ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ ​ຄວນ​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ ອີງ​ຕາມ​ຄຳ​ເວົ້າ​ຂອງຜູ້​ຊ່ຽວ​ຊານ​​ດ້ານ​ການທະ​ຫານ​


Shiyu ເປັ​ນ​​ສ່ວນ​ນຶ່ງ​ຂອງ Kinmen ​ເກາະ​ທີ່​ຕັ້ງ​ຢູ່​ໃກ້​ແຄມ​ຝັ່ງ​ ​ຕໍ່​ໜ້າ ເມືອງ Xiamen ຂອງ​ປະ​ເທດ​ຈີນ ວັນ​ທີ 20 ສິງ​ຫາ 2018
Shiyu ເປັ​ນ​​ສ່ວນ​ນຶ່ງ​ຂອງ Kinmen ​ເກາະ​ທີ່​ຕັ້ງ​ຢູ່​ໃກ້​ແຄມ​ຝັ່ງ​ ​ຕໍ່​ໜ້າ ເມືອງ Xiamen ຂອງ​ປະ​ເທດ​ຈີນ ວັນ​ທີ 20 ສິງ​ຫາ 2018

ບັນດາ​ຜູ້​ຊ່ຽວ​ຊານຂອງກອງ​ທັບ​ໄຕ້​ຫວັນ ​ມີ​ຄວາມ​ເຫັນແບ່ງ​ແຍກ​ກັນ​ກ່ຽວ​ກັບ​ວ່າ ​ປະ​ເທດ​ທີ່​ປົກ​ຄອງຕົນ​ເອງ​ດັ່ງ​ກ່າວ ​ຄວນ​ຕອບ​ໂຕ້​ແບບ​ໃດ​ຕໍ່​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ ​ທີ່​ໄດ້​ບິນລ່ວງ​ລ້ຳ​ເຂດ​ນ່ານ​ຟ້າ ຢູ່​ເທິງ​ບັນ​ດາ​ໝູ່​ເກາະ​ພາຍ​ໃຕ້​ການ​ຄວ​ບ​ຄຸມ​ຂອງ​ຕົນ ຢູ່​ໃກ້​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍນັ້ນ.

​ມີ​ຫລາ​ຍ​ທາງ​ເລືອກ ​ຄື​ນັບ​ແຕ່ຍິງ​ເຮືອ​ບິນ​ໂດ​ຣນ​ບໍ່​ມີ​ຄົນ​ຂັບ​ເຫລົ່າ​ນີ້​ ດັ່ງ​ທີ່ໄດ້​ກະ​ທຳເປັນ​ເທື່ອ​ທຳ​ອິດ ​ບໍ່​ເທົ່າໃດ​ກິ​ໂລ​ແມັດ​ຫ່າງຈາກ​ເມືອງເຊຍ​ເໝັນ ​ປະ​ເທດ​ຈີນ ໃນ​ວັນ​ທີ 1 ກັນ​ຍາ ທີ່​ຜ່ານ​ມາ ອີກ​ຢ່າງ​ນຶ່ງ​ກໍ​ຄື ​ບໍ່​ຫົວ​ຊາ​ກັບໂດ​ຣນ​ເຫລົ່າ​ນີ້​ໃນ​ຄວາມ​ຫວັງ​ຂອງ​ການ​ຫລີກ​ລ່ຽງຕໍ່​ການ​ປະ​ເຊີນ​ໜ້າ​ທີ່​ບໍ່ມີຄ​ວາມຈຳ​ເປັນ​ກັບ​ປັກ​ກິ່ງ.

​ບາງ​ທີການແກ້​ໄຂ​ເລັກ​ນ້ອຍ​ສຸດ​ກໍ​ຄື​ແກ່ວງ​ກ້ອນ​ຫິນ​ໃສ່ໃນ​ຂະ​ນະ​ທີ່​ພວກ​ທະ​ຫານ​ໄຕ້​ຫວັນ ໄດ້​ເຫັນ​ເຮັດ​ຢູ່​ໃນ​ວີ​ດີ​ໂອ ​ເມື່ອ​ທ້າຍ​ເດືອນ​ສິງ​ຫາ ອັນເປັນ​ທີ່​ນິ​ຍົມເບິ່ງກັນ​ຢູ່​ສື່​ສັງ​ຄົມ Weibo ​ຂອງ​ຈີນ.

ການ​ສະ​ເໜີ​ແນະ​ຊຶ່ງ​ເປັນ​ທີ່​ນິ​ຍົມທີ່​ສຸດ ໃນ​ຈຳນວນ​ຂອງ​ພວກ​ທີ່​ຢາກ​ໃຫ້​ເອົ​າ​ທ່າ​ທີແບບ​ແຂງ​ກ້າວ ​ກໍຄື​ທ່ານ​ໂຮມ ຫລຽວອ​ະ​ດີດ ແລະ​ເປັນ​ນັກ​ປະ​ຖະ​ກະ​ຖາ​ຢູ່​ ມະ​ຫາ​ວິ​ທະ​ວິ​ທະ​ຍາ​ໄລ​ສົງ​ຄາມຂອງ​ໄຕ້​ຫວັນ ແລະ​ເວ​ລາ​ນີ້​ເປັນ​ນັກ​ວິ​ເຄາະ​ຢູ່ມູນ​ນິ​ທິ​ເຈມສ໌​ທາວ ໃນ​ສະ​ຫະ​ລັດ.

“​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ໃດໆຕ້ອງ​ຍິງຖິ້ມ” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຫລຽວທີ່ໄດ້​ກ່າວຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບພະ​ແນກ​ພາ​ສາ​ຈີນ​ກາງຂອງວີ​ໂອ​ເອ. “ບໍ່​ມີ​ຫ​ຍັງ​ຈະ​ເວົ້າ​ອີກ. ​ເວ​ລ​າ​ໃດຢູ່​ໃນ​ເຂດ​ນ່ານ​ຟ້າ​ຂອງ​ພວກ​ເຮົາ ຍິງ​ມັນ​ຖິ້ມ. ​ເຮັດ​ຈັ່ງ​ໃດ​ປະ​ຊາ​ຊົນ​ໄຕ້​ຫວັນ ຈຶ່ງ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ປ້ອງ​ກັນ​ປະ​ເທດ​ ຖ້າ​ຫາກ​ເຂົາ​ເຈົ້າ​ຫາກ​ຢ້ານ ແລະ​ບໍ່​ມີ​ຄວາມ​ສາ​ມາດ​ຍິງ​ເຮືອ​ບີນ​ບໍ່​ມີ​ຄົນ​ຂັ​ບ​ນັ້ນ​ລົງ​ໄດ້?

Taiwan military experts are divided over how the self-governed territory should respond to Chinese drones, which have been entering the airspace over islands under its control near the Chinese mainland with increasing frequency.

Options range from shooting them down, as was done for the first time just kilometers from the Chinese city of Xiamen on September 1, to ignoring them in hopes of avoiding an unnecessary confrontation with Beijing.

Perhaps the least effective solution is to throw rocks at them, as Taiwan soldiers were seen doing in a late August video that went viral on the Chinese social media platform Weibo.

One of the most outspoken advocates of a hard line is Holmes Liao, formerly an adjunct distinguished lecturer at Taiwan's War College and now an analyst at the Jamestown Foundation in the United States.

"Any drone must be shot down," Liao said in an interview with VOA's Mandarin Service. "There's nothing else to say. Once it's in our airspace, shoot it down. How can Taiwanese people have confidence in national defense if they're afraid or unable to shoot down drones?"

XS
SM
MD
LG