າງ​ເປັນປະ​ຊາ​ທິ​ປະ​ໄຕ​ນັ້ນ ​ໄດ້​ປະ​ເຊີນ​ຈາກ​ປະ​ເທດຈີນ ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ສາຍ ອິ້ງ​ ເຫວິນ ໃນ​ວັນ​ອັງ​ຄານ​ວານນີ້.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ເຊິ່ງ​ຖືກ​ຮັບ​ຮູ້​ເປັນ​ຢ່າງ​ດີ ​ກ່ອນ​ໜ້ານີ້, ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ຈີນ ໄດ້​ເພີ່ມ​ຄວາມ​ກົດ​ດັນ​ທາງ​ທະ​ຫານ, ການ​ທູດ ແລະ ເສດ​ຖະ​ກິດ​ຕໍ່​ໄຕ້​ຫວັນ ເພື່ອ​ຢືນ​ຢັດ​ຕໍ່ການ​ກ້າວ​ອ້າງເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ, ລວມ​ທັງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຂອງກອງ​ທັບ​ອາ​ກາດ ຈີນ ເກືອບ​ທຸກວັນ​ຢູ່​ໃກ້​ເກາະ​ດັ່ງ​ກ່າວ​ໃນ​ສາມ​ປີ​ທີ່​ຜ່ານ​ມາ.

ທ່ານ​ນາງ ສາຍ, ໃນ​ການ​ກ່າວຫຼັງ​ຈາກກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໄດ້​ກ່າວ​ວ່າ ໄຕ້​ຫວັນ ຕ້ອງ​ການ​ສັນ​ຕິ​ພາບແຕ່​ຕ້ອງ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ.

ທ່ານ​ນາງ ສາຍ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ເພື່ອ​ປະ​ກາດ​ການ​ຕັດ​ສິນ​ໃຈ​ນັ້ນ, ເຊິ່ງ​ທ່ານ​ນາງ​ໄດ້​ອະ​ທິ​ບາຍ​ດັ່ງ​ກັບ “ຍາກ​ເປັນ​ຢ່າງ​ຍິ່ງ” ວ່າ “ຕາບ​ໃດ​ທີ່ ໄຕ້​ຫວັນ ແມ່ນ​ແຂງ​ແກ່ນ​ພໍ, ມັນ​ຈະ​ເປັນ​ບ້ານ​ຂອງ​ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ​ໃນ​ທົ່ວ​ໂລກ, ແລະ ມັນ​ຈະ​ບໍ່​ກາຍ​ເປັນ​ສະ​ໜາມ​ລົບ.”

ທ່ານ​ນາງ ສາຍ ​ກ່າວ​ເພີ່ມ​ວ່າ ລະ​ບົບການ​ທະ​ຫານ ​ໃນ​ປັດ​ຈຸ​ບັນ​, ລວມ​ມີກ​ານ​ຝຶກ​ຊ້ອມ​ທະ​ຫານກອງ​ໜູນ, ເຊິ່ງບໍ່​ມີ​ປະ​ສິດ​ທິ​ພາບ​ພໍ ແລະ ບໍ່​ມີ​ຄວາມ​ພຽງ​ພໍ​ເມື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ທາງ​ທະ​ຫານ​ເພີ່ມ​ຂຶ້ນ​ຂອງ ຈີນ, ໂດຍ​ສະ​ເພາະ​ຖ້າ​ເຂົາ​ເຈົ້າ​ເປີດ​ການ​ໂຈມ​ຕີ​ຢ່າງວ່ອງ​ໄວ​ຕໍ່ ໄຕ້​ຫວັນ.

ທ່ານ​ນາງ​ເວົ້າ​ວ່າ “ໄຕ້​ຫວັນ ຢາກ​ບອກ​ໃຫ້​ໂລກ​ຮູ້​ວ່າ​ ລະ​ຫວ່າງ ປະ​ຊາ​ທິ​ປະ​ໄຕ ແລະ ຜະ​ເດັດ​ການ, ພວກ​ເຮົາ​ເຊື່ອ​ຢ່າງ​ແນ່ນອນ​ໃນ​ປະ​ຊາ​ທິ​ປະ​ໄຕ. ລະ​ຫວ່າງ​ສົງ​ຄາມ​ກັບ ສັນ​ຕິ​ພາບ, ພວກ​ເຮົາ​ຢືນ​ຢັດ​ຕໍ່​ສັນ​ຕິດ​ພາບ. ພວກ​ເຮົາ​ຈົ່ງ​ພາ​ກັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າ​ຫານ ແລະ ຄວາມ​ມຸ່ງ​ໝັ້ນ​ເພື່ອ​ປົກ​ປ້ອງ​ບ້ານ​ເກີດ​ເມືອງນອນຂອງ​ພວກ​ເຮົາ ແລະ ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ.”

ທະ​ຫານ​ເກນ​ຈະ​ໄດ້​ຮັບ​ການ​ຝຶກ​ຊ້ອມ​ທີ່​ໜັກ​ຂຶ້ນ, ລວມ​ທັງ​ການ​ຊ້ອມ​ຍິງ, ການ​ຊີ້​ນຳ​ການ​ຕໍ່​ສູ້​ທີ່​ຖືກ​ໃຊ້​ໂດຍກອງ​ກຳ​ລັງ​ ສະ​ຫະ​ລັດ, ໃຊ້​ອາ​ວຸດ​ທີ່​ຮຸນ​ແຮງກວ່າ​ເກົ່າ ລວມ​ທັງ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ເຮືອ​ບິນ ສ​ຕິງ​ເງີ (Stinger) ແລະ ລູ​ກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ສາຍ.

ທີມ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ນາງ ສາຍ, ລວມ​ທັງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໄດ້​ທຳ​ການ​ທົບ​ທວນ​ລະ​ບົບ​ທະ​ຫານ​ຂອງ ໄຕ້​ຫວັນ ນັບ​ຕັ້ງ​ແຕ່​ປີ 2020 ເປັນ​ຕົ້ນ​ມາ, ເຊິ່ງ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໄດ້​ລາຍ​ງານ​ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ.

ລັດ​ຖະ​ບານ ໄທ​ເປ, ເຊິ່ງ​ໄດ້​ປະ​ຕິ​ເສດ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ປັກ​ກິ່ງ ຕໍ່ ໄຕ້​ຫວັນ ນັ້ນ, ໃນ​ວັນ​ຈັນ​ວານນີ້​ໄດ້​ລາຍ​ງານ​ການ​ລ່ວງ​ລ້ຳ​ຂອງກອງ​ທັບ​ອາ​ກາດ ຈີນ ທີ່​ໃຫຍ່​ທີ່​ສຸດ ເຂົ້າ​ໃນ​ເຂດ​ປ້ອງ​ກັນ​ອາ​ກາດ​ຂອງ​ເກາະ​ດັ່ງ​ກ່າວ, ດ້ວຍ​ເຮືອ​ບິນ ຈີນ 43 ລຳ​ໄດ້​ຂ້າມ​ເສັ້ນ​ແບ່ງ​ທີ່ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ສອງ​ຝ່າຍ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG